google-site-verification: google0d91bc93cfc88895.html ການເຮັດນໍ້າສະກັດຊີວະພາບ (ປຸ໋ຍນໍ້າຊີວະພາບ) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 02, 2016

ການເຮັດນໍ້າສະກັດຊີວະພາບ (ປຸ໋ຍນໍ້າຊີວະພາບ)





ການເຮັດນໍ້າສະກັດຊີວະພາບ (ປຸ໋ຍນໍ້າຊີວະພາບ)
ນໍ້າສະກັດຊີວະພາບຄື ປຸ໋ຍນໍ້າທີ່ປຸງແຕ່ງເອງທີ່ບ້ານເພື່ອໃຊ້ຫຼໍ່ລ້ຽງພືດ. ນໍ້າສະກັດຊີວະພາບສາມາດເຮັດໄດ້ຢ່າງງ່າຍດາຍທີ່ເຮືອນ ຫຼື ທີ່ໂຮງຮຽນ. ນໍ້າຊີວະພາບຈະສະໜອງສານອາຫານທີ່ພືດຕ້ອງການ ເພື່ອຊ່ວຍໃຫ້ພືດເຕີບໃຫຍ່ຢ່າງແຂງແຮງ.
ສ່ວນປະກອບ:

  • ຜັກ ຫຼື ໝາກໄມ້ທຸກຊະນິດ (ຕ້ອງໝັ້ນໃຈວ່າຜັກ ແລະ ໝາກໄມ້ທີ່ຈະນໍາໃຊ້ຕ້ອງສະອາດ)
  • ກາກນໍ້າຕານ ຫຼື ນໍ້າຕານທໍາມະດາກໍ່ໄດ້

ວິທີປຸງແຕ່ງ:

  • ຝັກເສດຜັກ ຫຼື ເສດໝາກໄມ້ໃຫ້ເປັນຕ່ອນນ້ອຍໆ ແລະ ຄົນໃຫ້ເຂົ້າກັນລະອຽດ ແລະ ເອົາໃສ່ຄຸ ຫຼື ພາຊະນະ ບັນຈຸ
  • ທີ່ເປັນຢາງທີ່ມີຝາປິດແໜ້ນ (ເພື່ອບໍ່ໃຫ້ອາກາດເຂົ້າ).
  • ເຕີມກາກນໍ້າຕານ / ນໍ້າຕານ ປະມານໜຶ່ງສ່ວນຕໍ່ສາມສ່ວນຂອງເສດຜັກ - ໝາກໄມ້ທີ່ຝັກລະອຽດແລ້ວ ຈາກນັ້ນກໍ່ຄົນໃຫ້ເຂົ້າກັນ.
  • ປິດຝາຄຸ ຫຼື ພາຊະນະບັນຈຸໃຫ້ແໜ້ນດີ ເພື່ອບໍ່ໃຫ້ອາກາດເຂົ້າໄປຂ້າງໃນໄດ້. ປະໄວ້ປະມານ 5 ຫາ 7 ວັນ
  • ເມື່ອທ່ານສັງເກດເຫັນວ່າມີເມັດນ້ອຍໆສີຂາວຄ້າຍຄືເຊື້ອລາ (ເຫັດລາ) ຈັບຢູ່ຕາມຜິວໜ້າຂອງນໍ້າສະກັດ
  • ສະແດງວ່າ ນໍ້າສະກັດຊີວະພາບພ້ອມທີ່ຈະນໍາໃຊ້ໄດ້ແລ້ວ.
  • ຕອງນໍ້າສະກັດດ້ວຍຜ້າເພື່ອເອົາແຕ່ນໍ້າ ແລະ ນໍາເອົາເສດຜັກທີ່ຕອງອອກນັ້ນໃສ່ໃນຄອກຝຸ່ນບົ່ມກໍ່ໄດ້.
  • ນໍ້າສະກັດຊີວະພາບທີ່ຕອງນັ້ນສາມາດເກັບໄວ້ໄດ້ເຖິງ 6 ເດືອນໂດຍເກັບໄວ້ໃນຂວດແກ້ວ/ໄຫ ທີ່ມີຝາປິດດີ.
  • ການນໍາໃຊ້ນໍ້າສະກັດຊີວະພາບ ທ່ານສາມາດນຳໃຊ້ປະມານ 2-3 ບ່ວງແກງ ປົນກັບນໍ້າທໍາມະດາຈຳນວນ10 ລິດ.
  • ທ່ານສາມາດໃຊ້ນໍ້າສະກັດນີ້ເພື່ອຫົດ ຫຼື ສີດຜົ່ນພືດຜັກຂອງທ່ານທຸກໆມື້ໄດ້ ຫຼື ຢ່າງໜ້ອຍທ່ານຄວນໃຊ້ມັນອາທິດລະເທື່ອ.
  • ທ່ານສາມາດປົນນໍ້າສະກັດຊີວະພາບໃນອັດຕາສ່ວນດັ່ງນີ້: 1 ສ່ວນຂອງນໍ້າສະກັດຊີວະພາບຕໍ່ 1 ສ່ວນຂອງນໍ້າຕານ
  • ແລະ 10 ສ່ວນຂອງນໍ້າທໍາມະດາ, ຄົນໃຫ້ເຂົ້າກັນ ແລະ ປະໄວ້ 3 ວັນ ກ່ອນນໍາໄປໃຊ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ