google-site-verification: google0d91bc93cfc88895.html ຝຸ່ນບົ່ມ ນ້ຳຊີວະພາບ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 01, 2016

ຝຸ່ນບົ່ມ ນ້ຳຊີວະພາບ

ຝຸ່ນບົ່ມ ນ້ຳຊີວະພາບບົ່ມ​ ແມ່ນ​ຝຸ່ນ​ທີ່​ເຮັດ​ມາຈາກ​ທຳມະຊາດ​ຄື: ມີ​ການນຳ​ເອົາ​ເສດຜັກ,​ໃບໄມ້,​ເຟືອງ ແລະ ອາຈົມ​ຂອງສັດ​ນຳ​ມາປະສົມ​ກັນກາຍ​ເປັນ​ຝຸ່ນ​ທຳມະຊາດ.

ຝຸ່ນບົ່ມ​ ແມ່ນ​ຝຸ່ນ​ທີ່​ເຮັດ​ມາຈາກ​ທຳມະຊາດ​ຄື: ມີ​ການນຳ​ເອົາ​ເສດຜັກ,​ໃບໄມ້,​ເຟືອງ ແລະ ອາຈົມ​ຂອງສັດ​ນຳ​ມາປະສົມ​ກັນກາຍ​ເປັນ​ຝຸ່ນ​ທຳມະຊາດ.  ເມື່ອເວົ້າ​ເຖິງ​ຝຸ່ນບົ່ມ ຊີວະພາບ ແລະ ນ້ຳຊີວະພາບ​ມີປະໂຫຍດ​ຫລາຍ​ຄືມັກ​ສາມາດ​ຜະລິດ​ຈຸລິ່ນ​ຊີຊ່ວຍໃນ ການເລັ່ງ​ການຍ່ອຍ​ສະຫລາຍ​ອົງຄະທາດ​ເພື່ອໃຫ້​ເປັນ​ອາຫານ​ຂອງພືດ ແລະ ເປັນ​ການນຳໃຊ້​ສິ່ງເສດ​ເຫລືອ​ໃຫ້​ເປັນປະໂຫຍດ,​ ເພື່ອຫລຸດຜ່ອນ​ການໃຊ້​ສານ​ເຄມີ ແລະ ປ້ອງກັນ​ສິ່ງແວດລ້ອມ​ບໍ່ໃຫ້​ເກີດ​ມົນລະພິ, ດນອກ​ຈາກນີ້​ຍັງສາມາດ​ນຳໃຊ້​ນ້ຳສະກັດ​ຊີວະພາບ​ເຂົ້າໃນ​ການປະມົງ​ອີກເຊັ່ນ: ນຳໃຊ້​ເຂົ້າໃນ​ການລ້ຽງສັດ​ໄດ້​ທຸກຊະນິດ​ເຮັດ​ໃຫ້​ສັດ​ໃຫຍ່ໄວ ແລະ ກິນ​ອາຫານ​ດີປອດໄພ​ຈາກ​ພະ​ຍາດ​ບໍ່​ມີ​ກິ່ນຄາວ ແລະ ເຫມັນ.

ຝຸ່ນບົ່ມ ນ້ຳຊີວະພາບບົ່ມ​ ແມ່ນ​ຝຸ່ນ​ທີ່​ເຮັດ​ມາຈາກ​ທຳມະຊາດ​ຄື: ມີ​ການນຳ​ເອົາ​ເສດຜັກ,​ໃບໄມ້,​ເຟືອງ ແລະ ອາຈົມ​ຂອງສັດ​ນຳ​ມາປະສົມ​ກັນກາຍ​ເປັນ​ຝຸ່ນ​ທຳມະຊາດ.




ເຕັກນິກການເຮັດນ້ຳຊີວະພາບ: 


ສ່ວນປະກອບ:


1. ພືດຜັກສົດທຸກຊະນິດ 3 ກິໂລ.

2. ນ້ຳຕານຫລືກາກນ້ຳຕານ 1 ກິໂລ.

ວິທີ:

1. ນຳພືດຜັກ​ທຸກຊະນິດ​ຊອຍໃຫ້​ເປັນຕ່ອນ​ນ້ອຍໆ​ໃສ່​ໃນ​ພາຊະນະ​ທີ່ມີ​ຝາອັດ.

2. ໃສ່ກາກ​ນ້ຳຕານ​ຫລືນ້ຳຕານປ​ະສົມໃສ່​ກັບ​ຜັກທີ່ຊອຍ​ໄວ້​ນັ້ນ​ໃນ​ອັດຕາສ່ວນ 1/3 (ນ້ຳຕ​ານ 1 ກິໂລ, ຜັກ 3 ກິ ໂລ ).

3. ນຳເອົາສິ່ງ​ຂອງທີ່ຫນັກ​ວາງທັບ​ເພື່ອ​ເປັນ​ການປີບ​ໃຫ້​ຜັກມີນ້ຳຫ​ລາຍ​ແລ້ວ​ອັດ​ຝາປະໄວ້ 5-7 ມື້.

4. ຈະມີ​ນ້ຳສີນ້ຳຕານໄຫລ​ອອກມາ​ນັ້ນຄື​ນ້ຳຊີວະພ​າບ, ​ຖອກໃສ່​ແກ້ວ​ອັດຝາ​ໃຫ້ແຈບ ພ້ອມ​ທີ່​ຈະໃຊ້ (ຫາກ​ໃຊ້ນ້ຳ ຕານ​ຊາຍຂາວ ນ້ຳຈະ​ເປັນ​ສີຂາວຫ​ລືຖ້າຫາ​ກວ່່າໃຊ້ ນຳ້ຕານຊ​າຍແດງ ແລະ ຖ້າໃຊ້​ກາກນ້ຳ​ຕານ​ນ້ຳທີ່ໄຫລອອກມາ​ຈະເປັນສີ​ດຳ.

ຝຸ່ນບົ່ມ ນ້ຳຊີວະພາບບົ່ມ​ ແມ່ນ​ຝຸ່ນ​ທີ່​ເຮັດ​ມາຈາກ​ທຳມະຊາດ​ຄື: ມີ​ການນຳ​ເອົາ​ເສດຜັກ,​ໃບໄມ້,​ເຟືອງ ແລະ ອາຈົມ​ຂອງສັດ​ນຳ​ມາປະສົມ​ກັນກາຍ​ເປັນ​ຝຸ່ນ​ທຳມະຊາດ.

ວິທີນຳໄປໃຊ້:


ການທີ່​ເຮົາຈະນຳນ້ຳຊີວະພາບ​ປະສົມ​ນ້ຳທຳມະດາ​ເຮັດໃຫ້ເຈືອຈາງ.

1. ຫົດຫລືສີດ​ພົ່ນພືດ​ຜັກ, ຫມາກໄມ້, ຕົ້ນໄມ້, ຕົ້ນໄມ້ ໃຊ້ອັດຕາ​ສ່ວນນ້ຳ​ຊີວະພາບ 1  ບ່ວງແກງ​ຕໍ່ນ້ຳ 10 ລິດ ໂດຍ​ພົ່ນ​ທຸກມື້.

2. ຫົດ​ກອງໃບໄມ້, ໃບ ຫຍ້າສົດ-ແຫ້ງ​ໃຊ້​ອັດຕາ​ສ່ວນ ນ້ຳ​ຊີວະພາບ 2 ບ່ວງແກງ ນ້ຳ 10 ລິດ​ໃຊ້​ຖົງຢ່າງ​ຄຸມກອງ ພືດ​ປ່ອຍ​ໃຫ້​ເກີດການ​ຍ່ອຍ​ສະ​ຫລາຍ 1-2 ອາທິດ, ສາມາດ​ນຳໃຊ້​ປະໂຫຍດ​ໄດ້​ໃຊ້​ຄຸມດິນ​ບໍລິເວນກົກ.

3. ໃຊ້ເຮັດ​ຝຸ່ນ​ບົ່ມແຫ້ງ ໂດຍ​ໃຊ້​ນ້ຳ​ຊີວະພາບ 2 ບວງ ແກງ+ນ້ຳຕານ 2 ບ່ວງ​ແກງ​ປະສົມ​ນ້ຳ 10 ລິດໃຊ້​ຫົດຝຸ່ນ​ພໍໃຫ້​ມີ​ຄວາມຊຸມ​ຫມາດໆ.

4. ໃຊ້​ຫົດຫນານ​ກ້າເບ້ຍ​ໄມ້ປະຕິບັດ​ດັ່ງນີ້: ສັບດິນ​ປະສົມ​ກັບຫຍ້າ ແລະ ພືດໃຊ້​ອັດຕາ​ສ່ວນເຈືອ​ຈາງນ້ຳ​ຊີວະພາບ 2 ບ່ວງ​ແກງ+ນ້ຳຕ​ານ 2 ບ່ວງ, ນ້ຳ 10 ລິດ, ຫົດໜານ 1 ຕາແມັດ 1 ລິດ​ປ່ອຍ​ໃຫ້​ເກີດການ​ຍ່ອຍ​ສະຫລາຍ 3-7 ມື້ກໍສາ​ມາດ​ທີ່ຈະ​ປູກພືດ​ຫລືກ້າເບ້ຍ​ໄມ້ໄດ້, ຖ້າ​ຕ້ອງ​ການ​ທີ່​ຈະ​ກຳຈັດ​ຫຍ້າ​ທີ່ມີ​ເມັດຄວນ​ປ່ອຍ​ໃຫ້​ຫຍ້າ​ງອກ​ອອກ​ອີກ​ເທື່ອຫນຶ່ງ​ຈຶ່ງ​ສັບຊ້ຳ, ​ແລ້ວ​ຫົດນໍ້າ​ຊີວະພາບ​ເຈືອຈາງ​ໃນ​ອັດຕາ​ສ່ວນ 2 ບ່ວງ ແກງນ້ຳ 10 ລິດປະ​ໄວ້ 3 ມື້ ຫລັງ​ຈາກ​ນັ້ນ​ສາມາດ​ປູກພືດ​ໄດ້.   

5. ໃຊ້ກັບຫນອງນ້ຳທີ່ມີ ກິ່ນເຫມັນປະສົມອັດຕາສ່ວນ 2 ບ່ອງແກງນ້ຳ 10 ລິດ ຫົດ ຫນອງ​ນ້ຳຈະ​ຊ່ວຍຍ່ອຍ​ສະ​ຫລາຍ​ອິນຊີວັດຖຸ​ໃນຫນອງ​ຈະເຮັດໃຫ້​ຫນອງ​ນ້ຳມີ​ສະພາບດີ​ຂຶ້ນ.

6. ໃຊ້​ການ​ຂະຫາຍ​ຫົວ​ເຊື້ອ​ເຮັດໄດ້​ໂດຍມີອັດຕາ ສ່ວນດັ່ງນີ້.

  • ນ້ຳຊີວິພາບ 1 ລິດ.
  • ກາກນ້ຳຕານ 1 ລິດ.
  • ນ້ຳສະອາດ 10 ລິດ.

ໃສ່ແກ້ວອັດຝາປະໄວ້ 3 ມື້

ສາມາດນຳໄປໃຊ້ໄດ້.

ອຸປະກອນ:


1. ຖັງ, ໄຫ, ແກ້ວທີ່ມີຝາປິດ ສໍາລັບໃສ່ພືດຜັກສົດ.

2. ມີດສຳລັບຊອຍ.

3. ແກ້ວນ້ຳເປົ່າສຳລັບ​ໃສ່ນ້ຳ​ຊີວະພາບ.ການໃຊ້​ຝຸ່ນບົ່ມຊີວິພາບ ແລະ ນ້ຳ​ຊີວະພາບ​ເຂົ້າໃນ​ການກະເສດ​ແມ່ນ​ເຫມາະສົມ​ທີ່​ສຸດ​ສຳລັບ​ຢູ່ບ້ານ​ເຮົາ​ເພາະ​ເປັນການ​ຮັກສາ​ສິ່ງແວດລ້ອມ ແລະ ການຫາ​ອຸ​ປະກອນ​ກໍ່​ງ່າຍ​ເຊັ່ນ: ເສດຜັກ ແລະ ອື່ນໆ​ກໍ່​ລອງນຳໄປ​ໃຊ້​ໃນ​ການປູກພືດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ