google-site-verification: google0d91bc93cfc88895.html ການປົກປັກຮັກສານໍ້າສ້າງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 23, 2016

ການປົກປັກຮັກສານໍ້າສ້າງ

ການປົກປັກຮັກສານໍ້າສ້າງ
ນ້ຳສ້າງທີ່ໄດ້ມາດຕະຖານ (ນ້ຳສ້າງທີ່ມີຂອບ ແລະ ຝາປິດເພື່ອປ້ອງກັນບໍ່ໃຫ້ນ້ຳຝົນ ແລະ ນ້ຳເປື້ອນໄຫລລົງໄປໃນສ້າງ).ນ້ຳສ້າງຈະມີຜົນປະໂຫຍດກໍ່ຕໍ່ເມື່ອມັນສາມາດສະໜອງນ້ຳໃຊ້ໃຫ້ໄດ້ເທົ່ານັ້ນ. ນ້ຳສ້າງທີ່ດີທີ່ສະໜອງກັບ ຄວາມຕ້ອງການຊົມໃຊ້ຂອງຂຸມຊົນໄດ້ຢ່າງທົ່ວເຖິງ ແມ່ນຂຶ້ນກັບລະດັບນ້ຳໃຕ້ດິນວ່າ ຢູ່ເລິກພຽງໃດ ແລະ ກໍ່ຂຶ້ນກັບຈຳນວນວັດຖຸອຸປະກອນທີ່ມີເພື່ອມາໃຊ້ໃນການຂຸດເຈາະ ແລະ ກໍ່ສ້າງນ້ຳສ້າງນັ້ນ. ໂດຍທົ່ວໄປນ້ຳສ້າງຕື້ນແມ່ນມີປະສິດຕິພາບຫຼາຍກວ່ານ້ຳສ້າງທີ່ເລິກ ແລະ ມີມູນຄ່າໃນການສ້າງສູງ ຊຶ່ງມັນຈະຕ້ອງໃຊ້ໄດ ຫຼື ຈັກສູບນ້ຳຂຶ້ນ ມາຈຶ່ງໄດ້ນ້ຳໃຊ້. ສ່ວນນ້ຳສ້າງທີ່ຕື້ນ ແລະ ສາມາດໃຊ້ຄຸຕັກນ້ຳຂຶ້ນມາໃຊ້ໄດ້ເລີຍນັ້ນມັນສະດວກ ແລະ ເວລາທີ່ສ້າງໜ່ວຍໜຶ່ງແຫ້ງກໍ່ຍັງມີອີກໜ່ວຍໃໝ່ທີ່ຈະສາມາດສະໜອງນ້ຳໄດ້. ນໍ້າສ້າງມີຫຼາຍຊະນິດ. ຊະນິດທີ່ໃຊ້ງ່າຍທີ່ສຸດກໍ່ເປັນຊະນິດທີ່ຂຸດເອົາດ້ວຍມື ທີ່ເອີ້ນຊື່ວ່າ ສ້າງຄວັດ ຫຼື ສ້າງດິນ. ສ້າງອີກແບບໜຶ່ງທີ່ມີມູນຄ່າການສ້າງແພງທີ່ສຸດ ແມ່ນສ້າງຊະນິດເປັນທໍ່ນ້ອຍໆ ເຈາະເລິກລົງໄປໃນດິນ ແລະ ໃຊ້ໄດ ຫຼື ຈັກດູດນ້ຳໄວ້ເທິງປາກທໍ່ ເຊິ່ງສ້າງແບບນີ້ເອີ້ນວ່າ: ນ້ຳບາດານ.



ບາດກ້າວທີ່ເຮັດໃຫ້ນ້ຳສ້າງ ແລະ ບໍ່ນ້ຳສະອາດປອດໄພຂຶ້ນກວ່າເກົ່າ
ກ່ອນຈະຂຸດ ຫຼື ສ້າງນ້ຳສ້າງໃໝ່ນັ້ນຕ້ອງໝັ້ນໃຈວ່າ ນ້ຳສ້າງນັ້ນແມ່ນຖືກກັບຄວາມຕ້ອງການ
ຂອງທຸກຄົນໃນຊຸມຊົນ. ເນື່ອງຈາກວ່າ ຖ້ານ້ຳສ້າງຖືກສ້າງຢູ່ໃກ້ກັບສິ່ງຕ່າງໆລຸ່ມນີ້ແມ່ນນ້ຳ ຈະບໍ່ສະອາດປອດໄພ ເຊັ່ນ:

  • ຂຸດນ້ຳສ້າງໃກ້ກັບຂຸມວິດຖ່າຍ, ທໍ່ລະບາຍນ້ຳເປື້ອນ, ຂຸມຖິ້ມຂີ້ເຫຍື້ອ ຫຼື ຄອກສັດ ຕ່າງໆ. ເພື່ອຄວາມສະອາດປອດໄພ ຄວນຂຸດໃຫ້ຫ່າງຈາກສະຖານທີ່ທີ່ກ່າວມາຂ້າງເທິງນັ້ນຢ່າງໜ້ອຍ 30 ແມັດຂຶ້ນໄປ.
  • ການເຮັດ ຫຼື ຂຸດນ້ຳສ້າງໃກ້ກັບສະຖານທີ່ທີ່ມີການຜະລິດອຸດສາຫະກຳຕ່າງໆ ເຊັ່ນ: ບໍ່ແຮ່ ຫຼື ສະຖານທີ່ຂຸດເຈາະນ້ຳມັນ. ສະຖານທີ່ທີ່ເປັນບ່ອນປູກຝັງທີ່ໃຊ້ສານເຄມີຂ້າສັດຕູ ພືດ, ປຸ໋ຍເຄມີ ຫຼື ສະຖານທີ່ທີ່ເປັນບ່ອນຖິ້ມຂີ້ເຫຍື້ອ.
  • ການເຮັດນ້ຳສ້າງໃນສະຖານທີ່ທີ່ເປັນທາງນ້ຳເປື້ອນ ຫຼື ນ້ຳຝົນໄຫລມາເວລາຝົນຕົກກໍ່ຈະໄຫລລົງນ້ຳສ້າງໄດ້.

             ນ້ຳສ້າງທີ່ຂຸດດ້ວຍມື ແລະ ບໍ່ເລິກປານໃດນັ້ນກໍ່ສາມາດຕອບສະໜອງນ້ຳໄດ້ດີ ແລະ ສະອາດ ແຕ່ມັນຜັດແຫ້ງໄວ ແລະ ກໍ່ເປື້ອນງ່າຍ ເນື່ອງຈາກໃນລະດູຝົນ, ນ້ຳຝົນທີ່ໄຫຼມາຕາມໜ້າດິນນັ້ນ ອາດຈະນຳພາເຊື້ອພະຍາດ ແລະ ສິ່ງສົກກະປົກຕ່າງໆ ມາໃສ່ນ້ຳສ້າງນັ້ນ. ຄົນ ແລະ ສັດທີ່ມາໃຊ້ນ້ຳສ້າງນັ້ນກໍ່ອາດນຳເຊື້ອພະຍາດມາໃສ່ນ້ຳສ້າງໄດ້ເຊັ່ນກັນ ໂດຍທີ່ພວກເຂົາຢຽບມາ. ຄຸ ຫຼື ປ່ອມ ແລະ ເຊືອກທີ່ໃຊ້ຕັກນ້ຳສ້າງນັ້ນກໍ່ເປັນບ່ອນສະສົມພະຍາດແລ້ວມາປົນເປື້ອນນ້ຳໃນນ້ຳສ້າງເວລາທີ່ເຮົາໃຊ້ຄຸ ແລະ ເຊືອກນັ້ນລົງໄປຕັກເອົານ້ຳໃນສ້າງນັ້ນ.
              ຖ້າຢາກປ້ອງກັນບໍ່ໃຫ້ນ້ຳໃນສ້າງມັນເປື້ອນ ກໍ່ອາດເຮັດໄດ້ໂດຍວິທີການງ່າຍໆ ຕົວຢ່າງເຊັ່ນ: ໃຊ້ຄຸ ແລະ ເຊືອກທີ່ສະອາດເທົ່ານັ້ນ ໃນການຕັກນ້ຳໃນສ້າງແຕ່ລະຄັ້ງ. ເຮັດຂອບນ້ຳສ້າງ ເພື່ອປ້ອງກັນນ້ຳເປື້ອນໄຫລລົງ. ຊຶ່ງຂອບສ້າງນັ້ນອາດຈະເຮັດເປັນຄູສູງຂຶ້ນຈາກໜ້າດິນອ້ອມໆນ້ຳສ້າງນັ້ນ ຫຼື ອາດຈະໃຊ້ດິນຈີ່ກໍ່ອ້ອມປາກສ້າງ ຫຼື ບໍ່ກໍ່ໃຊ້ແທ່ງສ້າງເຮັດຂອບສ້າງກໍ່ ໄດ້.
              ການກໍ່ສ້າງຂອບສ້າງນັ້ນຮັກສາໃຫ້ນ້ຳບໍ່ແຫ້ງງ່າຍ ແລະ ກໍ່ປ້ອງກັນຂອບສ້າງເຈື່ອນ ນຳອີກ. ນອກນີ້ມັນຍັງຊ່ວຍໃຫ້ສາມາດຂຸດສ້າງໃຫ້ເລິກລົງໄປຕື່ມອີກໄດ້ ຊຶ່ງມັນຈະສາມາດ ເກັບໄດ້ຫຼາຍຂຶ້ນອີກ. (ສຳລັບວິທີການປັບປຸງນ້ຳສ້າງໃຫ້ເບິ່ງຮູບຢູ່ໜ້າຕໍ່ໄປ.) ສະນັ້ນ ກ່ອນທີ່ຂຸດນ້ຳສ້າງໃໝ່ ຫຼື ສ້າງລະບົບສະໜອງນ້ຳໃໝ່ທີ່ຕ້ອງໃຊ້ຈ່າຍຫຼາຍນັ້ນ, ພວກເຮົາຄວນຈະປັບປຸງນ້ຳສ້າງຕາມວິທີທີ່ກ່າວມາເທິງນັ້ນ. ເພື່ອເຮັດໃຫ້ແຫຼ່ງນ້ຳ (ນ້ຳສ້າງ) ສະອາດປອດໄພຕໍ່ການບໍລິໂພກ.



ສິ່ງທີ່ຄວນເອົາໃຈໃສ່: ບໍ່ໃຫ້ດື່ມນ້ຳທີ່ຕັກຂຶ້ນມາຈາກສ້າງນັ້ນໂດຍກົງ ກ່ອນດື່ມໃຫ້ຕອງນ້ຳນັ້ນດ້ວຍແພ ແລະ ປ່ອຍໃຫ້ນ້ຳທີ່ຕອງນັ້ນນອນເສຍກ່ອນຈຶ່ງດື່ມ ເນື່ອງຈາກການເຮັດເຊັ່ນນັ້ນແມ່ນສາມາດຕອງເອົາແມ່ພະຍາດຈຳນວນໜຶ່ງອອກຈາກນ້ຳໄດ້.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ