google-site-verification: google0d91bc93cfc88895.html ​ຂີ້​ໝີ້ນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, May 30, 2015

​ຂີ້​ໝີ້ນ

ການຈຳແນກຊັ້ນທາງວິທະຍາສາດ
ອານາຈັກ
Plantae
ຫມວດ
Magnoliophyta
ຊັ້ນ:
Liliopsida
ຊັ້ນຍ່ອຍ:
Zingiberidae
ອັນດັບ:
Zingiberales
ວົງ
Zingiberaceae
ສະກຸນ:
Curcuma
ສະປີຊີ:
C. longa
ຊື່ນາມ
Curcuma longa
Linnaeus






ສັບ​ພະ​ຄຸນ​ທາງ​ຢາ

ເຫງົ້າຂີ້ໝິ້ນມີນໍ້າມັນຫອມລະເຫີຍທີ່ກະຕຸ້ນການຫຼັ່ງເມືອກອອກມາເຄືອບກະເພາະອາຫານຫຼຸດການອັກເສບບັນເທົາອາການ ເຈັບທ້ອງ, ແກ້ທ້ອງອືດ, ຈຸກແໜ້ນ, ຂັບລົມ ແລະ ຊ່ວຍໃຫ້ຈະເລີນອາຫານ, ມີລິດໃນການຂ້າເຊື້ອພະຍາດ, ເຊື້ອຣາ, ຫຼຸດການອັກເສບ ແລະ ມີລິດໃນການຂັບນໍ້າບີ, ນໍ້າຫອມລະເຫີຍໃນຂີ້ໝິ້ນມີສັບພະຄຸນບັນເທົາອາການເຈັບປວດຕ່າງໆໃນທ້ອງ, ແກ້ແພ້, ແກ້ອັກເສບ, ແກ້ບາດແຜ, ແລະ ຕຸ່ມຝີ ແລະ ແມງໄມ້ກັດຕອດພາຍນອກ ໂດຍໃຊ້ເຫງົ້າຍາວປະມານ 2 ເຊັນ ຕີແມັດ ຜົນກັບນໍ້າຕົ້ມສຸກທາບໍລິເວນທີ່ເປັນມື້ລະ 3 ຄັ້ງ ຫຼື ໃຊ້ຜົງຂີ້ໝິ້ນໂຮຍທາບໍລິເວນທີ່ມີອາການ, ຜູ້ທີ່ເປັນຝື່ນຄັນຈາກແມງໄມ້ກັດຕອດ, ທ້ອງອືດ, ຈຸກສຽດ, ແໜ້ນ ຫຼື ອາຫານບໍ່ຍ່ອຍໃຊ້ເຫງົ້າຂີ້ໝິ້ນບໍ່ຕ້ອງປອກເປືອກຊອຍເປັນຕ່ອນບາງໆຕາດແດດແຮງໆປະມານ 1-2 ມື້ ບົດໃຫ້ລະອຽດປະສົມກັບນໍ້າເຜິ້ງປັ້ນເປັນເມັດຂະໜາດປາຍນິ້ວກ້ອຍຮັບປະທານຄັ້ງລະ 2-3 ເມັດ ມື້ລະ 3-4 ຄັ້ງ ຫຼັງອາຫານ ແລະ ກ່ອນນອນ ຖ້າມີອາການຖອກທ້ອງໃຫ້ຢຸດຢາທັນທີ.

ສັບ​ພະ​ຄຸນ​ທາງ​ການ​ບຳ​ລຸງ


   ນອກຈາກ ໂລກທີ່ກ່ຽວຂ້ອງ ກັບທ້ອງແລ້ວຂີ້ໝິ້ນຍັງມີສັບພະຄຸນໃນການບຳລຸງຮ່າງກາຍ ແລະ ຊ່ວຍບຳລຸງຕັບຮັກສາລະບົບທາງເດີນຫາຍໃຈທີ່ຜິດປົກກະຕິ, ຫືດ, ໄອວິນວຽນຫົວ, ຮັກສາອາການປວດ ແລະ ອັກເສບເນື່ອງຈາກໄຂຂໍ້ອັກເສບອີກດ້ວຍ ເພາະຂີ້ໝິ້ນມີ ລິດຊ່ວຍຫຼຸດການອັກເສບຫຼຸດປະ ຕິກິລິຍາພູມແພ້ເພີ່ມພູມຄຸ້ມກັນແກ່ຮ່າງກາຍມີລິດຂ້າເຊື້ອພະຍາດທີ່ເຮັດໃຫ້ເກີດຜີໜອງ, ຊ່ວຍຂັບນໍ້າບີ, ຍ່ອຍອາຫານ ແລະ ປ້ອງກັນບໍ່ໃຫ້ເປັນໜິ້ວໃນຖົງນໍ້າບີໃນເດັກ ນ້ອຍທີ່ຖືກຍຸງກັດ ຫຼື ເປັນບາດແຜ ໃຫ້ໃຊ້ຂີ້ໝິ້ນທາຮັກສາຈະໄດ້ຜົນດີທີ່ສຸດ ອີກຢ່າງຂອງຖ້າແມ່ຍິງຄົນໃດຢາກງາມ ແລະ ມີຜິວພັນທີ່ສົດໃສພຽງໃຊ້ຂີ້ໝິ້ນປະສົມໝາກຂາມປຽກຂັດຜິວອາທິດລະ 1 – 2 ຄັ້ງຮັບຮອງຜິວທ່ານຈະສວຍງາມ ແລະ ອ່ອນນຸ່ມທັນຕາເຫັນ.

  1. Calories 354
  2. % Daily Value*
    Total Fat 10 g15%
    Saturated fat 3.1 g15%
    Polyunsaturated fat 2.2 g
    Monounsaturated fat 1.7 g
    Cholesterol 0 mg0%
    Sodium 38 mg1%
    Potassium 2,525 mg72%
    Total Carbohydrate 65 g21%
    Dietary fiber 21 g84%
    Sugar 3.2 g
    Protein 8 g16%
    Vitamin A0%Vitamin C43%
    Calcium18%Iron230%
    Vitamin D0%Vitamin B-690%
    Vitamin B-120%Magnesium48%



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ