google-site-verification: google0d91bc93cfc88895.html ການປູກຝັງເພື່ອສຸຂະພາບ ແລະ ຊີວິດທີ່ດີກວ່າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 19, 2016

ການປູກຝັງເພື່ອສຸຂະພາບ ແລະ ຊີວິດທີ່ດີກວ່າ



ການປູກຝັງເພື່ອສຸຂະພາບ ແລະ ຊີວິດທີ່ດີກວ່າ
ວິທີການກະສິກຳແບບຍືນຍົງແບບຕ່າງໆບໍ່ພຽງແຕ່ຕອບສະໜອງອາຫານການກິນເທົ່ານັ້ນ,ພວກມັນຍັງເຮັດໃຫ້ດິນອຸດົມສົມບູນຂຶ້ນ, ຊ່ວຍປົກປັກຮັກສາແຫຼ່ງນ້ຳ, ຮັກສາແນວພັນທີ່ມີຄ່າໄວ້, ຮັກສາລະບົບນິເວດ ແລະ ພວກມັນຍັງເຮັດໃຫ້ພວກເຮົາໝັ້ນໃຈວ່າໃນອະນາຄົດລູກຫຼານຂອງພວກເຮົາຈະມີຜືນດິນທີ່ອຸດົມສົມບູນໄວ້ທຳມາຫາກິນໄດ້. ການນຳໃຊ້ວິທີການປູກຝັງແບບຍືນຍົງເພື່ອປູກພືດທັນຍາຫານແມ່ນຈະຊ່ວຍໃຫ້ຊາວນາ ແລະ ຊາວສວນ
ສາ ມາດທຳການຜະລິດໄດ້ຫຼາຍໃນເນື້ອທີ່ທີ່ຈຳກັດ, ໂດຍບໍ່ໄດ້ໃຊ້ຝຸ່ນເຄມີ ແລະ ຢາຂ້າແມງໄມ້, ຫຼື ຖ້າໄດ້ໃຊ້ກໍ່ໃຊ້ໃນປະລິມານໜ້ອຍ. ສິ່ງເຫຼົ່ານີ້ຈະເຮັດໃຫ້ຜະລິດອາຫານໄດ້ຫຼາຍແລະ ດີ ຕໍ່ການບໍລິໂພກ ແລະ ຂາຍ, ມີຕົ້ນທຶນໃນການຜະລິດຕ່ຳ, ມີມົນລະພິດໜ້ອຍຕໍ່ດິນ,ນ້ຳ, ອາກາດ ແລະ ຮ່າງກາຍຂອງພວກເຮົາ. ການປູກຝັງແບບຍືນຍົງເຮັດໃຫ້ສຸຂະພາບຂອງທຸກຄົນດີຂຶ້ນຍ້ອນວ່າ:

● ມັນຊ່ວຍລົດໄພແຫ້ງແລ້ງດ້ວຍການຮັກສານ້ຳໄວ້.
● ມັນຫຼຸດການເພິ່ງພາອາໄສສານເຄມີ, ຊ່ວຍໃຫ້ປະຢັດເງິນ ແລະ ຊ່ວຍໃຫ້ສາມາດ ກຸ້ມຕົນເອງໄດ້. ການເຮັດການ ກະສິກຳໂດຍບໍ່ໃຊ້ສານເຄມີຊ່ວຍປ້ອງກັນບັນຫາສຸຂະພາບຂອງຊາວນາຊາວສວນ, ກຳມະກອນຕາມຟາມ ແລະ ທຸກຄົນທີ່ກິນຜົນລະປູກ ຫຼື ດື່ມກິນ ນ້ຳໃນທ້ອງຖິ່ນນັ້ນ.
● ການກະເສດແບບຍືນຍົງຊ່ວຍຫຼຸດໜ້າວຽກໃນການເຮັດການຜະລິດລົງ ເຊັ່ນ: ໃຊ້ວິ ທີປູກພືດຂຽວເປັນຝຸ່ນ ເປັນຕົ້ນ. ສິ່ງນີ້ແມ່ນມີຄວາມສຳຄັນຫຼາຍໃນເມື່ອປະຊາຊົນຕ້ອງໄດ້ຍ້າຍຖິ່ນຖານ, ຕິດເຊື້ອເອສໄອວີ ຫຼື ເປັນໂລກເອດ ແລະ ມີບັນຫາອື່ນໆ ທີ່ເປັນອຸປະສັກຕໍ່ການດຳເນີນວຽກປັບປຸງດິນດອນຂອງຕົນເອງ. ການເຮັດການກະເສດແບບຍືນຍົງເຮັດໃຫ້ດິນສາມາດຜະລິດຜົນໄດ້ຫຼາຍຂຶ້ນ, ດັ່ງນັ້ນມັນຊ່ວຍໃຫ້ຜູ້ຄົນບໍ່ຈຳເປັນຕ້ອງໄດ້ອອກຈາກບ້ານເພື່ອໄປຊອກວຽກເຮັດຢູ່ໃນເມືອງໃຫຍ່.ການປັບປຸງດິນ, ການຮັກສາແຫຼ່ງນ້ຳ ແລະ ແນວປູກໄວ້ນັ້ນຊ່ວຍເຮັດໃຫ້ຟາມ ແລະ ກະເສດຊຸມຊົນຄົງຕົວຢູ່ໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ