google-site-verification: google0d91bc93cfc88895.html ຫລັກອາຫານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 08, 2016

ຫລັກອາຫານ

           ການມີສວນຄົວເພື່ອປູກພືດທີ່ເປັນອາຫານກໍເປັນໂອກາດທີ່ດີ ທີ່ຈະດໍາເນີນການຮຽນ-ການສອນກ່ຽວກັບພື້ນຖານທາງ ດ້ານໂພຊະນາການ ແລະ ກ່ຽວກັບສານອາຫານຕ່າງໆທີ່ເຮັດໃຫ້ຮ່າງກາຍຂອງພວກເຂົາແຂງແຮງຂຶ້ນ.ການທີ່ສາ ມາດຮັບຮູ້ໄດ້ວ່າ ສານອາຫານປະເພດໃດມາຈາກອາຫານປະເພດໃດ ຈະຊ່ວຍໃຫ້ນັກຮຽນໃນການຕັດສິນໃຈເລືອກກິນອາຫານທີ່ດີ ແລະ ມີປະໂຫຍດຕໍ່ສຸຂະພາບ.ມີອາຫານທີ່ເປັນຫຼັກຢູ່ຫ້າໝວດດ້ວຍກັນ ເຊັ່ນ: ຄາໂບໄຮເດຣດ (ໝວດອາຫານທີ່ປະກອບມີທາດແປ້ງ ແລະ ນໍ້າຕານ),ໄຂມັນ, ໂປຼຕີນ, ແຮ່ທາດ. ອາຫານບາງໝວດກໍໃຫ້ພະລັງງານແກ່ຮ່າງກາຍພວກເຮົາ, ບາງໝວດກໍຊ່ວຍໃນການປ້ອງ ກັນພະຍາດ ໃນຂະນະທີ່ບາງໝວດກໍຊ່ວຍໃນການຈະເລີນເຕີບໂຕຂອງຮ່າງກາຍ. ໃນບາງຄັ້ງຄາວ, ມັນກໍເປັນສິ່ງຈໍາເປັນທີ່ຈະຕ້ອງກິນອາຫານຫຼາຍໝວດທີ່ມີທາດອາຫານທີ່ແຕກຕ່າງກັນໃນເວລາດຽວກັນ ເພື່ອເຮັດໃຫ້ຮ່າງກາຍສາມາດ ນໍາສານອາຫານຕ່າງໆໄປໃຊ້ໄດ້ສະດວກຂຶ້ນ. ເພາະວ່າມີອາຫານບາງປະເພດກໍພຽງແຕ່ຊ່ວຍໃຫ້ພວກເຮົາຮູ້ສຶກອີ່ມ, ແຕ່ບໍ່ໄດ້ໃຫ້ສານອາຫານຫຼາຍພໍ.


ເພື່ອໃຫ້ໄດ້ພະລັງງານທີ່ຍາວນານໃນແຕ່ລະວັນ ແລະ ເພື່ອເສີມສ້າງການເຕີບໃຫຍ່ຂະຫຍາຍຕົວຂອງຮ່າງກາຍ,
ເດັກນັກຮຽນຄວນໄດ້ກິນອາຫານທີ່ມີໂປຼຕີນ. ຕາມທໍາມະດາແລ້ວ ອາຫານຈໍາພວກທີ່ມີທາດໂປຼຕີນນີ້ຂ້ອນຂ້າງມີລາຄາແພງເຊັ່ນ: ຊີ້ນງົວ, ຄວາຍ ແລະ ໝູ, ແຕ່ວ່າຍັງມີອາຫານອີກຫຼາຍປະເພດ ທີ່ມີທາດໂປຼຕີນຢ່າງຫຼວງຫຼາຍ ເຊັ່ນ: ພວກສັດປີກຕ່າງໆ (ໄກ່, ເປັດ), ປາ, ໄຂ່, ໝາກຖົ່ວຍາວ, ຖົ່ວຊະນິດຕ່າງໆ, ຖົ່ວດິນ, ຖົ່ວເຫຼືອງ, ນອກນີ້ຍັງມີທາດໂປຼຕີນຈໍານວນໜ້ອຍໜຶ່ງໃນອາຫານຈໍາພວກເມັດພືດເຊັ່ນ: ເຂົ້າ. ອາຫານເຫຼົ່ານີ້ຍັງໃຫ້ທາດສັງກະສີນໍາອີກ ແລະ ສານອາຫານນີ້ຍັງຖືກພົບວ່າ ມີຢູ່ໃນແມງໄມ້ຕ່າງໆເຊັ່ນກັນ, ສະນັ້ນຈຶ່ງເວົ້າໄດ້ວ່າ ອາຫານເຫຼົ່ານີ້ຊ່ວຍເພີ່ມສິ່ງທີ່ດີ ແລະ ມີປະໂຫຍດສໍາລັບທ່ານ.
ອາຫານໝວດທໍາອິດ ເຊິ່ງອາຫານຈໍາພວກໃຫ້ທາດແປ້ງ ແລະ ນໍ້າຕານ (ຄາບໍໄຮເດຼດ) ກໍເປັນໜຶ່ງໃນນີ້.
ອາຫານໃນໝວດນີ້ລວມມີ: ເຂົ້າ, ໝາກຖົ່ວຍາວ, ໝາກກ້ວຍ ແລະ ມັນຝຣັ່ງ,
ນໍ້າຕານຕ່າງໆເຊັ່ນ: ນໍ້າເຜິ້ງ, ອາຫານທີ່ມີລົດຫວານ, ໝາກໄມ້ຫວານ ແລະ ພວກອາຫານທີ່ເປັນໄຍເຊັ່ນ: ໝາກຖົ່ວຍາວ, ພືດຜັກ ແລະ ເມັດພືດ (ທີ່ບໍ່ໄດ້ບົດສີ ຫຼື ແກະເປືອກອອກ).

ອາຫານຈໍາພວກນີ້ເຮັດໃຫ້ອີ່ມທ້ອງ ແລະ ທັງໃຫ້ພະລັງງານນໍາອີກ. ໄຍອາຫານຈະຊ່ວຍຮັກສາລະບົບຕ່າງໆໃນຮ່າງກາຍຂອງຄົນເຮົາໃຫ້ທໍາງານໄດ້ດີ ແລະ ຊ່ວຍໃນການຄັດແຍກ ແລະ ດໍາເນີນການກັບສິ່ງຕ່າງໆ ທີ່ພວກເຮົາກິນເຂົ້າໄປໃນຮ່າງກາຍ. ແຕ່ຖ້າວ່າພວກເຮົາຫາກບໍ່ອອກກໍາລັງກາຍຢ່າງພຽງພໍ ແລະ ບໍ່ສະໝໍ່າສະເໝີ. ຖ້າພວກເຮົາຫາກກິນອາຫານໝວດນີ້ ຮ່ວມກັບສານອາຫານໃນໝວດອື່ນໆໃນປະລິມານທີ່ຫຼາຍເກີນໄປ, ອາຫານເຫຼົ່ານີ້ ກໍຈະສາມາດເຮັດໃຫ້ຄົນເຮົາຕຸ້ຍ ແລະ ກາຍເປັນຄົນທີ່ມັກເມື່ອຍໄວ. ຕາມປົກກະຕິແລ້ວໄຂມັນຕ່າງໆຈະເຮັດໃຫ້ອາຫານມີລົດຊາດແຊບຂຶ້ນ, ແຕ່ໃນຂະນະດຽວກັນ ມັນກໍເຮັດໃຫ້ຄົນຕຸ້ຍຂື້ນ ຖ້າວ່າເຮົາກິນຫຼາຍເກີນໄປ ແລະ ກໍ່ຍັງເປັນສິ່ງທີ່ບໍ່ດີຕໍ່ຫົວໃຈຂອງເຮົານໍາອີກ. ໄຂມັນມີຫຼາຍຊະນິດ ແລະ ບາງຊະນິດກໍມີປະໂຫຍດກ່ວາຊະນິດອື່ນໆ.ໄຂມັນ ຫຼື ນໍ້າມັນທີ່ດີລວມມີນໍ້າມັນຈາກພືດ, ນໍ້າມັນຈາກເມັດພືດ, ນໍ້າມັນຖົ່ວດິນ, ແກ່ນພືດຕ່າງໆ ແລະ ໄຂມັນປາ. ໄຂມັນ ທີ່ຄົນເຮົາບໍ່ຄວນກິນຫຼາຍເກີນໄປແມ່ນ ເບີ / ເນີຍ, ກະທິໝາກພ້າວ ແລະ ຊີ້ນທີ່ມີໄຂມັນຫຼາຍ.

ບົດຮຽນໃນການກິນອາຫານທີ່ຖືກຕ້ອງ ແລະ ເໝາະສົມຮ່ວມກັນ ຈະຖືກນໍາສະເໜີໂດຍການກິນອາຫານທີ່ມີແຮ່ເຫຼັກ.ມັນເປັນສິ່ງທີ່ງ່າຍສໍາລັບຮ່າງກາຍທີ່ຈະດູດຊຶມທາດເຫຼັກຈາກຕັບ, ເລືອດ, ຊີ້ນແດງ ແລະ ນົມແມ່ແຕ່ເຖິງຢ່າງໃດກໍຕາມ,ມັນເປັນສິ່ງທີ່ຫຍຸ້ງຍາກສໍາລັບຮ່າງກາຍ ທີ່ຈະໄດ້ຮັບທາດເຫຼັກຢ່າງພຽງພໍຈາກເມັດພືດຕ່າງໆ, ໝາກຖົ່ວຍາວ ແລະ ຈາກໃບຜັກສີຂຽວເຂັ້ມ ນອກຈາກວ່າອາຫານຈໍາພວກນີ້ຈະຖືກກິນຮ່ວມກັນກັບ ຊີ້ນ, ຕັບ, ໄກ່, ປາ ຫຼື ອາຫານທີ່ມີວິຕະມິນ ເຊ(C)ຫຼາຍ ເຊັ່ນ: ໝາກກ້ຽງ, ໝາກນາວ ແລະ ໝາກເລັ່ນ.

ການກິນອາຫານຊະນິດຕ່າງໆຮ່ວມກັນຈະຊ່ວຍໃຫ້ຮ່າງກາຍ ສາມາດນໍາເອົາສານອາຫານຕ່າງໆໄປໃຊ້ໄດ້ງ່າຍຂຶ້ນ.ສີ ກໍເປັນສິ່ງສໍາຄັນໃນການຈໍາແນກແຫຼ່ງທີ່ມາທີ່ດີຂອງວິຕະມິນຕ່າງໆເຊັ່ນ: ວິຕະມິນອາ(A)ຈະພົບຫຼາຍໃນມັນດ້າງສີ ເຫຼືອງແລະສີສົ້ມ, ຫົວກະລົດແລະໝາກອຶ, ສາລີເຫຼືອງແລະໝາກກ້ວຍ (ຖ້າວ່າພວກເຮົາຫາກກິນອາຫານເຫຼົ່ານີ້ໃນຈໍານວນຫຼາຍ) ໃນເຊັ່ນດຽວກັນກໍຈະພົບໄດ້ໃນໃບຜັກທີ່ມີສີຂຽວເຂັ້ມແລະຂຽວກາງເຊັ່ນ: ຜັກຫົມແລະຜັກບົ້ງ. ຖ້າວ່າໃບຜັກແກ່ຫຼາຍ, ກໍຈະມີວິຕະມິນອາ(A)ຫຼາຍ, ສ່ວນຜັກທີ່ມີສີຂຽວອ່ອນໆເຊັ່ນ: ຜັກກະລໍ່າປີ ແມ່ນມີວິຕະມິນອາ(A)ໜ້ອຍກ່ວາ. ວິຕະມິນນີ້ຍັງພົບໃນຊີ້ນທີ່ມີສີແດງເຂັ້ມເຊັ່ນ: ຕັບແລະໝາກໄຂ່ຫຼັງ ແລະ ພົບໃນໄຂ່ເຫຼືອງ ແລະ ປາແຫ້ງ. ວິຕະມິນເຊ(C)ແມ່ນວິຕະມິນທີ່ພວກເຮົາທັງໝົດຕ້ອງການເພື່ອຊ່ວຍໃນການຮັກສາລະບົບພູມຕ້ານທານຂອງຮ່າງກາຍໃຫ້ເຮັດວຽກຢ່າງເປັນປົກກະຕິ ແລະ ແຫຼ່ງທີ່ມາຂອງສານອາຫານຫຼັກສໍາລັບວິຕະມິນນີ້ ຕ້ອງແມ່ອາຫານສົດ ແລະ ບໍ່ຖືກປຸງແຕ່ງໃຫ້ສຸກ. ວິຕະມິນເຊ(C)ທີ່ມີຢູ່ໃນອາຫານຕ່າງໆ ຈະສູນເສຍໄປຢ່າງໄວວາ

ສະນັ້ນຕ້ອງເຂົ້າໃຈວ່າ ໝາກໄມ້ສົດເຊັ່ນ: ໝາກກ້ຽງ, ສີດາ, ໝາກນາວ ແລະ ໝາກພຸກ ແມ່ນດີກ່ວາໝາກໄມ້ກະປ໋ອງ ຫຼື ນໍ້າໝາກໄມ້, ເຊັ່ນດຽວກັນໃບຜັກສົດທີ່ມີສີຂຽວ, ໝາກເລັ່ນ ແລະ ໝາກເຜັດຫວານ ແມ່ນແຫຼ່ງວິຕະມິນເຊທີ່ດີແຕ່ຕ້ອງກິນສົດ ຫຼື ກິນໂດຍບໍ່ປຸງແຕ່ງໃຫ້ສຸກ. ວິຕະມິນເຊ(C)ຍັງພົບໄດ້ໃນນົມສົດ ແລະ ນົມແມ່ນໍາອີກ.
ທາດໂຟເລດ ກໍແມ່ນສານອາຫານໜຶ່ງທີ່ສໍາຄັນ ແລະ ສາມາດພົບໄດ້ໃນພືດຜັກຈາກສວນຄົວ. ໝາກຖົ່ວຍາວ ແລະ ຖົ່ວດິນ, ໃບຜັກສີຂຽວເຂັ້ມແມ່ນແຫຼ່ງອາຫານທີ່ດີ ທີ່ມີທາດໂຟເລດເຊັ່ນດຽວກັນກັບ ຕັບ, ໝາກໄຂ່ຫຼັງ, ໄຂ່ ແລະ ນົມແມ່.ທາດໂຟເລດ ແມ່ນສານອາຫານທີ່ສໍາຄັນສໍາລັບແມ່ຍິງຖືພາ ແລະ ຍັງຊ່ວຍໃຫ້ລູກນ້ອຍຂອງເຂົາເຈົ້າມີພັດທະນາການ ໃນເສັ້ນທາງສູ່ການມີສຸຂະພາບທີ່ດີອີກດ້ວຍ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ