google-site-verification: google0d91bc93cfc88895.html ຜັກໜອກ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 15, 2016

ຜັກໜອກ

ຜັກໜອກ
ຊື່ວິທະຍາສາດ: Centella asiatica(L.) Urb.


ຜັກໜອກ ຊື່ວິທະຍາສາດ: Centella asiatica(L.) Urb. ຜັກໜອກ, ເປັນພືດຫຍ້າ, ມັກເກີດຕາມດິນຊຸ່ມ ຕາມສວນ, ທົ່ງນາ ແລະ ເກີດທົ່ວໄປໃນພື້ນທີ່ທົ່ວປະເທດ, ປະຊາຊົນລາວ ສວນຫຼາຍເກັບມາກິນກັບອາຫານ ແລະ ປຸງແຕ່ງອາຫານໂດຍສະເພາະແມ່ນປະຊາຊົນຊາວພາກເໜືອ ໃຊ້ປະ ກອບເຂົ້າໃນຊຸບຜັກຊຶ່ງແມ່ນອາຫານພື້ນ ເມືອງຢ່າງນຶ່ງທີ່ປະຊາຊົນລາວໃນແຕ່ລະເຂດມັກກິນ. ອີກດ້ານນຶ່ງເວລາເວົ້າເຖິງຜັກໜອກປະຊາຊົນຈະເຂົ້າໃຈ ແລະ

           ຜັກໜອກ, ເປັນພືດຫຍ້າ, ມັກເກີດຕາມດິນຊຸ່ມ ຕາມສວນ, ທົ່ງນາ ແລະ ເກີດທົ່ວໄປໃນພື້ນທີ່ທົ່ວປະເທດ, ປະຊາຊົນລາວ ສວນຫຼາຍເກັບມາກິນກັບອາຫານ ແລະ ປຸງແຕ່ງອາຫານໂດຍສະເພາະແມ່ນປະຊາຊົນຊາວພາກເໜືອ ໃຊ້ປະ ກອບເຂົ້າໃນຊຸບຜັກຊຶ່ງແມ່ນອາຫານພື້ນ ເມືອງຢ່າງນຶ່ງທີ່ປະຊາຊົນລາວໃນແຕ່ລະເຂດມັກກິນ. ອີກດ້ານນຶ່ງເວລາເວົ້າເຖິງຜັກໜອກປະຊາຊົນຈະເຂົ້າໃຈ ແລະ ຮູ້ຈັກກັນດີເພາະປະຊາຊົນ ແລະ ຊາວຄ້າຂາຍທັງຫຼາຍໄດ້ເກັບມາຂາຍໃນທ້ອງຕະລາດ ແລະ ໃຊ້ປຸງແຕ່ງເປັນເຄື່ອງດື່ມທີ່ມີສຸຂະພາບດີ ທີ່ຂາຍຕາມຮ້ານ ອາຫານທົ່ວໄປ. ຜັກໜອກຈັດເຂົ້າໃນກຸ່ມພືດຫຍ້າ ເຄືອນ້ອຍເລືອຕາມໜ້າດິນໃບມົນບົ່ງຕັ້ງສາກກັບເຄືອ ມີກັ່ນຍາວ 8-12 ຊັງຕີ ແມັດ, ດອກອອກຕາມຊອກໃບ ສີຂຽວອ່ອນຄ້າຍຄື ຄັນຮົ່ມ. ຜັກໜອກນອກຈາກໃຊ້ເປັນອາຫານແລ້ວ ຍັງມີປະໂຫຍດທາງດ້ານການປິ່ນປົວພະຍາດເຊັ່ນ: ແກ້ອາການອອກຕຸ່ມ, ເບົາຫວານ, ໄຂ້ຮ້ອນ, ເຈັບຫົວ ແລະ ແກ້ເບື່ອອາຫານ.

ແກ້ອາການອອກຕຸ່ມ ແມ່ນເກັບຜັກໜອກສົດປະມານ 1 ກຳມືມາລ້າງໃຫ້ສະອາດ ນຳໄປຕຳໃຫ້ແຫຼກ ແລ້ວເອົາໄປໂພະໃສ່ຕາມຕຸ່ມ

ໄຂ້ຮ້ອນ, ເຈັບຫົວ, ເຈັບຄໍ ແລະ ແກ້ເບື່ອອາຫານ ແມ່ນເກັບຜັກໜອກສົດມາລ້າງໃຫ້ສະອາດປະມານ 1 ກຳໃຫຍ່ ແລ້ວນຳໄປບົດໃສນຳ້ 1 ຈອກເຄິ່ງ ຕອງເອົານຳດື່ມ

ປົວພະຍາດເບົາຫວານ ແມ່ນມີສ່ວນປະສົມດັ່ງນີ້:
1. ຜັກໜອກ                        1 ກຳແຫ້ງ
2. ຜັກໃສ່                            1 ກຳແຫ້ງ
3. ລາຊາບີ                          1 ກຳແຫ້ງ
4. ຫຍ້າໜວດແມວ              1 ກຳແຫ້ງ
5. ສະເອັມດິນ                     1 ກຳແຫ້ງ
6. ໃບໝາກມ່ວງຫິມະພານ   1/4 ກຳແຫ້ງ
7. ໃບກາວບົກ                     1/4 ກຳແຫ້ງ

ວິທີໃຊ້: ເອົາແຕ່ລະຢ່າງປະສົມກັນຕົ້ມກັບນຳ້ 1,5 ລີດ ຕົ້ມຂ້ຽວໃຫ້ຍັງ 1 ລີດ ແບ່ງດື່ມສາມເວລາ ເຊົ້າ, ສວຍ, ແລງ ທຸກໆວັນຈົນກວ່າອາການ ຈະດີຂື້ນ









No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ