google-site-verification: google0d91bc93cfc88895.html ຜັກກາດ Brassica spp. - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, February 10, 2016

ຜັກກາດ Brassica spp.

ຜັກກາດ
Brassica spp.



ຄຸນຄ່າທາງໂພຊະນາການ
ຜັກກາດມີວິຕາມິນເອ ແລະ ວິຕາມິນຊີສູງ. ທັງປະກອບດ້ວຍໄຍອາຫານສູງ ເຊິ່ງຊ່ວຍໃຫ້ຂະບວນການຍ່ອຍອາຫານໄວຂຶ້ນ.

ວິທີການກິນຜັກກາດ
ຜັກກາດສາມາດກິນກັບຍຳຜັກສະຫຼັດແບບດິບໄດ້. ສາມາດເຮັດແກງ ຫຼື ຂົ້ວໃສ່ນໍ້າມັນໜ້ອຍໜຶ່ງ.

ຄໍາແນະນໍາ ສຳລັບການຂະຫຍາຍພັນ
ທ່ານສາມາດຫວ່ານແກ່ນ ຫຼື ໃຊ້ເບ້ຍປູກກໍໄດ້. ງ່າຍທີ່ສຸດແມ່ນ ປູກດ້ວຍວິທີຫວ່ານແກ່ນ. ທ່ານສາມາດຫາຊື້ແກ່ນຕາມທ້ອງຕະຫຼາດທົ່ວໄປ ຫຼື ເກັບເອົາແກ່ນທີ່ແຫ້ງຈາກຝັກທີ່ແຫ້ງແລ້ວກໍໄດ້.

ວິທີເບິ່ງແຍງຮັກສາ
ປູກເບ້ຍຜັກເລິກປະມານ 1 ຊັງຕີແມັດ ແລະ ຫ່າງກັນປະມານ 15 ຊັງຕີແມັດ. ຫົດນໍ້າ ແລະ ເສຍຫຍ້າ ຢ່າງເປັນປົກກະຕິ. ເມື່ອຜັກເຕີບໃຫຍ່ຂຶ້ນ ຊໍ່າໃດໜຶ່ງແລ້ວ, ໃຫ້ເອົານໍ້າສະກັດຊີວະພາບ ແລະ ມູນສັດໃສ່.

ບັນຫາທີ່ອາດຈະເກີດຂຶ້ນ
ສັດຕູພືດ ແລະ ເຊື້ອລາ ອາດຈະສ້າງບັນຫາໃຫ້ແກ່ຜັກກາດ. ໃຊ້ຢາປາບສັດຕູພືດທີ່ເຮັດຈາກທໍາມະຊາດ ເພື່ອຈັດການກັບບັນຫາສັດຕູພືດ, ແລະ ຄວນຈະປັບປຸງຄຸນນະພາບຂອງດິນດ້ວຍປູນຂາວ ກ່ອນການປູກເພື່ອປ້ອງກັນເຊື້ອລາ.

ການເກັບກ່ຽວ
ພາຍຫຼັງປິດເອົາຜັກແລ້ວ, ຜັກຍັງຈະປົ່ງຍອດໃໝ່ອີກຫຼາຍຄັ້ງ. ເວລາເກັບຜັກກາດ ໃຫ້ເກັບເອົາແຕ່ໃບ ແລະ ປະກ້ານຂອງມັນໄວ້ ເພື່ອໃຫ້ມັນຂຶ້ນ ເປັນຕົ້ນນ້ອຍຕົ້ນໃໝ່ອີກ.

ໄລຍະເວລາ ແລະ ການອອກຜົນຜະລິດ
ຜັກກາດຈະໃຫຍ່ໄວທີ່ສຸດໃນອາກາດເຢັນ. ມັນຈະໃຫຍ່ໄວ ແລະ ສາມາດເກັບກ່ຽວໄດ້ ພາຍໃນເວລາ 6 - 7 ອາທິດ ຕົ້ນຂອງມັນຈະອອກຍອດໃໝ່ ຫຼາຍໆຄັ້ງ ແລະ ເຕີບໃຫຍ່ຕະຫຼອດປີ. ແຕ່ລະຕົ້ນໃຫ້ໃບປະມານ 300 ກຣາມ.
ການນໍາໃຊ້ດ້ານອື່ນໆທຸກໆສ່ວນຂອງຜັກກາດ ສາມາດນໍາໄປເກືອສັດ, ເຮັດຝຸ່ນບົ່ມ ແລະ ເຮັດນໍ້າສະກັດຊີວະພາບກໍໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ