google-site-verification: google0d91bc93cfc88895.html ແກ່ນພັນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, February 21, 2016

ແກ່ນພັນ

ແກ່ນແນວປູກ, ນ້ຳ, ອາກາດ., ແສງແດດ. ອຸນຫະພູມທີ່ເໝາະສົມ. ການປູກແກ່ນແນວ, ການເອົາແກ່ນແນວໄປປູກເລີຍ, ການກ້າແກ່ນໃນສວນກ້າ

ການກ້າແກ່ນແນວປູກ

ສຳລັບແກ່ນແນວບາງຊະນິດແມ່ນຕ້ອງໃຊ້ວິທີການກ້າທີ່ພິເສດສະເພາະຈິ່ງສາມາດແຕກງອກອອກມາໄດ້. ແຕ່ແກ່ນແນວທຸກຊະນິດແມ່ນຕ້ອງການສິ່ງຕ່າງໆລຸ່ມນີ້:

  • ນ້ຳ. ກ່ອນຈະນຳເອົາແກ່ນໄປກ້າໃຫ້ເອົາແກ່ນແນວແຊ່ນ້ຳໄວ້ຄືນໜຶ່ງ. ຖ້າທ່ານໃຊ້ນ້ຳຮ້ອນ (ແຕ່ບໍ່ແມ່ນນ້ຳຟົດ) ແຊ່ແກ່ນແນວ, ມັນຈະຊ່ວຍຂ້າແມ່ພະຍາດ ແລະ ສັດຕູພືດທີ່ຕິດມານຳແກ່ນນັ້ນ. ວິທີນີ້ມັນຍັງຊ່ວຍໃຫ້ແກ່ນແນວທີ່ໄດ້ມາຈາກອາຈົມສັດ (ແກ່ນທີ່ຜ່ານທ້ອງສັດ) ແຕກງອກອອກມາໄດ້. ເພື່ອໃຫ້ແນ່ໃຈວ່າວິທີນີ້ຈະໄດ້ຜົນກໍ່ໃຫ້ທົດລອງເອົາແນວພືດສອງສາມແກ່ນແຊ່ນ້ຳຮ້ອນ ແລ້ວເອົາໄປກ້າເບິ່ງ ຫາກມັນອອກກໍ່ແມ່ນໄດ້ຜົນ.
  • ອາກາດ. ຖ້າຫາກດິນແຈບແກ່ນ ຫຼື ດິນທີ່ມີນ້ຳແຊ່ປຽກຕະຫຼອດເວລາ, ແກ່ນພືດກໍ່ຈະບໍ່ອອກ ເພາະວ່າມັນບໍ່ມີອາກາດພຽງພໍ.
  • ແສງແດດ. ມີແກ່ນແນວຈຳນວນໜຶ່ງ, ໂດຍສະເພາະແກ່ນແນວທີ່ມາຈາກທາງພາກເໜືອ ເຊິ່ງເປັນບ່ອນທີ່ມີພູມອາກາດແຕກຕ່າງກັນໄປຕາມຊ່ວງໄລຍະເວລາຂອງປີ, ແມ່ນຈະແຕກງອກອອກມາກໍ່ຕໍ່ເມື່ອມັນໄດ້ຮັບແສງສະຫວ່າງທີ່ພຽງພໍເທົ່ານັ້ນ.
  • ອຸນຫະພູມທີ່ເໝາະສົມ. ຍ້ອນວ່າພືດພັນແຕ່ລະຊະນິດແມ່ນມີລະດູປູກທີ່ແຕກຕ່າງກັນ, ພືດແຕ່ລະຊະນິດກໍ່ຈະແຕກງອກອອກມາໄດ້ດີທີ່ສຸດຕາມອຸນຫະພູມ ແລະ ໄລຍະເວລາທີ່ເໝາະສົມທີ່ແຕກຕ່າງກັນໄປໃນແຕ່ລະໆດູການ

ການປູກແກ່ນແນວ

ຕາມທຳມະດາແລ້ວ ການປູກແກ່ນແນວມີຢູ່ 2 ວິທີຄື: (1) ປູກແກ່ນໃນສວນກ້າເບັ້ຍກ່ອນ,ຫຼື (2) ເອົາແກ່ນໄປປູກເລີຍ. ທ່ານຈະເລືອກໃຊ້ວິທີໃດນັ້ນມັນກໍ່ຂຶ້ນກັບຊະນິດພືດທີ່ທ່ານຕ້ອງການ, ສະພາບອາກາດທີ່ເໝາະສົມແກ່ການປູກ ແລະ ພື້ນທີ່ສຳລັບກ້າວ່າມີ ຫຼື ບໍ່

ການເອົາແກ່ນແນວໄປປູກເລີຍ

ແກ່ນແນວປູກ, ນ້ຳ, ອາກາດ., ແສງແດດ. ອຸນຫະພູມທີ່ເໝາະສົມ. ການປູກແກ່ນແນວ, ການເອົາແກ່ນແນວໄປປູກເລີຍ, ການກ້າແກ່ນໃນສວນກ້າແກ່ນແນວພືດທີ່ມີຂະໜາດໃຫຍ່ກວ່າແມ່ນເໝາະສົມໃນການນຳເອົາໄປປູກລົງດິນປູກຝັງເລີຍ ເພາະວ່າຮາກຂອງພວກມັນຂະຫຍາຍໄວ ແລະ ຫາກຍ້າຍມັນໄປປູກອີກບາດໜຶ່ງມັນກໍ່ຈະເຮັດໃຫ້ຮາກຂອງມັນເກີດຄວາມເສຍຫາຍໄດ້ງ່າຍ. ຂຸດຂຸມປູກໃຫ້ເລິກ 2 ຫຼື 3 ເທື່ອຂອງຂະໜາດຂອງແກ່ນພືດທີ່ຈະປູກນັ້ນ. ເອົາແກ່ນພືດ 2 ຫາ 3 ແກ່ນປ່ອນລົງໄປໃນຂຸມນັ້ນແລ້ວກໍ່ປິດປາກຂຸຸມໄວ້.ສຳລັບແກ່ນພືດທີ່ມີຂະໜາດນ້ອຍຫຼາຍ ແມ່ນຄວນໃຫ້ຫວ່ານໃຫ້ ທົ່ວພື້ນທີ່ໆຈະປູກນັ້ນ. ເພື່ອປ້ອງກັນບໍ່ໃຫ້ເມັດພືດຕິດກັນໃນເວລາຫວ່ານ ກ່ອນຈະຫວ່ານນັ້ນແມ່ນໃຫ້ເອົາແກ່ນແນວພືດປົນກັບຂີ້ຊາຍສາກ່ອນ. ຫຼັງຈາກຫວ່ານແກ່ນພືດແລ້ວ ໃຫ້ເອົາແນວປົກ ຫຼື ດິນປົກເປັນຊັ້ນບາງໆໄວ້. ພ້ອມນີ້ກໍ່ໃຫ້ໃຊ້ລູກກິ້ງມາກິ້ງເທິງພື້ນທີ່ຫວ່ານນັ້ນເບົາໆເພື່ອໃຫ້ແກ່ນແຈບລົງໄປໃນດິນ ເຊິ່ງຈະເປັນການຊ່ວຍໃຫ້ມັນແຕກງອກອອກມາໄດ້ງ່າຍຂຶ້ນ.

ການກ້າແກ່ນໃນສວນກ້າ

ການກ້າແກ່ນໃນສວນກ້ານັ້ນເປັນການຊ່ວຍໃຫ້ແກ່ນແນວແຕກງອກອອກມາດ້ວຍການຄວບຄຸອຸນຫະພູມ, ນ້ຳ ແລະ ສັດຕູພືດ. ການເອົາເບັ້ຍພືດທີ່ກ້າໃນສວນກ້າໄປປູກໃນພື້ນທີ່ໆຫາກໍ່ເອົາຫຍ້າອອກໝົດແລ້ວນັ້ນເປັນການຊ່ວຍໃຫ້ຕົ້ນເບັ້ຍນັ້ນສາມາດນຳໃຊ້ນ້ຳ ແລະ ດິນໄດ້ຢ່າງມີປະສິດທິພາບ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ