Plantago major

ຄຸນຄ່າທາງໂພຊະນາການ
ຫຍ້າເອັນຢືດ ປະກອບມີທາດເບຕາແຄໂຣທີນ, ວິຕາມິນບີ, ວິຕາມິນຊີ ຢ່າງຫຼວງຫຼາຍ ເຊິ່ງທັງໝົດລ້ວນແຕ່ເປັນທາດບໍາລຸງຮ່າງກາຍ ແລະ ຊ່ວຍຕໍ່ຕ້ານກັບໂລກໄພໄຂ້ເຈັບຕ່າງໆ.
ວິທີນໍາໃຊ້ ເພື່ອການປິ່ນປົວ
ສໍາລັບ ແມງໄມ້ຕອດ ແລະ ບາດແຜ, ໃຊ້ນໍ້າຢາງຈາກໃບສົດ ຫຼື ເອົາໃບມາຍ່ອງ ແລ້ວທາໃສ່ຜິວໜັງ. ສໍາລັບເສັ້ນເອັນເຄັ່ງຕຶງ ແລະ ປວດກ້າມຊີ້ນ, ໂລກໜອງໃນ, ເຈັບພົກຍ່ຽວ ແລະ ຄວາມດັນເລືອດ, ສາມາດນໍາໃຊ້ທຸກພາກສ່ວນຂອງພືດ. ເອົາໃບແຫ້ງ 3 ກຣາມ ຫຼື ໃບສົດ 25 ກຣາມ ຕົ້ມໃສ່ກັບນໍ້າເພື່ອດື່ມ. ດື່ມສອງເທື່ອຕໍ່ມື້ຕອນເຊົ້າ ແລະ ຕອນແລງ. ສໍາລັບເລືອດອອກຕາມເຫືອກແຂ້ວ, ເອົາໃບມາຍ່ອງ ແລະ ກົດໃສ່ບໍລິເວນທີ່ເປັນບາດແຜ.
ໄລຍະເວລາ
ຫຍ້າເອັນຢືດເປັນພືດອາຍຸຍືນ. ຖ້າປູກໃນສະພາບ ແລະ ເງື່ອນໄຂທີ່ເໝາະສົມ ລວມທັງດິນທີ່ມີຄວາມຊຸ່ມພຽງພໍ ມັນກໍ່ຈະອອກດອກ ແລະ ແຜ່ຂະຫຍາຍເອງໄປເລື້ອຍໆ. ຖ້າຢູ່ໃນສະພາບສິ່ງແວດລ້ອມທີ່ບໍ່ດີ, ພືດຊະນິດນີ້ຈະບໍ່ອອກດອກ ແລະ ຈະຕາຍພາຍໃນເວລາ 10 -12 ເດືອນ.
ວິທີເບິ່ງແຍງຮັກສາ
ຫຍ້າເອັນຢືດເປັນພືດທີ່ເພາະປູກງ່າຍ. ພວກມັນສາມາດເຕີບໃຫຍ່ໃນສະພາບທີ່ໄດ້ຮັບແສງແດດຢ່າງເຕັມທີ ່ຫຼື ໃນບ່ອນຮົ່ມ, ແລະ ພວກມັນເຕີບໃຫຍ່ຂ້ອນຂ້າງໄວ. ໃຫ້ຫົດນໍ້າມື້ລະເທື່ອ.ຈິ້ມດິນ ແລະ ເຕີມຝຸ່ນບົ່ມເດືອນລະເທື່ອ.
ການເກັບກ່ຽວ
ຫຼັງຈາກປູກແລ້ວ, ມັນຈະໃຊ້ເວລາ 2 - 3 ເດືອນ ກ່ອນທີ່ຈະເກັບໃບອ່ອນໄດ້, ແລະ ແກ່ນຈະສາມາດເກັບໄດ້ ຫຼັງຈາກ 3 - 4 ເດືອນ ການເກັບແກ່ນແມ່ນໃຫ້ເກັບໃນຕອນທ່ຽງ ເວລາທີ່ມັນແຫ້ງດີ.
ຄໍາແນະນໍາ ສຳລັບການຂະຫຍາຍພັນ
ຫຍ້າເອັນຢືດແມ່ນພືດທີ່ເພາະປູກໄດ້ງ່າຍ. ພວກມັນມັກອາກາດທີ່ມີຄວາມຊຸ່ມຊື່ນສູງ ແລະ ສາມາດຂະຫຍາຍພັນ ໂດຍການນໍາໃຊ້ແກ່ນ.
ການນໍາໃຊ້ໃນດ້ານອື່ນໆ
ທ່ານສາມາດເອົາໃບອ່ອນ ມາກິນກັບແຈ່ວໝາກເຜັດ ຫຼື ກັບລາບກໍໄດ້.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ