google-site-verification: google0d91bc93cfc88895.html ກົກ ກ້າງປາ Phyllanthus reticulatus Poir. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 16, 2016

ກົກ ກ້າງປາ Phyllanthus reticulatus Poir.



ກົກກ້າງປາ
ຊື່ວິທະຍາສາດ: Phyllanthus reticulatus Poir.
ຖ້າເວົ້າເຖິງ ກົກກ້າງປາ ແລ້ວປະຊາຊົນລຸ້ນເກົ່າແກ່ ອາວຸໂສຈະຮູ້ກັນໝົດ ແຕ່ມາຮອດລຸ້ນນ້ອຍເຍົາວະຊົນແມ່ນບໍ່ຢາກ ຮູ້ປານໃດ ຕົ້ນກ້າງປາ ເປັນຕົ້ນໄມ້ນ້ອຍ ສູງ 3-5 ແມັດ ມີຫງ່າແຂງ ແລະ ການແຕກຫງ່າຄ້າຍຄື ກ້າງປາ ສະ ນັ້ນເພິ່ນຈຶ່ງຮ້ອງວ່າ ກົກກ້າງປາ, ມີໝາກນ້ອຍມົນ ສີຂຽວ ເວລາສຸກສີຂາວ ອອກຫຼາຍຕາມຫງ່າສະນັ້ນໃນລະດູ ການ ອອກໝາກ ເວລາເບິ່ງຕົ້ນກ້າງປາ ຈະງາມມີສີຂຽວຂອງໃບສະຫຼັບກັບສີຂາວຂອງໝາກ, ຕົ້ນກ້າງປາມັກ
ເກີດ ຕາມດິນຊຸ່ມແຄມທົ່ງນາ ແລະ ແຄມນໍ້າ. ຕົ້ນກ້າງປາເປັນພືດເປັນຢາ ທີ່ສາມາດໃຊ້ໄດ້ໝົດທຸກພາກສ່ວນເຊັ່ນ: ຮາກ, ລຳ ແລະ ໃບ. ສວນໝາກ ແມ່ນປະຊາຊົນ ຫຼື ເດັກນ້ອຍທີ່ຢູ່ຊົນນະບົດເວລາຢ່າງໄປໄຮ່ໄປນາເກັບກິນຫລິ້ນ ຈະມີລົດຫວານຈືດ. ການໃຊ້ເປັນຢາຂອງປະຊາຊົນ ຫຼື ໝໍຢາ ແມ່ນໝົດ ຕົ້ນມາຕົ້ມນຳ້ ອາບ ແລະ ແຊ່ ໃຊ ປົວ ໄຂ້ອອກ ໝາກສຸກໝາກໄສ. ນອກຈາກນັ້ນ ຮາກກົກກ້າງປາ ຍັງເປັນຢາເຢັນລົດໄຂ້ຮ້ອນ ໂດຍນຳເອົາຮາກ
ກ້າງປາພໍປະມານ ລ້າງນ້ຳສະອາດ ທຸບໃຫ້ແຕກນຳໄປຕົ້ມນ້ຳດື່ມ ຫຼື ອາດຈະແຊ່ດື່ມ ກໍໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ