google-site-verification: google0d91bc93cfc88895.html ຕົ້ນເຫດຂອງບັນຫາສຸຂະອະນາໄມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 22, 2016

ຕົ້ນເຫດຂອງບັນຫາສຸຂະອະນາໄມ




ຕົ້ນເຫດຂອງບັນຫາສຸຂະອະນາໄມ
         ເມື່ອພິຈາລະນາເຖິງສາເຫດ ຫຼື ຕົ້ນເຫດຂອງບັນຫາສຸຂະອະນາໄມ, ວິທີໜຶ່ງແມ່ນພິຈາລະນາຈາກສິ່ງຕ່າງໆຂ້າງລຸ່ມນີ້:

  • ການຂາດແຄນສິ່ງທີ່ຈຳເປັນຕໍ່ການດຳລົງຊີວິດຢ່າງຖືກສຸຂະອະນາໄມເຊັ່ນ: ອາກາດ ແລະ ນ້ຳທີ່ສະອາດ, ດິນ ແລະ ປ່າທີ່ອຸດົມ ສົມບູນ, ທີ່ພັກພາອາໄສທີ່ສະບາຍ ແລະ ປອດໄພ, ແລະ ສະພາບເງື່ອນໄຂຂອງການເຮັດວຽກທີ່ປອດໄພ.
  • ການມີສິ່ງທີ່ບໍ່ຈຳເປັນທີ່ເປັນອັນຕະລາຍຫຼາຍເກີນໄປເຊັ່ນ: ຂີ້ ເຫຍື້ອ, ສານເຄມີເປັນພິດ, ມົນລະພິດ ແລະ ອາຫານທີ່ບໍ່ມີຄຸນປະໂຫຍດຕໍ່ຮ່າງກາຍຂອງຄົນເຮົາ.

         ດັ່ງໃນກໍລະນີຂອງ ປະເທດເອຄົວດໍ (ເບິ່ງພາກທີ 1), ບັນຫາສຸຂະພາບທີ່ເກີດຂຶ້ນແມ່ນມີຕົ້ນເຫດມາຈາກການຂາດແຄນສິ່ງພື້ນຖານທີ່ຈຳເປັນຕໍ່ການດຳລົງຊີວິດ ເຊັ່ນ: ນ້ຳສະອາດ, ວິດຖ່າຍ ແລະ ປ່າໄມ້. ອີກຕົວຢ່າງໜຶ່ງກໍ່ຄືກໍລະນີຂອງ ນະຄອນໂບປານ ໃນ ປະເທດອິນເດຍ, ຊຶ່ງບັນຫາສຸຂະພາບແມ່ນເກີດມາຈາກບັນດາສານເຄມີ ເປັນພິດທີ່ມີຢູ່ຫຼາຍເກີນໄປ.
            ການທີ່ຈະປັບປຸງສຸຂະອະນາໄມຂອງສອງກໍລະນີທີ່ໄດ້ກ່າວມາຂ້າງເທິງນັ້ນ ມັນຂຶ້ນຢູ່ກັບປະຊາຊົນທີ່ອາໄສຢູ່ໃນແຕ່ລະບ່ອນວ່າຈະມີຄວາມສາມາດປ້ອງກັນບັນດາເງື່ອນໄຂທີ່ກໍ່ໃຫ້ເກີດ: (1) ການຂາດແຄນສິ່ງທີ່ຈຳເປັນພື້ນຖານຕໍ່ການດຳລົງຊີວິດ, ແລະ (2) ການມີມົນ ລະພິດຫຼາຍເກີນໄປ ໄດ້ຫຼາຍພຽງໃດ. ສະນັ້ນ, ການທີ່ພວກເຮົາປົກປັກຮັກສາຊຸມຊົນ ແລະ ແຫຼ່ງຊັບພະຍາກອນທຳມະຊາດຂອງພວກເຮົາໄວ້, ສະແດງວ່າພວກເຮົາກຳລັງປົກປ້ອງ ອະນາຄົດຂອງລູກໆ ຫຼານໆ ຂອງພວກເຮົາທັງໝົດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ