google-site-verification: google0d91bc93cfc88895.html ການປູກພືດ Planting - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 02, 2016

ການປູກພືດ Planting

ການກະກຽມດິນປູກ

ກ່ອນທີ່ທ່ານຈະປູກພືດຜັກໃດໜຶ່ງ, ທ່ານຕ້ອງຕັດສິນໃຈກ່ອນວ່າທ່ານຈະເຮັດສວນຄົວຂອງທ່ານຢູ່ໃສ. ພື້ນທີ່ທັງໝົດທີ່ຈະເຮັດສວນຄົວ ຕ້ອງໄດ້ຮັບແສງແດດຢ່າງພຽງພໍ ຫຼື ຢ່າງໜ້ອຍ 80 ຫາ 100% ຂອງພື້ນທີ່. ດິນໃນພື້ນທີ່ຕ້ອງເປັນດິນທີ່ບໍ່ປຽກຫຼາຍ ແລະ ສາມາດລະບາຍນໍ້າໄດ້ດີ. ດິນທີ່ໃຊ້ປູກດີຊໍ່າໃດຈະເຮັດໃຫ້ຜົນລະປູກແຂງແຮງດີຊໍ່ານັ້ນ!

ວິທີກະກຽມໜ້າດິນ:


  • ອະນາໄມພື້ນທີ່ ແລະ ໃຊ້ເຄື່ອງມືເສຍຫຍ້າ ແລະ ວັດສະພືດອອກ.
  • ວັດແທກພື້ນທີ່ສວນຄົວ.
  • ໃຊ້ໄມ້ ແລະ ເຊືອກເພື່ອວາງຂອບເຂດລວງຍາວ, ລວງກ້ວາງຂອງໜານ ແລະ ທາງຍ່າງລະຫວ່າງໜາຕາມ
  • ການອອກແບບ ແລະ ຈັດວາງພື້ນທີ່ຂອງສວນຄົວ

ວິທີຂຸດໜານ:

  • ໃຊ້ຈົກ ແລະ ຊ້ວານຂຸດດິນ ໃນຄວາມເລິກປະມານ 30 ຫາ 40 ຊັງຕີແມັດ ແລະ ປີ້ນຂຶ້ນນີ້ເຮັດໃຫ້ໜ້າດິນຖືກ
  • ພວນສູງຂຶ້ນ, ເພີ່ມອາກາດ ແລະ ເຮັດໃຫ້ໂຄງສ້າງຂອງດິນຜ່ອຍລົງ, ເພື່ອໃຫ້ຮາກຂອງພືດຜັກທີ່ຍັງອ່ອນສາມາດເຕີບໃຫຍ່ໄດ້ສະດວກ.
  • ໃນກໍລະນີທີ່ ທ່ານມີຝຸ່ນບົ່ມຢູ່ໃນຄອກຝຸ່ນແລ້ວ, ທ່ານສາມາດຂຸດດິນໜານເລິກ 40 ຊັງຕີແມັດ, ເອົາດິນທີ່ຂຸດຂຶ້ນ
  • ນັ້ນວາງໄວ້ທາງຂ້າງຂອງໜານ ແລະ ວາງຝຸ່ນບົ່ມລົງໃນພື້ນຂອງໜານເຮັດເປັນຊັ້ນສູງ 30 ຊັງຕີແມັດ ແລະ ເອົາດິນທີ່ຂຸດຂຶ້ນນັ້ນວາງທັບທາງເທິງຂອງຝຸ່ນບົ່ມ. ສະນັ້ນຈຶ່ງເວົ້າໄດ້ວ່າ ໃນຂັ້ນຕອນນີ້ບໍ່ຈໍາເປັນຕ້ອງໃຫ້ຝຸ່ນບົ່ມສຸກລະອຽດກໍ່ໄດ້.
  • ສັບໜ້າດິນໃຫ້ມຸ່ນລະອຽດຕື່ມ ແລະ ເອົາຮາກຫຍ້າ ຫຼື ພືດຜັກເກົ່າອອກໃຫ້ໝົດ. ຂັ້ນຕອນນີ້ຈະຊ່ວຍໃຫ້
  • ອາກາດເຂົ້າໄປໃນດິນໄດ້ຫຼາຍຂຶ້ນຕື່ມ ແລະ ເຮັດໃຫ້ໜານລະບາຍນໍ້າໄດ້ດີຂຶ້ນ.
  • ດ້ວຍວິທີການທີ່ກ່າວມານັ້ນ, ທ່ານຈະໄດ້ໜານແບບພວນສູງ ທີ່ພຽບພ້ອມດ້ວຍສານອາຫານສໍາລັບພືດ ແລະມີການລະບາຍນໍ້າທີ່ດີ.
  • ໂຮຍປູນຂາວຈໍານວນ 250 ກຣາມ ໃສ່ໃນໜານທີ່ທ່ານກຽມໄວ້ແລ້ວ (ໃນອັດຕາສ່ວນ: ປູນຂາວ 200 ກຣາມຕໍ່ໜຶ່ງຕາແມັດ) ເພື່ອເປັນການລົດລະດັບຄວາມເຂັ້ມຂອງທາດອາຊິດຢູ່ໃນດິນ. ຂະບວນການນີ້ຕ້ອງໃຊ້ເວລາເພື່ອການເກີດປະຕິກິລິຍາ, ສະນັ້ນຕ້ອງລໍຖ້າປະມານ 5 ຫາ 7 ວັນ ກ່ອນທີ່ຈະປູກພືດໃສ່ໜານ.

ການເຮັດຮົ້ວສວນ

          ຖ້າວ່າສວນຫາກຢູ່ໃນບໍລິເວນໂຮງຮຽນ ແລະ ຢູ່ໃນບໍລິເວນເດີ່ນທີ່ມີຮົ້ວອ້ອມແລ້ວ, ທ່ານກໍ່ສາມາດໃຊ້ຮົ້ວໄມ້ໄຜ່ນ້ອຍລ້ອມເພື່ອກັ້ນບໍລິເວນໜານກໍ່ໄດ້. ແຕ່ຖ້າວ່າສວນຫາກຢູ່ໃນພື້ນທີ່ອື່ນ, ອາດຈະຕ້ອງການຮົ້ວໄມ້ໄຜ່ຂະໜາດໃຫຍ່ເພື່ອປ້ອງກັນບໍ່ໃຫ້ສັດເຂົ້າສວນ. ຮົ້ວ, ປະຕູ ແລະ ຄອກຝຸ່ນບົ່ມ ທັງໝົດສາມາດເຮັດດ້ວຍໄມ້ໄຜ່ ຫຼື ໄມ້ທົ່ວໄປ.

ການປູກພືດ Planting ການກະກຽມດິນປູກ ກ່ອນທີ່ທ່ານຈະປູກພືດຜັກໃດໜຶ່ງ, ທ່ານຕ້ອງຕັດສິນໃຈກ່ອນວ່າທ່ານຈະເຮັດສວນຄົວຂອງທ່ານຢູ່ໃສ. ພື້ນທີ່ທັງໝົດທີ່ຈະເຮັດສວນຄົວ ຕ້ອງ

ການຫວ່ານແກ່ນ (ກ້າເບ້ຍ)

ການຫວ່ານແກ່ນມີສອງແບບຄື: ແບບປ້ອງກັນ (ກ້າແກ່ນ) ແລະ ແບບທາງກົງ (ຫວ່ານເມັດ).

ວິທີກ້າແກ່ນ ຫຼື ກ້າເບ້ຍກ່ອນ:

        ເປັນວິທີທີ່ດີທີ່ສຸດ ທີ່ຈະເລີ່ມຕົ້ນການກ້າແກ່ນໃສ່ໂຖ, ຖາດ ຫຼື ໜານກ້າເບ້ຍ ກ່ອນທີ່ຈະນໍາເອົາເບ້ຍໄປປູກໃສ່ໜານປູກ.ແກ່ນນ້ອຍໆເຊັ່ນ ແກ່ນຈາກຮາກພືດສະໝຸນໄພສາມາດຫວ່ານໃນດິນປູກປະສົມຝຸ່ນບົ່ມ ເພາະແກ່ນນ້ອຍສາມາດແຕກໜໍ່ ຫຼື ງອກໄດ້ຢ່າງງ່າຍດາຍ. ແຕ່ເແກ່ນທີ່ໃຫຍ່ກວ່າເຊັ່ນ ແກ່ນດອກຕາເວັນ ແລະ ແກ່ນໝາກຫຸ່ງຕ້ອງໄດ້ວາງເປັນແຖວແລະ ຈົ່ງໄລຍະຫ່າງລະຫວ່າງແຖວ ຫຼື ປູກໃນໂຖແຍກກັນ.
  • ຖາດກ້າແກ່ນ: ເອົາເຈ້ຍປູທີ່ພື້ນຂອງຖາດ. ປະສົມດິນ 2 ສ່ວນ, ຊາຍ 1 ສ່ວນ ແລະ ແກບ 1 ສ່ວນ ລົງໃນຖາດໃຊ້ເຈ້ຍກະດາດແຂງກົດເບົາໆເພື່ອເຮັດໃຫ້ໜ້າດິນພຽງ. ຈົ່ງຂອບເທິງຂອງຖາດໄວ້ປະມານ 2 ຊັງຕີແມັດ ເພື່ອວ່າເວລາຫົດນໍ້າດິນຈະບໍ່ຟົ້ງອອກ. ຫົດນໍ້າຄ່ອຍໆ. ຫວ່ານແກ່ນລົງໃນຖາດ ແລະ ຄ່ອຍໆກົດແກ່ນລົງເພື່ອໃຫ້ແກ່ນແນບຕິດກັບດິນດີ. ຫຼັງຈາກນັ້ນປົກແກ່ນໄວ້ດ້ວຍດິນມຸ່ນລະອຽດ ຫຼື ແກບ ຫຼື ຝຸ່ນບົ່ມ ຫຼື ດິນຊາຍ ດ້ວຍຄວາມໜາປະມານ 3 ມີລີແມັດ(ບໍ່ໃຫ້ໜາກວ່ານັ້ນ). ເອົາຖາດທີ່ຫວ່ານແກ່ນໃສ່ແລ້ວໄປໄວ້ໃນບ່ອນທີ່ປອດໄພ. ໃນມື້ຕໍ່ໄປພະຍາຍາມຮັກສາໃຫ້ດິນມີຄວາມຊຸ່ມ (ແຕ່ບໍ່ໃຫ້ປຽກ!). ກວດກາເບິ່ງດິນທຸກໆ 1 ຫາ 2 ວັນ ຖ້າຈໍາເປັນກໍ່ໃຫ້ຄ່ອຍໆຫົດນໍ້າໃສ່ໃນຕອນເຊົ້າ.
  • ໜານກ້າເບ້ຍ: ໜານກ້າເບ້ຍແມ່ນບໍລິເວນພື້ນທີ່ດິນຂະໜາດນ້ອຍທີ່ຖືກກະກຽມເປັນຢ່າງດີດ້ວຍໜ້າດິນທີ່ພຽງດີ ແລະ ບໍ່ມີກ້ອນດິນໃຫຍ່ປະປົນ. ແກ່ນພືດຈະຖືກຫວ່ານຄ່ອຍໆຕາມໜ້າໜານ ແລະ ກໍ່ຈະຖືກປະໃຫ້ແຕກໜໍ່.ຫຼັງຈາກນັ້ນປະມານ 30 ວັນ ເມື່ອເບ້ຍອອກໃບປະມານ 3 ຫາ 4 ໃບແລ້ວ, ເບ້ຍ ກໍ່ສາມາດນໍາໄປປູກໃສ່ໜານທີ່ກະກຽມໄວ້ຢູ່ສວນໄດ້.
ການປູກພືດ Planting ການກະກຽມດິນປູກ ກ່ອນທີ່ທ່ານຈະປູກພືດຜັກໃດໜຶ່ງ, ທ່ານຕ້ອງຕັດສິນໃຈກ່ອນວ່າທ່ານຈະເຮັດສວນຄົວຂອງທ່ານຢູ່ໃສ. ພື້ນທີ່ທັງໝົດທີ່ຈະເຮັດສວນຄົວ ຕ້ອງ

ວິທີປູກເບ້ຍ:

  • ເມື່ອເບ້ຍ ມີອາຍຸປະມານ 25 ຫາ 30 ວັນ ຫຼື ເວລາທີ່ເບ້ຍອອກໃບປະມານ 2 ຫາ 3 ໃບ, ກໍ່ສາມາດນໍາໄປປູກໃສ່ໜານໄດ້.
  • ຄວນຫົດນໍ້າເບ້ຍ ແລະ ປະໄວ້ປະມານ 5 ນາທີ ກ່ອນນໍາໄປປູກ. ວິທີນີ້ຈະຊ່ວຍປ້ອງກັນບໍ່ໃຫ້ຮາກຂອງເບ້ຍຂາດໃນເວລາທີ່ທ່ານດຶງ ຫຼື ຫຼົກເບ້ຍອອກຈາກຖາດ ຫຼື ໜານກ້າເບ້ຍ.
  • ເຮັດຂຸມນ້ອຍໆ ເພື່ອປູກ ຫຼື ຝັງຕົ້ນເບ້ຍ. ຄວນປູກເບ້ຍໄມ້ດ້ວຍຄວາມລະມັດລະວັງກົດດິນຖົມຂຸມດ້ວຍນິ້ວມືຂອງທ່ານ ກົດຈາກຂ້າງເຂົ້າໄປຫາຮາກ ຫຼື ຕົ້ນຂອງເບ້ຍເພື່ອໃຫ້ເບ້ຍຕິດກັບດິນດີ.
  • ສໍາລັບຂໍ້ມູນຂອງແກ່ນ ຫຼື ເບ້ຍແຕ່ລະຊະນິດ, ໃຫ້ເບິ່ງຂໍ້ມູນເພີ່ມເຕີມຢູ່ຫົວຂໍ້ກ່ຽວກັບແກ່ນພືດ. ເຊິ່ງຈະລວມມີການອະທິບາຍລະອຽດກ່ຽວກັບໄລຍະຫ່າງຂອງການປູກເບ້ຍ.
ການປູກພືດ Planting ການກະກຽມດິນປູກ ກ່ອນທີ່ທ່ານຈະປູກພືດຜັກໃດໜຶ່ງ, ທ່ານຕ້ອງຕັດສິນໃຈກ່ອນວ່າທ່ານຈະເຮັດສວນຄົວຂອງທ່ານຢູ່ໃສ. ພື້ນທີ່ທັງໝົດທີ່ຈະເຮັດສວນຄົວ ຕ້ອງ

ວິທີການຫວ່ານແກ່ນ (ການນໍາແກ່ນໄປຫວ່ານ ຫຼື ປູກໃສ່ໜານເລີຍ):

ແກ່ນຂອງພືດທີ່ເປັນຢາສາມາດຫວ່ານໃສ່ໜານໃນສວນໂດຍກົງໄດ້ເລີຍ. ປະເພດຫົວຫອມ ຫຼື ຫົວມັນກໍ່ສາມາດນໍາໄປປູກໃສ່ໜານໃນສວນເລີຍໂດຍບໍ່ຕ້ອງກ້າເພື່ອເອົາເບ້ຍໄປປູກໃໝ່.

ວິທີຫວ່ານແກ່ນໂດຍກົງ:

  • ວິທີການຫວ່ານແກ່ນໂດຍກົງກໍ່ຄືກັບວິທີການຫວ່ານແກ່ນໃນຖາດກ້າແກ່ນ. ມີສິ່ງດຽວທີ່ແຕກຕ່າງກໍ່ຄື ເວລາແກ່ນແຕກໜໍ່ ແລະ ເຕີບໂຕໄດ້ຮອດ 3 ຫາ 4 ອາທິດແລ້ວ, ເບ້ຍ ຫຼື ຕົ້ນເຫຼົ່ານີ້ບໍ່ຈໍາເປັນຕ້ອງນໍາເອົາໄປປູກຢູ່ໜານອື່ນ. ແຕ່ຖ້າຕົ້ນພືດຫາກຄັບກັນໂພດ ກໍ່ຄວນຄັດອອກເພື່ອໃຫ້ ບາງລົງ.
  • ກ່ອນທີ່ຈະຫວ່ານແກ່ນ ຄວນຈະແປງໜ້າໜານໃຫ້ພຽງດີ ແລະ ຫົດນໍ້າໜານກ່ອນ.
  • ຫວ່ານກະຈາຍແກ່ນໃຫ້ທົ່ວໜານ ແລະ ຄ່ອຍໆກົດແກ່ນລົງດ້ວຍເຈ້ຍກະດາດ ເພື່ອໃຫ້ແກ່ນຕິດກັບດິນ.
  • ຄ່ອຍໆຫົດນໍ້າອີກເທື່ອໜຶ່ງ. ລະວັງ ບໍ່ໃຫ້ນໍ້າຍູ້ແກ່ນໄປໂຮມກັນຢູ່ຈຸດດຽວ.

ວິທີປູກພືດເປັນຫົວ:

  • ຫົດນໍ້າໜານກ່ອນປູກ.
  • ສໍາລັບຫົວຜັກບົ່ວ ແລະ ຫົວຜັກທຽມ, ຄວນຕັດປາຍແຫຼມຂອງຫົວອອກແລ້ວແສ່ນໍ້າໄວ້ປະມານ12 ຫາ 24ຊົ່ວໂມງ.
  • ເວລາປູກ, ຝັງເຄິ່ງໜຶ່ງຂອງຫົວລົງໃນດິນ ແລະ ຈົ່ງເຄິ່ງໜຶ່ງໄວ້ພົ້ນໜ້າດິນ (ເອົາເບື້ອງທີ່ຕັດປາຍຂຶ້ນເທິງ).
  • ເບິ່ງຫົວຂໍ້ກ່ຽວກັບພືດສຳລັບຂໍ້ມູນເພີ່ມເຕີມ.

ວິທີປູກພືດເປັນຫົວ (ຕົວຢ່າງ: ມັນດ້າງ):

  • ຫົດນໍ້າໜານກ່ອນປູກ.
  • ປູກລົງເລິກປະມານ 5 ຊັງຕີແມັດ.
ເຄັດລັບ:
ດີທີ່ສຸດແມ່ນໃຫ້ປູກພືດຜັກໃນຕອນແລງເວລາທີ່ອາກາດເຢັນດີ ແລະ ເປັນການປ້ອງກັນບໍ່ໃຫ້ພືດອ່ອນຖືກແສງແດດກ້າ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ