google-site-verification: google0d91bc93cfc88895.html ຫົວສີໄຄ Cymbopogon citratus - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 11, 2016

ຫົວສີໄຄ Cymbopogon citratus

ຫົວສີໄຄ
Cymbopogon citratus



ຄຸນຄ່າທາງໂພຊະນາການ 
ຫົວສີໄຄເປັນພືດສະໝຸນໄພ ທີ່ມີນໍ້າມັນຫອມນາໆຊະນິດ, ປະກອບດ້ວຍແຮ່ທາດຫຼາຍຊະນິດ (ລວມທັງ ໂປຣເຕຊຽມ, ທາດສັງກະສີ, ແຄລຊຽມ ແລະ ທາດເຫຼັກ) ນອກນັ້ນຍັງມີວິຕາມິນຕ່າງໆ ທີ່ສາມາດຕໍ່ຕ້ານອະນຸມູນອິສະຫຼະ ແລະ ຊ່ວຍຕ້ານພະຍາດຕ່າງໆອີກດ້ວຍ.

ວິທີການກິນ ຫົວສີໄຄ
ໃບຫົວສີໄຄ ມີກິ່ນຫອມທີ່ດົນ ແລະ ກໍເປັນກິ່ນທີ່ນິຍົມກັນ, ຕົວຢ່າງ ຊາຫົວສີໄຄ. ສ່ວນທີ່ມີກິ່ນແຮງທີ່ຢູ່ກາບດ້ານລຸ່ມ ຈະມັກຖືກນຳໄປປຸງແຕ່ງອາຫານ ເພື່ອໃຫ້ໄດ້ຄວາມຫອມຂອງຫົວສີໄຄ.

ຄໍາແນະນໍາ ສຳລັບການຂະຫຍາຍພັນ
ຫົວສີໄຄສາມາດປູກ ໂດຍການນໍາໃຊ້ຕົ້ນທີ່ແຍກອອກຈາກສຸມ, ໂດຍການແຍກອອກເປັນຕົ້ນຈາກສຸມໃຫຍ່. ຄວນຕັດສ່ວນຮາກທີ່ຢູ່ສ່ວນຫົວເທິງສຸດອອກປະມານ 20 - 25 ຊັງຕີແມັດ ແລະ ລອກກາບສີນໍ້າຕານອອກ ເພື່ອໃຫ້ເຫັນສ່ວນທີ່ເປັນຮາກອ່ອນ. ຄວນປູກຕົ້ນຫົວສີໄຄໃຫ້ເລິກພໍທີ່ຈະຖົມຮາກຂອງມັນ, ແລະ ຄວນເຮັດໃຫ້ດິນທີ່ຢູ່ອ້ອມຕົ້ນແໜ້ນດີ ເພື່ອຂັບຜົ້ງອາກາດໃນດິນອອກ. ກຽມໜານໃນບ່ອນທີ່ໄດ້ຮັບແສງແດດຢ່າງເຕັມທີ່ແລະ ປູຕົ້ນຫົວສີໄຄເປັນຖັນ ຫ່າງກັນປະມານ 40 ຊັງຕີແມັດ ເຊິ່ງແຕ່ລະຕົ້ນໃນຖັນຫ່າງກັນປະມານ 20 ຊັງຕີແມັດ ຖ້າບໍ່ຢາກປູກຫົວສີໄຄໃສ່ໜານທ່ານກໍສາມາດປູກຫົວສີໄຄເປັນຕົ້ນໆ ລຽນເປັນເຂດແດນໃນສວນກໍໄດ້.

ວິທີເບິ່ງແຍງຮັກສາ
ຫົວສີໄຄເປັນພືດທີ່ຫິວອາຫານຫຼາຍ, ສະນັ້ນຕ້ອງໃສ່ຝຸ່ນບົ່ມ ແລະ ຫົດນໍ້າທີ່ປະສົມກັບນໍ້າສະກັດຊີວະພາບຢ່າງເປັນປະຈຳ. ຫົວສີໄຄມັກນໍ້າ ແຕ່ຄວນປ່ອຍໃຫ້ດິນແຫ້ງລະຫວ່າງການຫົດແຕ່ລະເທື່ອ ເພື່ອປ້ອງກັນພະຍາດ.

ບັນຫາທີ່ອາດຈະເກີດຂຶ້ນ
ນໍ້າມັນຫອມຕ່າງໆຈາກຫົວສີໄຄ ປົກປ້ອງມັນຈາກການທໍາລາຍຂອງສັດຕູພືດ ແລະ ພະຍາດ. ແຕ່ບາງເທື່ອກໍອາດຈະມີຫອຍທາກລີ້ຢູ່ໃນກາບໃບຕາມສຸມທີ່ໃຫຍ່ແລ້ວ, ຖ້າສັງເກດເຫັນວ່າ ຕົ້ນໃດມີລັກສະນະຄືຖືກກັດ ຄວນຈະຊອກຫາຫອຍທາກດ້ວຍຄວາມລະມັດລະວັງ. ໜອນເຈາະກ້ານຄືສັດຕູພືດທີ່ມັກພົບໃນຫົວສີໄຄ. ໜອນຊະນິດນີ້ມີສີຂາວ, ຫົວດໍາ ແລະ ມີຈຸສີດໍາຢູ່ຕາມລໍາຕົວ. ພວກມັນຈະເຈາະເຂົ້າໄປໃນກ້ານ ແລະ ເມື່ອຢູ່ໃນນັ້ນແລ້ວ ກໍຈະກິນຍອດຂອງພືດເປັນອາຫານ. ຄວນຈະຫຼົກເອົາຕົ້ນ ຫຼື ກ້ານທີ່ຖືກເຈາະອອກ ແລະ ຈູດໄຟຖິ້ມ.

ການເກັບກ່ຽວ
ການເກັບກ່ຽວຊຸດທໍາອິດ ສາມາດເຮັດໄດ້ພາຍຫຼັງທີ່ປູກໄດ້ປະມານ 6 - 9 ເດືອນ. ຫຼັງຈາກນັ້ນກໍຈະສາມາດເກັບ ກ່ຽວໄດ້ອີກເລື້ອຍໆ ໃນເວລາລະດູທີ່ຫົວສີໄຄເລີ່ມເຕີບໃຫຍ່, ຈົນເຖິງໄລຍະທີ່ສາມາດເກັບກ່ຽວໄດ້ທຸກໆເດືອນ. ຖ້າຫົວສີໄຄຖືກຕັດເລື້ອຍໆ ຈະເປັນການກະຕຸ້ນການເຕີບໃຫຍ່ ແລະ ຜະລິດນໍ້າມັນຫອມ. ການເກັບກ່ຽວຄວນຈະເຮັດໃນຕອນເຊົ້າ. ຄວນຕັດເອົາຕົ້ນຫົວສີໄຄປະມານ 10 - 15 ຊັງຕີແມັດ ຫ່າງຈາກໜ້າດິນ.ບໍ່ຄວນຕັດຈໍາຫຼາຍ ເພາະມັນຈະເຮັດໃຫ້ການງອກຂຶ້ນໃໝ່ຊັກຊ້າ. ທ່ານອາດຈະເກັບກ່ຽວຫົວສີໄຄ ປະມານສາມເທື່ອໃນປີທໍາອິດ,ຈາກ ນັ້ນກໍເກັບກ່ຽວປະມານ 5 - 10 ເທື່ອໃນລະຫ່ວາງປີຕໍ່ໆໄປ ຫຼັງຈາກການເກັບກ່ຽວສໍາເລັດແລ້ວໃນປີທີ່ຜ່ານມາ.

ການນໍາໃຊ້ດ້ານອື່ນໆ
ຫົວສີໄຄສາມາດນໍາໄປຜະລິດນໍ້າສະກັດຊີວະພາບ ແລະ ຢາປາບສັດຕູພືດຈາກທໍາມະຊາດ. ນອກຈາກນັ້ນ ເພິ່ນຍັງສະກັດນ້ຳຈາກຫົວສີໄຄ ເປັນຢາ ຫຼື ສະເປສີດກັນຍຸງກໍໄດ້

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ