google-site-verification: google0d91bc93cfc88895.html ໝາກເຂືອ Solanum spp. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 11, 2016

ໝາກເຂືອ Solanum spp.

ໝາກເຂືອ
Solanum spp.




ຄຸນຄ່າທາງໂພຊະນາການ
ໝາກເຂືອເປັນພືດທີ່ມີໄຍອາຫານສູງ ແລະ ໃຫ້ພະລັງງານຕໍ່າ. ເປືອກຂອງໝາກເຂືອ ມີຄຸນນະສົມບັດໃນການຕ້ານອະນຸມູນອິດສະຫຼະ, ບາງສາຍ ພັນຍັງສາມາດຊ່ວຍໃນການຄວບຄຸມນໍ້າຕານໃນເລືອດ ແລະ ຄວບຄຸມຄວາມດັນເລືອດນໍາອີກ.

ວິທີການກິນໝາກເຂືອ
ໝາກເຂືອຈະຖືກເອົາໄປປຸງແຕ່ງອາຫານປະເພດແກງກະລີ່, ແຈ່ວ ແລະ ເອາະຫຼາມ, ໝາກເຂືອຍັງນິຍົມກິນດິບກັບອາຫານພື້ນບ້ານຂອງລາວເຊັ່ນ: ລາບ ແລະ ຕໍາໝາກຫຸ່ງ.

ຄໍາແນະນໍາ ສໍາລັບການຂະຫຍາຍພັນ
ວິທີທີ່ດີທີ່ສຸດ ແມ່ນກ້າແກ່ນໃສ່ຖາດ ຫຼື ໂຖກ້າແກ່ນ. ຝັງແກ່ນລົງເລິກປະມານ 5 -10 ມີລີແມັດ. ໝາກເຂືອຈະອອກຈາວ ພາຍຫຼັງກ້າແກ່ນປະມານ12 ອາທິດ. ຕົ້ນໝາກເຂືອຕ້ອງການອຸນຫະພູມສູງ ແລະ ແສງແດດກ້າເພື່ອເຕີບໃຫຍ່ຢ່າງເຕັມທີ່. ຄວນເອົາເບ້ຍໄປປູກພາຍຫຼັງທີ່ມີອາຍຸໄດ້ 6 - 8 ອາທິດ. ຄວນປູກຕົ້ນໝາກເຂືອຫ່າງກັນປະມານ 40 - 50 ຊັງຕີແມັດ. ໃນໄລຍະກ້າ ແລະ ບົງເບ້ຍ, ບໍ່ຄວນຫົດນໍ້າຫຼາຍໂພດ. ບໍ່ມີສິ່ງອື່ນໃດທີ່ຈະສາມາດທໍາລາຍຕົ້ນໝາກເຂືອທີ່ຍັງອ່ອນໄດ້ ນອກຈາກການຫົດນໍ້າທີ່ຫຼາຍເກີນໄປ.

ວິທີເບິ່ງແຍງຮັກສາ
ໝາກເຂືອບໍ່ຕ້ອງການ ການເບິ່ງແຍງຫຼາຍ. ໃຫ້ຫົດນໍ້າເປັນບາງຊ່ວງເວລາ, ແລ້ວປະໃຫ້ດິນແຫ້ງປະມານສອງສາມວັນກ່ອນຈຶ່ງຫົດນໍ້າອີກກໍໄດ້. ແຕ່ໝາກເຂືອເປັນພືດທີ່ຫິວອາຫານຫຼາຍ, ສະນັ້ນຄວນຈະໃຫ້ຝຸ່ນຢ່າງພຽງພໍ ແລະ ໃຊ້ນໍ້າສະກັດຊີວະພາບຫົດປົນກັບນໍ້າທໍາມະດາສອງຄັ້ງຕໍ່ເທື່ອ.

ບັນຫາທີ່ອາດຈະເກີດຂຶ້ນ
ຖ້າຫົດນໍ້າໝາກເຂືອຫຼາຍໂພດ ອາດຈະເຮັດໃຫ້ຮາກຂອງມັນຕິດເຊື້ອລາໄດ້ງ່າຍ.

ການເກັບກ່ຽວ
ໝາກເຂືອສາມາດຖືກເກັບກ່ຽວໄດ້ ພາຍຫຼັງທີ່ປູກລົງໜານໄດ້ 3 ເດືອນ. ຖ້າຕົ້ນໝາກເຂືອຫາກໄດ້ຢູ່ໃນສະພາບທີ່ອໍານວຍ, ມັນກໍຈະສືບຕໍ່ອອກດອກ ແລະ ໝາກ. ເພື່ອການບໍລິໂພກທີ່ມີຄຸນນະພາບຄວນຈະກິນໝາກເຂືອໃນຕອນທີ່ມັນກໍາລັງເຕີບໃຫຍ່ພໍດີກ່ອນທີ່ແກ່ນຂອງມັນຈະຂະຫຍາຍໃຫຍ່. ຫຼັງຈາກເກັບກ່ຽວແລ້ວ, ໝາກເຂືອສາມາດເກັບຮັກສາໄວ້ໄດ້ ເຖິງ 10 ວັນ ໃນບໍລິເວນທີ່ເຢັນ. ໝາກເຂືອຈະໃຫ້ຜົນຜະລິດທີ່ແຕກຕ່າງກັນໄປຕາມສາຍພັນ, ໂດຍປົກກະຕິຈະອອກຜົນຜະລິດ 2 - 4 ກິໂລກຣາມ ຕໍ່ໜຶ່ງຕາແມັດ.

ການນໍາໃຊ້ດ້ານອື່ນໆ
ຮາກຂອງໝາກເຂືອສາມາດນໍາໃຊ້ເພື່ອປິ່ນປົວອາການໄອ, ພະຍາດຫືດ, ເຈັບລຳໄສ້, ກິນເຂົ້າບໍ່ແຊບ ແລະອາການແໜ້ນໜ້າເອິກ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ