google-site-verification: google0d91bc93cfc88895.html ຄວາມເປັນມາຂອງໂຄງການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້ Namsor Hydro power - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, February 19, 2019

ຄວາມເປັນມາຂອງໂຄງການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້ Namsor Hydro power


ໂຄງການເຂື່ອນໄຟຟ້ານ້ຳຊໍ້ ບ້ານມີໄຊ ເມືອງວຽງທອງ ແຂວງ ບໍລິຄຳໄຊ ມີທີ່ໄປທີ່ມາແຕ່ຕົ້ນຈົນເຖິງກໍ່ສ້າງສຳເລັດມີທີ່ມາດັ່ງນີ້:
ສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ (Desk study) ໂດຍບໍລິສັດວຽງຈັນເຕັກໂນ່ກໍ່ສ້າງຈຳກັດ ມີສຳນັກງານຕັ້ງຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ແຕ່ ຕົ້ນເດືອນ ມັງກອນ 2012 ພາຍຫລັງລົງມາສຶກສາເບິ່ງພາກສະຫນາມຕົວຈິງເຫັນໄດ້ວ່າໂຄງການມີຄວາມເປັນໄປໄດ້ສູງ ຈຶ່ງໄດ້ສິນໃຈ ເຂົ້າໄປເຊັນບົດບັນທຶກຄວາມເຂົ້າໃຈກັບອຳນາດການປົກຄອງແຂວງບໍລິຄຳໄຊໂດຍຕາງຫນ້າແມ່ນພະແນກແຜນການ ແລະ ການລົງທຶນແຂວງ ໃນຄັ້ນວັນທີ 15 ສິງຫາ 2012, ພາຍຫລັງໄດ້ເຊັນບົດບັນທຶກ ທາງບໍລິສັດວຽງຈັນເຕັກໂນກໍ່ສ້າງຈຳກັດ ກໍ່ໄດ້ລົງມື້ສຳຫລວດ ເພື່ອອອກແບບຢ່າງເຕັມລະບົບໂດຍໄດ້ມີການວ່າຈ້າງບໍລິສັດເຂົ້າມາຮ່ວມສຶກສາໂຄງການຄື: ວ່າຈ້າງບໍລິສັດ ລາວ-ເຈແປນໄຮໂດຼຄອນຊາວຕິງ ສຶກສາ ແລະ ສຳຫລວດທາງດ້ານອຸທົກກະສາດຂອງໂຄງການ, ວ່າຈ້າງໃຫ້​​ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ສຶກສາ ແລະ ສຳຫລວດທາງດ້ານຜົນກະທົບສິງແວວລ້ອມ ແລະ ສັງຄົມ, ສຳລວດພູມສາດ ແລະ ສ້າງແຜນທີ່ ໂດຍກອງສຳຫລວດອອແບບກົມຊົນລະປະທານ ແລະ ສຳຫລວດທໍລະນີສາດ ໂດຍບໍລິສັດ DML ຈຳກັດ, ພາຍຫລັງໄດ້ຂໍ້ມູນມາກໍ່ສ້າວ່າຈ້າງໃຫ້ ບໍລິສັດ DCS (ປະເທດໄທ) ຕ່າງຫນ້າແມ່ນ ພິບູນ ບຸນສົ່ງ ເປັນຫົວຫນ້າທີມໃນການຄິດໄລ່ ແລະ ອອກແບບໂຄງການ, ​ສຳລັບການປະກອບ ແລະ ຂຽນບົດລາຍງານ FS ແມ່ນບໍລິສັດວຽງຈັນເຕັກໂນ​ Consulting sole ຈຳກັດ ແລະໄດ້ຮັບການຢັ້ງຢືນບົດວິພາກເສດຖະກິດ-ເຕັກນິກຂອງໂຄງການ ຄັ້ງວັນທີ 29 ມັງກອນ 2014, ທີ່ 24 ມັງກອນ 2014 ໄດ້ຮັບການຢັ້ງຢືນບົດສຶກສາທາງດ້ານຜົນກະທົບ ແລະ ສິ່ງແວດລ້ອມຂອງໂຄງການ, ທີ່ 27 ກຸມພາ 2014 ໄດ້ທຳກ່ນເປີດເປັນບໍລິສັດນ້ຳຊໍ້ໄຮໂດຼພາວເວີຈຳກັດ ເພື່ອເປັນບໍລິສັດໄປຕໍ່ລອງ ແລະ ເຊັນສັນຍາຊື້-ຂາຍໄຟຟ້າກັບໄຟຟ້າລາວ ເຊິ່ງສຳເລັດການເຈລະຈາ ແລະ ເຊັນສັນຍາກັນໃນຄັ້ງວັນທີ 20 ມີນາ 2014
ພາຍຫລັງໄດ້ປະກອບເອກະສານຄົບຕາມຂັ້ນຕອນແລ້ວ ບໍລິສັດໄດ້ສຶບຕໍ່ເຂົ້ນໄປສຳຫລວດ ເພື່ອກໍ່ສ້າງ ແລະ ໃນຊ່ວງນີ້ກໍ່ໄດ້ປະກາດຊອກຫາແຫລ່ງທືນ ເພື່ອມາສົມທົບສ້າງໄປພ້ອມໆກັນ, ບໍລິສັດໄດ້ລົງສຳຫລວດລະອຽດວຽກພູມສາດ, ວຽກທໍລະນີສາດ ຊີເຈາະລະອຽດ ແລະຖີເຂົ້າກວ່າເກົ່າ ຈົນສຳເລັດ ຮອດຕົ້ນປີ 2017 ທາງບໍລິສັດໄດ້ມີແຫລ່ງທືນຈາກປະເທດໄທເຂົ້າມາສົມທົບ ເພື່ອເຂົ້າມາຮັບໃຊ້ໃນການກໍ່ສ້າງ ເຊິ່ງປະກອບດ້ວຍ ບໍລິສັດ ວຽງຈັນເຕັກໂນ່ກໍ່ສ້າງຈຳກັດ (ປະເທດລາວ8 ຖືຫຸ້ນ 40%, ບໍລິສັດ CSS (ປະເທດໄທ) ຖືຫຸ້ນ 28% ບໍລິສັດ ຣີໄຊ (ປະເທດໄທ) 28% ແລະ ບໍລິສັດ V-Hydro (ປະເທດໄທ) ຖືຫຸ້ນ 4%
ການກໍ່ສ້າງໄດ້ເລີ່ມລົງມື້ນັບແຕ່ບຸກເບີກພື້ນທີ່ເລີ່ມທີ່ 9 ມີນາ 2017 ກະກຽມ ແລະບຸກເບີກພື້ນທີ່ ລວມທັງລົງວຽກດິນສຳເລັດ 26 ພະຈິກ 2017 ວັນທີ 28 ມີນາ ເປັນມື້ເລີມເທຄອນກີດເຂື່ອນເທື່ອທຳອິດ ແລະ ເລີ່ມກໍ່ສ້າງທຸກຫນ້າວຽກມາຈົນເຖິງທີ 22 ມີຖຸນາ 2018 ຈຶ່ງໄດ້ໂຈະການກໍ່ສ້າໄລຍະທີ່ ຫນຶ່ງ (ລະດູຝົນ) ຕົ້ນເດືອນ ສິງຫາ ທາງໂຄງການໄດ້ເລີ່ມສຶບຕໍ່ການກໍ່ສ້າງ ຈົນມາເຖິງວັນທີ 3 ເດືອນທັນວາ 2018 ວຽກງານກໍ່ສ້າງຕາມສັນຍາໄດ້ສຳເລັດລົງ ພ້ອມທັງທົດລອງຈັກ ແລະ ເດີນໄຟຟ້າເຂົ້າລະບົບ ຮອດ ວັນທີ 27 ທັນວາ 2018 ຈຶ່ງໄດ້ຮັບເອກະສານຮັບຮອງສຳເລັດການກໍ່ສ້າງຢ່າງເປັນທາງການ








1 comment:

  1. ຄວາມເປັນມາຂອງໂຄງການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້ Namsor Hydro Power - Hukased >>>>> Download Now

    >>>>> Download Full

    ຄວາມເປັນມາຂອງໂຄງການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້ Namsor Hydro Power - Hukased >>>>> Download LINK

    >>>>> Download Now

    ຄວາມເປັນມາຂອງໂຄງການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຊໍ້ Namsor Hydro Power - Hukased >>>>> Download Full

    >>>>> Download LINK

    ReplyDelete

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ