google-site-verification: google0d91bc93cfc88895.html ໂສມຜັກກາດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 15, 2016

ໂສມຜັກກາດ


ໂສມຜັກກາດ
ຊື່ວິທະຍາສາດ: Gynura pseudochina DC.
ໂສມຜັກກາດຈັດໃນກຸ່ມພືດຫຍ້າ ສູງ 20-30 ຊັງຕີແມັດ, ທັງລຳ ແລະ ໃບອວບນ້ຳ, ໃບເປັນລາຍງາມ ມີສີມ່ວງປົນຂຽວ ໂດຍສະເພາະເອັນໃບຈະເຫັນແຈ້ງເປັນສີຂຽວ, ຊໍ່ດອກເປັນພົ້ວຢູ່ຍອດມີກ້ານດອກຍາວ ດອກສີເຫົຼືອງ. ພືດຊະນິດນີ້ປະຊາຊົນມັກປູກໃສ່ໂຖເອ້ຍ້ອງຕາມເຮືອນຊານ ແລະ ສະຖານທີ່ຕ່າງໆ. ພາກສ່ວນທີ່ນຳມາໃຊ້ປະໂຫຍດທາງຢາແມ່ນ ໃບໃຊ້ປົວຕານເຕັ້ນ, ຝີ, ຕຸ່ມເປື່ອຍ ແລະ ເປັນຜືນຄັນຕາມຜິວໜັງ ສ່ວນຮາກແມ່ນປົວໄຂ້, ສາມາດເກັບໄດ້ຕະຫຼອດປີ.

ວິທີການປິ່ນປົວ:

ປົວຕານເຕັ້ນ, ຝີ, ຕຸ່ມເປື່ອຍ ແລະ ເປັນຜືນຄັນຕາມຜິວໜັງ ແມ່ນເກັບເອົາໃບສົດ 6-7ໃບ ມາລ້າງໃຫ້ສະອາດ ນຳໄປຕຳໃຫ້ແຫຼກ ແລ້ວປັ້ນເອົານຳ້ທາຕາມບໍລິເວນທີ່ເປັນ ຫຼືໂພະໃສ່ເລີຍກໍໄດ້.

ປົວໄຂ້ ແມ່ນລົກເອົາຮາກໂສມຜັກກາດ 4-5 ຮາກມາລ້າງນຳ້ໃຫ້ສະອາດ,ທັບໃຫ້ແຕກ ແລ້ວນຳໄປແຊ່ນຳ້ດືມ ຫຼື ຕົ້ມກິນກໍ່ໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ