google-site-verification: google0d91bc93cfc88895.html ໝາກອຶ Cucurbita maxima - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, February 10, 2016

ໝາກອຶ Cucurbita maxima

ໝາກອຶ
Cucurbita maxima



ຄຸນຄ່າທາງໂພຊະນາການ
ໝາກອຶ ອຸດົມໄປດ້ວຍວິຕາມິນເອ ແລະ ພະລັງງານ. ສ່ວນຍອດຂອງໃບໝາກອຶ ປະກອບດ້ວຍຄຸນຄ່າຂອງໂປຣຕີນ, ທາດເຫຼັກ, ວິຕາມິນເອ ແລະ ຊີ. ແກ່ນໝາກອຶກໍເຕັມໄປດ້ວຍໄຂມັນທີ່ເປັນປະໂຫຍດ ແລະ ໂປຣຕີນ ເຊັ່ນກັນ. ໝາກອຶອ່ອນສາມາດຍ່ອຍໄດ້ງ່າຍ ເຊິ່ງດີຕໍ່ເດັກອ່ອນ, ເດັກນ້ອຍ ແລະ ຄົນປ່ວຍ.

ວິທີການກິນ ໝາກອຶ
ເອົາໝາກອຶສົດ ມາແຕ່ງອາຫານຄືກັບພືດຜັກທົ່ວໄປ ເຊັ່ນ ອົບ, ໜຶ້ງ ຫຼື ຕົ້ມ. ສາມາດເອົາມາເຮັດແກງ, ຂົ້ວ, ໃສ່ແກງກະລີ່ ຫຼື ຕຸ໋ນກໍໄດ້ ດອກໝາກອຶສາມາດນຳມາຂົ້ວໄດ້. ຍອດຂອງໝາກອຶ ສາມາດເອົາມາໜຶ້ງ ຫຼັງຈາກທີ່ລອກເປືອກອອກຈາກກ້ານ. ແກ່ນໝາກອຶສາມາດເອົາໄປຕາກແຫ້ງ ຫຼື ອົບ.

ຂໍ້ແນະນໍາ ສຳລັບການຂະຫຍາຍພັນ
ການປູກໝາກອຶ ຕ້ອງປູກໃຫ້ຫ່າງກັນ 1 - 2 ແມັດ. ໝາກອຶ ສາມາດຂະຫຍາຍພັນດ້ວຍການຫວ່ານແກ່ນ ແບບທາງກົງ, ສະນັ້ນ ບໍ່ຈໍາເປັນຕ້ອງເອົາເບ້ຍໄປບົງໃໝ່. ປູກແກ່ນໝາກອຶ 2 - 3 ແກ່ນນໍາກັນ, ຫຼັງຈາກມັນໃຫຍ່ໄດ້ 2 - 3 ອາທິດແລ້ວ ກໍ່ຄັດອອກ ໂດຍຈົ່ງໄວ້ 1 - 2 ຕົ້ນໃນແຕ່ລະຂຸມ.

ວິທີເບິ່ງແຍງຮັກສາ
ແນວພັນໝາກອຶເຂດຮ້ອນຂອງອາຊີ ສາມາດປູກໃຫ້ຂື້ນຕາມຮົ້ວ, ຕາໜ່າງ ຫຼື ຫຼັງຄາ. ຮົ້ວໝາກອຶ ສາມາດເຮັດຢູ່ໃກ້ກັບຄອກຝຸ່ນບົ່ມ ແລະ ເຮັດຫຼັງ ຄາສູງປະມານ 1 - 1.5 ແມັດ ເທິງຄອກຝຸ່ນບົ່ມ ເພື່ອໃຫ້ເປັນຮົ່ມ. ໝາກສ່ວນຫຼາຍມັກເລືອໄປຕາມໜ້າດິນ ເມື່ອເຄືອຂອງມັນອອກດອກ ຫຼາຍແລ້ວ ຍອດຂອງມັນກໍ່ສາມາດຖືກເກັບໄດ້ ເພື່ອຊ່ວຍໃຫ້ໝາກສຸກໄວຂຶ້ນ. ຄວນຫົດນໍ້າຕົ້ນໝາກອຶ ຢ່າງເປັນປົກກະຕິ. ຕົ້ນໝາກອຶເປັນພືດທີ່ຕ້ອງການສານອາຫານໃນປະລິມານຫຼາຍເພື່ອການເຕີບໃຫຍ່, ສະນັ້ນ ຄວນເອົາຝຸ່ນ ຫຼື ມູນສັດໃສ່ ຮາກມັນທຸກໆເດືອນ.

ບັນຫາທີ່ອາດຈະເກີດຂຶ້ນ 
ຫອຍທາກ, ແມງລີ້ນໝາ, ເພ້ຍ ແລະ ດ້ວງຈໍານວນໜຶ່ງ ມັກທໍາລາຍເບ້ຍອ່ອນຂອງຕົ້ນໝາກອຶ ສ່ວນຕົ້ນທີ່ແກ່ແລ້ວ ບໍ່ຄ່ອຍມັກຖືກທໍາລາຍຈາກສັດຕູພືດເຫຼົ່ານີ້. ໃບໝາກອຶມັກຈະຖືກທໍາລາຍຈາກພະຍາດເຊື້ອລານໍ້າໝອກ ໂດຍສະເພາະໃນເວລາທີ່ມີຝົນຕົກຫຼາຍ, ຮົ່ມ ຫຼື ອາກາດເຢັນ. ຄວນເກັບດອກທີ່ຫຼົ່ນອອກ ເພື່ອປ້ອງກັນບໍ່ໃຫ້ໝາກເນົ່າ.

ການເກັບກ່ຽວ
ໝາກອຶອ່ອນສາມາດເກັບໄດ້ ເວລາທີ່ມັນມີຂະໜາດກວ້າງປະມານ 10 ຊັງຕີແມັດ. ຕັດ ຫຼື ຫັກກ້ານຂອງມັນອອກຈາກເຄືອ. ໝາກອຶອ່ອນສາມາດ ເກັບໄດ້ທຸກໆ 3 ວັນ. ໝາກອຶອ່ອນຈະແຫ້ງ ແລະ ເນົ່າໄວ, ສະນັ້ນ ຄວນກິນພາຍໃນສອງສາມວັນທີ່ເກັບມາ. ສ່ວນໝາກອຶແກ່ ສາມາດເກັບກ່ຽວໄດ້ ເມື່ອເວລາທີ່ເຄືອຂອງມັນຕາຍ ແລະ ໝາກອຶແກ່ ສາມາດເກັບຮັກສາໄວ້ໄດ້ເຖິງ 4 ເດືອນໃນບ່ອນທີ່ຮົ່ມ ແລະ ເຢັນ.

ໄລຍະເວລາ ແລະ ການອອກຜົນຜະລິດ
ພາຍຫຼັງປູກສໍາເລັດແລ້ວ, ການເກັບກ່ຽວຊຸດທໍາອິດສາມາດເຮັດໄດ້ພາຍໃນ 2 - 4 ເດືອນ. ໝາກອຶສາມາດປູກໄດ້ທຸກໆຊ່ວງເວລາຂອງປີ ແຕ່ຄວນຫຼີກເວັ້ນລະດູທີ່ມີຝົນຕົກໜັກ. ໝາກອຶອ່ອນຈະໃຫ້ຜົນຜະລິດປະມານ 200 ກຣາມ ໃນທຸກໆ 3 ວັນ. ສ່ວນໝາກອຶແກ່ ຈະໃຫ້ຜົນຜະລິດສໍາລັບການເກັບກ່ຽວແຕ່ລະຄັ້ງ ປະມານ 8 ກິໂລຣາມ ຕໍ່ຕົ້ນ.

ການນໍາໃຊ້ ທາງດ້ານອື່ນໆ
ການກິນແກ່ນໝາກອຶ ໃນປະລິມານຫຼາຍ ຈະຊ່ວຍຂັບທ່າຍແມ່ທ້ອງໃນລໍາໄສ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ