google-site-verification: google0d91bc93cfc88895.html ສະພາບແວດລ້ອມ (Ecology) ທີ່ມີຜົນຕໍ່ຫຍ້າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 18, 2016

ສະພາບແວດລ້ອມ (Ecology) ທີ່ມີຜົນຕໍ່ຫຍ້າ



ສະພາບແວດລ້ອມ (Ecology)
1. ຄວາມຍາວຂອງວັນ (Length of day)
ຫຍ້າເມືອງຮ້ອນສ່ວນໃຫຍ່ມີຄວາມໄວຕໍ່ແສງ ແລະ ສ່ວນໃຫຍ່ເປັນຈໍາພວກວັນສັ້ນ. ໝາຍຄວາມວ່າ: ຫຍ້າຈະອອກ ດອກໃນລະດູວັນສັ້ນ ເຊັ່ນ: ລະດູໝາວ ແລະ ການອອກດອກຈະຊ້າຖ້າຫາກວັນຍາວຂື້ນ.ການອອກດອກຊ້າ ຫຼື ໄວຈະມີຜົນຕໍ່ຜົນຜະລິດຂອງສັດ. ຖ້າວ່າຫຍ້າອອກດອກຊ້າຈະເຮັດໃຫ້ມີການຈະເລີນເຕີບໂຕຢູ່ສ່ວນຕົ້ນ ແລະ ໃບຫຼາຍ ເຮັດໃຫ້ສັດມີອາຫານກິນຢ່າງພຽງພໍ.
2. ແສງ (Light)
ແສງເປັນແຫຼ່ງພະລັງງານທີ່ສຳຄັນເພາະພືດຈະໃຊ້ເຂົ້າໃນຂະບວນການສັງເຄາະແສງ (Photosynthesis). ຜະ ລິດຕະພັນທໍາອິດທີ່ໄດ້ຈາກການສັງເຄາະແສງ ຄື:‘carbohydrate’ ເຊີ່ງຈະຖືກແປຮູບເປັນ ທາດຊີ້ນ (protein), ໄຂມັນ ແລະ ຜະລິດຕະພັນອື່ນໆໃນຂັ້ນຕອນຕໍ່ໄປ. ແສງຈະຖືກໃຊ້ເຂົ້າໃນຂະບວນການສັງເຄາະແສງຂອງພືດ ປະມານ 1-5% ຂອງປະລິມານແສງທັງໝົດທີ່ຜ່ານເຂົ້າມາຫາຕົ້ນພືດ ຫຼືອາດຈະຖືກໃຊ້ເຖີງ 3-10% ຖ້າພືດມີປະລິມານໃບ (leaf area index) ທີ່ເໝາະສົມ. ຫຍ້າເມືອງຮ້ອນມີປະສິດຕິພາບໃນການໃຊ້ແສງ (conversion light energy) ສູງກວ່າຫຍ້າເມືອງໜາວ. ກ່າວຄື: ເມື່ອການສັງເຄາະແສງຂອງຫຍ້າເຖີງຈຸດອີມຕົວແລ້ວ, ຫຍ້າເມືອງຮ້ອນຍັງສາມາດໃຊ້ແສງໄດ້ອີກ ປະມານ 5-6% ໃນຂະນະທີ່ຫຍ້າເມືອງໜາວມີພຽງ 2-3%



3. ອຸນຫະພູມ (Temperature)
ອຸນນະພູມທີ່ເໝາະສົມຕໍ່ຫຍ້າເມືອງຮ້ອນແມ່ນ 30-35 ໍC ແລະ ສຳລັບຫຍ້າເມືອງໜາວແມ່ນ ປະມານ 20-25 ໍC. ການຈະເລີນເຕີບໂຕຈະຢຸດສະຫງັກເມື່ອອຸນຫະພູມຫຼຸດລົງ ປະມານ 10-15 ໍC ແລະ ຈະຕາຍເມື່ອເຖີງຈຸດທີ່ເປັນນໍ້າກ້າມ (frost).
4. ຄວາມຊຸ່ມ (Humidity)
ຫຍ້າຈະແພ່ຂະຫຍາຍໄດ້ດີໃນພື້ນທີ່ທີ່ມີຄວາມຊຸ່ມຊື່ນພຽງພໍເຊີ່ງພື້ນທີ່ທີ່ເໝາະສົມຕໍ່ການຈະເລີນເຕີບໂຕຂອງຫຍ້າເມືອງຮ້ອນ ຄວນມີປະລິມານນໍ້າຝົນສະເລ່ຍຢ່າງໜ້ອຍສຸດແມ່ນ 1,000 mm/ປີຂື້ນໄປ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ