google-site-verification: google0d91bc93cfc88895.html ພືດເປັນຢາຢູ່ອ້ອມຕົວເຮົາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here

Monday, February 15, 2016

ພືດເປັນຢາຢູ່ອ້ອມຕົວເຮົາ

        ພືດເປັນຢາ ຫຼື ພືດອື່ນໆໄດ້ຊ່ວຍຫຍັງແດ່ຕໍ່ຊີວິດຄົນເຮົາ? ໃນຍຸກສະໄໝໆ ຫຼື ຍຸກເຕັກໂນໂລຊີໃໝ່ໄດ້ມີຜະລິດຕະ ພັນຢາ ທີ່ຜະລິດຈາກພືດເປັນຢາຫລາຍຢ່າງ, ປະໂຫຍດທີ່ໄດ້ມາ ຈາກພືດເປັນຢາຕໍ່ການດຳລົງຊີວິດຂອງຊຸມຊົນກໍ່ຍັງມີຄືເກົ່າຢູ່ບໍ? ບັນດາຊະນິດພັນພືດເປັນຢາ ຫຼື ພືດອື່ນໆ ແມ່ນ ມີປະໂຫຍດຫຼາຍດ້ານຕໍ່ການດຳລົງຊີວິດຂອງຊຸມຊົນເຮົາ ໂດຍສະ ເພາະ ແມ່ນປະໂຫຍດໃນການນຳໃຊ້ເຊັ່ນ: ບາງຊະນິດໃຊ້ເປັນປະໂຫຍດດ້ານການກໍ່ສ້າງ ທີ່ຢູ່ອາໄສ, ບາງຊະນິດໃຫ້ເສັ້ນໃຍ ຕົວຢ່າງ: ຕົ້ນປໍສາ ແລະ ປໍຊະນິດອື່ນໆ...., ບາງຊະນິດໃຫ້ອາຫານ, ບາງຊະນິດໃຫ້ນໍ້າມັນ ເຊັ່ນ: ຫົວສີໄຄ, ໃບຂີ້ຫູດ...., ບາງຊະນິດໃຫ້ຢາປົວພະຍາດ, ບາງຊະນິດໃຊ້ເປັນໄມ້ປະດັບ ແລະ ໃຊ້ສະກາລະບູຊາ, ບາງຊະນິດໃຫ້ສີເພື່ອຍ້ອມແຜ່ນແພ ທີ່ປວງຊົນລາວພາກັນນຳໃຊ້ ແລະ ຍ້ອມກັນມາຕັ້ງແຕ່ລຸ້ນປູ່ຍ່າຕາຍາຍຈົນເຖິງປັດຈຸບັນ ເຊີ່ງແມ່ນພູມປັນຍາທ້ອງຖິ່ນທີ່ສືບທອດໄວ້ໃຫ້ແກ່ລູກຫຼານ ນອກ ຈາກໃຫ້ປະໂຫຍດດ້ານການນຳໃຊ້ແລ້ວ ພືດເປັນຢາ ແລະ ພືດທົ່ວໄປ ຍັງໃຫ້ອາກາດບໍລິສຸດໃນການຫາຍໃຈຄືທາດອົກຊີແຊນ (O2) ທີ່ຕົ້ນໄມ້ໄດ້ປ່ອຍອອກມາ, ຕົ້ນໄມ້ກໍ່ຍັງໄດ້ດູດເອົາອາຍກາກໂບນິກ (Co2)ເຊຶ່ງເປັນທາດພິດໃນອາກາດ, ຖ້າເຮົາມີພືດເປັນຢາ ແລະ ພືດອື່ນໆປົກຄຸມ ໜ່ວຍໂລກ ກໍຄືປະເທດເຮົາຫຼາຍກໍ່ຈະມີອາກາດບໍລິ ສຸດໃນການຫາຍໃຈ ແລະ ລຸດຜ່ອນການມີອາຍພິດຢູ່ໃນຊັ້ນບັນຍາກາດ ແລະ ລຸດຜ່ອນພາວະໂລກຮ້ອນ. ດັ່ງທີ່ຮູ້ກັນແລ້ວວ່າປະ ເທດລາວ ເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ຊີວະນາໆພັນນາໆຊະ ນິດ ຊຶ່ງໃນນັ້ນມີຊັບພະຍາ ກອນປ່າໄມ້ ເປັນອົງປະກອບໜຶ່ງທີ່ສຳຄັນ, ໃນຊັບພະຍາກອນປ່າໄມ້ກໍ່ຍັງມີພືດທີ່ເປັນຢາ ທີ່ມີຄວາມຫຼາກຫຼາຍດ້ານຊະນິດພັນຊຶ່ງນັບເກືອບບໍ່ຖ້ວນທີ່ປະຊາຊົນນຳມາໃຊ້ ເປັນປະໂຫຍດທາງດ້ານການປິ່ນປົວພະຍາດ ທີ່ແຕກ ຕ່າງກັນເຊັ່ນ: ພະຍາດທີ່ເກີດຈາກລະບົບລະລາຍ, ລະບົບຫາຍໃຈ, ໄຂ້, ກະດູກຫັກ, ພະ ຍາດຜິວໜັງ, ບຳລຸງ, ແກ້ພິດເບື່ອ ແລະ ອື່ນໆ.... ຖ້າຈະເວົ້າກ່ຽວກັບພືດເປັນຢາແລ້ວ ປະຊາຊົນລາວກໍ່ໝາຍຄວາມວ່າຢາພື້ນເມືອງ ຊຶ່ງໄດ້ນຳໃຊ້ມາແຕ່ດຶກດຳບັນແຕ່ປູ່ຍ່າຕາຍາຍສາມາດເວົ້າໄດ້ວ່າຫຼາຍສະຕະວັດແລ້ວ. ເຖິງຈະນຳໃຊ້ມາແຕ່ດຶກດຳບັນ ຫຼື ຫຼາຍເຊັ່ນຄົນກໍ່ຕາມ ແນວໃດກໍ່ຍັງເຫັນວ່າ ພືດເປັນຢາກໍ່ຍັງມີບົດບາດ ແລະ ຄວາມສຳຄັນ ຕໍ່ການດຳລົງຊີວິດຂອງປະຊາຊົນລາວທີ່ຢູ່ຫ່າງໄກສອກຫຼີກ, ບ່ອນທີ່ທາງຄົມມະນາຄົມຍັງບໍ່ທັນໄປເຖິງ ຫຼື ບໍ່ທັນສະດວກ. ປະຊາຊົນລາວ ແລະ ບັນດາຊົນເຜົ່າຕ່າງໆໄດ້ນຳໃຊ້ພືດເປັນຢາເຂົ້າໃນການປິ່ນປົວພະ ຍາດ ແລະ ຮັກສາສຸຂະພາບຂັ້ນຕົ້ນເຊັ່ນ: ຖືກມີດບາດ, ໄຟໄໝ້ ຫຼື ຖືກນໍ້າຮ້ອນລວກ, ກະດູກຫັກ, ກະດູກໂຄ່ນ, ເປັນ ໄຂ້, ປົວກ່ຽວ ກັບພະຍາດລະບົບຖ່າຍເທ (ທ້ອງຖອກ, ທ້ອງບິດ, ກະເພາະອາຫານ, ທ້ອງອືດ, ທ້ອງຍຶ່ງ...) ພະ ຍາດຜິວໜັງຊືມເຊື້ອ ແລະ ອື່ນໆ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ