google-site-verification: google0d91bc93cfc88895.html ຄຸບປະໂຫຍດຂອງບອນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, May 12, 2015

ຄຸບປະໂຫຍດຂອງບອນ

 ບອນ​ເປັນ​ພືດ​ທີ່​ມີ​ຖິ່ນ​ກຳເນີດ​ຢູ່​ໃນ​ເຂດ​ຮາບ​ພຽງ​ຂອງ​ປະເທດ​ໃນ​ແຖບ​ອາ­ຊີ ສ່ວນ​ຕ່າງໆຂອງ​ຕົ້ນ​ບອນ​ສາ­ມາດ​ນຳ​ມາ​ໃຊ້ປະ­ໂຫຍດ​ໄດ້​ທັງ​ໝົດ​ໃບ​ອ່ອນ ແລະ ກ້ານ​ອ່ອນ​ສາ­ມາດ​ນຳ​ມາ​ໃຊ້​ປຸງແຕ່ງ­ອາ­ຫານ​ປະ­ເພດ​ຕົ້ມ ຫຼື ຈະ​ນຳມາ​ໜຶ້ງ​ກິນ​ກັບ​ແຈ່ວ ແຕ່​ທີ່​ສຳ­ຄັນຄື​ຕ້ອງ​ເຮັດ​ໃຫ້​ສຸກ ໂດຍ​ການຕົ້ມ, ໜຶ້ງ ຫຼື ເຜົາ​ໄຟ​ສາ­ກ່ອນ ຈິ່ງ​ຈະສາ­ມາດ​ຮັບ​ປະ­ທານ​ຢ່າງ​ປອດ​ໄຟ ແລະ​ບໍ່​ຄັນດ້ານ​ການ​ຮັກ­ສາ​ໂລກ ກໍ​ມີ​ສັບ­ພະ​ຄຸນ​ຫຼວງ­ຫຼາຍ ທັງ​ຊ່ວຍໃນ​ການ​ແກ້​ໄຂ້, ແກ້​ເຈັບ­ຄໍເປັນຢາ​ລະ­ບາຍ, ຂັບ​ປັດ​ສະ​ວະ, ເພີ່ມນ້ຳ​ນົມ​ແກ່​ແມ່­ອອກ​ລູກ​ໃໝ່ ຫຼື ຊ່ວຍຫຼຸດ​ຄວາມ­ດັນ­ເລືອດ ອີກ​ທັງ​ຍັງ​ສາມາດ​ນຳ​ມາ​ໃຊ້​ເປັນ​ໄມ້​ປະ­ດັບ​ເພື່ອຕົກ­ແຕ່ງ​ສະຖານ­ທີ່​ໃຫ້​ເບິ່ງ​ສວຍງາມ​ໄດ້​ດ້ວຍ.    ສັບ­ພະ​ຄຸນ​ທາງ​ຢາ ແລະ​ວີ​ທິ ການ​ນຳ​ໃຊ້: ແກ້​ອາ­ການ​ເຈັບ­ຄໍ ແລະ​ສຽງ​ແຫບ, ແກ້​ຖອກ­ທ້ອງ ໃຫ້ນຳ​ຮາກ​ມາ​ຕົ້ມ​ກັບ​ນ້ຳ​ດື່ມ​ຮັບ​ປະທານ, ຮັກ­ສາ​ບາດ­ແຜ​ທົ່ວ​ໄປ ແລະ ບາດ­ແຜ​ຈາກ​ງູ​ກັດ ນຳ​ລຳ­ຕົ້ນ​ມາບົດ​ແລ້ວ​ພອກ​ຮັກ­ສາ​ບໍ­ລິ­ເວນ​ທີ່ເປັນ​ບາດ­ແຜ, ແກ້​ພິດ​ຄັນ­ຄາກ​ນຳກ້ານ​ທີ່​ມີ​ໃບ​ມາ​ຕັດ​ຫົວ ແລະ​ໃບອອກ​ນຳ­ໄປ​ລົນ​ໄຟ​ແລ້ວ​ບິດ​ເອົານ້ຳ​ມາ​ຢອດ​ໃສ່​ບໍ­ລິ­ເວນ​ທີ່​ເປັນ​ຕຸ່ມຄັນ, ໃຊ້​ຫ້າມ​ເລືອດນຳ​ກ້ານ​ມາ ຄັ້ນ ເອົາ​ນ້ຳ​ແລ້ວ​ໃຊ້​ເປັນ​ຢາ​ນວດ ຫຼື ທາ​ບ່ອນ​ທີ່​ມີ​ເລືອດ​ອອກ ຫຼື ຊ້ຳ​ຂຽວ​ນັ້ນ​ໄດ້.
ບອນ​ເປັນ​ພືດ​ທີ່​ມີ​ຖິ່ນ​ກຳເນີດ​ຢູ່​ໃນ​ເຂດ​ຮາບ​ພຽງ​ຂອງ​ປະເທດ​ໃນ​ແຖບ​ອາ­ຊີ ສ່ວນ​ຕ່າງໆຂອງ​ຕົ້ນ​ບອນ​ສາ­ມາດ​ນຳ​ມາ​ໃຊ້ປະ­ໂຫຍດ​ໄດ້​ທັງ​ໝົດ​ໃບ​ອ່ອນ ແລະ ກ້ານ​ອ່ອນ​ສາ­ມາດ​ນຳ​ມາ​ໃຊ້​ປຸງແຕ່ງ­ອາ­ຫານ​ປະ­ເພດ​ຕົ້ມ ຫຼື ຈະ​ນຳມາ​ໜຶ້ງ​ກິນ​ກັບ​ແຈ່ວ ແຕ່​ທີ່​ສຳ­ຄັນຄື​ຕ້ອງ​ເຮັດ​ໃຫ້​ສຸກ ໂດຍ​ການຕົ້ມ, ໜຶ້ງ ຫຼື ເຜົາ​ໄຟ​ສາ­ກ່ອນ ຈິ່ງ​ຈະສາ­ມາດ​ຮັບ​ປະ­ທານ​ຢ່າງ​ປອດ​ໄຟ ແລະ​ບໍ່​ຄັນດ້ານ​ການ​ຮັກ­ສາ​ໂລກ ກໍ​ມີ​ສັບ­ພະ​ຄຸນ​ຫຼວງ­ຫຼາຍ ທັງ​ຊ່ວຍໃນ​ການ​ແກ້​ໄຂ້, ແກ້​ເຈັບ­ຄໍເປັນຢາ​ລະ­ບາຍ, ຂັບ​ປັດ​ສະ​ວະ, ເພີ່ມນ້ຳ​ນົມ​ແກ່​ແມ່­ອອກ​ລູກ​ໃໝ່ ຫຼື ຊ່ວຍຫຼຸດ​ຄວາມ­ດັນ­ເລືອດ ອີກ​ທັງ​ຍັງ​ສາມາດ​ນຳ​ມາ​ໃຊ້​ເປັນ​ໄມ້​ປະ­ດັບ​ເພື່ອຕົກ­ແຕ່ງ​ສະຖານ­ທີ່​ໃຫ້​ເບິ່ງ​ສວຍງາມ​ໄດ້​ດ້ວຍ.

ສັບ­ພະ​ຄຸນ​ທາງ​ຢາ ແລະ​ວີ​ທິ ການ​ນຳ​ໃຊ້: 



  • ແກ້​ອາ­ການ​ເຈັບ­ຄໍ ແລະ​ສຽງ​ແຫບ
  • ແກ້​ຖອກ­ທ້ອງ ໃຫ້ນຳ​ຮາກ​ມາ​ຕົ້ມ​ກັບ​ນ້ຳ​ດື່ມ​ຮັບ​ປະທານ
  • ຮັກ­ສາ​ບາດ­ແຜ​ທົ່ວ​ໄປ ແລະ ບາດ­ແຜ​ຈາກ​ງູ​ກັດ ນຳ​ລຳ­ຕົ້ນ​ມາບົດ​ແລ້ວ​ພອກ​ຮັກ­ສາ​ບໍ­ລິ­ເວນ​ທີ່ເປັນ​ບາດ­ແຜ
  • ແກ້​ພິດ​ຄັນ­ຄາກ​ນຳກ້ານ​ທີ່​ມີ​ໃບ​ມາ​ຕັດ​ຫົວ ແລະ​ໃບອອກ​ນຳ­ໄປ​ລົນ​ໄຟ​ແລ້ວ​ບິດ​ເອົານ້ຳ​ມາ​ຢອດ​ໃສ່​ບໍ­ລິ­ເວນ​ທີ່​ເປັນ​ຕຸ່ມຄັນ
  • ໃຊ້​ຫ້າມ​ເລືອດນຳ​ກ້ານ​ມາ ຄັ້ນ ເອົາ​ນ້ຳ​ແລ້ວ​ໃຊ້​ເປັນ​ຢາ​ນວດ ຫຼື ທາ​ບ່ອນ​ທີ່​ມີ​ເລືອດ​ອອກ ຫຼື ຊ້ຳ​ຂຽວ​ນັ້ນ​ໄດ້.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ