google-site-verification: google0d91bc93cfc88895.html ການເກັບກ່ຽວຜົນຜະລິດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 02, 2016

ການເກັບກ່ຽວຜົນຜະລິດ


ການເກັບກ່ຽວຜົນຜະລິດ
ການເກັບກ່ຽວຄືເວລາແຫ່ງຄວາມມ່ວນຊື່ນເພາະທ່ານໄດ້ເກັບກ່ຽວເອົາໝາກຜົນຈາກສິ່ງທີ່ທ່ານໄດ້ເພາະປູກ ແລະບົວລະບັດຮັກສາມາໃນຊ່ວງເວລາຫຼາຍອາທິດ ແລະ ຫຼາຍເດືອນທີ່ຜ່ານມາ. ເຊິ່ງສິ່ງທີ່ເປັນໜ້າຊື່ນຊົມຍິນດີຂຶ້ນໄປອີກກໍ່ຄືທ່ານຈະພູມໃຈໃນຄວາມແຊບຊ້ອຍຂອງອາຫານທີ່ທ່ານປຸງແຕ່ງຈາກພືດພັນທັນຍາຫານ ແລະ ພືດສະໝຸນໄພຕ່າງໆຂອງທ່ານເອງ! ມັນເປັນສິ່ງທີ່ສໍາຄັນທີ່ຕ້ອງຮູ້ວ່າເວລາໃດຜົນລະປູກແຕ່ລະຊະນິດ ພ້ອມທີ່ຈະຖືກເກັບກ່ຽວເພື່ອທ່ານຈະໄດ້ເກັບກ່ຽວພວກມັນໃນເວລາທີ່ຖືກຕ້ອງ ແລະ ເໝາະສົມ. ຜົນລະປູກບາງຊະນິດຕ້ອງສຸກທີ່ຕົ້ນຂອງມັນໃນຂະນະທີ່ບາງຊະນິດສາມາດສຸກຢູ່ນອກຕົ້ນກໍ່ໄດ້. ເບິ່ງຫົວຂໍ້ທີ່ກ່ຽວຂ້ອງສໍາລັບຂໍ້ມູນນີ້.
ການເກັບກ່ຽວຕ້ອງເຮັດຢ່າງລະມັດລະວັງເພື່ອບໍ່ໃຫ້ຜົນລະປູກເສຍຫາຍ. ຄວນຄັດເລືອກເອົາສະເພາະແຕ່ຜົນຜະລິດທີ່ມີສະພາບສົມບູບເທົ່ານັ້ນເພື່ອເກັບຮັກສາໄວ້, ສ່ວນຜົນຜະລິດທີ່ເສຍຫາຍ ຫຼື ບໍ່ສົມບູນຕ້ອງຖືກນໍາໃຊ້ທັນທີຫຼັງຈາກເກັບກ່ຽວ, ທ່ານສາມາດເອົາຜົນລະປູກທີ່ບໍ່ສົມບູນເຫຼົ່ານີ້ໄປໃສ່ຄອກຝຸ່ນບົ່ມ ຫຼື ເອົາໄປຜະລິດເປັນນໍ້າສະກັດຊີວະພາບກໍ່ໄດ້. ເມື່ອເຖິງເວລາສິ້ນສຸດປີຮຽນ ຫຼື ໃນລະຫວ່າງການພັກປິດພາກຮຽນ, ທ່ານສາມາດປະຜົນລະປູກທີ່ທ່ານບໍ່ຕ້ອງການເກັບກູ້ໄວ້ໃນໜານເລີຍກໍ່ໄດ້. ພວກມັນຈະຊ່ວຍປົກປ້ອງດິນຈາກການທໍາລາຍຂອງຝົນຕົກໜັກ ຫຼືຈາກແສງແດດທີ່ແຮງກ້າ. ຕ້ອງຫຼີກເວັ້ນການຈູດພືດທີ່ເປັນພະຍາດນີ້ຄື ການຫຼີກເວັ້ນການແຜ່ລະບາດຂອງພະຍາດ


ເວລາສໍາລັບການເກັບກູ້ຜົນລະປູກທີ່ເໝາະສົມທີ່ສຸດແມ່ນໃນຕອນເຊົ້າທີ່ອາກາດຍັງເຢັນຢູ່. ຜັກ ແລະ ໝາກໄມ້ທີ່ເກັບກູ້ໃນເວລາອຸນຫະພູມເຢັນຈະສາມາດເກັບຮັກສາໄວ້ໄດ້ດົນກວ່າຈໍາພວກທີ່ເກັບໃນເວລາອາກາດຮ້ອນ. ຕ້ອງໝັ່ນກວດກາເປັນປະຈໍາເພື່ອຜົນລະປູກຂອງທ່ານຈະຖືກເກັບກູ້ໃຫ້ທັນເວລາ ແລະ ກໍ່ຈະບໍ່ເປັນການປະໃຫ້ຜົນລະປູກສຸກເກິນໄປ.ມັນເປັນສິ່ງສຳຄັນຫຼາຍໃນການເກັບແກ່ນແນວພັນຂອງພືດຜັກທຸກໆຊະນິດໃນສວນຄົວເພື່ອຈົ່ງແກ່ນແນວພັນໄວ້ສໍາລັບລະດູການເພາະປູກຕໍ່ໄປ, ທ່ານບໍ່ຄວນເກັບກູ້ຜົນລະປູກທັງໝົດ. ທ່ານຄວນຮັກສາພືດທີ່ແຂງແຮງດີປະມານ 2ຫາ 3 ຕົ້ນໄວ້ໃນໜານ,ປ່ອຍໃຫ້ພວກມັນໃຫຍ່ຈົນອອກດອກ ແລະ ໃຫ້ແກ່ນ. ພາຍຫຼັງທີ່ດອກບານແລ້ວ, ຝັກຂອງແກ່ນໃນເບື້ອງຕົ້ນຈະເປັນສີຂຽວ ແລະ ມີລັກສະນະອ່ອນນຸ້ມຫຼາຍ. ສໍາລັບການເກັບເອົາແກ່ນ ຫຼື ແນວພັນ, ທ່ານຕ້ອງລໍຖ້າຈົນກວ່າຝັກກາຍເປັນສີນໍ້ຕານ ແລະ ແກ່ຂຶ້ນກ່ອນ. ຄວນເກັບກູ້ແກ່ນແນວພັນໃນຕອນທ່ຽງ ເວລາທີ່ມັນແຫ້ງ ເພື່ອຫຼີກເວັ້ນບໍ່ໃຫ້ພວກມັນຂຶ້ນລາໃນເວລາເກັບຮັກສາ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ