google-site-verification: google0d91bc93cfc88895.html ວິວັດທະນາການຂອງຫຍ້າ (Growth) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 18, 2016

ວິວັດທະນາການຂອງຫຍ້າ (Growth)

ວິວັດທະນາການຂອງຫຍ້າ (Growth) 1. ການແຕກງອກ (Germination) ຂະບວນການງອກເລີ້ມຕົ້ນຂື້ນໂດຍທີ່ແກ່ນມີການດູດຊື່ມນໍ້າ ຫຼື ຄວາມຊຸ່ມຊື່ນເຂົ້າໄປໃນແກ່ນ. ຫຼັງຈາກນັ້ນ, ກໍ່ຈະເກີດມີການກະຕຸ້ນ ເອັນໄຊ໌ (enzyme) ເຮັດໃຫ້carbohydrate endosperm ແຕກໂຕ ຫຼື ແປຮູບເປັນນ້ ໍາຕານເພື່ອໃຊ້ໃນການແບ່ງ ແລະຂະຫຍາຍ cell. ສີ່ງທີ່ປະກົດອອກໃຫ້ວິວັດທະນາການຂອງຫຍ້າ (Growth) 1. ການແຕກງອກ (Germination) ຂະບວນການງອກເລີ້ມຕົ້ນຂື້ນໂດຍທີ່ແກ່ນມີການດູດຊື່ມນໍ້າ ຫຼື ຄວາມຊຸ່ມຊື່ນເຂົ້າໄປໃນແກ່ນ. ຫຼັງຈາກນັ້ນ, ກໍ່ຈະເກີດມີການກະຕຸ້ນ ເອັນໄຊ໌ (enzyme) ເຮັດໃຫ້carbohydrate endosperm ແຕກໂຕ ຫຼື ແປຮູບເປັນນ້ ໍາຕານເພື່ອໃຊ້ໃນການແບ່ງ ແລະຂະຫຍາຍ cell. ສີ່ງທີ່ປະກົດອອກໃຫ້

ວິວັດທະນາການຂອງຫຍ້າ (Growth)

1. ການແຕກງອກ (Germination)

ຂະບວນການງອກ ເລີ້ມຕົ້ນຂື້ນໂດຍທີ່ແກ່ນມີການດູດຊື່ມນໍ້າ ຫຼື ຄວາມຊຸ່ມຊື່ນເຂົ້າໄປໃນແກ່ນ. ຫຼັງຈາກນັ້ນ, ກໍ່ຈະເກີດມີການກະຕຸ້ນ ເອັນໄຊ໌ (enzyme) ເຮັດໃຫ້carbohydrate endosperm ແຕກໂຕ ຫຼື ແປຮູບເປັນນ້ ໍາຕານເພື່ອໃຊ້ໃນການແບ່ງ ແລະຂະຫຍາຍ cell. ສີ່ງທີ່ປະກົດອອກໃຫ້ເຫັນທໍາອິດຈາກການງອກ ຄື: ຮາກ primary root ເຊີ່ງຈະແທງລະທຸເຍື່ອຮຸ້ມ coleorhiza ແລະ ໃນ ວັນທີ 2 ຫຼື 3 ອາດຈະມີຮາກງອກເພີ້ມຂື້ນອອກມາອີກ
1-2 ຄູ່ ເພື່ອຊ່ວຍການດູດຊື່ມນໍ້າ.ໂດຍທົ່ວໄປ, ແກ່ນຫຍ້າເມືອງຮ້ອນຈະງອກພາຍໃນ 3-4 ວັນ ຫຼັງການຫວ່ານ
ພາຍໄຕ້ອຸນຫະພູມທີ່ເໝາະສົມຄືຢູ່ໃນລະຫວ່າງ 25-35 ໍC.

2. ການແຕກກໍ (Tillering)

ຫຼັງຈາກແກ່ນງອກເປັນຕົ້ນແລ້ວ, ຕົ້ນຫຍ້າກໍ່ຈະເລີ້ມມີການແຕກກໍອອກມາທາງດ້ານຂ້າງໂດຍແຕກອອກຈາກຕາທີ່ເອີ້ນວ່າ: ‘axillary bud’. ແໜງທີ່ແຕກອອກມາຈາກດ້ານຂ້າງນັ້ນເອີ້ນວ່າ: ‘side tillers’ ເຊີ່ງຈະສາມາດແຕກແໜງໃໝ່ອອກມາໄດ້ອີກ.ຫຍ້າລະດູດຽວຈະມີວົງຈອນຊີວິດພຽງແຕ່ 1 ປີເຊີ່ງຈະຕາຍ ຫຼັງການອອກດອກ ແລະ ໃຫ້ໝາກ.ແຕ່ສ ຳລັບຫຍ້າທີ່ມີອາຍຸຂ້າມປີຈະມີວົງຈອນຊີວິດຫຼາຍປີຢ່າງໜ້ອຍ 3 ປີຂື້ນໄປເຊີ່ງຈະມີຮູບແບບການຈະເລີນເຕີບໂຕທີ່ສະລັບຊັບຊ້ອນ, ສາມາດແຕກແໜງໄດ້ຕະຫຼອດປີ ແລະ ແໜງທີ່ແຕກອອກມານີ້ກໍ່ຈະສາມາດແຕກແໜງໃໝ່ໄປເລື້ອຍໆ.ແໜງຂອງຫຍ້າທີ່ມີອາຍຸຂ້າມປີຈະມີ 2 ຊະນິດ ຄື:
             1). ຊະນິດທີ່ໃຫ້ແກ່ນໄດ້ (fertile tiller) ເຊີ່ງຈະປະກອບມີປ້ອງ ແລະ ໃບທີ່ຂ້ອນຂ້າງຍາວ.
             2). ແໜງທີ່ໃຫ້ແກ່ນບໍ່ໄດ້ (sterile tiller) ຈະມີປ້ອງ ແລະ ໃບທີ່ສັ້ນກວ່າ.

3. ການປົກຄຸມພື້ນທີ່ (Covering area)

ຫຍ້າປະເພດທີ່ມີລໍາຕົ້ນເລືອຕາມດິນຈະມີການຈະເລີນເຕີບໂຕປົກຄຸມໜ້າດິນໄດ້ຢ່າງວອງໄວ, ໜາແໜ້ນ ແລະ ສະໝຳ ່ສະເໝີກວ່າຫຍ້າທີ່ແຕກກໍ. ຫຍ້າຈໍາພວກນີ້ຈະເລີນເຕີບໂຕໄດ້ດີໃນດິນທີ່ມີລັກສະນະເປັນດິນຊາຍລະບາຍນໍ້າໄດ້ດີ. ອັດຕາການແຕກແໜງ ແລະ ເລືອປົກຄຸມພື້ນທີ່ຈະແຕກຕ່າງກັນຕາມແຕ່ລະຊະນິດຂອງພັນຫຍ້າ, ສະພາບແວດລ້ອມ ແລະ ຄວາມອຸດົມສົມບູນຂອງດິນ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ