google-site-verification: google0d91bc93cfc88895.html ​ຄວ​າມ​ຫມາຍ​ຂອງ​ກະ​ສິ​ກຳ ກັບ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, May 06, 2015

​ຄວ​າມ​ຫມາຍ​ຂອງ​ກະ​ສິ​ກຳ ກັບ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ

  ເມື່ອ​ເວົ້າ​ເຖິງ​ການ​ກະ­ສິ­ກຳຄົງ​ຈະ​ມີ​ໜ້ອຍ​ຄົນ​ທີ່​ບໍ່​ຮູ້​ວ່າ​ແມ່ນຫຍັງ, ແຕ່​ກໍ​ອາດ​ຈະ​ມີ​ຫຼາຍ​ຄົນ​ບໍ່ທັນ​ເຂົ້າ­ໃຈ​ວ່າ­ການ​ກະ­ສິ­ກຳ​ມີຄວາມ​ສຳ­ຄັນ​ຄື​ແນວ­ໃດ? ແນ່­ນອນ ພວກ​ເຮົາ​ຍ່ອມ​ຮູ້​ດີ​ວ່າ­ການ​ກະ​ສິກຳ​ແມ່ນ​ຂະ­ແໜງ­ການ​ທີ່​ສຳ­ຄັນ ໃນ​ພື້ນ­ຖານ​ເສດ­ຖະ­ກິດ​ແຫ່ງ​ຊາດຂອງ​ພວກ​ເຮົາ ເປັນ​ແຫຼ່ງ​ຕອບ​ສະໜອງ​ອາ­ຫານ​ການ​ກິນ​ເຊັ່ນ: ເຂົ້າ, ຊີ້ນ, ປາ, ຜັກ, ໝາກ​ໄມ້ ແລະ​ອື່ນໆອີກ ໃຫ້​ແຕ່​ລະ­ຄາບ​ເຂົ້າ​ໃນ​ແຕ່​ລະມື້​ຂອງ​ພວກ​ເຮົາ ຖ້າ​ບໍ່​ມີ​ການ​ກະ​ສິກຳ​ອາ­ຫານ​ການ​ກິນ​ກໍ​ຈະ​ບໍ່​ມີ ແລະ​ຄົນ​ເຮົາ​ກໍ​ຈະ​ດຳ­ລົງ​ຊີ­ວິດ​ຢູ່​ບໍ່ໄດ້, ສັງ­ຄົມ​ຈະ​ເກີດ​ຄວາມ​ວຸ້ນ­ວາຍຄົນ​ຈະ​ລົ້ມ​ຕາຍ​ຍ້ອນ​ຄວາມ​ອຶດຫິວ ແລະ​ປະ­ເທດ​ຊາດ​ຈະ​ບໍ່​ມີ​ການພັດ­ທະ­ນາ, ທີ່​ເປັນ​ແນວ​ນັ້ນ ກໍ​ຍ້ອນ ວ່າ​ຄົນ​ເຮົາ​ຕ້ອງ​ມີ​ອັນ​ກິນ​ສາ­ກ່ອນ ຈິ່ງ​ມີ­ແຮງ​ເຮັດ​ວຽກ​ທຳ​ການ​ຜະລິດ​ປະ­ດິດ​ສ້າງ ຫຼື ເຮັດ​ໜ້າ­ທີ່​ການງານ​ອື່ນໆ​ໄດ້.    ດ້ວຍ​ເຫດ​ນີ້​ເອງການ​ກະ­ສິ­ກຳ ຈິ່ງ​ແມ່ນ​ຂະ­ແໜງ­ການ​ອັນ​ສຳ­ຄັນທີ່​ເກີດ​ຂຶ້ນ ແລະ​ຂະ­ຫຍາຍ­ຕົວພ້ອມໆ​ກັບ​ການ​ຂະ­ຫຍາຍ­ຕົວ​ຂອງສັງ­ຄົມ​ມະ­ນຸດ ແມ່ນ​ຂະ­ແໜງ­ການຜະ­ລິດ​ອັນ​ໜຶ່ງ​ທີ່​ຊ່ວຍ​ສ້າງ​ຄວາມສີ­ວິ­ໄລ​ໃຫ້​ແກ່​ສັງ­ຄົມ​ມະ­ນຸດ​ເຮົາ ຜ່ານ​ມາ​ແລ້ວ​ໃນ​ປະ­ຫວັດ­ສາດ ຊຶ່ງເອີ້ນ​ວ່າ​ຍຸກ​ແຫ່ງ​ຄວາມ​ສີ­ວິ­ໄລ​ກະສິ​ກຳຍຸກ​ແຫ່ງ​ຄວາມ​ສີ­ວິ­ໄລ​ກະ​ສິກຳ​ໄດ້­ແກ່​ຍາວ​ເປັນ​ເວ­ລາ​ຫຼາຍຮ້ອຍ​ປີ ແລະ​ໄດ້​ສ້າງ​ປັດ​ໄຈ​ອັນ​ສຳຄັນ​ຫຼາຍ​ຢ່າງ​ສຳ­ລັບ​ການ​ຂ້າມຜ່ານ​ສູ່​ຍຸກ​ແຫ່ງ​ຄວາມ​ສີ­ວິ­ໄລ​ອຸດສາ​ຫະ​ກຳ.    ເຖິງ​ວ່າ​ຍຸກ​ຄວາມ​ສີ­ວິ­ໄລ​ກະ​ສິກຳ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ແລະ​ຍຸກແຫ່ງ​ຄວາມ​ສີ­ວິ­ໄລ​ອຸດ­ສາ­ຫະ­ກຳ ໄດ້​ມີ​ບົດ­ບາດ​ຄອບ​ງຳ, ແຕ່​ການກະ­ສິ­ກຳ​ກໍ​ຍັງ​ມີ​ຖາ­ນະ ແລະ​ມີ​ບົດບາດ​ສຳ­ຄັນ​ຢູ່​ບໍ່​ໜ້ອຍ​ຢູ່​ໃນ​ພື້ນຖານ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ຊາດ ຕ່າງໆ​ກໍ​ຄື​ເສດ­ຖະ­ກິດ​ຂອງ​ໂລກ.    ການ​ກະ­ສິ­ກຳ​ຍັງ​ມີ​ຖາ­ນະ ແລະ​ມີ​ບົດ­ບາດ​ສຳ­ຄັນ​ຢູ່​ໃນ​ຊູ່​ມື້­ນີ້ ກໍ​ຍ້ອນ​ວ່າ​ປະ­ຊາ­ກອນ​ໂລກ​ໄດ້ ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ​ເພີ່ມ​ໄວ ຂຶ້ນໆ ແຕ່​ເນື້ອ­ທີ່​ດິນ​ທີ່​ໃຊ້​ສຳ­ລັບການ​ຜະ­ລິດ​ເພື່ອ​ຕອບ​ສະ­ໜອງຄວາມ​ຕ້ອງ­ການ​ຊ້ຳ­ພັດ​ຖືກ​ຈຳກັດ.    ໃນ​ສະ­ຕະ­ວັດ​ທີ 20 ທີ​ຜ່ານ​ມາ ເບິ່ງ​ຄື​ວ່າ​ໂລກ​ໄດ້​ມີ​ການ​ພັດ­ທະ­ນາບັນ­ລຸ​ຄວາມ​ກ້າວ­ໜ້າ​ອັນ​ວ່ອງ­ໄວ ແລະ​ໜ້າ​ອັດ­ສະ­ຈັນກາຍ­ເປັນ​ໂລກແກ່ງ​ຍຸກ​ຂໍ້​ມູນ​ຂ່າວ­ສານ, ຍຸກ​ດີ​ຈີຕອນ ແຕ່​ວ່າ​ຢູ່​ໃນ​ໂລກ​ໜ່ວຍ​ນີ້​ຍັງມີ​ຜູ້​ເຮັດ​ການ​ຜະ­ລິດ​ກະ­ສິ­ກຳ​ຫຼາຍກວ່າ 2 ຕື້​ຄົນ ອັນ​ທີ່​ແປກ​ປະ­ຫຼາດທີ່​ສຸດ​ໃນ​ຍຸກ​ນີ້​ແມ່ນ​ຜູ້​ທີ່​ທຸກ​ຍາກ, ຂາດ­ເຂີນ​ເຄື່ອງ­ກິນ​ຂອງ​ໃຊ້​ຊ້ຳ­ຜັດ ແມ່ນ​ຜູ້​ເຮັດ​ການ​ຜະ­ລິດ​ກະ­ສິ­ກຳນັ້ນ​ເອງ 70% ຂອງ​ຄົນ​ທຸກ​ຍາກຢູ່​ໃນ​ໂລກ​ແມ່ນ​ຜູ້​ທີ່­ຢູ່​ໃນ​ຊົນ­ນະ­ບົດ ແລະ​ເຮັດ​ການ​ຜະ­ລິດ​ກະ­ສິ­ກຳແບບ​ທຳ​ມະ​ຊາດ ຄັນ­ຊັ້ນ​ເປັນ​ຫຍັງຄົນ​ເຫຼົ່າ­ນັ້ນ​ຈິ່ງ​ທຸກ​ຍາກ, ແມ່ນການ​ກະ­ສິ­ກຳ​ບໍ່​ເປັນ­ຕົ້ນ​ເຫດ​ຂອງ ຄວາມ­ທຸກ​ຍາກ ເປັນ​ຫຍັງ​ຄວາມກ້າວ­ໜ້າ​ທາງ​ດ້ານ​ວິ­ທະ­ຍາ­ສາດ-ວິ­ທະ­ຍາ​ການ​ທີ່​ລະ­ເບີດ​ຂຶ້ນ​ໃນທ້າຍ​ຂອງ​ສະ­ຕະ­ວັດ​ທີ 20 ຈິ່ງ​ຜີກໜີ​ຈາກ​ຄົນ​ເຫຼົ່າ­ນັ້ນ​ຫ່າງ​ໄກ​ອອກໄປ​ເລື້ອຍໆ.    ຄຳ​ຕອບ​ຕໍ່​ຄຳ​ຖາມ​ນີ້​ມີ​ຢູ່​ບ່ອນວ່າ ມີ​ຫຼາຍ​ຄົນ​ບໍ່​ທັນ​ເຂົ້າ­ໃຈ​ກ່ຽວກັບ​ບົດ­ບາດ​ສຳ­ຄັນ​ແຖວ​ໜ້າ​ຂອງການ​ກະ­ສິ­ກຳ ສະ­ນັ້ນ ຈິ່ງ​ຕ້ອງຖາມ​ຕື່ມ​ວ່າ​ຍ້ອຍ​ຫຍັງ​ຫຼາຍ​ຄົນ​ຈິ່ງບໍ່​ທັນ​ເຂົ້າ­ໃຈ​ກ່ຽວ​ກັບ​ບົດ­ບາດ​ສຳຄັນ​ແຖວ​ໜ້າ​ຂອງ​ການ​ກະ­ສິ­ກຳ?.    ທັດ­ສະ­ນະ​ຖື​ເບົາ ຫຼື ເຫັນ​ຄວາມສຳ­ຄັນ​ຂອງ​ການ​ກະ­ສິ­ກຳ​ເປັນພຽງ​ແຕ່​ຂະ­ແໜງ​ສຳ­ຮອງ​ຂອງການ​ພັດ­ທະ­ນາ​ນັ້ນ ອາດ​ຈະ​ມາຈາກ​ຄວາມ​ຮັບ​ຮູ້​ທີ່​ບໍ່​ທັນ​ເລິກ­ເຊິ່ງກ່ຽວ​ກັບ​ເສັ້ນ­ທາງ ຫຼື ຮູບ​ແບບຂອງ​ການ​ພັດ­ທະ­ນາ​ບາງ​ຄົນ ເບິ່ງຄວາມ​ຈະ­ເລີນ​ຂອງ​ປະ­ເທດ​ຕາ ເວັນ​ຕົກ ຫຼື ປະ­ເທດ​ທີ່​ພັດ­ທະ­ນາ ແລ້ວ​ຈຳ­ນວນ​ໜຶ່ງ​ແບບ​ເຜີນໆ ແລ້ວ​ກໍ​ຕີ​ລາ­ຄາ​ວ່າ ຄວາມ​ຈະ­ເລີນ ນັ້ນ ມາ​ຈາກ​ການ​ປະ­ຕິ​ຮູບ​ເສດ​ຖະ ກິດ ໂດຍ​ເລີ່ມ​ຈາກ​ການ​ປະ­ຕິ​ຮູບ ໂຄງ​ສ້າງ​ການ​ຜະ­ລິດ​ໃຫ້​ໄວ​ເພື່ອ ຫັນ​ເປັນ​ອຸດ­ສາ­ຫະ­ກຳ, ຖື​ການ​ພັດ ທະ​ນາ​ອຸດ­ສາ­ຫະ­ກຳ​ເປັນ​ຈຸດ​ສຸມ ຕິດ​ພັນ​ກັບ​ການ​ບໍ­ລິ­ການ, ບາງ​ປະເທດ​ຢູ່​ໃນ​ເອີ​ຣົບ​ຕາ­ເວັນ­ຕົກ​ໄດ້​ບັງຄັບ​ຊາວ​ກະ­ສິ­ກອນ​ໃຫ້​ເຊົາ​ປູກ​ເຂົ້າ ເພື່ອ​ເອົາ​ດິນ​ນາ​ມາ​ປູກ​ຫຍ້າ​ລ້ຽງແກະ​ເພື່ອ​ນຳ​ເອົາ​ຂົນ​ແກະ​ໄປ​ປ້ອນ ອຸດ­ສາ­ຫະ­ກຳ​ຕ່ຳ­ແຜ່ນ, ຈາກ​ນັ້ນ ໄດ້​ເຮັດ​ໃຫ້​ຊາວ​ກະ­ສິ­ກອນ​ສິ້ນ​ເນື້ອປະ­ດາ​ຕົວ​ຍ້ອນ​ຂາດ​ພາ­ຫະ­ນະການ​ຜະ­ລິດ​ອັນ​ພື້ນ­ຖານ (ຄື​ທີ່ດິນ) ແລ້ວ​ເຂົ້າ​ໄປ​ເຮັດ​ວຽກ​ເປັນກຳ­ມະ­ກອນ​ຮັບ­ຈ້າງ​ໃນ​ໂຮງ­ງານອຸດ­ສາ­ຫະ­ກຳ (ຕໍ່​ແຜ່ນ​ຂົນ​ແກະ).    ອັນ​ນັ້ນ ແມ່ນ​ຂະ​ບວນ​ການ​ທີ່ເກີດ​ຂຶ້ນ​ຈິງ​ໃນ​ປະ­ຫວັດ­ສາດ ແລະ​ເຮັດ​ໃຫ້​ປະ­ເທດ​ເອີ​ຣົບ​ຕາເວັນ​ຕົກ​ຈຳ­ນວນ​ໜຶ່ງ​ກາຍ­ເປັນ​ປະເທດ​ອຸດ­ສາ­ຫະ­ກຳ​ທີ່​ຈະ­ເລີນ ຊຶ່ງບາງ​ຄົນ​ໄດ້​ໃຫ້​ທັດ­ສະ­ນະ​ວ່າ: ມັນແມ່ນ​ເສັ້ນ­ທາງ ຫຼື ຮູບ​ການ​ພັດ​ທະນາ​ອັນ​ຖືກ­ຕ້ອງ​ທີ່​ຄວນ​ເຮັດ, ຈາກນັ້ນ ຈິ່ງ​ເກີດ​ແນວ​ຄິດ​ທີ່​ຖື​ເອົາ​ການ ເພີ່ມ​ຜົນ​ຜະ­ລິດ​ອຸດ­ສາ­ຫະ­ກຳ​ເປັນສິ່ງ​ສຳ­ຄັນ​ຕົ້ນ­ຕໍ; ສ່ວນ​ການ​ກະ​ສິກຳ​ແມ່ນ​ຈັດ​ໄວ້​ແຖວ​ຫຼັງ​ເປັນ​ອັນດັບ​ຮອງ ເພື່ອ​ປະ­ຕິ­ບັດ​ໜ້າ­ທີ່​ຕອບສະ­ໜອງ​ສະ­ບຽງ​ອາ­ຫານ ແລະ ສະ­ໜອງ​ວັດ­ຖຸ​ດິບ​ລາ­ຄາ​ຖືກ​ໃຫ້ ອຸດ­ສາ­ຫະ­ກຳ, ພ້ອມ​ກັນ​ນັ້ນ ກໍ​ສະໜອງ​ແຮງ​ງານ​ໃຫ້​ອຸດ­ສາ­ຫະ­ກຳ.    ນັກ​ເສດ­ຖະ­ສາດ​ຈຳ­ນວນ​ຫຼວງຫຼາຍ​ໃນ​ປະ­ຈຸ​ບັນ​ໄດ້​ຕີ​ລາ­ຄາ​ວ່າ: ທັດ​ທະ­ນະດັ່ງ­ກ່າວ​ບໍ່​ສອດ­ຄ່ອງ ກັບ​ສະ­ພາບ​ຄວາມ​ເປັນ​ຈິງ​ຂອງຫຼາຍ​ປະ­ເທດ, ມັນ​ແມ່ນ​ການ​ຮຽນແບບ ຫຼື ລອກ​ຮຽນ​ແບບ​ການພັດ­ທະ­ນາ​ແບບ​ກົນ​ຈັກ ໂດຍ​ຫວັງ ວ່າ​ເຮັດ​ຄື​ແນວ​ນັ້ນ​ຈະ​ພັດ­ທະ­ນາປະ­ເທດ​ຕົນ​ໄດ້​ໄວ ແລະ​ອາດ​ໄລ່ທັນ​ປະ­ເທດ​ອື່ນ.    ເວົ້າ​ສະ­ເພາະ​ປະ­ເທດ​ເຮົາ, ຄວາມ​ເຂົ້າ­ໃຈ​ທີ່​ຖືກ­ຕ້ອງ​ຄວນ​ຈະແມ່ນ​ທັດ​ສະນະ​ຊີ້​ນຳ​ຂອງ​ປະ­ທານໄກ­ສອນ ພົມ­ວິ­ຫານ ຊຶ່ງ​ໄດ້​ຍົກ​ໃຫ້ເຫັນ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ປະເທດ​ພວກ​ເຮົາ​ໄວ້​ວ່າ: ໜຶ່ງ: ປະ­ເທດ​ເຮົາ​ເປັນ​ປະ­ເທດກະ­ສິ­ກຳ, ຊາວ​ກະ­ສິ­ກອນ​ກວມເອົາ​ສ່ວນ​ໃຫຍ່​ຂອງ​ປະ­ຊາ­ກອນ, ເຂົາ­ເຈົ້າ​ເປັນ​ກຳ­ລັງ​ຫຼວງ​ອັນ​ໜຶ່ງຂອງ​ການ​ປະ­ຕິ­ວັດ​ປົດ​ປ່ອຍ​ຊາດໃນ​ເມື່ອ​ກ່ອນ. ມາ​ໃນ​ປະ­ຈຸ​ບັນ​ຊາວກະ­ສິ­ກອນ ແລະ​ຊົນ­ນະ­ບົດ​ກໍ​ຍັງ ເປັນ​ບ່ອນ​ອີງ​ຍຸດ​ທະ​ສາດ​ໃນ​ພາລະ​ກິດ​ປົກ​ປັກ​ຮັກ­ສາ ແລະ​ສ້າງສາ​ພັດ­ທະ­ນາ​ປະ­ເທດ​ຊາດ​ໄປ​ສູ່ຈຸດ­ໝາຍ​ສັງ­ຄົມ​ນິ­ຍົມ.    ສະ­ນັ້ນ ການ​ພັດ­ທະ­ນາ​ປະ­ເທດເຮົາ​ຕ້ອງ​ເລີ່ມ​ຈາກ​ຊາວ​ກະ­ສິ­ກອນ ແລະ​ການ​ກະ­ສິ­ກຳ, ສ້າງ​ການ​ພົວ ພັນ​ເສດ­ຖະ­ກິດ​ລະ­ຫວ່າງ​ຊາວ​ກະ ສິ​ກອນ​ກັບ​ລັດ, ປຸກ­ລະ­ດົມ ແລະ ຈັດ​ຕັ້ງ​ນຳ­ພາ​ຊາວ​ກະ­ສິ­ກອນ​ໃຫ້ເຂົ້າ​ຮ່ວມ​ຢ່າງ​ກວ້າງ­ຂວາງ​ໃນ ການ​ຜະ­ລິດ​ກະ­ສິ­ກຳ ແລະ​ໃຊ້​ຊາວ ກະ­ສິ­ກອນ​ເປັນ​ເຈົ້າ​ຊົນ­ນະ­ບົດ.    ສອງ: ຕ້ອງ​ນຳ​ເອົາ​ຄວາມ ກ້າວ­ໜ້າ​ທາງ​ດ້ານ​ວິ­ທະ­ຍາ­ສາດເຕັກ­ນິກ​ເຂົ້າ​ສູ່​ການ​ຜະ­ລິດ​ກະ​ສິກຳ​ເທື່ອ​ລະ​ກ້າວ, ແນະ­ນຳ​ຊ່ວຍ ເຫຼືອ​ຊາວ​ກະ­ສິ­ກອນ​ໃຫ້​ອອກ­ແຮງງານ ແລະ​ດິນ​ດອນ​ຢ່າງ​ມີ​ປະ­ສິດທິ​ຜົນ​ດ້ວຍ​ການ​ເຮັດ​ກະ­ເສດ​ສຸມ ເພີ່ມ​ສະ­ມັດ­ຖະ­ພາບ.    ສາມ: ລົງ­ທຶນ​ຢ່າງ​ເໝາະ​ສົມ ແລະ​ມີ​ຈຸດ​ສຸມ​ໃນ​ຂະ­ແໜງ­ການກະ­ສິ­ກຳ ແລະ​ການ​ບໍ­ລິ­ການ​ໃຫ້ແກ່​ຊາວ​ກະ­ສິ­ກອນ, ຫັນ​ການ​ກະ​ສິ ກຳ​ໄປ​ສູ່​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ຕິດ​ພັນ​ກັບ​ການ​ນຳ​ໃຊ້​ໄມ້​ງັດ​ເສດຖະ​ກິດ​ຢ່າງ​ມີ​ໄຫວ​ພິບ. ສີ່ຖື​ການ​ກະ­ສິ­ກຳ​ເປັນ​ແນວຮົບ​ອັນ​ດັບ​ໜຶ່ງ ແລະ​ຖື​ຊົນ­ນະ­ບົດເປັນ​ສະ­ໜາມ­ຮົບ​ຕົ້ນ­ຕໍ ສະ­ນັ້ນ ຕ້ອງ​ສຸກ​ກຳ­ລັງ​ແຮງ​ສັງ​ລວມຈາກ​ພາຍ​ໃນ​ປະ­ເທດ ແລະ​ການຊ່ວຍ­ເຫຼືອ​ກູ້​ຢືມ​ຈາກ​ພາຍ​ນອກເຂົ້າ​ໃສ່​ການ​ພັດ­ທະ­ນາ​ການ​ກະ​ສິກຳ​ໃຫ້​ຂະ­ຫຍາຍ­ຕົວ​ຢ່າງ​ແຂງແຮງ.    ທັດ­ສະ­ນະ​ຊີ້​ນຳ​ດັ່ງ­ກ່າວ​ ແມ່ນຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ເສດຖະ​ກິດ​ທີ່​ສອດ­ຄ່ອງ​ກັບ​ສະ­ພາ­ວະຄວາມ​ເປັນ​ຈິງ​ທາງ​ດ້ານ​ເສດ​ຖະກິດ-ສັງ­ຄົມ​ຂອງ​ປະ­ເທດການ​ພັດທະ​ນາ​ຂະ­ແໜງ​ກະ­ສິ­ກຳ​ກໍ​ເພື່ອ​ແກ້ໄຂ​ບັນ­ຫາ​ຊາວ​ກະ­ສິ­ກອນ ຊຶ່ງ​ເປັນຄົນ​ສ່ວນ​ໃຫຍ່​ຂອງ​ປະ­ເທດ ຊຶ່ງ​ໃນນັ້ນ ກ່ອນ​ອື່ນ​ໝົດ​ແມ່ນ​ແກ້​ໄຂ​ບັນຫາ​ການ​ນຳ​ໃຊ້​ແຮງ​ງານ ແລະ​ດິນດອນ​ໃຫ້​ມີ​ປະ​ສິດ­ທິ​ຜົນ, ໃຫ້​ຊາວກະ­ສິ­ກອນ​ໄດ້​ອອກ­ແຮງ​ງານ​ຜະລິດ​ເຕັມ​ປ່ຽມ (ບໍ່​ຫວ່າງ​ງານ​ຕາມລະ­ດູ​ການ) ແລະ​ມີ​ລາຍ​ໄດ້​ຫຼາຍໆຂຶ້ນການ​ກະ­ສິ­ກຳ​ແມ່ນ​ຂະ­ແໜງການ​ໜຶ່ງ​ຂອງ​ເສດ­ຖະ­ກິດ ແລະ ການ​ພັດ­ທະ­ນາ​ກະ­ສິ­ກຳ​ໃຫ້​ຂະຫຍາຍ​ຕົວ​ແມ່ນ​ມີ​ຄວາມ​ສຳ­ຄັນ ແລະ​ຈຳ­ເປັນ​ສຳ­ລັບ​ການ​ພັດ​ທະນາ​ຂະ­ແໜງ​ອຸດ­ສາ­ຫະ­ກຳ ແລະ​ບໍລິ​ການ​ກໍ​ຄື​ການ​ພັດ­ທະ­ນາ​ປະ­ເທດ ເຮົາ​ເວົ້າ​ລວມ.
  

ເມື່ອ​ເວົ້າ​ເຖິງ​ການ​ກະ­ສິ­ກຳຄົງ​ຈະ​ມີ​ໜ້ອຍ​ຄົນ​ທີ່​ບໍ່​ຮູ້​ວ່າ​ແມ່ນຫຍັງ, ແຕ່​ກໍ​ອາດ​ຈະ​ມີ​ຫຼາຍ​ຄົນ​ບໍ່ທັນ​ເຂົ້າ­ໃຈ​ວ່າ­ການ​ກະ­ສິ­ກຳ​ມີຄວາມ​ສຳ­ຄັນ​ຄື​ແນວ­ໃດ? ແນ່­ນອນ ພວກ​ເຮົາ​ຍ່ອມ​ຮູ້​ດີ​ວ່າ­ການ​ກະ​ສິກຳ​ແມ່ນ​ຂະ­ແໜງ­ການ​ທີ່​ສຳ­ຄັນ ໃນ​ພື້ນ­ຖານ​ເສດ­ຖະ­ກິດ​ແຫ່ງ​ຊາດຂອງ​ພວກ​ເຮົາ ເປັນ​ແຫຼ່ງ​ຕອບ​ສະໜອງ​ອາ­ຫານ​ການ​ກິນ​ເຊັ່ນ: ເຂົ້າ, ຊີ້ນ, ປາ, ຜັກ, ໝາກ​ໄມ້ ແລະ​ອື່ນໆອີກ ໃຫ້​ແຕ່​ລະ­ຄາບ​ເຂົ້າ​ໃນ​ແຕ່​ລະມື້​ຂອງ​ພວກ​ເຮົາ ຖ້າ​ບໍ່​ມີ​ການ​ກະ​ສິກຳ​ອາ­ຫານ​ການ​ກິນ​ກໍ​ຈະ​ບໍ່​ມີ ແລະ​ຄົນ​ເຮົາ​ກໍ​ຈະ​ດຳ­ລົງ​ຊີ­ວິດ​ຢູ່​ບໍ່ໄດ້, ສັງ­ຄົມ​ຈະ​ເກີດ​ຄວາມ​ວຸ້ນ­ວາຍຄົນ​ຈະ​ລົ້ມ​ຕາຍ​ຍ້ອນ​ຄວາມ​ອຶດຫິວ ແລະ​ປະ­ເທດ​ຊາດ​ຈະ​ບໍ່​ມີ​ການພັດ­ທະ­ນາ, ທີ່​ເປັນ​ແນວ​ນັ້ນ ກໍ​ຍ້ອນ ວ່າ​ຄົນ​ເຮົາ​ຕ້ອງ​ມີ​ອັນ​ກິນ​ສາ­ກ່ອນ ຈິ່ງ​ມີ­ແຮງ​ເຮັດ​ວຽກ​ທຳ​ການ​ຜະລິດ​ປະ­ດິດ​ສ້າງ ຫຼື ເຮັດ​ໜ້າ­ທີ່​ການງານ​ອື່ນໆ​ໄດ້.
   ດ້ວຍ​ເຫດ​ນີ້​ເອງການ​ກະ­ສິ­ກຳ ຈິ່ງ​ແມ່ນ​ຂະ­ແໜງ­ການ​ອັນ​ສຳ­ຄັນທີ່​ເກີດ​ຂຶ້ນ ແລະ​ຂະ­ຫຍາຍ­ຕົວພ້ອມໆ​ກັບ​ການ​ຂະ­ຫຍາຍ­ຕົວ​ຂອງສັງ­ຄົມ​ມະ­ນຸດ ແມ່ນ​ຂະ­ແໜງ­ການຜະ­ລິດ​ອັນ​ໜຶ່ງ​ທີ່​ຊ່ວຍ​ສ້າງ​ຄວາມສີ­ວິ­ໄລ​ໃຫ້​ແກ່​ສັງ­ຄົມ​ມະ­ນຸດ​ເຮົາ ຜ່ານ​ມາ​ແລ້ວ​ໃນ​ປະ­ຫວັດ­ສາດ ຊຶ່ງເອີ້ນ​ວ່າ​ຍຸກ​ແຫ່ງ​ຄວາມ​ສີ­ວິ­ໄລ​ກະສິ​ກຳຍຸກ​ແຫ່ງ​ຄວາມ​ສີ­ວິ­ໄລ​ກະ​ສິກຳ​ໄດ້­ແກ່​ຍາວ​ເປັນ​ເວ­ລາ​ຫຼາຍຮ້ອຍ​ປີ ແລະ​ໄດ້​ສ້າງ​ປັດ​ໄຈ​ອັນ​ສຳຄັນ​ຫຼາຍ​ຢ່າງ​ສຳ­ລັບ​ການ​ຂ້າມຜ່ານ​ສູ່​ຍຸກ​ແຫ່ງ​ຄວາມ​ສີ­ວິ­ໄລ​ອຸດສາ​ຫະ​ກຳ.
   ເຖິງ​ວ່າ​ຍຸກ​ຄວາມ​ສີ­ວິ­ໄລ​ກະ​ສິກຳ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ແລະ​ຍຸກແຫ່ງ​ຄວາມ​ສີ­ວິ­ໄລ​ອຸດ­ສາ­ຫະ­ກຳ ໄດ້​ມີ​ບົດ­ບາດ​ຄອບ​ງຳ, ແຕ່​ການກະ­ສິ­ກຳ​ກໍ​ຍັງ​ມີ​ຖາ­ນະ ແລະ​ມີ​ບົດບາດ​ສຳ­ຄັນ​ຢູ່​ບໍ່​ໜ້ອຍ​ຢູ່​ໃນ​ພື້ນຖານ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ຊາດ ຕ່າງໆ​ກໍ​ຄື​ເສດ­ຖະ­ກິດ​ຂອງ​ໂລກ.
   ການ​ກະ­ສິ­ກຳ​ຍັງ​ມີ​ຖາ­ນະ ແລະ​ມີ​ບົດ­ບາດ​ສຳ­ຄັນ​ຢູ່​ໃນ​ຊູ່​ມື້­ນີ້ ກໍ​ຍ້ອນ​ວ່າ​ປະ­ຊາ­ກອນ​ໂລກ​ໄດ້ ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ​ເພີ່ມ​ໄວ ຂຶ້ນໆ ແຕ່​ເນື້ອ­ທີ່​ດິນ​ທີ່​ໃຊ້​ສຳ­ລັບການ​ຜະ­ລິດ​ເພື່ອ​ຕອບ​ສະ­ໜອງຄວາມ​ຕ້ອງ­ການ​ຊ້ຳ­ພັດ​ຖືກ​ຈຳກັດ.
   ໃນ​ສະ­ຕະ­ວັດ​ທີ 20 ທີ​ຜ່ານ​ມາ ເບິ່ງ​ຄື​ວ່າ​ໂລກ​ໄດ້​ມີ​ການ​ພັດ­ທະ­ນາບັນ­ລຸ​ຄວາມ​ກ້າວ­ໜ້າ​ອັນ​ວ່ອງ­ໄວ ແລະ​ໜ້າ​ອັດ­ສະ­ຈັນກາຍ­ເປັນ​ໂລກແກ່ງ​ຍຸກ​ຂໍ້​ມູນ​ຂ່າວ­ສານ, ຍຸກ​ດີ​ຈີຕອນ ແຕ່​ວ່າ​ຢູ່​ໃນ​ໂລກ​ໜ່ວຍ​ນີ້​ຍັງມີ​ຜູ້​ເຮັດ​ການ​ຜະ­ລິດ​ກະ­ສິ­ກຳ​ຫຼາຍກວ່າ 2 ຕື້​ຄົນ ອັນ​ທີ່​ແປກ​ປະ­ຫຼາດທີ່​ສຸດ​ໃນ​ຍຸກ​ນີ້​ແມ່ນ​ຜູ້​ທີ່​ທຸກ​ຍາກ, ຂາດ­ເຂີນ​ເຄື່ອງ­ກິນ​ຂອງ​ໃຊ້​ຊ້ຳ­ຜັດ ແມ່ນ​ຜູ້​ເຮັດ​ການ​ຜະ­ລິດ​ກະ­ສິ­ກຳນັ້ນ​ເອງ 70% ຂອງ​ຄົນ​ທຸກ​ຍາກຢູ່​ໃນ​ໂລກ​ແມ່ນ​ຜູ້​ທີ່­ຢູ່​ໃນ​ຊົນ­ນະ­ບົດ ແລະ​ເຮັດ​ການ​ຜະ­ລິດ​ກະ­ສິ­ກຳແບບ​ທຳ​ມະ​ຊາດ ຄັນ­ຊັ້ນ​ເປັນ​ຫຍັງຄົນ​ເຫຼົ່າ­ນັ້ນ​ຈິ່ງ​ທຸກ​ຍາກ, ແມ່ນການ​ກະ­ສິ­ກຳ​ບໍ່​ເປັນ­ຕົ້ນ​ເຫດ​ຂອງ ຄວາມ­ທຸກ​ຍາກ ເປັນ​ຫຍັງ​ຄວາມກ້າວ­ໜ້າ​ທາງ​ດ້ານ​ວິ­ທະ­ຍາ­ສາດ-ວິ­ທະ­ຍາ​ການ​ທີ່​ລະ­ເບີດ​ຂຶ້ນ​ໃນທ້າຍ​ຂອງ​ສະ­ຕະ­ວັດ​ທີ 20 ຈິ່ງ​ຜີກໜີ​ຈາກ​ຄົນ​ເຫຼົ່າ­ນັ້ນ​ຫ່າງ​ໄກ​ອອກໄປ​ເລື້ອຍໆ.
   ຄຳ​ຕອບ​ຕໍ່​ຄຳ​ຖາມ​ນີ້​ມີ​ຢູ່​ບ່ອນວ່າ ມີ​ຫຼາຍ​ຄົນ​ບໍ່​ທັນ​ເຂົ້າ­ໃຈ​ກ່ຽວກັບ​ບົດ­ບາດ​ສຳ­ຄັນ​ແຖວ​ໜ້າ​ຂອງການ​ກະ­ສິ­ກຳ ສະ­ນັ້ນ ຈິ່ງ​ຕ້ອງຖາມ​ຕື່ມ​ວ່າ​ຍ້ອຍ​ຫຍັງ​ຫຼາຍ​ຄົນ​ຈິ່ງບໍ່​ທັນ​ເຂົ້າ­ໃຈ​ກ່ຽວ​ກັບ​ບົດ­ບາດ​ສຳຄັນ​ແຖວ​ໜ້າ​ຂອງ​ການ​ກະ­ສິ­ກຳ?.

   ທັດ­ສະ­ນະ​ຖື​ເບົາ ຫຼື ເຫັນ​ຄວາມສຳ­ຄັນ​ຂອງ​ການ​ກະ­ສິ­ກຳ​ເປັນພຽງ​ແຕ່​ຂະ­ແໜງ​ສຳ­ຮອງ​ຂອງການ​ພັດ­ທະ­ນາ​ນັ້ນ ອາດ​ຈະ​ມາຈາກ​ຄວາມ​ຮັບ​ຮູ້​ທີ່​ບໍ່​ທັນ​ເລິກ­ເຊິ່ງກ່ຽວ​ກັບ​ເສັ້ນ­ທາງ ຫຼື ຮູບ​ແບບຂອງ​ການ​ພັດ­ທະ­ນາ​ບາງ​ຄົນ ເບິ່ງຄວາມ​ຈະ­ເລີນ​ຂອງ​ປະ­ເທດ​ຕາ ເວັນ​ຕົກ ຫຼື ປະ­ເທດ​ທີ່​ພັດ­ທະ­ນາ ແລ້ວ​ຈຳ­ນວນ​ໜຶ່ງ​ແບບ​ເຜີນໆ ແລ້ວ​ກໍ​ຕີ​ລາ­ຄາ​ວ່າ ຄວາມ​ຈະ­ເລີນ ນັ້ນ ມາ​ຈາກ​ການ​ປະ­ຕິ​ຮູບ​ເສດ​ຖະ ກິດ ໂດຍ​ເລີ່ມ​ຈາກ​ການ​ປະ­ຕິ​ຮູບ ໂຄງ​ສ້າງ​ການ​ຜະ­ລິດ​ໃຫ້​ໄວ​ເພື່ອ ຫັນ​ເປັນ​ອຸດ­ສາ­ຫະ­ກຳ, ຖື​ການ​ພັດ ທະ​ນາ​ອຸດ­ສາ­ຫະ­ກຳ​ເປັນ​ຈຸດ​ສຸມ ຕິດ​ພັນ​ກັບ​ການ​ບໍ­ລິ­ການ, ບາງ​ປະເທດ​ຢູ່​ໃນ​ເອີ​ຣົບ​ຕາ­ເວັນ­ຕົກ​ໄດ້​ບັງຄັບ​ຊາວ​ກະ­ສິ­ກອນ​ໃຫ້​ເຊົາ​ປູກ​ເຂົ້າ ເພື່ອ​ເອົາ​ດິນ​ນາ​ມາ​ປູກ​ຫຍ້າ​ລ້ຽງແກະ​ເພື່ອ​ນຳ​ເອົາ​ຂົນ​ແກະ​ໄປ​ປ້ອນ ອຸດ­ສາ­ຫະ­ກຳ​ຕ່ຳ­ແຜ່ນ, ຈາກ​ນັ້ນ ໄດ້​ເຮັດ​ໃຫ້​ຊາວ​ກະ­ສິ­ກອນ​ສິ້ນ​ເນື້ອປະ­ດາ​ຕົວ​ຍ້ອນ​ຂາດ​ພາ­ຫະ­ນະການ​ຜະ­ລິດ​ອັນ​ພື້ນ­ຖານ (ຄື​ທີ່ດິນ) ແລ້ວ​ເຂົ້າ​ໄປ​ເຮັດ​ວຽກ​ເປັນກຳ­ມະ­ກອນ​ຮັບ­ຈ້າງ​ໃນ​ໂຮງ­ງານອຸດ­ສາ­ຫະ­ກຳ (ຕໍ່​ແຜ່ນ​ຂົນ​ແກະ).
   ອັນ​ນັ້ນ ແມ່ນ​ຂະ​ບວນ​ການ​ທີ່ເກີດ​ຂຶ້ນ​ຈິງ​ໃນ​ປະ­ຫວັດ­ສາດ ແລະ​ເຮັດ​ໃຫ້​ປະ­ເທດ​ເອີ​ຣົບ​ຕາເວັນ​ຕົກ​ຈຳ­ນວນ​ໜຶ່ງ​ກາຍ­ເປັນ​ປະເທດ​ອຸດ­ສາ­ຫະ­ກຳ​ທີ່​ຈະ­ເລີນ ຊຶ່ງບາງ​ຄົນ​ໄດ້​ໃຫ້​ທັດ­ສະ­ນະ​ວ່າ: ມັນແມ່ນ​ເສັ້ນ­ທາງ ຫຼື ຮູບ​ການ​ພັດ​ທະນາ​ອັນ​ຖືກ­ຕ້ອງ​ທີ່​ຄວນ​ເຮັດ, ຈາກນັ້ນ ຈິ່ງ​ເກີດ​ແນວ​ຄິດ​ທີ່​ຖື​ເອົາ​ການ ເພີ່ມ​ຜົນ​ຜະ­ລິດ​ອຸດ­ສາ­ຫະ­ກຳ​ເປັນສິ່ງ​ສຳ­ຄັນ​ຕົ້ນ­ຕໍ; ສ່ວນ​ການ​ກະ​ສິກຳ​ແມ່ນ​ຈັດ​ໄວ້​ແຖວ​ຫຼັງ​ເປັນ​ອັນດັບ​ຮອງ ເພື່ອ​ປະ­ຕິ­ບັດ​ໜ້າ­ທີ່​ຕອບສະ­ໜອງ​ສະ­ບຽງ​ອາ­ຫານ ແລະ ສະ­ໜອງ​ວັດ­ຖຸ​ດິບ​ລາ­ຄາ​ຖືກ​ໃຫ້ ອຸດ­ສາ­ຫະ­ກຳ, ພ້ອມ​ກັນ​ນັ້ນ ກໍ​ສະໜອງ​ແຮງ​ງານ​ໃຫ້​ອຸດ­ສາ­ຫະ­ກຳ.
   ນັກ​ເສດ­ຖະ­ສາດ​ຈຳ­ນວນ​ຫຼວງຫຼາຍ​ໃນ​ປະ­ຈຸ​ບັນ​ໄດ້​ຕີ​ລາ­ຄາ​ວ່າ: ທັດ​ທະ­ນະດັ່ງ­ກ່າວ​ບໍ່​ສອດ­ຄ່ອງ ກັບ​ສະ­ພາບ​ຄວາມ​ເປັນ​ຈິງ​ຂອງຫຼາຍ​ປະ­ເທດ, ມັນ​ແມ່ນ​ການ​ຮຽນແບບ ຫຼື ລອກ​ຮຽນ​ແບບ​ການພັດ­ທະ­ນາ​ແບບ​ກົນ​ຈັກ ໂດຍ​ຫວັງ ວ່າ​ເຮັດ​ຄື​ແນວ​ນັ້ນ​ຈະ​ພັດ­ທະ­ນາປະ­ເທດ​ຕົນ​ໄດ້​ໄວ ແລະ​ອາດ​ໄລ່ທັນ​ປະ­ເທດ​ອື່ນ.
   ເວົ້າ​ສະ­ເພາະ​ປະ­ເທດ​ເຮົາ, ຄວາມ​ເຂົ້າ­ໃຈ​ທີ່​ຖືກ­ຕ້ອງ​ຄວນ​ຈະແມ່ນ​ທັດ​ສະນະ​ຊີ້​ນຳ​ຂອງ​ປະ­ທານໄກ­ສອນ ພົມ­ວິ­ຫານ ຊຶ່ງ​ໄດ້​ຍົກ​ໃຫ້ເຫັນ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ປະເທດ​ພວກ​ເຮົາ​ໄວ້​ວ່າ:
ໜຶ່ງ: ປະ­ເທດ​ເຮົາ​ເປັນ​ປະ­ເທດກະ­ສິ­ກຳ, ຊາວ​ກະ­ສິ­ກອນ​ກວມເອົາ​ສ່ວນ​ໃຫຍ່​ຂອງ​ປະ­ຊາ­ກອນ, ເຂົາ­ເຈົ້າ​ເປັນ​ກຳ­ລັງ​ຫຼວງ​ອັນ​ໜຶ່ງຂອງ​ການ​ປະ­ຕິ­ວັດ​ປົດ​ປ່ອຍ​ຊາດໃນ​ເມື່ອ​ກ່ອນ. ມາ​ໃນ​ປະ­ຈຸ​ບັນ​ຊາວກະ­ສິ­ກອນ ແລະ​ຊົນ­ນະ­ບົດ​ກໍ​ຍັງ ເປັນ​ບ່ອນ​ອີງ​ຍຸດ​ທະ​ສາດ​ໃນ​ພາລະ​ກິດ​ປົກ​ປັກ​ຮັກ­ສາ ແລະ​ສ້າງສາ​ພັດ­ທະ­ນາ​ປະ­ເທດ​ຊາດ​ໄປ​ສູ່ຈຸດ­ໝາຍ​ສັງ­ຄົມ​ນິ­ຍົມ.
   ສະ­ນັ້ນ ການ​ພັດ­ທະ­ນາ​ປະ­ເທດເຮົາ​ຕ້ອງ​ເລີ່ມ​ຈາກ​ຊາວ​ກະ­ສິ­ກອນ ແລະ​ການ​ກະ­ສິ­ກຳ, ສ້າງ​ການ​ພົວ ພັນ​ເສດ­ຖະ­ກິດ​ລະ­ຫວ່າງ​ຊາວ​ກະ ສິ​ກອນ​ກັບ​ລັດ, ປຸກ­ລະ­ດົມ ແລະ ຈັດ​ຕັ້ງ​ນຳ­ພາ​ຊາວ​ກະ­ສິ­ກອນ​ໃຫ້ເຂົ້າ​ຮ່ວມ​ຢ່າງ​ກວ້າງ­ຂວາງ​ໃນ ການ​ຜະ­ລິດ​ກະ­ສິ­ກຳ ແລະ​ໃຊ້​ຊາວ ກະ­ສິ­ກອນ​ເປັນ​ເຈົ້າ​ຊົນ­ນະ­ບົດ.
   ສອງ: ຕ້ອງ​ນຳ​ເອົາ​ຄວາມ ກ້າວ­ໜ້າ​ທາງ​ດ້ານ​ວິ­ທະ­ຍາ­ສາດເຕັກ­ນິກ​ເຂົ້າ​ສູ່​ການ​ຜະ­ລິດ​ກະ​ສິກຳ​ເທື່ອ​ລະ​ກ້າວ, ແນະ­ນຳ​ຊ່ວຍ ເຫຼືອ​ຊາວ​ກະ­ສິ­ກອນ​ໃຫ້​ອອກ­ແຮງງານ ແລະ​ດິນ​ດອນ​ຢ່າງ​ມີ​ປະ­ສິດທິ​ຜົນ​ດ້ວຍ​ການ​ເຮັດ​ກະ­ເສດ​ສຸມ ເພີ່ມ​ສະ­ມັດ­ຖະ­ພາບ.
   ສາມ: ລົງ­ທຶນ​ຢ່າງ​ເໝາະ​ສົມ ແລະ​ມີ​ຈຸດ​ສຸມ​ໃນ​ຂະ­ແໜງ­ການກະ­ສິ­ກຳ ແລະ​ການ​ບໍ­ລິ­ການ​ໃຫ້ແກ່​ຊາວ​ກະ­ສິ­ກອນ, ຫັນ​ການ​ກະ​ສິ ກຳ​ໄປ​ສູ່​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ຕິດ​ພັນ​ກັບ​ການ​ນຳ​ໃຊ້​ໄມ້​ງັດ​ເສດຖະ​ກິດ​ຢ່າງ​ມີ​ໄຫວ​ພິບ.
ສີ່ຖື​ການ​ກະ­ສິ­ກຳ​ເປັນ​ແນວຮົບ​ອັນ​ດັບ​ໜຶ່ງ ແລະ​ຖື​ຊົນ­ນະ­ບົດເປັນ​ສະ­ໜາມ­ຮົບ​ຕົ້ນ­ຕໍ ສະ­ນັ້ນ ຕ້ອງ​ສຸກ​ກຳ­ລັງ​ແຮງ​ສັງ​ລວມຈາກ​ພາຍ​ໃນ​ປະ­ເທດ ແລະ​ການຊ່ວຍ­ເຫຼືອ​ກູ້​ຢືມ​ຈາກ​ພາຍ​ນອກເຂົ້າ​ໃສ່​ການ​ພັດ­ທະ­ນາ​ການ​ກະ​ສິກຳ​ໃຫ້​ຂະ­ຫຍາຍ­ຕົວ​ຢ່າງ​ແຂງແຮງ.

   ທັດ­ສະ­ນະ​ຊີ້​ນຳ​ດັ່ງ­ກ່າວ​ ແມ່ນຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ເສດຖະ​ກິດ​ທີ່​ສອດ­ຄ່ອງ​ກັບ​ສະ­ພາ­ວະຄວາມ​ເປັນ​ຈິງ​ທາງ​ດ້ານ​ເສດ​ຖະກິດ-ສັງ­ຄົມ​ຂອງ​ປະ­ເທດການ​ພັດທະ​ນາ​ຂະ­ແໜງ​ກະ­ສິ­ກຳ​ກໍ​ເພື່ອ​ແກ້ໄຂ​ບັນ­ຫາ​ຊາວ​ກະ­ສິ­ກອນ ຊຶ່ງ​ເປັນຄົນ​ສ່ວນ​ໃຫຍ່​ຂອງ​ປະ­ເທດ ຊຶ່ງ​ໃນນັ້ນ ກ່ອນ​ອື່ນ​ໝົດ​ແມ່ນ​ແກ້​ໄຂ​ບັນຫາ​ການ​ນຳ​ໃຊ້​ແຮງ​ງານ ແລະ​ດິນດອນ​ໃຫ້​ມີ​ປະ​ສິດ­ທິ​ຜົນ, ໃຫ້​ຊາວກະ­ສິ­ກອນ​ໄດ້​ອອກ­ແຮງ​ງານ​ຜະລິດ​ເຕັມ​ປ່ຽມ (ບໍ່​ຫວ່າງ​ງານ​ຕາມລະ­ດູ​ການ) ແລະ​ມີ​ລາຍ​ໄດ້​ຫຼາຍໆຂຶ້ນການ​ກະ­ສິ­ກຳ​ແມ່ນ​ຂະ­ແໜງການ​ໜຶ່ງ​ຂອງ​ເສດ­ຖະ­ກິດ ແລະ ການ​ພັດ­ທະ­ນາ​ກະ­ສິ­ກຳ​ໃຫ້​ຂະຫຍາຍ​ຕົວ​ແມ່ນ​ມີ​ຄວາມ​ສຳ­ຄັນ ແລະ​ຈຳ­ເປັນ​ສຳ­ລັບ​ການ​ພັດ​ທະນາ​ຂະ­ແໜງ​ອຸດ­ສາ­ຫະ­ກຳ ແລະ​ບໍລິ​ການ​ກໍ​ຄື​ການ​ພັດ­ທະ­ນາ​ປະ­ເທດ ເຮົາ​ເວົ້າ​ລວມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ