google-site-verification: google0d91bc93cfc88895.html ການກະສິກຳແບບຍືນຍົງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 19, 2016

ການກະສິກຳແບບຍືນຍົງ



ການກະສິກຳແບບຍືນຍົງ
ຊາວກະສິກອນປູກຝັງແບບຍືນຍົງບໍ່ພຽງແຕ່ປູກພືດທັນຍາຫານຢ່າງດຽວ ພວກເຂົາເຈົ້າປູກພືດຝຸ່ນປັບປຸງດິນໃຫ້ອຸດົມໄປດ້ວຍທາດອາຫານທີ່ພືດຜັກຕ້ອງການໄປພ້ອມ.
● ຮັກສາແນວພັນຂອງແຕ່ລະໆດູໄວ້ປູກໃນລະດູຕໍ່ໄປ. ສຳລັບຂໍ້ມູນກ່ຽວກັບການຮັກສາແນວພັນ
● ຄວບຄຸມສັດຕູພືດ ແລະ ພະຍາດຂອງພືດແບບທຳມະຊາດ. ເພື່ອຮູ້ກ່ຽວກັບການຄວບຄຸມຈັດການສັດຕູພືດ ແລະ ພະຍາດພືດຜັກ ແບບທຳມະຊາດ,
● ປູກພືດທັນຍາຫານຫຼາກຫຼາຍຊະນິດ. ໃຫ້ປູກພືດທັນຍາຫານຫຼາກຫຼາຍຊະນິດປົນກັນໄປ ແລະ ໃຫ້ປ່ຽນບ່ອນປູກຂອງພວກມັນໃນແຕ່ລະລະດູ. ການເຮັດເຊັ່ນນີ້ແມ່ນເປັນການຮັກສາທາດອາຫານໃນດິນໃຫ້ສົມບູນ ແລະ ຊ່ວຍໃຫ້ຄົນເຮົາມີສຸຂະພາບແຂງແຮງຂຶ້ນຕື່ມເພາະວ່າໄດ້ກິນອາຫານທີ່ຫຼາກຫຼາຍ. ນອກນີ້ມັນກໍ່ຍັງເປັນການຄວບຄຸມສັດຕູພືດແລະ ພະຍາດພືດ ໄປໃນຕົວເລີຍ
● ທຳອິດກໍ່ໃຫ້ປູກທົດລອງໜ້ອຍໜຶ່ງກ່ອນ. ກ່ອນການນຳໃຊ້ບັນດາວິທີການປູກຝັງແບບໃໝ່ໆໃນການປູກຝັງຂອງ ຊາວກະສິກອນ ຈະສາມາດປັບປຸງພືດພັນທັນຍາຫານເກືອບທຸກຊະນິດໃຫ້ດີຂຶ້ນໄດ້ແມ່ນຕ້ອງໃຊ້ເວລາຫຼາຍໆຮ້ອຍປີ ຫຼື ອາດເປັນພັນໆປີກໍ່ໄດ້. ແຕ່ນັ້ນກໍ່ບໍ່ໄດ້ໝາຍວ່າ ທຸກວິທີການໃໝ່ໆນັ້ນຈະປະສົບຜົນສຳເລັດ. ສະນັ້ນ ໃຫ້ລອງປູກຝັງຕາມວິທີການໃໝ່ນັ້ນໜ້ອຍໜຶ່ງກ່ອນ. ຖ້າມັນຫາກລົ້ມເຫຼວ, ທ່ານກໍ່ຍັງມີອາຫານຈາກພືດຜັກທີ່
ທ່ານປູກໄວ້ນັ້ນຢູ່.

ປັບປຸງດິນປູກຝັງໃຫ້ສົມບູນ
ບັນດາຊາວກະສິກອນຕ່າງກໍ່ຮູ້ດີວ່າ ດິນທີ່ອຸດົມສົມບູນດີນັ້ນ ແມ່ນເປັນສິ່ງທີ່ຈຳເປັນແກ່ການປູກພືດທັນຍາຫານ ຕ່າງໆ. ສະນັ້ນ ຊາວກະສິກອນຫຼາຍໆຄົນຈິ່ງໄດ້ທຳການປັບປຸງດິນໂດຍໃຊ້ຝຸ່ນທຳມະຊາດ ເຊັ່ນ: ຝຸ່ນຂີ້ສັດ,ຝຸ່ນຂຽວ ແລະຝຸ່ນບົ່ມ. ຝຸ່ນທຳມະຊາດນີ້ ແມ່ນມີຜົນດີຕໍ່ດິນ, ນ້ຳ, ອາກາດ ແລະສຸຂະພາບຂອງຜູ້ຄົນຫຼາຍກວ່າຝຸ່ນເຄມີ. ນັ້ນກໍ່ເພາະວ່າຝຸ່ນທຳມະຊາດໄດ້ສະໜອງທາດບຳລຸງລ້ຽງທັງໝົດທີ່ພືດຜັກ ແລະ ຕົ້ນໄມ້ຕ້ອງ ການໂດຍເສຍຄ່າໃຊ້ຈ່າຍພຽງແຕ່ໜ້ອຍດຽວ ຫຼື ບໍ່ກໍ່ບໍ່ໄດ້ເສຍເລີຍ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ