google-site-verification: google0d91bc93cfc88895.html ຢາປາບສັດຕູພືດ ຈາກທໍາມະຊາດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 08, 2016

ຢາປາບສັດຕູພືດ ຈາກທໍາມະຊາດ



ຢາປາບສັດຕູພືດ ຈາກທໍາມະຊາດ
ຢາປາບສັດຕູພືດຈາກທໍາມະຊາດລ້ວນແຕ່ປອດສານພິດ, ລາຄາຖືກ ແລະ ມີປະສິດທິພາບໃນການຄວບຄຸມ ສັດຕູພືດ. ຢາປາບສັດຕູພືດຊະນິດນີ້ ສາມາດປຸງແຕ່ງໄດ້ຈາກສ່ວນປະກອບທີ່ຫຼາກຫຼາຍ ເຊິ່ງສາມາດຊອກຫາ ໄດ້ງ່າຍ. ການບໍ່ນໍາໃຊ້ສານເຄມີແມ່ນເປັນຜົນດີຕໍ່ສິ່ງແວດລ້ອມຫຼາຍກວ່າ, ບໍ່ເສຍຄ່າໃຊ້ຈ່າຍ, ດີຕໍ່ຜູ້ປູກ, ຜູ້ບໍ ລິໂພກ ແລະ ຜູ້ເກັບກ່ຽວ. ເວລາທີ່ທ່ານສີດພົ່ນຢາປາບສັດຕູພືດຈາກທໍາມະຊາດໃສ່ພືດຂອງທ່ານພະຍາຍາມ ສີດໃສ່ທາງລຸ່ມຂອງໃບ ເພາະມີສັດຕູພືດຈໍານວນຫຼາຍລີ້ອາໄສຢູ່ທີ່ນັ້ນ.


ສະເປຼ ໝາກເຜັດ / ຫົວກະທຽມ

ສັດຕູພືດທີ່ຄວບຄຸມໄດ້: ບົ້ງ, ເພ້ຍໄຟ, ໄຮແມງມຸມແດງ, ແມງມີ່ຂາວ, ຕັກແຕນ, ມົດ ແລະ ປວກ.
ສະເປຼນີ້ໃຊ້ໄດ້ກັບສັດຕູພືດເກືອບ ທຸກໆຊະນິດຍົກເວັ້ນ ເພ້ຍ (ໃຫ້ນໍາໃຊ້ສະເປຼນໍ້າສະບູສໍາລັບເພ້ຍ)

ວິທີປຸງແຕ່ງ: ບົດໝາກເຜັດ 1 ກິໂລ ປົນກັບ ຫົວກະທຽມ 1 ກິໂລ ແລະ ໃບ ຢາສູບ 1-2 ໃບ. ເຕີມເຫຼົ້າຂາວ 1 ລິດໃສ່ ແລະ ປະໄວ້ 1 ອາທິດ. ຈາກນັ້ນ ໃຊ້ຜ້າຝ້າຍຕອງເອົາ ນໍ້າຂອງມັນ. ຖ້າບໍ່ມີໃບຢາສູບ, ທ່ານສາມາດໃຊ້ຢາສູບ
2 ກອກ ແທນກໍ່ໄດ້.


ສະເປຼນໍ້າສະບູ

ສັດຕູພືດທີ່ຄວບຄຸມໄດ້: ເພ້ຍ, ເພ້ຍໄຟ, ໄຮແມງມຸມແດງ, ແມງມີ່ຂາວ
ວິທີປຸງແຕ່ງ: ປະສົມນໍ້າສະບູ 30 ມີລີລິດ ກັບ ເຫຼົ້າຂາວ 30 ມີລີລິດ ແລະ ນໍ້າ 1 ລິດ. ນ້ຳຢາສາມາດນໍາໃຊ້ໄດ້ເລີຍຫຼັງ ຈາກປະສົມແລ້ວ. ສັ່ນຂວດນໍ້າ ຢາກ່ອນນໍາໃຊ້.


ສະເປຼເຫຼົ້າຂາວ
ສັດຕູພືດທີ່ຄວບຄຸມໄດ້: ແມງລີ້ນໝາ ແລະ ຫອຍທາກ, ໜອນ, ໄຮແມງມຸມແດງ
ວິທີປຸງແຕ່ງ: ປະສົມເຫຼົ້າຂາວ 1 ລິດ ກັບນໍ້າໝາກນາວ (5%) 0,5 ລິດ, ນໍ້າ ສະກັດຊີວະພາບ 0,5 ລິດ ແລະ ກາກນໍ້າຕານ 0,5 ລິດ. ປະໄວ້ 1 ວັນ. ຢາທີ່ປະ ສົມແລ້ວ ສາມາດຮັກສາໄວ້ໄດ້ດົນເຖິງ 6 ເດືອນໃນບ່ອນມືດ ແລະ ແຫ້ງ. ໃນການສີດພົ່ນໃຫ້ໃຊ້ນໍ້າຢານີ້ 10 ມີລີລິດ (1-2 ບ່ວງແກງ) ປົນກັບນໍ້າ 10 ລິດ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ