google-site-verification: google0d91bc93cfc88895.html ໝາກເຜັດ ແລະ ໝາກເຜັດໃຫຍ່ ໝາກເຜັດຢວກ Capsicum annuum - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, February 10, 2016

ໝາກເຜັດ ແລະ ໝາກເຜັດໃຫຍ່ ໝາກເຜັດຢວກ Capsicum annuum

ໝາກເຜັດ ແລະ ໝາກເຜັດໃຫຍ່ ໝາກເຜັດຢວກ
Capsicum annuum



ຄຸນຄ່າທາງໂພຊະນາການ
ໝາກເຜັດປະກອບມີ ວິຕາມິນຊີ ທີ່ມີຄວາມເຂັ້ມຂຸ້ນສູງ ໃນທາງການແພດແຜນບູຮານ, ໝາກເຜັດຈະຖືກນໍາໃຊ້ ໃນການປິ່ນປົວອາການເຈັບແຂ້ວ, ພະຍາດກະດູກເສື່ອມ, ປະດົງ ແລະ ອາການເຈັບຫົວຂ້າງດຽວ. ຖ້າກິນໝາກເຜັດຫຼາຍເກີນໄປຈະມີບັນຫາຕໍ່ພົກຍ່ຽວ ແລະ ກະເພາະອາຫານ.

ວິທີການກິນ ໝາກເຜັດ
ໝາກເຜັດ ຄືອາຫານເຜັດທີ່ຖືກບໍລິໂພກໂດຍທົ່ວໄປຢູ່ໃນປະເທດລາວ, ໝາກເຜັດສາມາດປຸງແຕ່ງຮ່ວມກັບອາຫານເກືອບທຸກປະເພດ. ໝາກເຜັດໃຫຍ່ເໝາະສໍາລັບການປີ້ງ ບາບີຄິວ, ໃສ່ຍຳຜັກສະຫຼັດ ແລະ ເຮັດແຈ່ວ, ແລະ ຍັງປົນໃສ່ກັບແກງກະລີ່ ແລະ ອົບນໍາອີກ.

ຄໍາແນະນໍາ ສຳລັບການຂະຫຍາຍພັນ
ວິທີທີ່ດີທີ່ສຸດ ແມ່ນກ້າແກ່ນໃສ່ຖາດ ຫຼື ໂຖກ້າແກ່ນ. ຝັງແກ່ນລົງເລິກປະມານ 5 ມີລີແມັດ. ໝາກເຜັດຈະອອກຈາວ ພາຍຫຼັງກ້າແກ່ນປະມານ 1 - 2 ອາທິດ. ຕົ້ນໝາກເຜັດຕ້ອງການອຸນຫະພູມສູງ ແລະ ແສງແດດກ້າ ເພື່ອເຕີບໃຫຍ່ຢ່າງເຕັມທີ່. ຄວນເອົາເບ້ຍໄປປູກ ພາຍຫຼັງທີ່ມັນມີອາຍຸໄດ້ 2 - 3 ອາທິດ ເຊິ່ງເປັນເວລາທີ່ມັນເລີ່ມຈໍ່ໃບຄູ່ທີສອງ. ຄວນປູກຕົ້ນໝາກເຜັດ ແຕ່ລະຕົ້ນຫ່າງກັນປະມານ 40 - 50 ຊັງຕີແມັດ.

ວິທີເບິ່ງແຍງຮັກສາ
ໝາກເຜັດເປັນພືດທີ່ຫິວອາຫານຫຼາຍ. ຄວນໃຫ້ຝຸ່ນ ແລະ ນໍ້າທີ່ພຽງພໍ ແລະ ຫົດນໍ້າສະກັດຊີວະພາບເປັນປະຈຳ. ເມື່ອມັນເລີ່ມຕົ້ນຈະເລີນເຕີບໃຫຍ່ ຫຼື ອອກຜົນຜະລິດແລ້ວ ມັນກໍ່ຈະບໍ່ຕ້ອງການໃຫ້ຫົດນໍ້າຫຼາຍ.
ບັນຫາທີ່ອາດຈະເກີດຂຶ້ນໝາກເຜັດຈະຖືກເພ້ຍທຳລາຍໄດ້ງ່າຍ. ຄວນປ້ອງກັນສັດຕູພືດດ້ວຍການສີດຢາປາບສັດຕູພືດຊີວະພາບໃສ່ຕົ້ນໝາກເຜັດ.

ການເກັບກ່ຽວ
ການເກັບກ່ຽວໝາກເຜັດ ແລະ ໝາກເຜັດໃຫຍ່ ສາມາດເຮັດໄດ້ທັງຕອນທີ່ອ່ອນ ຄືໃນເວລາທີ່ພວກມັນຍັງເປັນສີຂຽວຢູ່ ແລະ ສາມາດເກັບໄດ້ໃນຕອນທີ່ສຸກແລ້ວ ຄືຕອນທີ່ພວກມັນເປັນສີແດງ. ພວກມັນຕ້ອງການເວລາຂ້ອນຂ້າງດົນ (ປະມານ 70 ວັນ) ຈາກມື້ທີ່ມີການປະສົມເກສອນ ຈົນເຖິງມັນສຸກ. ຄວນເກັບໝາກເຜັດໃນຕອນເຊົ້າ. ຫຼັງຈາກເກັບໝາກເຜັດແລ້ວ, ຄວນເກັບຮັກສາມັນໄວ້ໃນບ່ອນທີ່ແຫ້ງ ແລະ ເຢັນ, ຫຼື ສາມາດເອົາພວກມັນໄປຕາກແຫ້ງໂດຍກົງເລີຍ ດ້ວຍການເອົາໄປຕາກແດດປະມານສອງວັນ. ໝາກເຜັດແຫ້ງສາມາດເກັບຮັກສາໄວ້ໄດ້ຫຼາຍເດືອນ ຜົນຜະລິດຂອງແຕ່ລະຕົ້ນແຕກຕ່າງກັນ ແລະ ຂຶ້ນກັບຊະນິດຂອງໝາກເຜັດ. ໂດຍທົ່ວໄປ ໝາກເຜັດຈະອອກຜົນຜະລິດປະມານ 100 - 400 ກຣາມຕໍ່ຕົ້ນ, ແລະ ໝາກເຜັດໃຫຍ່ ຈະອອກຜົນຜະລິດໃນລະຫ່ວາງ 400 - 2,000 ກຣາມ ຕໍ່ຕົ້ນ. ໝາກເຜັດໃຫຍ່ ບໍ່ສາມາດເອົາໄປຕາກແຫ້ງໄດ້ ສະນັ້ນຄວນກິນພາຍໃນສອງສາມວັນຫຼັງຈາກເກັບ ເພາະພວກມັນຈະຕົກໂໝກໄວ.

ໄລຍະເວລາ
ໝາກເຜັດເປັນພືດທີ່ຢູ່ໄດ້ຫຼາຍປີ, ໝາຍຄວາມວ່າພວກມັນຈະສາມາດເຕີບໃຫຍ່ ແລະ ຜະລິດໝາກເປັນເວລາຫຼາຍປີ. ແຕ່ສ່ວນຫຼາຍຕົ້ນຂອງມັນຈະອ່ອນແອລົງ ຫຼື ມັກຖືກພະຍາດທໍາລາຍໜັກ, ສະນັ້ນ ສິ່ງທີ່ດີຄວນກ້າ ແລະ ປູກໝາກເຜັດໃໝ່ທຸກໆປີ.

ການນໍາໃຊ້ດ້ານອື່ນໆ
ສັດສ່ວນຫຼາຍບໍ່ມັກໝາກເຜັດ. ທ່ານສາມາດນໍາໃຊ້ໝາກເຜັດສຸກແດງ ໄປເຮັດຢາປາບສັດຕູພືດທໍາມະຊາດ ເພື່ອໃຊ້ກໍາຈັດບົ້ງ, ເພ້ຍໄຟ, ໄຮແມງມຸມແດງ, ແມງມີ່ຂາວ, ຕັກແຕນ, ມົດ ແລະ ປວກ. ທ່ານຍັງສາມາດນໍາໃຊ້ໝາກເຜັດເຮັດນໍ້າສະກັດຊີວະພາບ. ແຕ່ບໍ່ຄວນນໍາເອົາໝາກເຜັດໄປໃສ່ ໃນຄອກຝຸ່ນບົ່ມ ເພາະຂີ້ກະເດືອນກໍ່ບໍ່ມັກໝາກເຜັດເຊັ່ນກັນ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ