google-site-verification: google0d91bc93cfc88895.html ການປູກຫມາກມັງກອນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, May 15, 2015

ການປູກຫມາກມັງກອນ


ຕົ້ນ​ຫມາກ​ມັງ­ກອນ​ສາ­ມາດ ປູກ​ໄດ້​ໃນ​ທຸກ​ສະ­ພາບ​ດິນ​ເຊັ່ນ ດິນ​ປົນ​ຊາຍ, ດິນ​ຫນຽວ, ດິນ​ເຮື້ອ ສຳ­ລັບ​ດິນ​ຫນຽວ ແລະ ດິນ​ເຮື້ອ ຈຳ­ເປັນ​ຕ້ອງ​ມີ​ການ​ປັບ​ຫນ້າ­ດິນດ້ວຍ​ການ​ໃສ່​ຝຸ່ນ​ຄອກ ແລະ ແກບ​ດຳ, ພ້ອມ​ນັ້ນ ຕົ້ນ​ມັງ­ກອນ​ເປັນ­ຕົ້ນ​ໄມ້​ທີ່​ມັກ​ອາ­ໄສ​ຢູ່​ໃນ​ດິນ​ປອດ­ໂປ່ງ, ບໍ່​ແອ​ອັດ​ຈົນ​ເກີນ​ໄປ ແລະ ສາ­ມາດ​ລະ­ບາຍ​ນ້ຳ​ໄດ້​ດີ. ຍ້ອນ​ວ່າຫມາກ​ມັງ­ກອນ​ເປັນ​ພືດ​ຕະ­ກູນ​ດຽວ​ກັບ​ຕົ້ນ​ກະ­ບອງ​ເພັດ, ຈິ່ງ​ເປັນ​ພືດ​ທີ່​ມັກ​ອາ­ກາດ​ຮ້ອນ ແລະ ແດດ​ກ້າ, ການ​ປູກ​ຫມາກມັງ­ກອນ​ນັ້ນ​ຈິ່ງ​ຄວນ​ກຽມ​ພື້ນ​ທີ່​ໃຫ້​ຢູ່​ໃນ​ບໍ­ລິ­ເວນ​ກາງ­ແຈ້ງ​ບໍ່​ມີ​ຮົ່ມ​ເງົາ​ຈາກ​ຕົ້ນ­ໄມ້​ອື່ນ​ມາ​ບັງ, ຫມາກ​ມັງ­ກອນ​ຈະ​ສາ­ມາດ​ຈະ ເລີນ​ເຕີບ​ໂຕ ແລະ ອອກ­ດອກ, ອອກ​ຫມາກ​ໄດ້​ເປັນ​ຢ່າງ​ດີ. 


ຫມາກ​ມັງ­ກອນ​ສາ­ມາດປູກ​ໄດ້ 2 ຮູບ​ແບບ​ເປັນ­ຕົ້ນແມ່ນ​ປູກ​ໃນ​ຖັງ ແລະ ການ​ປູກ​ໃນ​ພື້ນ​ທີ່​ກວ້າງ 

​ວິ­ທີ​ການ​ປູກ​ແບບ​ຖັງ (ໃຊ້​ຕົ້ນ​ມັງ­ກອນ 1-2 ຕົ້ນ​ຕໍ່​ຫນຶ່ງ​ຫລັກ) 
      ເຊິ່ງ​ເປັນ​ການ​ປູກ​ເພື່ອ​ໄວ້​ປະ­ດັບ​ເທົ່າ​ນັ້ນ, ອຸ­ປະ­ກອນ​ປະ­ກອບ​ມີ ທໍ່​ນ້ຳ​ຂະ­ຫນາດ​ກວ້າງ 4 ນີ້ວ, ຍາວ 1,3  ແມັດ ຫລື ເສົາ​ໄມ້ເນື້ອ​ແຂງ​ກໍ່​ໄດ້​ແລ້ວ­ແຕ່​ຄວາມສະ­ດວກ, ຖັງ​ກວ້າງ 50 ຊັງ​ຕີແມັດ, ຄ້າງ​ດ້ານ​ເທິງ​ອາດ​ຈະເຮັດ​ຈາກ​ໄມ້ ຫລື ປູນ​ເປັນ​ຮູບ 4 ລ່ຽມ ຫລື ຈະ­ຕຸ​ລັດ​ກວ້າງ, ຍາວ 30 ຊັງ​ຕີ​ແມັດ, ໃຍ​ຫມາກ­ພ້າວ, ດິນ ແລະ ເຊືອກ​ຟາງ. 
    ຫລັງ​ຈາກ​ທີ່​ກຽມ​ອຸ­ປະ­ກອນແລ້ວ​ກໍ່​ສາ­ມາດ​ໃຊ້​ເສົາ​ຕັ້ງ​ເປັນຫລັກ​ໃນ​ຖັງ, ຈາກ​ນັ້ນ​ ໃສ່​ໃຍຫມາກ­ພ້າວ​ຮອງ​ກົ້ນ​ຖັງ​ເພື່ອໃຫ້​ນ້ຳ​ຖ່າຍ​ເທ​ໄດ້​ດີ​ໃນ​ປະ­ລິ­ມານ 1/3 ໃນ​ອັດ­ຕາ​ສ່ວນ​ຂອງ​ກະຖັງ​ຈາກ​ນັ້ນ​ນຳ​ດິນ​ປະ­ສົມ​ກັບໃຍ​ຫມາກ­ພ້າວ ຫລື ແກບດຳ (ແກບ​ທີ່​ບົ່ມ​ຈົນ​ດຳ) ໃສ່​ລົງໄປ​ໃນ​ຖັງ​ຈົນ​ຮອດ​ຂອບ​ຖັງ ຈາກນັ້ນ​ໃຫ້​ນຳ​ເອົາ​ຕົ້ນ​ຫມາກ​ມັງກອນ​ມາ​ປູກ​ໃຫ້​ໃກ້​ກັບ​ເສົາ​ແລ້ວໃຊ້​ເຊືອກ​ຟາງ​ມັດ​ຕົ້ນ​ຫມາກ​ມັງກອນ​ໃຫ້​ຕິດ​ກັບ​ເສົາ ແຕ່​ບໍ່​ຕ້ອງມັດ​ແຫນ້ນ​ຈົນ​ເກີນ​ໄປ, ຄວນ​ມັດໄວ້​ຈົນ​ກວ່າ​ວ່າ​ຕົ້ນ​ຫມາກ​ມັງກອນ​ຈະ­ເລີນ​ເຕີບ​ໂຕ​ຈົນ​ສາ­ມາດພັນ​ຫົວ​ເສົາ, ແລ້ວ​ຈິ່ງ​ນຳ​ດິນມາ​ປົກ​ດ້ານ​ເທິງ​ຂອງ​ຖັງ. ຫມາກ​ມັງ­ກອນ​ຈະ​ມີ​ລັກ­ສະ­ນະເປັນ​ລ່ຽມ​ແຕ່​ດ້ານ​ຫນຶ່ງ​ຂອງຕົ້ນ​ແປ ດັ່ງ­ນັ້ນ ເວ­ລາ​ມັດ​ຕົ້ນ​ມັງກອນ​ໃຫ້​ຈັບ​ເອົາ​ດ້ານ​ແປ​ຂອງ​ຕົ້ນ ເຂົ້າ​ຕິດ​ກັບ​ຫລັກ ເພາະ​ດ້ານ​ແປ ຈະ​ເປັນ​ດ້ານ​ທີ່​ຈະ​ອອກ​ຮາກ. 



ວິ­ທີ​ການ​ປູກ​ໃນ​ພື້ນ​ທີ່ກວ້າງ​
​ສາ­ມາດ​ປະ­ຕິ­ບັດ​ຄື​ກັບການ​ປູກ​ໃນ​ຖັງ (ໃຊ້​ຕົ້ນມັງ­ກອນ 4 ຕົ້ນ​ຕໍ່​ຫນຶ່ງຫລັກ). , ແຕ່​ຈະ​ແຕກ​ຕ່າງເລັກ​ນ້ອຍ​ເປັນ­ຕົ້ນ​ແມ່ນ​ການຕັ້ງ​ເສົາ​ເປັນ​ຫລັກ​ດ້ວຍ​ທໍ່​ນ້ຳກວ້າງ 6 ນີ້ວ, ຍາວ 2 ແມັດ ຫລື ເສົາ​ໄມ້​ເນື້ອ​ແຂງ​ນັ້ນ​ຈະ​ຂຸດດິນ​ເລິກ​ລົງ​ໄປ 30 ຊັງ​ຕີ​ແມັດ, ໃຊ້​ໄມ້​ສົນ ຫລື ໄມ້­ໄຜ່​ລຳ​ປ້ອງ​ໃຫຍ່ເປັນ​ເສົາ​ເຂັມ​ຍາວ 60 ຊັງຕີ​ແມັດ, ຕອກ​ເລິກ​ລົງ​ໄປ​ໃນ​ດິນ 30 ຊັງ​ຕີ​ແມັດ, ພົ້ນ​ຈາກ​ດິນ 30 ຊັງ​ຕີ​ແມັດ, ຈາກ​ນັ້ນ​ນຳ​ຫລັກ​ມາຕັ້ງ​ເທິງ​ເສົາ​ເຂັມ​ທີ່​ພົ້ນ​ແລ້ວ​ເທ​ປູນລົງ​ໃນ​ເສົາ​ປະ­ມານ 1 ກະ​ປ໋ອງ​ປູນ ເພື່ອ​ໃຫ້​ປູນ​ຕິດ​ກັບ​ຫລັກ ແລະ ເສົາ​ເຂັມ​ເຂົ້າ​ໃສ່​ກັນ, ຈາກ​ນັ້ນ ຟັນ​ໃຫ້​ເປັນ​ຂອດ​ຮອບ​ຫລັກ​ລັກສະ­ລະ­ນະ​ຄ້າຍ­ຄື​ຝາ­ຊີ, ຫລັງ​ຈາກນັ້ນກໍ່​ນຳ​ຕົ້ນ​ມັງ­ກອນ 4  ຕົ້ນ​ມາປູກ​ລົງ 4 ດ້ານ​ຂອງ​ຫລັກ​ໂດຍ​ໃຊ້ເຊືອກ​ຟາງ​ມັດ​ແບບ​ຫລວມໆ ແລະ ຕ້ອງ​ມັດ​ຈົນ​ກວ່າ​ຈະ​ພົ້ນ​ຫົວ​ຫລັກ, ຈາກ​ນັ້ນ​ນຳ​ດິນ​ບໍ­ລິ­ເວນ​ຂ້າງໆຂອດ​ມາ​ປົກ​ເທິງ​ຕົ້ນ​ທີ່​ປູກ ແຕ່​ລັກສະ​ນະ​ຍັງ​ຄົງ​ຄ້າຍ­ຄື​ຝາ­ຊີການເຮັດ​ແບບ​ຝາ­ຊີ ເພື່ອ​ໃຫ້​ນ້ຳ​ສາມາດໄຫລ​ຜ່ານ​ໂດຍ​ບໍ່​ຂັງ​ຢູ່​ບໍ­ລິ­ເວນ​ຕົ້ນ ເຊິ່ງ​ອາດ​ຈະ​ເປັນ​ສາ­ເຫດ​ເຮັດ​ໃຫ້ເກີດ​ໂລກ​ເນົ່າ, ຫລັງ​ຈາກ​ນັ້ນ​ໃຊ້ເຊືອກ​ຟາງ​ປິດ​ອ້ອມ​ຮອບ​ຂອດ​ຖືວ່າ​ສຳ­ເລັດ. 



ການ​ຮັກ­ສາ ແລະ ການໃສ່​ປຸຍ
​ຄວນ​ໃສ່​ທຸກ 15 ວັນ, ໃສ່​ເທື່ອ​ລະ 2-4 ບ່ວງ ຖ້າ​ເປັນປຸຍ​ເຄ​ມີ, ຫລັງ​ຈາກ​ໃສ່​ປຸຍ​ແລ້ວ​ຕ້ອງ​ຫົດ​ນ້ຳ​ຕິດ­ຕໍ່​ກັນ​ເປັນ​ເວ­ລາ 3 ວັນ, ແຕ່​ຖ້າ​ມີ​ຝຸ່ນ​ຄອກ​ເຊັ່ນ ຂີ້​ໄກ່ ຫລື ຂີ້​ງົວ​ກໍ່​ໃຊ້​ໄດ້ ແລະ ໃຫ້​ໃສ່​ເດືອນ​ລະ 1 ຄັ້ງ, ສ່ວນການ​ໃຫ້​ນ້ຳ​ແມ່ນ​ສາ­ມາດ​ໃຫ້ 1 ຄັ້ງ​ພາຍ​ໃນ 2-3 ວັນ ແລະ ບໍ່​ຄວນໃຫ້​ຫົດ​ຫລາຍ​ເກີນ​ໄປ​ເພາະ​ອາດເຮັດ​ໃຫ້​ເປັນ​ໂລກ​ຮາກ​ເນົ່າ​ໄດ້. 

ໄລຍະໃຫ້ຜົນຜະລິດ
ເມື່ອ​ປູກ​ຫມາກ​ມັງ­ກອນ​ໄດ້ 8 ເດືອນ ຫາ 1 ປີ, ກໍ່​ຈະ​ເລີ່ມ​ໃຫ້ຜົນ​ຜະ­ລິດ​ປະ­ມານ 30 ຫມາກຕໍ່​ຫນຶ່ງ​ຄ້າງ, ສ່ວນ​ປີ​ທີ 2 ປະມານ 50 ຫມາກ​ຕໍ່​ຫນຶ່ງ​ຄ້າງ ແລະ ປີ​ທີ 3 ປະ­ມານ 100-200 ຫມາກ​ຕໍ່​ຄ້າງ, ສຳ­ລັບ ປີ​ທີ 4-5 ປະ­ມານ 300 ຫມາກ​ຕໍ່​ຫນຶ່ງ​ຄ້າງ​ຂຶ້ນ​ໄປ, ສ່ວນຂະ­ຫນາດ​ຂອງ​ຫມາກ ໂດຍ​ສະເລ່ຍ​ປະ­ມານ 3-4 ຫນ່ວຍ​ຕໍ່​ກິ​ໂລ, ຫາກ​ຕ້ອງ­ການ​ໃຫ້​ຫມາກ​ຜະ­ລິດອອກ​ມາ​ຕະ­ຫລອດ​ປີກໍ່​ສາ­ມາດເຮັດ​ໄດ້​ໂດຍ​ໃຊ້​ດອກ­ໄຟ​ຂະ­ຫນາດ 200 ວັດຫນຶ່ງ​ດອກ​ຕໍ່​ເສົາ​ສີ່​ເສົາເປີດ​ໄຟ​ຕັ້ງ­ແຕ່ 19:00 ໂມງແລງ ຫາ 5:00  ໂມງ​ເຊົ້າ​ຕິດ­ຕໍ່ກັນ​ທຸກ​ຄືນ​ເປັນ​ເວ­ລາ 15 ຄືນ, ຕາ​ດອກ​ກໍ່​ຈະ​ເລີ່ມ​ສ້າງ​ຂຶ້ນ​ມາ, ຈັບເບິ່ງ​ບ່ອນ​ຕາ​ດ້ານ​ລຸ່ມ​ຂອງ​ຫນາມຈະ​ຮູ້­ສຶກ​ໄດ້​ຫລັງ​ຈາກ​ນັ້ນອີກປະ­ມານ 5 ວັນ ດອກ​ກໍ່​ຈະ​ພັດທະ​ນາ​ເຕີບ​ໂຕ​ຂຶ້ນ​ເລື້ອຍໆ​ຈົນໄດ້ 15 ວັນກໍ່​ຈະ​ບານ ແລະ ປະ­ສົມ​ຕິດ​ອີກ 30 ວັນ ກໍ່​ຈະ​ເລີ່ມສຸກ ແລະ ເກັບ​ຫມາກ​ໄດ້.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ