google-site-verification: google0d91bc93cfc88895.html ການປູກຫຍ້າເນເປຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, May 15, 2015

ການປູກຫຍ້າເນເປຍ



ການ​ກະ­ກຽມ​ພື້ນ​ທີ່. 
ຄວນ​ຕ້ອງ​ໄດ້​ໄຖ​ພວນ​ດິນ 2 ຄັ້ງ ໃນ​ການ​ໄຖ​ຄັ້ງ​ທຳ​ອິດ​ໃຫ້ໄຖ​ໃນ​ເວ­ລາ​ທີ່​ດິນ​ມີ​ຄວາມ​ຊຸ່ມເຫມາະ​ສົມເພື່ອ​ເປີດ​ຫນ້າ­ດິນ, ເພື່ອ​ກຳ­ຈັດ​ວັດ​ສະ​ພືດ​ທີ່​ປົກ​ຄຸມ​ຢູ່ຫນ້າ­ດິນ ແລະ ໄຖ​ພວນ​ດິນ​ຄັ້ງ​ທີ 2 ເພື່ອ​ກຳ­ຈັດ​ວັດ​ສະ​ພືດ​ທີ່​ເກີດ​ຂຶ້ນມາ​ໃຫມ່ ຫລັງ​ຈາກ​ນັ້ນ​ກໍ່​ຄາດດິນ​ໃຫ້​ລະ­ອຽດ. 


ການ​ກຽມ​ທ່ອນ​ພັນ ແລະ ແນວ​ພັນ. 
ຫຍ້າ​ເນ​ເປຍ​ທີ່​ຈະ​ນຳ​ມາ​ເປັນທ່ອນ​ພັນ​ຄວນ​ມີ​ອາ­ຍຸ 4-6  ເດືອນ, ຫລັງ​ຈາກ​ນັ້ນ​ກໍ່​ມາ​ຕັດເປັນ​ທ່ອນ​ແຕ່​ລະ​ທ່ອນ​ຄວນ​ມີ​ຂໍ້ຕາ​ຕິດ​ມາ​ປະ­ມານ 2 ຂໍ້. ຕົ້ນ​ຫຍ້າເນ​ເປຍ​ຕົ້ນ​ຫນຶ່ງ​ສາ­ມາດ​ນຳ​ມາ​ໃຊ້​ເປັນ​ທ່ອນ​ພັນ​ໄດ້​ປະ­ມານ 6 ທ່ອນຫຍ້າ​ເນ​ເປຍ 1 ໄລ່ ສາ­ມາດຂະ­ຫຍາຍ​ພັນ​ໄດ້​ປະ­ມານ 20 ໄລ່ (ໃຊ້​ໄລ­ຍະ​ຫ່າງ​ໃນ​ການ​ປູກ​ປະມານ 75x75 ຊັງ​ຕີ​ແມັດ ). 


ວິ­ທີ​ການ​ປູກ. 
ສຳ­ລັບ​ການ​ປູກ​ຫຍ້າ​ເນ​ເປຍແມ່ນ​ສາ­ມາດ​ປູກ​ຂະ­ຫຍາຍ​ໄດ້ດ້ວຍ​ທ່ອນ​ພັນ​ເທົ່າ​ນັ້ນ​ໄລ­ຍະ​ໃນການ​ປູກ​ທີ່​ເຫມາະ​ສົມ 75x75 ຊັງ​ຕີ​ແມັດ, ປູກ​ຂຸມ​ລະ 2 ທ່ອນ ໃນ​ພື້ນ​ທີ່ 1 ໄລ່ ແມ່ນ​ຈະ​ໄດ້ໃຊ້​ທ່ອນ​ພັນ​ປະ­ມານ 300-500 ກິ​ໂລກ​ຣາມ. 

ການ​ໃສ່​ຝຸ່ນ. 
ການ​ປູກ​ຫຍ້າ​ເນ​ເປຍ​ໃນ​ພື້ນ ທີ່​ດິນ​ທີ່​ມີ​ລັກ​ຊະ­ນະ​ດິນ​ປົນ​ຊາຍ ຫລື ວ່າ​ມີ​ເນື້ອ­ທີ່​ດິນ​ຂ້ອນ​ຂ້າງຫຍາບ​ຈຳ­ເປັນ​ຕ້ອງ​ໄດ້​ໃສ່​ຝຸ່ນ​ປະ ສົມ​ສູດ 15-15-15 ໃນ​ອັດ ຕາ​ປະ­ມານ 50-100 ກິ​ໂລກຣາມ​ຕໍ່​ໄລ່ ເພື່ອ​ເປັນ​ຝຸ່ນ​ຮອງພື້ນ​ກ່ອນ​ປູກ ແລະ ຄວນ​ໃສ່ຝຸ່ນ​ຄອກ​ເພື່ອ​ປັບ­ປຸງ ແລະ ບຳລຸງ​ດິນ​ນຳ ແລະ ໃຫ້​ໃສ່​ຝຸ່ນໄນ​ໂຕຣ​ເຈນ​ໃນ​ຮູບ​ຂອງ​ປຸຍ​ຢູເຣຍ (ສູດ 46-0-0 ຢູ່​ໃນ​ອັດຕາ​ລະ­ຫວ່າງ 10-15 ກິ​ໂລ ກຣາມ​ຕໍ່​ໄລ່ ຫລັງ​ຈາກ​ຕັດ​ຫຍ້າທຸກ​ຄັ້ງ​ຖ້າ­ວ່າ​ຢູ່​ໃນ​ດິນ​ຫນຽວ​ທີ່ມີ​ຄວາມ​ອຸ­ດົມ­ສົມ­ບູນ​ຂ້ອນ​ຂ້າງສູງ​ເຮົາ​ກໍ່​ສາ­ມາດ​ຫລຸດ​ປະ­ລິມານ ແລະ ຈຳ­ນວນ​ຄັ້ງ​ໃນການ​ໃສ່​ຝຸ່ນ​ລົງ​ໄດ້.
ການ​ກຳ­ຈັດ​ວັດ​ສະ​ພືດ. 
ຄວນ​ກຳ­ຈັດ​ວັດ​ສະ​ພືດ​ພາຍຫລັງ​ການ​ປູກ​ຫຍ້າ​ໄດ້ 2-4 ອາ ທິດ. 
ການ​ໃຫ້​ນ້ຳ. 
ຄວນ​ໃຫ້​ນ້ຳ​ທຸກໆ 14 ວັນ ຖ້າ​ເປັນ​ລະ­ດູ­ແລ້ງໂດຍ​ການປ່ອຍ​ນ້ຳ​ເຂົ້າ​ຕາມ​ຮ່ອງ​ຄູ. 
ການ​ຕັດ​ຫຍ້າ​ເນ​ເປຍ. 
ໃນ​ການ​ຕັດ​ຫຍ້າ​ເນ​ເປຍ​ເພື່ອຈະ​ນຳ­ໄປ​ລ້ຽງ­ສັດ​ເຮົາ​ຄວນຈະ​ຕັດ​ຫຍ້າ​ຄັ້ງ​ທຳ​ອິດ​ເມື່ອ​ຫຍ້າມີ​ອາ­ຍຸ​ຮອດ 60-70 ວັນ. ຫລັງຈາກ​ນັ້ນ​ໃນ​ການ​ຕັດ​ຫຍ້າ​ຄັ້ງຕໍ່ໆ​ໄປ​ແມ່ນ​ທຸກໆ 30-45 ວັນ ຖ້າ​ເປັນ​ໄລ­ຍະ​ລະ­ດູ­ຝົນ​ຫຍ້າ​ຈະມີ​ການ​ຈະ­ເລີນ​ເຕີບ​ໂຕ​ໄວ​ສະນັ້ນ,  ເຮົາ​ຕ້ອງ​ຫລຸດ​ອາ­ຍຸ​ຂອງການ​ຕັດ​ຫຍ້າ​ລົງ​ມາ​ຫນ້ອຍ​ກວ່າ 30 ວັນ ໃນ​ການ​ຕັດ​ຈະ​ຕ້ອງຕັດ​ໃກ້​ຫນ້າ­ດິນ​ຫຍ້າ​ເນ​ເປຍແມ່ນ​ເຫມາະ​ສົມ​ສຳ­ລັບ​ການໃຊ້​ລ້ຽງ​ງົວ ແລະ ຄວາຍ​ໃນຮູບ​ແບບ​ຫຍ້າ​ສົດ ຫລື ຫຍ້າຫມັກ​ແຫ້ງ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ