google-site-verification: google0d91bc93cfc88895.html ຫົວກະຣົດ Daucus carota - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 11, 2016

ຫົວກະຣົດ Daucus carota

ຫົວກະຣົດ
Daucus carota




ຄຸນຄ່າທາງໂພຊະນາການ 
ຫົວກະຣົດ ດີຕໍ່ທ່ານຫຼາຍ! ກະຣົດປະກອບດ້ວຍວິຕາມິນເອ ຢ່າງຫຼວງຫຼາຍ ແລະ ວິຕາມິນອື່ນໆອີກ ພ້ອມທັງແຮ່ທາດຕ່າງໆ ເຊິ່ງມີຜົນດີຕໍ່ສາຍຕາ, ຜິວໜັງ, ເສັ້ນຜົມ ແລະ ການພັດທະນາທາງດ້ານສະໝອງ. ຫົວກະຮົດຍັງມີນໍ້າຕານຈາກທໍາມະຊາດນໍາອີກ.

ວິທີການກິນ ຫົວກະຣົດ
ຫົວກະຣົດ ຈະໃຫ້ຄຸນຄ່າທາງໂພຊະນາການທີ່ດີເມື່ອກິນດິບ, ບໍ່ວ່າຈະກິນກະຣົດພຽງຢ່າງດຽວ ຫຼື ເອົາໄປປົນໃນຍຳ, ຕໍາໝາກຫຸ່ງ. ຫົວກະຣົດຍັງສາມາດນໍາໄປປຸງແຕ່ງດ້ວຍການຕົ້ມ, ໜຶ້ງ ແລະ ຂົ້ວ. ກ່ອນຈະກິນຄວນລ້າງໃຫ້ສະອາດ ແລະ ປອກເປືອກອອກຖ້າວ່າມັນເປື້ອນ.

ຄໍາແນະນໍາ ສໍາລັບການຂະຫຍາຍພັນ
ປະຕົ້ນກະຣົດໄວ້ ເພື່ອໃຫ້ມັນອອກດອກໃນປີທີສອງ (ຕົ້ນກະຣົດອອກຮາກໃນປີທີໜຶ່ງ ແລະ ແກ່ນໃນປີຕໍ່ໄປ) ປູກແກ່ນແບບໂດຍກົງໃສ່ໜານທີ່ກຽມໄວ້ໃນສວນ ເລິກປະມານ 1 - 2 ມີລີແມັດ ແລະ ເຮັດເປັນຖັນຫ່າງກັນ 40 - 50 ຊັງຕີແມັດ. ຫຼັງຈາກນັ້ນປະມານ 2 - 3 ອາທິດ ຄັດຕົ້ນກະຣົດອອກໃຫ້ບາງລົງ ແລະ ໃຫ້ແຕ່ລະຕົ້ນຫ່າງກັນປະມານ 5 ຊັງຕີແມັດ, ສ່ວນຕົ້ນທີ່ຂັດອອກ ຖ້າມີຫົວໃຫຍ່ພໍ ກໍເອົາໄປກິນໄດ້ເລີຍ.

ວິທີເບິ່ງແຍງຮັກສາ
ໃນໄລຍະທໍາອິດຂອງການປູກ, ກະຣົດຈະເຕີບໃຫຍ່ຊ້າ. ຄວນເອົາຝຸ່ນບົ່ມ ຫຼື ມູນສັດໃສ່ຕົ້ນກະຣົດ ແລະ ຫົດນໍ້າຢ່າງເປັນປົກກະຕິທຸກໆສອງສາມອາທິດ. ກະຣົດເປັນພືດທີ່ມັກອາກາດຮ້ອນ, ສະນັ້ນບໍ່ຈໍາເປັນຕ້ອງຫົດນໍ້າໃນປະລິມານຫຼາຍ.

ບັນຫາທີ່ອາດຈະເກີດຂຶ້ນ
ບາງເທື່ອເພ້ຍ ແລະ ຕັກແຕນກໍມາທໍາລາຍໃບຂອງກະຣົດ ແລະ ນໍາພະຍາດມາສູ່ຕົ້ນຂອງມັນ ເຊິ່ງຈະເຮັດໃຫ້ໃບຂອງມັນເຫຼືອງ ແລະ ຫ້ຽນ ຄວນເອົາສະເປຼນໍ້າສະບູມາສີດໃສ່ເພື່ອປ້ອງກັນ. ເຊັ່ນດຽວກັນກັບດ້ວງ ອາດຈະດຸດລົງໄປທໍາລາຍຮາກ ເພື່ອປ້ອງກັນບໍ່ໃຫ້ສັດຕູພືດເຫຼົ່ານີ້ຂະຫຍາຍຄວນຂຸດດິນລົງໃຫ້ເລິກ ແລະ ດໍາເນີນການປູກພືດໝູນວຽນທີ່ດີ.

ການເກັບກ່ຽວ
ຄວນເກັບກ່ຽວຫົວກະຣົດ ໃນເວລາທີ່ພວກມັນກໍາລັງຈະພໍດີກິນ. ກະຣົດຈະອອກຜົນຜະລິດປະມານ 3 ກິໂລກຣາມ ຕໍ່ທຸກໆໜຶ່ງຕາແມັດ. ລະມັດລະວັງໃນເວລາເກັບກ່ຽວ, ເຮັດໃຫ້ດິນໜານຜຸຜຸ່ຍ ຫຼື ແຕກຕາມສອງຂ້າງຂອງຄູ ແລະ ດຶງຫົວກະຣົດຂຶ້ນ ໂດຍການຈັບໃບເທິງສຸດຂອງມັນ. ລ້າງຫົວກະຣົດທີ່ເກັບກ່ຽວໃຫ້ສະອາດ. ເກັບຮັກສາໄວ້ໃນທີ່ເຢັນ ແລະ ມືດ ເພື່ອບໍ່ໃຫ້ມັນແຫ້ງ. ຫົວກະຣົດສາມາດເກັບໄວ້ໄດ້ເຖິງ 1 - 2 ເດືອນໄລຍະເວລາຫົວກະຣົດຈະພ້ອມສໍາລັບການບໍລິໂພກ ພາຍຫຼັງທີ່ປູກໄດ້ ປະມານ 12 - 16 ອາທິດ.

ການນໍາໃຊ້ດ້ານອື່ນໆ
ສາມາດນໍາເອົາເສດກ້ານ ແລະ ໃບ ໄປເກືອສັດໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ