google-site-verification: google0d91bc93cfc88895.html ການ​ລ້ຽງ​ປາ​ໃນ​ນ​ເຂົ້າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, May 30, 2015

ການ​ລ້ຽງ​ປາ​ໃນ​ນ​ເຂົ້າ


ການ​ຄັດ​ເລືອກ​ສະ­ຖານ­ທີ່.

  • ຕ້ອງ​ເປັນ​ບ່ອນ​ທີ່​ໃກ້​ກັບ​ແຫຼ່ງ​ນ້ຳ.
  • ບໍ່​ເປັນ​ພື້ນ​ທີ່ໆ​ຕ່ຳ​ໂພດ​ຈົນ​ນ້ຳ​ຖ້ວມ ຫຼື ສູງ​ຈົນ​ເກີນ​ໄປ​ຈົນ​ບໍ່​ສາ­ມາດເກັບ​ກັກ​ນ້ຳ​ໄດ້.
  • ຕ້ອງ​ເປັນ​ດິນ​ທີ່​ເກັບ​ກັກ​ນ້ຳ​ໄດ້​ດີ.

ການ​ກຽມ​ພື້ນ​ທີ່​ນາ.

  • ຄວນ​ປ້ານ​ຄັນ­ນາ​ໃຫ້​ສູງ 60 ຊັງ​ຕີ​ແມັດ.
  • ໜອງ ຫຼື ຫຼຸມ​ປາ​ຄວນ​ຂຸດ​ໃຫ້​ເລິກ 1 ແມັດ ແລະ ກວ້າງ 1,5Œ2 ແມັດ
  • ສ່ວນ​ລວງ​ຍາວ​ບໍ​ຈຳ­ກັດ.
  • ໃສ່​ປູນ​ຂາວ​ເພື່ອ​ປັບ​ຄວາມ​ສົ້ມ ແລະ​ ຄວາມ​ເຄັມ​ຂອງ​ນ້ຳ​ໃນ​ອັດ­ຕາ
  • 1.000 ກິ​ໂລ​ຕໍ່​ເຮັກ­ຕາ.
  • ໃສ່​ຝຸ່ນ​ຄອກ 2.000 ກິ​ໂລ​ຕໍ່​ເຮັກ­ຕາ.

ແນວ​ພັນ​ປາ.

ປ່ອຍ​ປາ​ຫຼັງ​ດຳ­ນາ​ໄດ້ 10-12 ວັນ, ອັດ­ຕາ​ໃນ​ການ​ປ່ອຍ​ຄື: 3.000 ໂຕ​ຕໍ່​ເຮັກ­ຕາໃນ​ນັ້ນ​ມີ: ປາ­ໄນ 1.500 ໂຕ, ປາ​ກິນ​ຫຍ້າ 600 ໂຕ, ປາ ໂຣ​ຮູ 300 ໂຕ, ປາ­ປາກ 300 ໂຕ ແລະ ​ປາ​ນິນ 300 ໂຕ.

ຂະ­ໜາດ​ປາ​ທີ່​ປ່ອຍ.

ປາ­ໄນຕ້ອງ​ມີ​ຂະ­ໜາດ 6-8 ຊັງ​ຕີ​ແມັດ, ປາ​ກິນ​ຫຍ້າ 8-10 ຊັງ​ຕີ ແມັດ, ປາ​ໂຣ​ຮູ 6-8 ຊັງ​ຕີ​ແມັດ, ປາ­ປາກ 4-6 ຊັງ​ຕີ​ແມັດ ແລະ​ປາ​ນິນ 4-6 ຊັງ​ຕີ​ແມັດ.

ການ​ລ້ຽງ​ປາ​ໃນ​ນ​ເຂົ້າ ການ​ຄັດ​ເລືອກ​ສະ­ຖານ­ທີ່. ຕ້ອງ​ເປັນ​ບ່ອນ​ທີ່​ໃກ້​ກັບ​ແຫຼ່ງ​ນ້ຳ.

ແນວ​ພັນ​ເຂົ້າ.

ເປັນ​ພັນ​ເຂົ້າ​ປັບ­ປຸງ, ເປັນ​ແນວ​ພັນ​ທີ່​ໃຫ້​ຜົນ​ຜະ­ລິດ​ສູງ ແລະ ​ມີ​ອາ­ຍຸ 120-50 ວັນ.

ການ​ໃຫ້​ອາ­ຫານ​ປາ.

ຄວນ​ໃຫ້​ອາ­ຫານ​ປະ­ເພດຮຳ​ເຂົ້າ, ປວກ ແລະ ​ອື່ນໆ ໃນ​ອັດ­ຕາ 3% ຂອງນ້ຳ­ໜັກ​ໂຕ/ມື້, ຄວນ​ມີ​ການ​ໃສ່​ຝຸ່ນ​ຄອກ​ໃນ​ອັດ­ຕາ 10 ກິ​ໂລ​ຕໍ່ 100 ຕາ​ແມັດເພື່ອ​ສ້າງ​ອາ­ຫານ​ທຳ​ມະ​ຊາດ​ໃຫ້​ປາ.

ຜົນ​ຜະ­ລິດ​ປາ.

ຂະ­ໜາດ​ຂອງ​ປາ​ທີ່​ເກັບ​ກູ້​ພາຍ­ຫຼັງ​ລ້ຽງ​ໄດ້ 4-5 ເດືອນນ້ຳ­ໜັກ​ທີ່​ເກັບ ກູ້​ໄດ້: ປາ­ໄນ 300-500 ກຣາມ​ຕໍ່​ໂຕ, ປາ​ກິນ​ຫຍ້າ 800-1,000 ກຣາມ ຕໍ່​ໂຕ, ປາ​ໂຮ​ຣູ 300-500 ກຣາມ​ຕໍ່​ໂຕ, ປາ­ປາກ 150-200 ກຣາມ​ຕໍ່​ໂຕ ແລະ​ ປາ​ນິນ 50-150 ກຣາມ​ຕໍ່​ໂຕຜົນ​ຜະ­ລິດ​ປາ ລວມ 100-700 ກິ​ໂລ ຕໍ່​ເຮັກ­ຕາ.

ລາຍ​ຮັບ.

ລາຍ​ຮັບ​ຈາກ​ການ​ຂາຍ​ເຂົ້າ 5.000.000 ກີບ​ຕໍ່​ເຮັກ­ຕາ.

າຍ​ຮັບ​ຈາກ​ການ​ຂາຍ​ປາ 6.000.000 ກີບ​ຕໍ່​ເຮັກ­ຕາ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ