google-site-verification: google0d91bc93cfc88895.html ຝຸ່ນຂຽວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 19, 2016

ຝຸ່ນຂຽວ



ພືດຝຸ່ນຂຽວ ແລະ ພືດປົກຄຸມໜ້າດິນຕ່າງໆ
ພືດຝຸ່ນຂຽວແມ່ນພືດທີ່ເປັນຝຸ່ນໃຫ້ແກ່ດິນ ແລະ ພວກມັນກໍ່ຍັງເປັນພືດທັນຍາຫານທີ່ປົກຄຸມໜ້າດິນຊ່ວຍຄວບຄຸມວັດຊະພືດຕ່າງໆໄດ້.ຍ້ອນວ່າພືດພັນຫຼາຍໆຊະນິດເຮັດໜ້າທີ່ທັງສອງຢ່າງນີ້ ພວກມັນຈິ່ງຖືກເອີ້ນວ່າທັງສອງຊື່ຄື: ພືດຝຸ່ນຂຽວ ແລະ ພືດທັນຍາຫານປົກຄຸມໜ້າດິນ. ພືດຝຸ່ນຂຽວຫຼາຍໆຊະນິດແມ່ນພືດໃນ“ຕະກຸນຖົ່ວ”(ເຊັ່ນ: ໝາກຖົ່ວຂຽວ, ຖົ່ວຟັກຍາວ ແລະ ຕົ້ນໝາກຂາມ). ພືດຕະກຸນຖົ່ວຊ່ວຍເພີ່ມທາດນີເຕີເຈັນໃຫ້ກັບດິນ. ຖ້າທ່ານຫຼົກ
ເອົາຮາກໝາກຖົ່ວຂຶ້ນມາເບິ່ງກໍ່ຈະເຫັນວ່າຢູ່ຕາມຮາກນັ້ນແມ່ນມີກ້ອນມົນນ້ອຍຢູ່. ບັນດາກ້ອນມົນຕາມຮາກເຫຼົ່ານີ້ເກັບກັກທາດນີເຕີເຈັນຈາກອາກາດໄວ້ໃຫ້ດິນ ເຊິ່ງເປັນການຊ່ວຍໃຫ້ດິນອຸດົມສົມບູນຂຶ້ນ.



ພືດຝຸ່ນຂຽວມີຜົນປະໂຫຍດຫຼາຍຢ່າງຄື:
● ພວກມັນປົກຄຸມໜ້າດິນ ປ້ອງກັນບໍ່ໃຫ້ມີການກັດເຊາະດິນ ແລະ ຊ່ວຍໃຫ້ດິນດູດຊັບນ້ຳໄວ້ໄດ້.
● ພວກມັນຊ່ວຍເພີ່ມຊີວະພາບຕ່າງໆໃຫ້ກັບດິນ ເຮັດໃຫ້ດິນອຸດົມສົມບູນຫຼາຍຂຶ້ນ.
● ຫຼັງຈາກໃຊ້ຝຸ່ນຂຽວມາເປັນເວລາຫຼາຍປີ, ມັນເຮັດໃຫ້ການປູກຝັງໃນດິນນັ້ນໄດ້ງ່າຍຂຶ້ນ.
● ບໍ່ຕ້ອງໄດ້ເສຍຄ່າແຮງງານ ແລະ ຄ່າຂົນສົ່ງໃດໆ, ເພາະວ່າພືດຝຸ່ນຂຽວແມ່ນປູກຢູ່ກັບທີ່ໆຈະທຳການຟື້ນຟູດິນນັ້ນເລີຍ.
● ປູກພືດຝຸ່ນຂຽວຄຽງຄູ່ກັນໄປກັບພືດທັນຍາຫານອື່ນໆ, ພວກມັນຊ່ວຍຄວບຄຸມວັດ ຊະພືດ ແລະ ແມງໄມ້ສັດຕູພືດຕ່າງໆ. ນອກຈາກຊ່ວຍໃນການຟື້ນຟູດິນແລ້ວ, ພືດຝຸ່ນຂຽວຍັງເປັນປະໂຫຍດຫຼາຍຢ່າງເຊັ່ນ: ພືດຝຸ່ນຂຽວບາງຊະນິດກໍ່ເປັນອາຫານ (ເຂົ້າຝ້າງ, ເຂົ້າຣາຍ ແລະ ຖົ່ວຕ່າງໆ). ຊະນິດອື່ນໆກໍ່ເປັນອາຫານແກ່ສັດຕ່າງໆ (ເຊັ່ນ: ຖົ່ວເເອນຟານຟາ, ພືດຕະກຸນຖົ່ວອື່ນໆ). ຕົ້ນພືດ ເຊັ່ນ: ຫຍ້າຊູດານ ແລະ ພືດຜັກອື່ນໆໃນຕະກຸນຜັກກະຫຼ່ຳປີ (mustard family) ສາມາດປ້ອງກັນການເກີດພະຍາດຕ່າງໆກັບພືດທັນຍາຫານໄດ້. ຕົ້ນໄມ້ທີ່ໃຊ້ເປັນຝຸ່ນຂຽວກໍ່ຍັງເປັນຟືນໄວ້ດັງໄຟໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ