google-site-verification: google0d91bc93cfc88895.html ການປູກພືດປະສົມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 02, 2016

ການປູກພືດປະສົມ

ການປູກພືດປະສົມ           ການນໍາເອົາພືດທີ່ແຕກຕ່າງກັນມາປູກລວມກັນ ຈະສາມາດດຶງດູດແມງໄມ້ທີ່ມີປະໂຫຍດ ແລະ ຂັບໄລ່ສັດຕູພືດໄດ້(ເບິ່ງລາຍລະອຽດຕື່ມໃນຫົວຂໍ້ຕໍ່ໆໄປ). ໂດຍທົ່ວໄປແລ້ວ, ພືດທີ່ສາມາດປູກປະສົມທີ່ມີກິ່ນແຮງ (ເຊັ່ນ: ຫວ້ານຫາງແຂ້,ຜັກຈໍາພວກຫອມປ້ອມ, ຜັກກະເພົາ, ດອກຫຍ້າຂິວ, ໝາກເຜັດ, ຜັກທຽມ, ຂິງ, ຫົວສີໄຄ, ດອກດາວເຮືອງ ແລະ ຜັກບົ່ວ) ຈະຂັບໄລ່ສັດຕູຂອງສວນ, ໃນຂະນະທີ່ ພືດຈໍາພວກດອກໄມ້ ຫຼື ດອກຜັກບາງຊະນິດ (ເຊັ່ນ: ດອກຫົວກະຫຼົດ(ແຄຣອທ໌), ຜັກຊີຊ້າງ, ຜັກຊີ, ຜັກຊີຝຣັ່ງ, ພືດຈໍາພວກໝາກ ນາວ ແລະ ຫອມລາບ) ພືດຈໍາພວກນີ້ຈະດຶງດູດແມງໄມ້ທີ່ເປັນປະໂຫຍດ. ການປ່ອຍໃຫ້ພືດໃນສວນຂອງທ່ານອອກດອກກໍ່ແມ່ນວິທີທາງທໍາມະຊາດໃນການດຶງດູດແມງໄມ້ທີ່ມີປະໂຫຍດ ແລະ ເພື່ອປົກປ້ອງພືດຂອງທ່ານ. ຜັກທຽມຍັງສາມາດຂ້າເຊື້ອລາທີ່ຢູ່ໃນດິນຈໍານວນໜຶ່ງ, ແລະດອກດາວເຮືອງຍັງສາມາດຂ້າບົ້ງຝອຍ (ບົ້ງນ້ອຍໆ ທີ່ມັກທໍາລາຍພືດ) ນໍາອີກ.  ບາງຂໍ້ແນະນໍາ (ແນວຄວາມຄິດ ເພື່ອການປູກພືດລວມກັນ): • ຜັກກະເພົາ ຊ່ວຍຂັບໄລ່ບົ້ງເຈາະໝາກເລັ່ນ • ດອກຜັກນາຊເຕີນັມ (Nasturtiums) ເປັນດອກສີເຫຼືອງອົມແດງ ຊ່ວຍກໍາຈັດແມງແຄງຂາຈ່າງ • ດອກດາວເຮືອງ ແລະ ຫອມລາບ ຊ່ວຍຂັບໄລ່ ແມງກະເບື້ອດອກກະລ່ຳປີ • ປູກຖົ່ວຍາວ ແລະ ກະລ່ຳປີລວມກັນ ຈະເຮັດໃຫ້ສັດຕູພືດຂອງພືດແຕ່ລະຊະນິດຊັບສົນ.


ການປູກພືດປະສົມ

          ການນໍາເອົາພືດທີ່ແຕກຕ່າງກັນມາປູກລວມກັນ ຈະສາມາດດຶງດູດແມງໄມ້ທີ່ມີປະໂຫຍດ ແລະ ຂັບໄລ່ສັດຕູພືດໄດ້(ເບິ່ງລາຍລະອຽດຕື່ມໃນຫົວຂໍ້ຕໍ່ໆໄປ). ໂດຍທົ່ວໄປແລ້ວ, ພືດທີ່ສາມາດປູກປະສົມທີ່ມີກິ່ນແຮງ (ເຊັ່ນ: ຫວ້ານຫາງແຂ້,ຜັກຈໍາພວກຫອມປ້ອມ, ຜັກກະເພົາ, ດອກຫຍ້າຂິວ, ໝາກເຜັດ, ຜັກທຽມ, ຂິງ, ຫົວສີໄຄ, ດອກດາວເຮືອງ ແລະ ຜັກບົ່ວ) ຈະຂັບໄລ່ສັດຕູຂອງສວນ, ໃນຂະນະທີ່ ພືດຈໍາພວກດອກໄມ້ ຫຼື ດອກຜັກບາງຊະນິດ (ເຊັ່ນ: ດອກຫົວກະຫຼົດ(ແຄຣອທ໌), ຜັກຊີຊ້າງ, ຜັກຊີ, ຜັກຊີຝຣັ່ງ, ພືດຈໍາພວກໝາກ ນາວ ແລະ ຫອມລາບ) ພືດຈໍາພວກນີ້ຈະດຶງດູດແມງໄມ້ທີ່ເປັນປະໂຫຍດ. ການປ່ອຍໃຫ້ພືດໃນສວນຂອງທ່ານອອກດອກກໍ່ແມ່ນວິທີທາງທໍາມະຊາດໃນການດຶງດູດແມງໄມ້ທີ່ມີປະໂຫຍດ ແລະ ເພື່ອປົກປ້ອງພືດຂອງທ່ານ. ຜັກທຽມຍັງສາມາດຂ້າເຊື້ອລາທີ່ຢູ່ໃນດິນຈໍານວນໜຶ່ງ, ແລະດອກດາວເຮືອງຍັງສາມາດຂ້າບົ້ງຝອຍ (ບົ້ງນ້ອຍໆ ທີ່ມັກທໍາລາຍພືດ) ນໍາອີກ.

ບາງຂໍ້ແນະນໍາ (ແນວຄວາມຄິດ ເພື່ອການປູກພືດລວມກັນ):

• ຜັກກະເພົາ ຊ່ວຍຂັບໄລ່ບົ້ງເຈາະໝາກເລັ່ນ
• ດອກຜັກນາຊເຕີນັມ (Nasturtiums) ເປັນດອກສີເຫຼືອງອົມແດງ ຊ່ວຍກໍາຈັດແມງແຄງຂາຈ່າງ
• ດອກດາວເຮືອງ ແລະ ຫອມລາບ ຊ່ວຍຂັບໄລ່ ແມງກະເບື້ອດອກກະລ່ຳປີ
• ປູກຖົ່ວຍາວ ແລະ ກະລ່ຳປີລວມກັນ ຈະເຮັດໃຫ້ສັດຕູພືດຂອງພືດແຕ່ລະຊະນິດຊັບສົນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ