google-site-verification: google0d91bc93cfc88895.html ຊື່​ວິ​ທະ​ຍາ​ສາດ​ໝາກ​ເຫຼືອງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, May 30, 2015

ຊື່​ວິ​ທະ​ຍາ​ສາດ​ໝາກ​ເຫຼືອງ

ຊື່ວິທະຍາສາດ Chrysalidocarpus lutescens H. Wendl.
ຊື່ວົງ: Palmae
ຊື່ສາມັນ :    Golden cane palm,  Butterfly palm,
Yellow cane palm,  Golden fruited palm,   Yellow
palm, Madagascar palm
 ຊື່ພື້ນເມືອງ : ຫມາກເຫລືອງ

ຊະນິດພືດ [Plant Type] : ປາມແຕກກໍ

ຂະຫນາດ [Size] :   ສູງເຖິງ 8 ແມັດ

ສີດອກ [Flower Color] :  ສີຂາວ

ອັດຕາການເຕີບໂຕ [Growth Rate] : ໄວ

ລັກສະນະນິໃສ[Habitat] : ດິນລ້ວນລະບາຍນ້ຳດີ


ຄວາມຊື້ນ[Moisture] : ປານກາງ


ແສງ [Light] : ແດດເຕັມວັນ-ພ​າງໆ




ຫມາກເຫລືອງ


ລັກສະນະ  ທົ່ວໄປ ຈັດວ່າເປັນພືດທີ່ນິຍົມປູກພາຍໃນອາຄານອີກຊະນິດຫນຶ່ງ ດ້ວຍຄວາມທີ່ມີຂະນາດລຳຕົ້ນບໍ່ສູງຫລາຍ ປະມານ 5-10 ແມັດ ແລະເປັນພືດຕະກູລປາມທີ່ດູແລງ່າຍ ມີຄວາມທົນທານ ຈຶ່ງສາມາດປູກໃນຮົ່ມໄດ້ ລັກສະນະຂອງໃບອອກສີຂຽວແຊມເຫລືອງປາຢໆ ໃບມີຄວາມອ່ອນຊ້ອຍຄາຍ​ຍົນນົກ ນອກຈາກນີ້ຫມາກເຫລືອງຢັງເປັນພືດທີ່ຄາຍນ້ຳຫລາຍ ຂະນາດຕົ້ນປະມານເກືອບ 2 ​ແມັດ ສາມາດຄາຍນ້ຳໄດ້ເຖິງ 1 ລິດໃນເວລາ 1 ຊົ່ວໂມງ ອີກທັ້ງຢັງສາມາດດູດສານພິດ ແລະ ຟອກອາກາດພາຍໃນຫ້ອງໄດ້ເປັນຢ່າງດີອີກດ້ວຍ

ວິທີການປູກແລະດູແລຣັກສາ


ເນື່ອງຈາກຕົ້ນຫມາກເຫລືອງເປັນພືດທີ່ດູແລງ່າຍ ຈຶ່ງ​ຫົດນ້ຳໃນຊ່ວງເຊົ້າພຽງ​ມື້ລະ 1 ເທື່ອກະ​ພໍ ແລະພະ​ຍາຍາມຢ່າຫົດນ້ຳ​ຈົນດິນ​ປຽກຫລາຍເກິນໄປ ເພາະຮາກແລະໃບອາດເນົ່າຕາຍໄດ້ ສ່ວນປຸ໋ຍຄວນໃຫ້ປຸ໋ຢຄອກເດືອນລະຄັ້ງ ​ລວມທັ້ງຫມັ່ນສີດລະອອງນ້ຳທຳຄວາມສະອາດໃບເລື່ອຍໆ ເພື່ອປ້ອງກັນປັນຫາແມງ​ໄມ້​ກັດກິນໃບ ທັ້ງນີ້ຄວ​ນ ວາງກະຖາງຕົ້ນຫມາກເຫລືອງໄວ້ບໍຣິເວນທີ່ແສງແດດສ່ອງ​ເຖິງ ຫ​ລືອ​ຍົກກໄປຕາກແດດ ເປັນບາງຄັ້ງ ເພື່ອໃຫ້ຕົ້ນໄມ້ໄດ້ຄາຍນ້ຳ ແລະ ສັງເຄາະແສງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ