google-site-verification: google0d91bc93cfc88895.html ວິທີການເພີ່ມທາດບຳລຸງລ້ຽງໃຫ້ກັບດິນແບບອື່ນໆ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 19, 2016

ວິທີການເພີ່ມທາດບຳລຸງລ້ຽງໃຫ້ກັບດິນແບບອື່ນໆ

ວິທີການເພີ່ມທາດບຳລຸງລ້ຽງໃຫ້ກັບດິນແບບອື່ນໆ
ວັດສະດຸອື່ນກໍ່ສາມາດເອົາມາໃສ່ດິນເພື່ອປັງປຸງຄ່າກົດດ່າງ (pH) ຂອງດິນໄດ້ ແລະ ມັນກໍ່ເພີ່ມທາດບຳລຸງລ້ຽງໃຫ້ກັບດິນ. ຫີນປູນ, ຂີ້ເຖົ່າ, ກະດູກສັດບົດ ແລະ ເປືອກຫອຍທະເລສາມາດລົດຄວາມເປັນກົດຂອງດິນໄດ້. ກະດູກສັດບົດຊ່ວຍເພີ່ມທາດໂຟສະຟາດໃຫ້ກັບດິນ ແລະ ຂີ້ເຖົ່າຊ່ວຍເພີ່ມທາດໂປຕັດຊຽມ. ໃບໄມ້ແຫ້ງ ແລະ ໃບຕົ້ນສົນເຮັດໃຫ້ດິນເປັນກົດຫຼາຍຂຶ້ນ. ອ້ອຍທີ່ປະໃຫ້ຍ່ອຍສະຫຼາຍເປັນເວລາຢ່າງໜ້ອຍ 1 ປີ ແລະ ເປືອກໝາກກາເຟທີ່ບົດ ແລະ ຕາກແຫ້ງແມ່ນເພີ່ມທາດບຳລຸງລ້ຽງໃຫ້ກັບດິນ, ປ່ຽນສະພາບຂອງສິ່ງເສດເຫຼືອຂອງພືດທັນຍາຫານມາເປັນຝຸ່ນ.



ການປັບປຸງດິນດ້ວຍຝຸ່ນຊີວະພາບຊ່ວຍໃຫ້ຄວບຄຸມຫຍ້າໄດ້
ທຸກວິທີການປັບປຸງດິນດ້ວຍຝຸ່ນຊີວະພາບ ເຊັ່ນ: ຝຸ່ນສັດ,ຝຸ່ນໝັກ ແລະ ການໃຊ້ສິ່ງປົກໜ້າດິນ, ລ້ວນແລ້ວແຕ່ສາ
ມາດຄວບຄຸມຫຍ້າໄດ້. ເມື່ອດິນອຸດົມສົມບູນດີແລ້ວ ຫຍ້າໜ້ອຍໜຶ່ງແມ່ນບໍ່ສາມາດມີຜົນກະທົບຫຍັງຕໍ່ກັບການ
ຜະລິດພືດຜັກໄດ້. ການປ່ອຍໃຫ້ສັດເຂົ້າໄປກິນຫຍ້າ ຫຼືການປູກພືດຜັກຕ່າງໆຖີ່ກັນກໍ່ສາມາດຄວບຄຸມຫຍ້າໄດ້ເຊັ່ນກັນ. ເພາະວ່າການປູກຖີ່ກັນນີ້ບໍ່ໄດ້ຈົ່ງບ່ອນຫວ່າງພຽງພໍໃຫ້ຫຍ້າເກີດໄດ້. ພືດພັນທັນຍາຫານປະຈຳທ້ອງຖິ່ນກໍ່ມັກຈະທົນທານຕໍ່ກັບຫຍ້າຕ່າງໆໃນທ້ອງຖິ່ນນັ້ນໄດ້ເຊັ່ນກັນ ນັ້ນກໍ່ເນື່ອງຈາກວ່າພືດພັນທັນຍາຫານໃນທ້ອງຖິ່ນນັ້ນໄດ້ປັບຕົວຜ່ານມາໄດ້ຫຼາຍໆປີແລ້ວ ເພື່ອໃຫ້ເຂົ້າກັບສະພາບດິນຟ້າອາ ກາດ ແລະ ທົນທານຕໍ່ຫຍ້າ ແລະ ສັດຕູພືດໃນທ້ອງຖິ່ນນັ້ນ ໃນຂະນະທີ່ພືດທັນຍາຫານອື່ນໆທີ່ບໍ່ແມ່ນຂອງທ້ອງຖິ່ນນັ້ນອາດບໍ່ສາມາດຈະຕ້ານທານໄດ້




No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ