google-site-verification: google0d91bc93cfc88895.html ອາຫານເພື່ອສຸຂະພາບ ສໍາລັບເດັກນັກຮຽນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 08, 2016

ອາຫານເພື່ອສຸຂະພາບ ສໍາລັບເດັກນັກຮຽນ

         

         ໃນຂະນະທີ່ພວກນັກຮຽນເຮັດວຽກຢູ່ໃນສວນຜັກຂອງພວກເຂົາ ແລະ ໄດ້ຮຽນຮູ້ກ່ຽວກັບການຈະເລີນເຕີບໂຕຂອງສິ່ງ ຕ່າງໆ, ພວກເຂົາກໍຕ້ອງຄິດກ່ຽວກັບການຈະເລີນເຕີບໂຕຂອງພວກເຂົາເອງເຊັ່ນກັນ ແລະ ມັນກໍເປັນສິ່ງທີ່ສໍາຄັນທີ່ສຸດທີ່ພວກເຂົາຕ້ອງເຂົ້າໃຈວ່າ ເປັນຫຍັງພວກເຂົາຈຶ່ງຕ້ອງກິນອາຫານທີ່ດີຕໍ່ສຸຂະພາບ.ກ່ອນອື່ນໝົດ, ພວກເຂົາຕ້ອງເຂົ້າໃຈວ່າ ອາຫານທີ່ດີຈະຊ່ວຍໃຫ້ພວກເຂົາສູງຂຶ້ນ ແລະ ແຂງແຮງຂຶ້ນ, ເຊັ່ນດຽວກັນສະໝອງຂອງພວກເຂົາກໍ່ຕ້ອງການອາຫານທີ່ດີ ເພື່ອທີ່ຈະກາຍເປັນສະໝອງທີ່ສະຫຼາດຂຶ້ນ. ພວກເຂົາສາມາດເຫັນໄດ້ວ່າ ການໃຫ້ອາຫານ ແລະ ນໍ້າແກ່ພືດໃນສວນຜັກຂອງພວກເຂົາ ເປັນການເຮັດໃຫ້ຕົ້ນພືດເຕີບໃຫຍ່ຂຶ້ນ ແລະ ແຂງແຮງຂຶ້ນ.
          ການວັດແທກການຈະເຕີບໂຕຂອງພືດ ແລະ ເດັກນັກຮຽນສາມາດຊ່ວຍໃຫ້ພວກເຂົາເຈົ້າເຂົ້າໃຈກ່ຽວກັບເລື່ອງນີ້ຫຼາຍ ຂຶ້ນຕື່ມ.ພວກເຮົາສາມາດເຮັດການປຽບທຽບຫຼາຍຢ່າງລະຫ່ວາງພືດທີ່ມີສຸຂະພາບດີ ແລະ ເດັກນ້ອຍທີ່ມີສຸຂະພາບດີ. ດັ່ງທີ່ ພວກນັກຮຽນໄດ້ຮຽນຮູ້ກ່ຽວກັບສັດຕູພືດ ແລະ ພະຍາດທີ່ສາມາດສ້າງຄວາມເສຍຫາຍໃຫ້ແກ່ພືດ, ພວກເຂົາກໍຕ້ອງສາມາດຮຽນຮູ້ວ່າ ຮ່າງກາຍທີ່ມີສຸຂະພາບດີ ແລະ ແຂງແຮງກໍຈະບໍ່ມັກເຈັບປ່ວຍ ແລະ ເຊັ່ນດຽວກັນພວກເຂົາກໍຕ້ອງ ຮຽນຮູ້ວ່າການກິນອາຫານທີ່ດີຕໍ່ສຸຂະພາບ ແມ່ນສາມາດປ້ອງກັນການເຈັບປ່ວຍ ແລະ ພະຍາດບາງຊະນິດໄດ້.
         ການທົດສອບທີ່ດີ ແມ່ນການປຽບທຽບຜົນໄດ້ຮັບລະຫ່ວາງການປູກພືດສອງໝວດ, ໝວດທີໜຶ່ງແມ່ນພືດທີ່ປູກ ແລະ ຫຼໍ່ລ້ຽງດ້ວຍອາຫານຊີວະພາບແລະຝຸ່ນບົ່ມ ແລະ ໝວດທີສອງແມ່ນປູກ ແລະ ບໍ່ໄດ້ຮັບການຫຼໍ່ລ້ຽງດ້ວຍອາຫານຊີວະພາບແລະຝຸ່ນບົ່ມ. ຈະເຫັນໄດ້ວ່າໝວດພືດທີ່ບໍ່ໄດ້ຮັບສານອາຫານທີ່ພຽງພໍຈະບໍ່ມີສີຂຽວສົດໃສ, ຈະມີສັດຕູພືດມີພະຍາດແລະ ຈະບໍ່ຂະຫຍາຍຕົວດີພ້ອມທັງໃຫ້ໝາກຜົນໜ້ອຍ.
         ພວກເດັກນ້ອຍສາມາດດໍາເນີນການປຽບທຽບໄດ້ວ່າ ພວກເຂົາຈະຮູ້ສຶກແນວໃດ ຖ້າວ່າພວກເຂົາຕ້ອງຫຼິ້ນກິລາ ຫຼືເຮັດວຽກໃດໜຶ່ງ ໂດຍທີ່ພວກເຂົາບໍ່ໄດ້ກິນອາຫານຢ່າງພຽງພໍ. ເຊັ່ນດຽວກັນພວກເຂົາກໍຈະເຫັນໄດ້ວ່າ ມັນເປັນເລື່ອງ ຍາກທີ່ພວກເຂົາຈະສຸມຈິດສຸມໃຈ ແລະ ຕັ້ງສະມາທິໃສ່ການຮໍ່າຮຽນ ແລະ ພວກເຂົາຈະຮຽນບໍ່ໄດ້ດີພ້ອມທັງມັກຂາດ ໂຮງຮຽນເລື້ອຍໆ ຖ້າວ່າພວກເຂົາຮູ້ສຶກທໍ້ຖອຍໃຈ ຫຼື ບໍ່ມີກໍາລັງໃຈ. ເດັກນ້ອຍທີ່ໄດ້ຮັບສານອາຫານບໍ່ພຽງພໍມັກຈະເປັນໄຂ້ເລື້ອຍໆ, ການພັດທະນາທາງດ້ານຮ່າງກາຍຊັກຊ້າ ແລະ ຂາດສັກກະຍະພາບ, ສະນັ້ນມັນຈຶ່ງເປັນສິ່ງທີ່ສໍາຄັນທີ່ສຸດ ທີ່ຕ້ອງເອົາໃຈໃສ່ທາງດ້ານໂພຊະນາການສໍາລັບເດັກ ບໍ່ຄວນຖືກຫຼົງລືມ ແລະເດັກນ້ອຍຄວນໄດ້ຮັບການເລີ່ມຕົ້ນທີ່ດີທີ່ສຸດໃນການດໍາລົງຊີວິດ ເພື່ອຈະເປັນການຊ່ວຍໃຫ້ ປະເທດລາວກາຍເປັນປະເທດທີ່ມີຄວາມເຂັ້ມແຂງຂຶ້ນ.ໂດຍອີງໃສ່ຂໍ້ມູນກ່ຽວກັບອາຫານຂ້າງລຸ່ມນີ້ ລວມທັງສານອາຫານ ແລະ ທາດບໍາລຸງຕ່າງໆທີ່ບັນຈຸຢູ່ໃນອາຫານເຫຼົ່ານັ້ນ ຄູສາມາດຈັດການເຄື່ອນໄຫວກິດຈະກໍາຕ່າງໆເພື່ອສອນກ່ຽວກັບໂພຊະນາການໃຫ້ພວກນັກຮຽນ ແລະ ຄຸນປະໂຫຍດ ສໍາລັບສຸຂະພາບຂອງພວກເຂົາ. ການອະທິບາຍກ່ຽວກັບຄຸນປະໂຫຍດ ແລະ ການທໍາງານຂອງໂພຊະນາການຕໍ່ກັບຮ່າງ ກາຍຂອງເຮົາຈະງ່າຍຂຶ້ນ ໃນເວລາທີ່ພວກເຮົາປຽບທຽບການເຕີບໃຫຍ່ຂະຫຍາຍຕົວຂອງຮ່າງກາຍກັບການເຕີບໃຫຍ່ ຂອງພືດຕ່າງໆ.

          ທາດອາຫານຂອງພືດບາງຊະນິດ ຊ່ວຍເຮັດໃຫ້ໃບຂອງມັນມີສີເຂັ້ມຂຶ້ນ ແລະ ຂຽວງາມ, ບາງຊະນິດກໍຊ່ວຍໃນການເພີ່ມປະລິມານຂອງຜົນຜະລິດຂອງໝາກໄມ້. ພວກນັກຮຽນສາມາດຂຽນລາຍການຂອງອາຫານທີ່ພວກ ເຂົາກິນ ແລະ ສິ່ງທີ່ອາຫານເຫຼົ່ານັ້ນສະໜອງໃຫ້ຮ່າງກາຍຂອງພວກເຂົາ. ທາດແຄລຊຽມແມ່ນດີ ແລະ ມີປະໂຫຍດສໍາລັບການຈະເລີນເຕີບໂຕຂອງກະດູກ. ສ່ວນອາຫານທີ່ມີທາດເຫຼັກສູງ ແມ່ນມີຄວາມສໍາຄັນໃນການປ້ອງກັນພະຍາດເລືອດຈາງ. ຜູ້ຍິງໄວໜຸ່ມ ແລະ ຜູ້ຍິງທີ່ເກີດລູກໃໝ່ຕ້ອງການທາດ ເຫຼັກ ແລະ ທາດໂຟເລດເພີ່ມ. ທາດເຫຼັກຈາກພືດຈະຖືກດູດຊຶມໄດ້ດີກ່ວາ ຖ້າກິນຮ່ວມກັບວິຕາມິນເຊ(C). ເດັກນ້ອຍທີ່ກໍາລັງເຕີບໃຫຍ່ ຕ້ອງການວິຕາມິນອາ(A)ເພື່ອຊ່ວຍບໍາລຸງສຸຂະພາບຕາ ແລະ ການເບິ່ງເຫັນທີ່ດີ. ເຊັ່ນດຽວ ກັນວິຕາມິນນີ້ຍັງດີຕໍ່ຜິວໜັງ ແລະ ຊ່ວຍຕໍ່ຕ້ານການຕິດເຊື້ອນໍາອີກ. ການປຸງອາຫານຄວນຈະປະສົມນໍ້າມັນໃສ່ນໍາເພື່ອ ຊ່ວຍໃຫ້ວິຕາມິນອາ(A)ຖືກດູດຊຶມໄດ້ງ່າຍຂຶ້ນ. ຍັງມີເດັກນ້ອຍຈໍານວນຫຼາຍທີ່ກິນອາຫານທີ່ອຸດົມດ້ວຍທາດສັງກະສີ ຢ່າງບໍ່ພຽງພໍເຊັ່ນ: ຊີ້ນ ແລະ ປາ. ທາດສັງກະສີ ມີຄວາມຈໍາເປັນສໍາລັບຮ່າງກາຍ ເພື່ອຊ່ວຍໃຫ້ຮ່າງກາຍສາມາດປະຕິ ບັດງານໄດ້ຢ່າງເໝາະສົມ.ເດັກນ້ອຍ ມີຄວາມຕ້ອງການວິຕະມິນ ແລະ ແຮ່ທາດຕ່າງໆຫຼາຍກ່ວາຜູ້ໃຫຍ່, ເພາະຮ່າງກາຍຂອງພວກເຂົາຖືກໃຊ້ງານ ແລະ ພວກເຂົາກໍາລັງຈະເລີນເຕີບໂຕ, ບໍ່ສະເພາະແຕ່ຮ່າງກາຍເທົ່ານັ້ນ ແຕ່ທາງດ້ານຈິດໃຈນໍາອີກ. ໂດຍການນໍາໃຊ້ຂໍ້ມູນຂ້າງເທິງ ແລະ ລາຍການອາຫານ ພ້ອມທັງສານອາຫານທີ່ບັນຈຸຢູ່ໃນອາຫານເຫຼົ່ານັ້ນ, ພວກນັກຮຽນສາມາດສ້າງພາບປົດສເຕີສໍາລັບຫ້ອງຮຽນຂອງພວກເຂົາທີ່ສະແດງໃຫ້ເຫັນຂໍ້ມູນກ່ຽວກັບອາຫານ, ສານອາຫານ ແລະ ຄຸນປະໂຫຍດທີ່ອາຫານເຫຼົ່ານັ້ນມີ ແລະ ທີ່ດີຕໍ່ສຸຂະພາບ, ຈາກນັ້ນພວກເຂົາກໍ່ສາມາດສ້າງແຜນການປຸງແຕ່ງ ອາຫານທີ່ເໝາະສົມສໍາລັບພວກເຂົາ. ການເຮັດແບບນີ້ ຈະຊ່ວຍໃຫ້ພວກເຂົາສາມາດເຫັນຄຸນປະໂຫຍດຂອງອາຫານທີ່ ພວກເຂົາກິນ ແລະ ຄຸນປະໂຫຍດຂອງສວນຜັກທີ່ພວກເຂົາປູກ.ເດັກນ້ອຍຄວນໄດ້ກິນອາຫານຄົບສາມຄາບຕໍ່ວັນ ແລະ ໃນບາງຄັ້ງຄາວ ພວກເຂົາຄວນໄດ້ກິນອາຫານຫວ່າງທີ່ດີຕໍ່ສຸ ຂະພາບເພື່ອເພີ່ມພະລັງງານ.
          ອາຫານເຊົ້າແມ່ນຄາບເຂົ້າທີ່ສໍາຄັນທີ່ສຸດ ໂດຍສະເພາະແມ່ນສໍາລັບເດັກນ້ອຍທີ່ຕ້ອງຍ່າງໄປໂຮງຮຽນເປັນໄລຍະທາງໄກ ຫຼື ເດັກນ້ອຍຜູ້ທີ່ຕ້ອງຊ່ວຍວຽກເຮືອນການຊານໃນຕອນເຊົ້າໆ. ບໍ່ວ່າຈະເປັນເຂົ້າ, ເສັ້ນເຟີ ຫຼື ເສັ້ນໝີ່ ແລະມັນດ້າງ ລ້ວນແຕ່ເປັນອາຫານທີ່ດີ ແລະ ມີປະໂຫຍດສໍາລັບກິນເປັນຄາບເຂົ້າເຊົ້າ. ໄຂ່, ທາດແປ້ງ ແລະ ຜັກແມ່ນອາຫານທ່ຽງທີ່ດີ ແລະ ມີປະໂຫຍດຕໍ່ສຸຂະພາບ, ອາຫານທີ່ປຸງແຕ່ງມາຈາກສວນຄົວຂອງໂຮງຮຽນກໍສາມາດເພີ່ມໂພຊະນາການສົດໆໃຫ້ແກ່ເດັກ. ໂດຍປົກກະຕິແລ້ວ, ອາຫານແລງຈະເປັນຄາບເຂົ້າທີ່ໃຫຍ່ທີ່ສຸດຂອງແຕ່ລະວັນ ແລະ ອາຫານທີ່ຈະກິນເປັນຄາບເຂົ້າແລງ ກໍຄວນຈະເປັນອາຫານທີ່ມີຫຼາຍຢ່າງປະສົມກັນລວມທັງທາດແປ້ງ, ຊີ້ນ ຫຼື ປາ ແລະ ພືດຜັກຕ່າງໆ. ມັນເປັນສິ່ງທີ່ສໍາຄັນຫຼາຍທີ່ຈະຕ້ອງສອນໃຫ້ເຂົ້າໃຈວ່າ ເດັກນ້ອຍທີ່ຫິວເຂົ້າແມ່ນເດັກນ້ອຍທີ່ມີສຸຂະພາບດີ ແລະ ພວກ ເຂົາຄວນຈະໄດ້ຮັບການຊຸກຍູ້ໃຫ້ກິນເພື່ອຄວາມແຂງແຮງຂອງພວກເຂົາ ແລະ ພວກເຂົາກໍບໍ່ຄວນຖືກຮ້າຍດ່າຖ້າວ່າ ພວກເຂົາຫາກຕ້ອງການກິນຫຼາຍຂຶ້ນ.ແນ່ນອນ, ເດັກນ້ອຍທີ່ຕຸ້ຍແມ່ນເດັກທີ່ບໍ່ມີສຸຂະພາບດີ. ເພາະສະນັ້ນ ໃນຂະນະທີ່ມັນເປັນສິ່ງທີ່ສໍາຄັນທີ່ຈະຕ້ອງໃຫ້ເດັກກິນ, ແຕ່ຈຸດທີ່ຄວນຄໍານຶງ ແລະ ເອົາໃຈໃສ່ກໍ່ຄື: ເດັກນ້ອຍຄວນໄດ້ກິນອາຫານທີ່ຖືກຕ້ອງ ແລະ ມີຄຸນນະພາບ ໃນປະລິມານທີ່ເໝາະສົມ. ການກິນອາຫານທີ່ມີລົດຫວານເກີນໄປ, ເຄັມເກີນໄປ ແລະ ອາຫານທີ່ມັນໂພດແມ່ນບໍ່ດີຕໍ່ສຸຂະພາບ. ອາຫານຈໍາພວກນີ້ກໍປະກອບມີໂພຊະນາການທີ່ດີພຽງເລັກນ້ອຍເທົ່ານັ້ນ ແລະ ຍັງເປັນສາເຫດໃຫ້ແຂ້ວຜ່ອຍ, ບໍ່ໃຫ້ພະລັງງານຫຍັງ ແລະ ຍັງເຮັດໃຫ້ເກີດບັນຫາດ້ານສຸຂະພາບນໍາອີກ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ