google-site-verification: google0d91bc93cfc88895.html ການຊົມໃຊ້ປ່າໄມ້ແບບຍືນຍົງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, February 24, 2016

ການຊົມໃຊ້ປ່າໄມ້ແບບຍືນຍົງ


           ການຄຸ້ມຄອງປ່າໄມ້ແບບຢືນຍົງໝາຍຄວາມວ່າ ການຊົມໃຊ້ ແລະ ການດູແລປ່າໄມ້ໃນວິທີທາງທີ່ສາມາດຕອບສະໜອງຕາມຄວາມຕ້ອງການໃນຊີວິດປະຈຳວັນ. ໃນຂະນະທີ່ປົກປັກຮັກສາປ່າໄມ້ເພື່ອອະນາຄົດ. ວິທີການແບບຢືນຢົງແມ່ນບໍ່ຄືກັນໝົດທຸກບ່ອນ. ແຕ່ລະຊຸມຊົນຕ້ອງການຊອກຫາວິທີການທີ່ດີທີ່ສຸດລຳລັບພວກເຂົາ ແລະ ສຳລັບປ່າຂອງພວກເຂົາເຊັ່ນ ກັນ.
         ການວາງແຜນການຄຸ້ມຄອງປ່າໄມ້ແບບຢືນຍົງຊ່ວຍຊຸມຊົນຕັດສິນວິທີທີ່ດີທີ່ສຸດໃຊ້ກັບປ່າຂອງພວກເຂົາ. ມັນສາມາດຊ່ວຍ ຫຼື ກໍ່ຫຼີກເວັ້ນໄພອັນຕະລາຍຈາກອຸດສະຫະກຳ ຫຼື ລັດຖະບານໃຫ້ແກ່ຊຸມຊົນ. ບາງຄັ້ງພວກເຈົ້າສາມາດໄດ້ລາຄາດີຂຶ້ນ ຖ້າວ່າພວກເຈົ້າສາມາດສະແດງໃຫ້ເຫັນວ່າພວກມັນສາມາດຜະລິດໄດ້ຍ່າງຍືນຍົງແມ່ນມັນຊ່ວຍຄົນທ້ອງຖິ່ນເຮັດວຽກຮ່ວມກັນໃນການຊົມໃຊ້ ແລະ ປົກປັກຮັກສາປ່າໄມ້.
ບາງວິທີເພື່ອຊົມໃຊ້ ແລະ ປົກປັກຮັກສາປ່າໄມ້ໃນເວລາດຽວກັນປະກອບມີ:

  • ເຮັດໃຫ້ຕົ້ນໄມ້ບໍ່ໃຫ້ຖີ່ກັນເກີນໄປ ເພື່ອໃຫ້ແສງແດດສາມາດສ່ອງໃສ່ຕົ້ນໄມ້, ສະນັ້ນພືດພັນທີ່ເຈົ້າຕ້ອງການຈຶ່ງສາມາດເຕີບໃຫ່ຍຂະຫຍາຍຕົວໄດ້.
  • ການພັດທະນາການປູກຝັງ ໝາຍເຖິງການປູກຕົ້ນໄມ້ໃໝ່ໃສ່ກ້ອງຕົ້ນໄມ້ເກົ່າ ຫຼື ປູກໃສ່ບ່ອນທີ່ຕົ້ນໄມ້ມີການເຕີບໃຫຍ່ຂະຫຍາຍຕົວດ້ວຍຕົວມັນເອງ.
  • ປູກຕົ້ນໄມ້ຄືນໃໝ່ຫຼັງຈາກຕັດຕົ້ນໄມ້ ແມ່ນເພື່ອສ້າງຄວາມໝັ້ນໃຈວ່າມັນຈະມີຕົ້ນໄມໃໝ່ເກີດຂຶ້ນແທນແມ່ນປູກຕົ້ນໃໝ່ໃສ່ແທນ ແລະ ເອົາແກ່ນໄມ້ໃສ່ແທນບ່ອນທີ່ໄດ້ຕັດຕົ້ນໄມ້ອອກ.
  • ຄວບຄຸມການຈູດປ່າ ສາມາດຫຼຸດຜ່ອນຕົ້ນໄມ້ນ້ອຍໆທີ່ເຕີບໃຫຍ່ຢູ່ກ້ອງຕົ້ນໄມ້. ນີ້ມັນ ປ່ອຍທາດບຳລຸງລົງສູ່ດິນ ແລະ ຂ້າແມງໄມ້ທີ່ທຳລາຍຕົ້ນໄມ້. ການຄວບຄຸມການຈູດປ່າຕ້ອງການການວາງແຜນຢ່າງລະມັດລະວັງເພາະໄຟສາມາດເຜົາຜານຢ່າງງ່າຍດາຍ ຖ້າບໍ່ມີການຄວບຄຸມ.
  • ເລືອກທີ່ຈະຕັດຕົ້ນໄມ້ ໝາຍຄວາມວ່າຕັດແຕ່ຕົ້ນໄມ້ບາງຕົ້ນ, ເພາະວ່າເຮົາສາມາດຮັກສາຕົ້ນໄມ້ນ້ອຍ ແລະ ຕົ້ນໄມ້ທີ່ມີສຸຂະພາບດີ ແລະ ຂາຍຕົ້ນໄມ້ທີ່ແກ່ແລ້ວເພາະຕົ້ນໄມ້ສາມາດຮັກສາດິນ ແລະ ໃຫ້ແນວພັນໃນອະນາຄົດ.

  • ທ້ອນໂຮມ ແລະ ຂາຍຜະລິດຕະພັນຈາກປ່າໄມ້ ດີກວ່າທີ່ຈະຂາຍໄມ້ວິທີນີ້ແມ່ນສາມາດຊ່ວຍຮັກສາປ່າໄມ້ໃນຂະນະດຽວກັນກໍ່ສາມາດຫາລາຍໄດ້ນຳພ້ອມ.
  • ຈ່າຍເງິນໃຫ້ເຈົ້າຂອງຟາມບໍ່ໃຫ້ເອົາສັດລ້ຽງໄປລ້ຽງໃນປ່າໄມ້. ຈ່າຍເງິນໃຫ້ຊາວນາບໍ່ໃຫ້ພວກເຂົາຕັດຕົ້ນໄມ້ໃນເຂດດິນຂອງພວກເຂົາ. ສິ່ງເຫຼົ່ານີ້ສາມາດສົ່ງເສີມຄວາມອຸດົມສົມບູນຂອງປ່າໄມ້ ແລະ ປ້ອງກັນຄວາມຂັດແຍ່ງເລື່ອງປ່າໄມ້ອີກດ້ວຍ.
  • ອານຸລັກອານາເຂດຂອງສັດປ່າ (ບໍລິເວນປ່າໄມ້ ຫຼື ເນື້ອທີ່ດິນທີ່ປົກຄຸມດ້ວຍປ່າ) ປ່ອຍໃຫ້ສັດປ່າສາມາດອາໄສຢູ່ ແລະ ເຄື່ອນຍ້າຍຜ່ານບໍລິເວນນັ້ນ.
  • ປູກຕົ້ນໄມ້ໃຫ້ເປັນພື້ນທີ່ສີຂຽວ, ປູກຕົ້ນໄມ້ໃສ່ບໍລິເວນທີ່ຕົ້ນໄມ້ຖືກຕັດ ຫຼື ບ່ອນທີ່ປ່າໄມ້ສູນເສຍໄປແມ່ນວິທີທາງທີ່ປັບປຸງດິນ, ນ້ຳ ແລະ ອາກາດໃນຕົວເມືອງໃຫຍ່ ແລະ ເມືອງຕ່າງໆທີ່ເຕັມໄປດ້ວຍມົນລະພິດ.
  • ສະໜັບສະໜູນການເຕີບໃຫຍ່ຂະຫຍາຍຕົວແບບທຳມະຊາດຂອງປ່າໄມ້ ໂດຍການກຳນົດການໝູນໃຊ້ບໍລິເວນທີ່ມີຕົ້ນໄມ້ຈຳນວນຫຼວງຫຼາຍຖືກຕັດ ແລະ ຊ່ວຍໃຫ້ຟື້ນຟູປ່າ ໄມ້ໄດ້.
  • ໃຊ້ສັດໃນການລາກແກ່ ເປັນຕົ້ນເຫດໃນການທຳລາຍປ່າໄມ້ໜ້ອຍກວ່າໃຊ້ລົດ ຫຼື ເຄື່ອງຈັກໜັກຕ່າງໆ.

  • ການຕັດເອົາກິ່ງ ກ້ານອອກກ່ອນທີ່ຈະລາກອອກຈາກປ່າແມ່ນເຮັດໃຫ້ເປັນອັນຕະລາຍຕໍ່ພືດພັນ ເພາະວ່າກິ່ງກ້ານມີ່ເນົ່າເປື່ອຍເຮັດໃຫ້ດິນດີ.
  • ການທ່ອງທ່ຽວແບບອານຸລັກສິ່ງແວດລ້ອມ ສາມາດຫາລາຍໄດ້ໂດຍການສະແດງໃຫ້ເຫັນທຳມະຊາດທີ່ສວຍງາມ ຫຼື ຄວາມງາມຂອງປ່າໄມ້, ໂດຍປາສາຈາກການຕັດຕົ້ນໄມ້ ຫຼື ການທຳລາຍສິ່ງແວດລ້ອມ.

ສ້າງແຜນການບໍລິຫານປ່າໄມ້
  • ປ່າໄມ້ໄດ້ໃຫ້ຜົນປະໂຫຍດ ແລະ ຊັບພະຍາກອນຫຍັງແດ່ແກ່ພວກເຂົາ? ຕົ້ນໄມ້, ພືດພັນ ແລະ ສັດຕ່າງໆຖືກໃຊ້ຄືແນວໃດ? ມັນໄດ້ຖືກໃຊ້ແຕ່ລະລະດູການຫຼາຍປານໃດ? ມີພື້ນທີ່ໃດບໍ່ທີ່ມີຊັບພະຍາກອນຫຼຸດໜ້ອຍລົງຈົນເກືອບບໍ່ມີ ຫຼື ສູນຫາຍໄປ?
  • ພວກເຈົ້າມີການສົ່ງເສີມປ່າໄມ້ຄືແນວໃດ? ຊຸມຊົນໄດ້ມີການປູກຕົ້ນໄມ້, ປົກປັກຮັກ ສາບາງພື້ນທີ່ ຫຼື ມີວິທີທາງອື່ນໆເພື່ອສ້າງຄວາມໝັ້ນໃຈວ່າຈະເຮັດໃຫ້ປ່າໄມ້ອຸດົມສົມບູນບໍ່?
  • ຄວນຈະປົກປັກຮັກສາບາງພາກສ່ວນຂອງປ່າຈາກການຊົມໃຊ້? ຊຸມຊົນມີຄວາມຮູ້ກ່ຽວກັບການດູແລຮັກສາປ່າໄມ້ທີ່ສາມາດຊ່ວຍໃຫ້ມີການປ່ຽນແປງຕ່າງໆບໍ?
  • ພວກເຮົາຕ້ອງການທັກສະຫຍັງ ເພື່ອປະສົບຜົນສຳເລັດໃນການບໍລິຫານປ່າໄມ້ແບບຢືນຢົງ? ຖ້າວ່າພວກເຮົາບໍ່ມີທັກສະເຫຼົ່ານີ້, ພວກເຮົາຈະຕ້ອງອາໄສອົງການຈັດຕັ້ງອື່ນໆບໍ?
  • ຊຸມຊົນຂອງພວກເຮົາສາມາດຄຸ້ມຄອງໂຄງການປ່າໄມ້ຄືແນວໃດ? ຊຸມຊົນທີ່ມີການຈັດຕັ້ງດີສາມາດສື່ສານໃຫ້ພາຍນອກຮູ້ວ່າ ພວກເຂົາຈະໄດ້ຮັບຜົນປະໂຫຍດຢ່າງໃຫຍ່ຫຼວງກວ່າໂຄງການປ່າໄມ້ແບບຢືນຢົງ.
  • ເຮັດແນວໃດພວກເຂົາຈະເອົາຜົນຜະລິດໄປຂາຍໃນຕະຫຼາດໄດ້? ຈະນຳເອົາຜະລິດຕະພັນໄປຂາຍໃນຕະຫຼາດລະດັບຊາດ ຫຼື ຕະຫຼາດຕ່າງປະເທດແມ່ນແພງກວ່າຂາຍຢູ່ຕະ ຫຼາດທ້ອງຖິ່ນ. ຂາຍຢູ່ທ້ອງຖິ່ນໄດ້ລາຄາຕ່ຳ, ແຕ່ວ່າຄ່າໃຊ້ຈ່າຍໃນການຂາຍກໍ່ໜ້ອຍເຊັ່ນກັນ.
  • ຜະລິດຕະພັນຂອງພວກເຮົາຄວນຈະມີລາຄາເທົ່າໃດ? ຖ້າວ່າເຈົ້າສົງໄສວ່າລາຄາທີ່ເຈົ້າໄດ້ຮັບແມ່ນຍຸຕິທຳແລ້ວ ຫຼື ບໍ່ສຳລັບຜະລິດຕະພັນຈາກປ່າ, ພວກເຈົ້າອາດຕ້ອງການ ຕິດຕໍ່ພົວພັນກັບອົງການການຄ້າ (ເບິ່ງຂໍ້ມູນຢູ່ພາກທີ່ເວົ້າກ່ຽວກັບຊັບພະຍາກອນຕ່າງໆ).
  • ແຜນການໃໝ່ໄດ້ນຳການປ່ຽນແປງຫຍັງແດ່? ແຜນການບໍລິຫານໃຫຍ່ຈະສາມາດຄຸ້ມຄອງຄວາມສາມາດຂອງບາງຄົນໃນການຊົມໃຊ້ປ່າໄມ້ບໍ່? ຊຸມຊົນຈະສາມາດຊ່ວຍພວກເຂົາແນວໃດເປັນການຕອບແທນ.

ຫຸ້ນສ່ວນເພື່ອປົກປັກຮັກສາປ່າ
ການສ້າງຫຸ້ນສ່ວນກັບຫຼາຍກຸ່ມທີ່ໄດ້ຮັບຜົນປະໂຫຍດຈາກປ່າໄມ້ແມ່ນຊ່ວຍສ້າງຄວາມໝັ້ນໃຈວ່າ ປ່າໄມ້ຖືກຊົມໃຊ້ໃນວິທີທາງທີ່ຖືກກັບຄວາມຮຽກຮ້ອງຕ້ອງການຂອງທຸກໆຄົນ. ຫຸ້ນສ່ວນກັບຜູ້ຄົນທ້ອງຖິ່ນອື່ນສາມາດຊ່ວຍປົກປັກຮັກສາສິດທິຂອງພວກເຈົ້າເອງ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ