ຕົ້ນໝາກຫຸ່ງ
ຊື່ວິທະຍາສາດ: Carica papaya L.
ຕົ້ນໝາກຫຸ່ງເປັນພືດລົ້ມລຸກອາຍຸ 1-2 ປີ, ສູງ 6-9 ແມັດ, ລໍາຕົ້ນ ແລະ ໃບອວບຜ່ອຍຫັກງ່າຍ, ທົ່ວທັງຕົ້ນມີຢາງໃສ, ດອກອອກຕາມຫວ່າງໃບຢູ່ຍອດ ສີເຫຼືອງອ່ອນປົນຂາວ,ໝາກອ່ອນສີຂຽວ ເວລາສຸກສີເຫຼືອງ. ປະຊາຊົນລາວໄດ້ປູກຕົ້ນໝາກຫຸ່ງເພື່ອເກັບໝາກໃຊ້ເປັນອາຫານ ແລະ ສ້າງລາຍຮັບແກ່ຄອບຄົວ. ຖ້າເວົ້າເຖິງຕຳໝາກຫຸ່ງກໍ່ຍິ່ງເປັນອາຫານທີ່ມັກຂອງຄົນລາວ ແລະ ກໍເປັນອາຫານພື້ນເມືອງກໍວ່າໄດ້. ປະໂຫຍດທີ່ໄດ້ຈາກຕົ້ນ ໝາກຫຸ່ງມີໝາກດິບໃຊ້ປຸ່ງແຕ່ງອາຫານ, ໝາກສຸກໃຊ້ກິນເປັນຂອງຫວານ ຊຶ່ງເປັນໝາກໄມ້ທີ່ມີປະໂຫຍດຕໍ່ສຸຂະພາບຂອງຄົນເຮົາ ເພາະຢູ່ໃນໝາກຫຸ່ງສຸກປະກອບມີທາດບຳລຸງຫຼາຍຢ່າງແລະ ສາມາດຍ່ອຍອາຫານໄດ້ດີ. ນອກຈາກປະໂຫຍດທີ່ກ່າວມານັ້ນແລ້ວ ຕົ້ນໝາກຫຸ່ງຍັງໃຊ້ປິ່ນປົວພະຍາດເຊັ່ນ: ກະເພາະລຳໃສ້, ຕຸ່ມເປື່ອຍ ແລະ ບາດແຜທີ່ຖືກເຫຼັກປັກ.
ສ່ວນນຳໃຊ້:
ຮາກ ແລະ ກ້ານໃບໝາກຫຸ່ງ ເອົາຢາງລະໜ້ອຍມາຕົ້ມນຳ້ດື່ມ ຍັງເປັນຢາໄລຢ່ຽວ ຫຼື ເວລາມີອາການຖ່າຍເບົາບໍ່ສະດວກ
(ປົວກະເພາະລຳໃສ້) ເດັດເອົາຊໍ່ດອກ
ໝາກຫຸ່ງຜູ້ 1 ຊໍ່ ມາຫັກສັ້ນນຳໄປຕົ້ມ
ກັບນຳ້ 1 ລີດ ໃຫ້ຟົດ, ແບ່ງນຳ້ດື່ມ
3 ເວລາ (ເຊົ້າ, ສວຍ, ແລງ)
ຢາງຂອງຕົ້ນໝາກຫຸ່ງ ໃຊ້ທາຕຸ່ມເປື່ອຍ, ບາດແຜອັກເສບ ແລະ ບາດແຜທີ່ຖືກເຫຼັກປັກເປັນຢາຂ້າເຊື້ອໂລກ ແລະ ກັນບາດພະຍັກ.
Monday, February 15, 2016
ຕົ້ນໝາກຫຸ່ງ ຊື່ວິທະຍາສາດ: Carica papaya L.
Tags
# ພືດສະໝຸນໄພ
Share This
ພືດສະໝຸນໄພ
ກຸ່ມ
ພືດສະໝຸນໄພ
Subscribe to:
Post Comments (Atom)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ