google-site-verification: google0d91bc93cfc88895.html ໝາກດີດ Solanum spirale - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 09, 2016

ໝາກດີດ Solanum spirale

ໝາກດີດ
Solanum spirale



ຄຸນຄ່າທາງໂພຊະນາການ
ໃບໝາກດີດ ປະກອບດ້ວຍນໍ້າມັນເຊິ່ງເປັນສານຕ້ານອະນຸມູນອິດສະຫຼະ ທີ່ສໍາຄັນ ທີ່ມີຄຸນນະສົມບັດໃນການຕ້ານເຊື້ອແບັກທີເຣຍ ແລະ ເປັນພິດຕໍ່ຈຸລັງ ເຊິ່ງອາດຈະສາມາດຕໍ່ຕ້ານເຊວຂອງມະເຮັງໄດ້.

ວິທີນໍາໃຊ້ ເພື່ອການປິ່ນປົວ
ສໍາລັບປິ່ນປົວອາການເບື່ອອາຫານເປັນພິດ, ເອົາຮາກຂອງມັນມາຍ່ອງປົນກັບຫົວສີໄຄ, ຕື່ມນໍ້າເຢັນໃສ່ແລ້ວປະໄວ້ປະມານ 15 ນາທີ ກ່ອນຈຶ່ງດື່ມສໍາລັບອາການເຈັບຄໍ, ເອົາໃບມາຫຍໍ້າ ຫຼື ຕົ້ມໃສ່ນໍ້າດື່ມຄືຊາ. ສໍາລັບປິ່ນປົວອາການຂອງໄຂ້ຍຸງ, ເອົາທຸກໆສ່ວນມາຊອຍເປັນຕ່ອນນ້ອຍໆ, ຕາກແດດໃຫ້ແແຫ້ງ ຈາກນັ້ນກໍເອົາມາຕົ້ມ (3 ກຣາມ ຕໍ່ນໍ້າ 1 ລິດ) ແລະ ດື່ມຕາມຕ້ອງການ.

ໄລຍະເວລາ
ໝາກດີດເປັນພືດອາຍຸຍືນ, ສະນັ້ນທ່ານສາມາດປະໃຫ້ມັນເຕີບໃຫຍ່ ແລະ ຢູ່ໄດ້ເປັນເວລາຫຼາຍປີ. ໝັ່ນເສຍຫຍ້າ ແລະ ໃສ່ຝຸ່ນຢ່າງເປັນປົກກະຕິ. ຕັດກິ່ງງ່າຂອງມັນ ເພື່ອໃຫ້ມັນເປັນພຸ່ມງາມ ແລະ ຫົດນໍ້າຢ່າງເປັນປົກກະຕິ ເພື່ອຊ່ວຍໃຫ້ມັນອອກໃບ ແລະ ໝາກຫຼາຍຂຶ້ນ.

ວິທີເບິ່ງແຍງຮັກສາ
ເສຍຫຍ້າ, ຕັດກິ່ງງ່າ, ຈີ້ມດິນພ້ອມເຕີມຝຸ່ນບົ່ມທຸກໆສອງອາທິດ. ຫົດນໍ້າຢ່າງສະໝ່ຳສະເໝີ.ການເກັບກ່ຽວຫຼັງຈາກປູກໄດ້ ປະມານ 2-3 ເດືອນ, ຈະມີໃບອ່ອນອອກມາຫຼາຍ. ທ່ານສາມາດຕັດເອົາທັງກິ່ງ, ງ່າ ຫຼື ຈະເດັດເອົາແຕ່ໃບກໍໄດ້.

ຄໍາແນະນໍາ ສໍາລັບການຂະຫຍາຍພັນ
ທ່ານສາມາດຂະຫຍາຍພັນໝາກດີດ ໄດ້ດ້ວຍສອງວິທີຄື ດ້ວຍວິທີຫວ່ານແກ່ນ ແລະ ດ້ວຍວິທີຕັດເອົາງ່າໄປປູກ. ສໍາລັບວິທີຕັດງ່າໄປປູກ, ຄວນ ເລືອກເອົາງ່າທີ່ບໍ່ອ່ອນຈົນເກີນໄປ ແລະ ບໍ່ແກ່ຈົນເກີນໄປ ແລະ ມີຕາຫຼາຍໆ. ຕັດງ່າຍາວປະມານ 20 ຊັງຕີແມັດແລະ ນໍາເອົາງ່າທີ່ຕັດອອກ ໄປປູກໃສ່ ໂຖ ພ້ອມດິນທີ່ປົນກັບຝຸ່ນບົ່ມ. ຮັກສາໃຫ້ດິນໃນໂຖປຽກນໍ້າ ແລະ ເອົາໂຖປະໄວ້ໃນບ່ອນຮົ່ມ ປະມານສາມອາທິດ. ໃນກໍລະນີທີ່ຂະຫຍາຍພັນດ້ວຍ ການຫວ່ານແກ່ນ (ກ້າແກ່ນ) ການກ້າແກ່ນ ຈະໃຊ້ເວລາປະມານ 25 - 30 ມື້ ກ່ອນທີ່ຈະແຕກໜໍ່. ຫຼັງຈາກນັ້ນສອງອາທິດ ມັນກໍຈະເລີ່ມແຕກແໜງຈາກນັ້ນ ກໍ່ເອົາເບ້ຍໄປປູກໄດ້. ຄວນເລືອກເອົາແກ່ນທີ່ສຸກພໍດີ ແລ້ວເອົາເປືອກອອກ ນຳໄປຕາກແດດໃຫ້ແຫ້ງ ແລະ ເກັບຮັກສາໄວ້ໃນປີຕໍ່ໄປ.

ການນໍາໃຊ້ ທາງດ້ານອື່ນໆ
ເອົາໃບອ່ອນໄປໃສ່ຕົ້ມໄກ່ ເພື່ອເພີ່ມລົດຊາດ ແຕ່ຈະມີລົດຂົມໜ້ອຍໜຶ່ງ. ທ່ານສາມາດກິນໃບອ່ອນກັບລາບ ແລະ ໝາກຂອງມັນກໍສາມາດ ກິນໄດ້ເຊັ່ນກັນ.

ບັນຫາທີ່ອາດຈະເກີດຂຶ້ນ
ໝາກດີດເປັນພືດທີ່ບໍ່ມີພະຍາດ ແລະ ບໍ່ມີສັດຕູພືດມາບຽດບຽນ, ຍ້ອນວ່າມັນເປັນພືດທີ່ມີລົດຊາດຂົມ ສະນັ້ນສັດຕູພືດທັງຫຼາຍຈຶ່ງບໍ່ມັກ. ແຕ່ເຖິງຢ່າງໃດກໍຕາມ, ຕ້ອງລະມັດລະວັງ ໂດຍສະເພາະໃນເວລາທີ່ທ່ານເກັບໃບອ່ອນ ຫຼື ຍອດຂອງມັນ, ບໍ່ຄວນເດັດຍອດອ່ອນທັງໝົດ, ຄວນຈົ່ງຍອດອ່ອນໄວ້ປະມານ 4 - 5 ຍອດ ເພື່ອໃຫ້ມັນໄດ້ຜະລິດໝາກ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ