google-site-verification: google0d91bc93cfc88895.html ການປູກຜັກສະຫລັດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, May 20, 2015

ການປູກຜັກສະຫລັດ







ຜັກ​ສະ­ຫລັດ​ເປັນ​ຜັກ​ທີ່​ໃຊ້​ບໍ­ລິ­ໂພກ​ໃບ ທີ່​ມີ​ຖິ່ນ​ກຳ­ເນີດ​ໃນ​ທະ­ວີບ­ອາ­ຊີ ແລະ ເອີ​ຣົບ. ປູກ​ໃນ​ປະ­ເທດ​ຈີນ​ມາ​ແຕ່​ຄຣິ​ສ​ສະ­ຕະ­ວັດ​ທີ 5 ຜັກ​ສະ­ຫລັດ​ມີ​ຊື່​ເອີ້ນ​ອື່ນໆ​ໄດ້​ຫລາຍ​ຢ່າງ​ເຊັ່ນ: ຜັກ​ກາດ​ຫອມ, ຜັກ​ກາດ​ຍໍ່ (ພາກ​ເຫນືອ), ມັງ​ສາຍ (ຄົນ​ຈີນ) ເປັນ­ຕົ້ນ. 
ລັກ­ສະ­ນະ​ທົ່ວ​ໄປ: 
      ຜັກ​ສະ­ຫລັດ​ເປັນ​ຜັກ​ໃນ​ຕະ­ກຸນ: Compositae ມີ​ຊື່​ທາງ​ວິ­ທະ­ຍາ­ສາດ​ວ່າ: Lactuca sativa Linn, ເປັນ​ພືດ​ອາ­ຍຸ​ປີ​ດຽວ ເຮົາ​ສາ­ມາດ​ແບ່ງ​ຜັກ​ສະ­ຫລັດ​ອອກ​ເປັນ 3ກຸ່ມ​ໃຫ່​ຍ​ຄື: 
     -   ຜັກ​ສະ­ຫລັດ​ທີ່​ຫໍ່​ຫົວ​ຄ້າຍ­ຄື​ກັບ​ກະ​ລ່ຳ​ປີ (Head lectuce).
     -   ຜັກ​ສະ­ຫລັດ​ຊະ­ນິດ​ທຳ​ມະ​ດາ​ບໍ່​ຫໍ່ (Leaf lectuce).
     -   ຜັກ​ສະ­ຫລັດ​ທີ່​ມີ​ລຳ­ຕົ້ນ​ຍາວ (Stem lectuce).
      ຜັກ​ສະ­ຫລັດ​ປູກ​ໄດ້​ໃນ​ດິນ​ທຸກ​ຊະ­ນິດ ແຕ່​ມັກ​ດິນ­ຊາຍ​ແກມ​ຕົມ​ປະ­ຕິ­ກິ­ລິ­ຍາ​ຂອງ​ດິນ pH 6-6,8 ມີ​ຄວາມ​ຊຸ່ມ​ໃນ​ດິນ​ພໍ​ສົມ­ຄວນ​ແຕ່​ຕ້ອງ​ໃຫ້​ໄດ້​ຮັບ​ແສງ​ສະ­ຫວ່າງ (ແດດ) ຕະ­ຫລອດ​ມື້. ສຳ­ລັບ​ອຸນ­ຫະ­ພູມ​ທີ່​ເຫມາະ​ສົມ​ນັ້ນ ຖ້າ​ເປັນ​ພັນ​ໃບ​ຢູ່​ໃນ​ໄລ­ຍະ 21-23 ອົງ­ສາ​ເຊ, ຖ້າ​ເປັນ​ຫົວ​ຫໍ່​ຢູ່​ໃນ​ລະ­ຫວ່າງ 15,5-31 ອົງ­ສາ​ເຊ. ແຕ່​ຜັກ​ສະ­ຫລັດ​ສາ­ມາດ​ປູກ​ໄດ້​ຕະ­ຫຼອດ​ປີ​ຂຶ້ນ​ກັບ​ແນວ​ພັນ (ແນວ​ພັນ​ທີ່​ນິ­ຍົມ​ກັນ​ປູກ​ໃນ​ບ້ານ​ເຮົາ​ມີ 2 ຈຳ­ພວກ​ຄື: ຜັກ​ສະ­ຫລັດ​ຫໍ່​ເປັນ​ຈຳ­ພວກ​ຫົວ​ຫໍ່ ແລະ ຜັກ​ສະ­ຫລັດ​ເປັນ​ໃບ​ຈຳ­ພວກ​ຫົວ​ບໍ່​ຫໍ່). 





ການ​ກຽມ​ດິນ
 ຫນານ​ກ້າ​ເບ້ຍ: ຂຸດ ຫລື ໄຖ​ດິນ​ໃຫ້​ເລິກ​ປະ­ມານ 10-15 ຊັງ​ຕີ​ແມັດ, ຕາກ​ດິນ​ໄວ້ 5-7 ມື້, ໃສ່​ຝຸ່ນ​ຄອກ ຫລື​ຝຸ່ນ​ບົ່ມ​ປະ­ສົມ​ລົງ​ໃນ​ດິນ, ພວນ​ຫນ້າ­ດິນ​ໃຫ້​ລະ­ອຽດ. 
 ການ​ປູກ: ຜັກ​ສະ­ຫລັດ​ປູກ​ໄດ້​ທັງ​ວິ­ທີ​ຫວ່ານ​ຢາຍ​ສະ­ເຫມີ​ທົ່ວ​ຫນານ (ພັນ​ໃບ) ຖ້າ​ຫາກ​ປູກ​ແບບ​ແຖວ​ດຽວ ແລະ ແບບ​ຄູ່ (ໃຊ້​ໄດ້​ທຸກໆ​ພັນ). ໄລ­ຍະ​ປູກ​ລະ­ຫວ່າງ​ຕົ້ນ ແລະ ລະ­ຫວ່າງ​ແຖວ​ທີ່​ເຫມາະ​ສົມ​ຄື: 25x30 ຊັງ​ຕີ​ແມັດ ແລະ 40x40 ຊັງ​ຕີ​ແມັດ ສຳ­ລັບ​ພັນ​ຫໍ່ ຫົວ. 
 3 ການ​ປູກ​ແບບ​ຫວ່ານ: ໃຫ້​ຫວ່ານ​ເມັດ​ຢາຍ​ລົງ​ໜ້າ­ດິນ​ຂອງ​ໜານ​ປູກ ແລ້ວ​ຫວ່ານ​ປົກ​ດ້ວຍ​ຝຸ່ນ​ຄອກ ຫຼື ຝຸ່ນ​ບົ່ມ​ທີ່​ລະ­ລາຍ​ຕົວ​ດີ ໜາ​ປະ­ມານ 0,5-1ຊັງ​ຕີ​ແມັດ, ປົກ​ຄຸມ​ດ້ວຍ​ເຟືອງ ຫລື ຫຍ້າ​ແຫ້ງ, ຫົດ​ນ້ຳ​ດ້ວຍ​ບົວ​ຝອຍ​ລະ­ອຽດ. ເມື່ອ​ຕົ້ນ​ເລີ່ມ​ງອກ​ມີ​ໃບ​ແທ້ 2-3ໃບ ໃຫ້​ເລີ່ມ​ຖອນ​ແຍກ​ຕົ້ນ​ທີ່​ອ່ອນ­ແອ​ອອກ​ຖິ້ມ ແລ້ວ​ຈັດ​ໄລ­ຍະ​ຫ່າງ​ລະ­ຫວ່າງ​ຕົ້ນ ແລະ ລະ­ຫວ່າງ​ແຖວ​ໃຫ້​ໄດ້​ໄລ­ຍະ​ທີ່​ກຳ­ນົດ​ໄວ້​ໃນ​ຂ້າງ​ເທິງ​ນັ້ນ. 
 4.ການ​ປູກ​ລົງ​ຫນານ: ຫລັງ​ຈາກ​ຫວ່ານ​ເມັດ​ແລ້ວ ແລະ ຕົ້ນ​ເບ້ຍ​ພ້ອມ​ທີ່​ຈະ​ປູກ​ຄື: ອາ­ຍຸ​ໄດ້ 25-30ມື້ ຫລື ມີ​ໃບ​ແທ້ 3-4ໃບ ຄັດ​ເລືອກ​ເອົາ​ຕົ້ນ​ທີ່​ສົມ­ບູນ ແລະ ແຂງ­ແຮງ​ຍ້າຍ​ລົງ​ຫນານ​ປູກ ໃຫ້​ໃຊ້​ໄລ­ຍະ​ຫ່າງ​ລະ­ຫວ່າງ​ຕົ້ນ ແລະ ລະ­ຫວ່າງ​ແຖວ 25x30ຊັງ​ຕີ​ແມັດ. 



ການ​ບົວ­ລະ­ບັດ​ຮັກ­ສາ: 
     ການ​ໃສ່​ຝຸ່ນ: ພືດ​ດັ່ງ­ກ່າວ​ນີ້​ຕ້ອງ­ການ​ຝຸ່ນ​ພໍ​ສົມ­ຄວນ ດັ່ງ­ນັ້ນ, ການ​ກຳ­ນົດ​ຝຸ່ນ​ເພື່ອ​ນຳ​ໃຊ້​ແມ່ນ​ມີ​ຄວາມ​ຈຳ­ເປັນ ໃຫ້​ຖືກ­ຕ້ອງ​ແນ­ໃສ່​ລຸດ​ຕົ້ນ​ທຶນ​ການ​ຜະ­ລິດ ແລະ ໃຫ້​ມີ​ປະ­ສິດ­ທິ­ພາບ​ສູງ​ດ້ານ​ການ​ຜະ­ລິດ. ໂດຍ​ສະ­ເພາະ​ດ້ານ​ການ​ຈະ­ເລີນ​ເຕີບ​ໂຕ​ທາງ​ໃບ ແລະ ກ້ານ ຫລື ລຳ­ຕົ້ນ ດັ່ງ​ນັນ, ຈິ່ງ​ແນະ­ນຳ​ໃຫ້​ໃສ່​ຝຸ່ນ N,P,K ສູດ 15:15:15 ສຳ­ລັບ​ພັນ​ໃບ ແລະ 13:13:21 ສຳ­ລັບ​ພັນ​ຫໍ່​ຫົວ ຫລື ສູດ​ທີ່​ໃກ້​ຄຽງ​ກັນ ນີ້​ໃນ​ຈຳ­ນວນ 300 ກິ​ໂລ​ຕໍ່​ເຮັກ­ຕາ ໂດຍ​ແບ່ງ​ໃສ່ 2 ເທື່ອ​ຄື: ເທື່ອ​ທີ 1: ໃສ່​ເຄິ່ງ​ໜຶ່ງ​ເປັນ​ຝຸ່ນ​ຮອງ​ພື້ນ​ຕອນ​ປູກ​ແລ້ວ​ພວນ​ດິນ​ປົກ, ເທື່ອ​ທີ 2: ໃຫ້​ໃສ່​ເມື່ອ​ພືດ​ມີ​ອາ­ຍຸ 10-30 ມື້ ຈຳ­ນວນ​ທີ່​ເຫລືອ​ຄັ້ງ​ທຳ​ອິດ ພ້ອມ​ນີ້​ອາດ​ເພີ່ມ​ຝຸ່ນ​ຢູ​ເຣຍ​ອີກ 60 ກິ​ໂລ​ຕໍ່​ເຮັກ­ຕາ ເພື່ອ​ເລ່ງ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ລຳ­ຕົ້ນ ແລະ ໃບ. 

     ການ​ໃຫ້​ນ້ຳ: ຄວນ​ໃຫ້​ຢ່າງ​ພຽງ­ພໍ ແຕ່​ຢ່າ​ໃຫ້​ປຽກ​ເກີນ​ໄປ ໂດຍ​ເບິ່ງ​ຄວາມ​ຊຸ່ມ​ຊື່ນ​ໃນ​ຫນານ​ປູກ ໃຫ້​ມີ​ຄວາມ​ຊຸ່ມ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ. 
     ການ​ພວນ​ດິນ: ຄວນ​ເຮັດ​ໃນ​ໄລ­ຍະ​ທຳ​ອິດ​ເພື່ອ​ໃຫ້​ດິນ​ລຸ​ລ່ວງ​ຜຸ​ຜົງ​ລະ­ບາຍ​ອາ­ກາດ ແລະ ນ້ຳ​ໄດ້​ດີ​ພ້ອມ​ກັບ​ການ​ກຳ­ຈັດ​ຫຍ້າ​ໄປ​ພ້ອມໆ​ກັນ ເມື່ອ​ຕົ້ນ​ພືດ​ມີ​ໃບ​ປົກ​ຄຸມ​ດິນ​ແລ້ວ​ບໍ່​ຈຳ­ເປັນ​ເຮັດ​ເລີຍ. 
     ການ​ເກັບ​ກ່ຽວ: ໃຊ້​ມີດ­ຕັດ​ບໍ­ລິ­ເວນ​ເຫງົ້າ​ຕົ້ນ ຕັດ​ແຕ່ງ​ໃບ​ຮອບ​ນອກ​ທີ່​ບໍ່​ດີ​ອອກ ແລ້ວ​ວາງ​ເອື່ອຍ​ໄວ້​ໃນ​ບ່ອນ​ຮົ່ມ ຫລື ມີ​ອາ­ກາດ​ຖ່າຍ​ເທ ເພື່ອ​ປ້ອງ​ກັນ​ການ​ເນົ່າ​ເສຍ​ຫາຍ ອາ­ຍຸ​ການ​ເກັບ​ກ່ຽວ​ຜັກ​ສະ­ຫລັດ ທີ່​ປູກ​ໃນ​ບ້ານ​ເຮົາ​ນັ້ນ​ຂຶ້ນ​ກັບ​ແນວ​ພັນ ແລະ ຂະ​ນາດ​ຂອງ ການ​ນຳ​ໃຊ້ (40-70ມື້).


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ