google-site-verification: google0d91bc93cfc88895.html ໝາກຫຸ່ງ Carica papaya - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 09, 2016

ໝາກຫຸ່ງ Carica papaya

ໝາກຫຸ່ງ
Carica papaya




ຄຸນຄ່າທາງໂພຊະນາການ
ໝາກຫຸ່ງເປັນອາຫານທີ່ດີຕໍ່ທ່ານຫຼາຍ! ເຄິ່ງປ່ຽງຂອງໝາກຫຸ່ງສຸກ ມີປະລິມານວິຕາມິນຊີເກືອບ 200% ທີ່ເດັກນ້ອຍຜູ້ໜຶ່ງຕ້ອງການໃນແຕ່ລະວັນ.ໝາກຫຸ່ງສຸກປະກອບດ້ວຍວິຕາມິນທຸກຊະນິດ. ມັນຍ່ອຍງ່າຍ ແລະ ເຮັດໃຫ້ກະເພາະອາຫານສະບາຍ. ໃນໝາກຫຸ່ງດິບກໍມີໂປຼຕີນຢ່າງຫຼວງຫຼາຍເຊັ່ນກັນ.

ວິທີການກິນໝາກຫຸ່ງ
ເມື່ອປະກົດເຫັນໝາກຫຸ່ງສຸກເຕັມທີແລ້ວສາມາດນຳເອົາມາປອກກິນເປັນຂອງຫວານໄດ້ເລີຍ, ໝາກຫຸ່ງຕາກແຫ້ງ ທີ່ຊອຍເປັນກ້ອນ ຫຼື ເປັນປ່ຽງສາມາດກິນເປັນອາຫານຫວ່າງໄດ້. ນ່ຽງໝາກຫຸ່ງສຸກໃສ່ຕາໜ່າງລວດ ຫຼື ຜ້າແພທີ່
ສະອາດຈາກ ນັ້ນກໍເອົານໍ້າເຢັນມາປົນໃສ່ ເພື່ອເຮັດນໍ້າໝາກຫຸ່ງສຸກດື່ມ. ນອກຈາກນັ້ນ ຍັງສາມາດນຳເອົາໝາກຫຸ່ງດິບ ມາປອກເປືອກອອກ ແລ້ວຊອຍເປັນປ່ຽງ ຫຼື ເສັ້ນບາງໆມາຕຳປະສົມກັບເຄື່ອງເທດຕ່າງໆ ເຊິ່ງຄົນລາວເຮົາຮູ້ຈັກກັນດີກໍຄື: ຕຳໝາກຫຸ່ງນັ້ນເອງ!

ຄໍາແນະນໍາ ສຳລັບການຂະຫຍາຍພັນ
ຕົ້ນໝາກຫຸ່ງໃຫຍ່ໄວ ແລະ ຈະສູງເຖິງ 3 - 6 ແມັດ, ສະນັ້ນຕ້ອງປູກຕົ້ນໝາກຫຸ່ງ ຫ່າງຈາກຕົ້ນໄມ້ອື່ນໆ ແລະ ເຮືອນຢ່າງໜ້ອຍໜຶ່ງແມັດ, ບໍ່ຄວນປູກໝາກຫຸ່ງໃສ່ດິນທີ່ມີຄວາມຊຸ່ມຫຼາຍ ມັນອາດຈະເຮັດໃຫ້ຮາກເນົ່າ ແລະ ຕາຍໄດ້, ເອົາໝາກຫຸ່ງທີ່ສຸກດີແລ້ວມາຜ່າເພື່ອເອົາແກ່ນ ແລ້ວລ້າງເນື້ອເຍື່ອອອກຈາກແກ່ນ. ຫຼັງຈາກນັ້ນກໍສາມາດນຳໄປຫວ່ານໄດ້ເລີຍ (ແກ່ນໝາກຫຸ່ງສາມາດນຳໄປຕາກແດດໄດ້ ແຕ່ບໍ່ຄວນຕາກແຫ້ງຈົນເກີນໄປ
ແກ່ນໝາກຫຸ່ງບໍ່ສາມາດເກັບຮັກສາໄວ້ໃນປີຕໍ່ໆໄປໄດ້) ຄວນຫວ່ານແກ່ນໃນດິນທີ່ມີສະພາບດີ ແລະ ມີສານອາຫານທີ່ສົມບູນ. ຂຸດຂຸມກ້ວາງປະມານເຄິ່ງແມັດ ແລະ ເອົາດິນປູກທີ່ປະສົມກັບຝຸ່ນບົ່ມລົງໃສ່ໃນຂຸມ. ເອົາແກ່ນໝາກຫຸ່ງທີ່ກຽມໄວ້ຫວ່ານລົງຂຸມປະມານ 12 ແກ່ນຕໍ່ໜຶ່ງຂຸມ. ປົກຂຸມບາງໆດ້ວຍຝຸ່ນບົ່ມຕື່ມອີກ. ເມື່ອສັງເກດເຫັນວ່າຕົ້ນໝາກຫຸ່ງເລີ່ມປົ່ງຂຶ້ນແລ້ວ, ໃຫ້ຫຼົກ ຫຼື ດຶງເບ້ຍທີ່ນ້ອຍອອກ ແລະ ຈົ່ງແຕ່ຕົ້ນທີ່ດີທີ່ສຸດໄວ້.

ວິທີເບິ່ງແຍງຮັກສາ 
ເອົາຝຸ່ນບົ່ມປົກຫຸ້ມອ້ອມຕົ້ນໝາກຫຸ່ງ ຕັ້ງແຕ່ຖານລໍາຕົ້ນອອກໄປປະມານເຄິ່ງແມັດ. ຕື່ມມູນສັດໃສ່ ຖ້າມີ. ໃນຊ່ວງທີ່ເລີ່ມປູກໃຫ້ໝັ່ນຫົດນໍ້າຢ່າງເປັນປົກກະຕິ ແຕ່ບໍ່ຕ້ອງຫົດຈົນຖ້ວມຂຸມປູກ. ເມື່ອຕົ້ນໃດມີອາຍຸຄົບສາມປີ, ສາມາດຕັດລົງໃຫ້ເຫຼືອປະມານໜຶ່ງແມັດກໍໄດ້ເພື່ອສະດວກເກັບກ່ຽວ

ບັນຫາທີ່ອາດຈະເກີດຂຶ້ນ
ພວກສັດຕູພືດ ເຊັ່ນ: ໄຮ, ແມງໄມ້, ແມງເມົ່າ ແລະ ເພ້ຍຫອຍ ມັກຈະມາທໍາລາຍໝາກຫຸ່ງ ໂດຍສະເພາະໃນເວລາທີ່ມັນໃກ້ຈະສຸກ, ທ່ານສາມາດປ້ອງກັນໄດ້ໂດຍການເອົາຖົງໄປມັດຫຸ້ມແຕ່ລະໜ່ວຍໄວ້ ເພື່ອບໍ່ໃຫ້ສັດຕູພືດເຂົ້າໄປເຈາະໝາກຫຸ່ງໄດ້, ຫຼື ອາດຈະບິດໝາກຫຸ່ງລົງ ຕອນທີ່ມັນກໍາລັງເຫີ່ມ ແລະ ເອົາໄປບົ່ມ ຫຼື ປະໃຫ້ມັນສຸກຢູ່ໃນເຮືອນ ເພື່ອຫຼີກຫຼ່ຽງຈາກສັດຕູພືດ.

ການເກັບກ່ຽວ
ເມື່ອໝາກຫຸ່ງ ເລີ່ມທີ່ຈະປ່ຽນຈາກສີຂຽວເປັນສີເຫຼືອງ, ສະແດງວ່າມັນພ້ອມທີ່ຈະຖືກເກັບກ່ຽວແລ້ວ. ເວລາຕັດເອົາໝາກຫຸ່ງຕ້ອງຕັດກ້ານຂອງມັນ ຢູ່ບ່ອນທີ່ໃກ້ກັບຕົ້ນທີ່ສຸດ ເພື່ອສົ້ນທີ່ແຫຼມຂອງກ້ານທີ່ຖືກຕັດ ຈະບໍ່ຂູດຖືກໜ່ວຍອື່ນ. ສ່ວນໝາກຫຸ່ງດິບ ແມ່ນສາມາດເກັບກ່ຽວໄດ້ ໃນເວລາທີ່ໝາກເຕີບໃຫຍ່ໃນຂະໜາດເຕັມທີ່, ແຕ່ວ່າຕອນໝາກຫຸ່ງຍັງດິບຢູ່ ເນື້ອຂອງມັນຍັງແຂງ ແລະ ມີສີຂາວ. ໝາກຫຸ່ງທີ່ເຕີບໃຫຍ່ເຕັມທີ່ແລ້ວ, ບໍ່ວ່າຈະເດັດອອກ ຫຼື ປະຢູ່ຕົ້ນ ມັນກໍຈະສຸກເຫຼືອງ ແລະ ມີເນື້ອທີ່ອ່ອນ. ໄລຍະເວລາ ແລະ ການອອກຜົນຜະລິດຄວນຫວ່ານແກ່ນທັນທີທີ່ທ່ານເລີ່ມຕົ້ນເຮັດສວນໃນເດືອນກັນຍາ, ເພາະມັນຈະໃຊ້ເວລາຂອ້ນຂ້າງດົນປະມານ 6 - 8 ເດືອນ ກ່ອນທີ່ໝາກຫຸ່ງຊຸດທໍາອິດຈະພ້ອມສໍາລັບການເກັບກ່ຽວ. ຕົ້ນໝາກຫຸ່ງທີ່ເຕີບໃຫຍ່ເຕັມທີຈະອອກໝາກປະມານ 15 - 30 ໜ່ວຍຕໍ່ປີ ແລະ ຕົ້ນໝາກຫຸ່ງຈະມີອາຍຸປະມານ 5 - 8 ປີ

ການນໍາໃຊ້ດ້ານອື່ນໆ
ເອົາຢ່າງໝາກຫຸ່ງດິບ ມາທາໃສ່ຜິວໜັງບ່ອນທີ່ຖືກແມງໄມ້ກັດຕອດ ຈະຊ່ວຍບັນເທົາອາການປວດຈາກພິດຂອງແມງໄມ້. ສໍາລັບອາຫານບໍ່ຍ່ອຍ ຫຼື ຂ້າແມ່ທ້ອງໃນລໍາໄສ້ ແມ່ນໃຫ້ເອົາຢາງໝາກຫຸ່ງດິບ ປະມານສາມ ຫຼື ສີ່ບ່ວງກາເຟ ປົນກັບນໍ້າເຜິ້ງ ໃນປະລິມານເທົ່າກັນ, ຄົນໃສ່ນໍ້າຮ້ອນດື່ມ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ