google-site-verification: google0d91bc93cfc88895.html ສີໄຄ ຊື່ວິທະຍາສາດ: Andropogon citratusHort. ex DC - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, February 15, 2016

ສີໄຄ ຊື່ວິທະຍາສາດ: Andropogon citratusHort. ex DC

ສີໄຄ
ຊື່ວິທະຍາສາດ: Andropogon citratusHort. ex DC.


ສີໄຄ ເປັນພືດທີ່ຈັດຢູ່ໃນຈຳພວກຫຍ້າ ເກີດເປັນສຸມສູງ 50-70 ຊັງຕີແມັດ, ມີຮາກຝອຍຫຼາຍ, ໃບຍາວຂະໜານ 0,8-1 ແມັດ, ຂອບໃບກ້ຽງຄົມ ເວລາເກັບກູ້ຖ້າບໍ່ລະວັງສາມາດ ບາດມືໄດ້. ຫົວສີໄຄເປັນທີ່ຮູ້ຈັກກັນຫຼາຍໃນທ້ອງຕະ ຫຼາດເພາະປະຊາຊົນນຳໃຊ້ຫົວສີໄຄເຂົ້າໃນການປຸງແຕ່ງອາຫານ ໃຊ້ເປັນເຄື່ອງເທບ ເຮັດໃຫ້ອາຫານມີລົດຫອມ ລົດຊາດດີ ແລະ ດັບກິ່ນຄາວ ໂດຍສະເພາະແມ່ນອາຫານທີ່ປຸງແຕ່ງຈາກປາ ພືດຊະນິດນີ້ນອກຈາກໃຊ້ປະ
ກອບ ເຂົ້າໃນອາຫານແລ້ວຍັງມີປະໂຫຍດດ້ານຢາ ແລະ ກັ່ນເອົານ້ຳມັນຂາຍໄດ້ ນ້ຳມັນສີໄຄນຳໃຊ້ປະສົມເຂົ້າໃນຄີມ, ສະບູ ແລະ ສະເປກັນຍຸງ ຊຶ່ງຫຼາຍປະເທດໄດ້ມີຜະລິດຕະພັນ ອອກຂາຍແລ້ວ. ປະໂຫຍດດ້ານຢາຂອງຕົ້ນສີໄຄແມ່ນແກ້ທ້ອງອືດຍຶ່ງ ແລະ ປົວກະດູກຫັກຈາກການກະທົບ

ວິທີປີ່ນປົວ:
ແກ້ທ້ອງອືດທ້ອງຍຶ່ງ: ເກັບເອົາໃບ ແລະ ຫົວສີໄຄສົດ ມາລ້າງໃຫ້ສະອາດ ຊອຍເປັນຕ່ອນນ້ອຍໃຫ້ໄດ້ 1 ກຳມື ນຳໄປຕົ້ມປະສົມກັບຫວ້ານພັຍ 7 ຝານ ໃສ່ນຳ້ 1 ລີດ ຕົ້ມໃຫ້ຝົດພໍປະມານ ນຳໄປຕອງດ້ວຍແພຂາວສະອາດ ແລ້ວດື່ມຕາງນຳ້ຈົນກວ່າອາການຈະດີຂື້ນ


ປົວກະດູກຫັກ : ເອົາໃບ ແລະ ຫົວສີໄຄສົດ ມາລ້າງໃຫ້ ສະອາດຊອຍເປັນຕ່ອນນ້ອຍ ຕຳໃຫ້ມຸ່ນ ຈົນຂື້ນນຳ້, ນຳໄປໂພະໃສ່ບ່ອນ ດູກຫັກ ແລ້ວໃຊ້ແພສີຂາວສະ ອາດ ຫຼື ແພປັງເຊີມັງຂອງແພດ ພັນໄວ້ ຫຼັງຈາກພັນແລ້ວບໍ່ຄວນ
ເຄື່ອນເໜັງເພື່ອບໍ່ໃຫ້ກະດູກເຄື່ອນ ຍ້າຍ ແຕ່ຄວນປ່ຽນຢາທຸກໆວັນ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ