google-site-verification: google0d91bc93cfc88895.html ​ປະ​ຫວັດ​ຂອງ​ກ້ວຍ​ໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, May 30, 2015

​ປະ​ຫວັດ​ຂອງ​ກ້ວຍ​ໄມ້

​ປະ​ຫວັດ​ຂອງ​ກ້ວຍ​ໄມ້ກ້ວຍໄມ້ເປັນພືດໃບລ້ຽງດ່ຽວ ໃນ​ວົງ Orchidaceae ເປັນໄມ້ຕັດດອກຍອດນິ​ຍົມ ເນື່ອງຈາກມີລັກ​ສະນະດອກແລະສີສັນລວດລາຍສວຍງາມ ເປັນໄມ້ຕັດດອກທີ່ມີອ


ກ້ວຍໄມ້ເປັນພືດໃບລ້ຽງດ່ຽວ ໃນ​ວົງ Orchidaceae ເປັນໄມ້ຕັດດອກຍອດນິ​ຍົມ ເນື່ອງຈາກມີລັກ​ສະນະດອກແລະສີສັນລວດລາຍສວຍງາມ ເປັນໄມ້ຕັດດອກທີ່ມີອາຍຸການໃຊ້ງານໄດ້​ດົນ ກ້ວຍໄມ້ເປັນພືດເສດຖະກິດທີ່ມີຄວາມສຳຄັນ ເພາະເປັນໄມ້ສົ່ງອອກຂາຍຕ່າງປະເທດສ້າງ​ລາຍ​ຮັບເຂົ້າປະເທດປີລະຫລາຍຣ້ອຍລ້ານກີບ ມີການປູກລ້ຽງຢ່າງຄົບວົງຈອນ ຕັ້ງແຕ່ການຜະສົມເກສອນ ເພາະລ້ຽງເນື້ອເຢື່ອ ລ້ຽງລູກກ້ວຍໄມ້ ລ້ຽງຕົ້ນກ້ວຢໄມ້ົ້ນກະທັ່ງໃຫ້ດອກ ຕັດດອກບັນຈຸຫີບຫໍ່ແລະສ່ງອອກ

  ກ້ວຍໄມ້ ແຫລ່ງກຳເນິດກ້ວຍໄມ້ປ່າທີ່ສຳຄັນຂອງໂລກມີ 2 ແຫລ່ງໃຫຍ່ໆ ດ້ວຍກັນຄື ລາຕິນອາເມຣິກາ ກັບເອເຊີຍແປຊິຟິກ ສຳຫລັບໃນລາຕິນ​ອາເມຣິກາເປັນອານາ​ບໍຣິເວນ​ອາເມຣິກາກລາງຕິດຕໍ່ກັບເຂ​ດເຫນືອຂອງອາເມຣິກາໃຕ້ ສ່ວນແຫລ່ງກຳເນິດກ້ວຍໄມ້ປ່າໃນພູມິພາກເອເຊຍແລະແປຊິຟິກ ມີປະເທດໄທ, ລາວ, ກຳ​ປູ​ເຈ່ຍ ຫວຽດ​ນາມ ແລະ​ມ້ຽນ​ມາ ເປັນສູນກາງ ຈາກການຄົ້ນ​ພົບປະເທດໄທມີພັນກ້ວຍໄມ້ປ່າເປັນຈຳນວນຫລາຍ ສະແດງໃຫ້ເຫັນວ່າປະເທດໄທມີສະພາພແວດລ້ອມເອື້ອອຳນວຍຕໍ່ກາ​ນຈະ​ເລີນງອກງາມຂອງກ້ວຍໄມ້ຫລາຍແລະກ້ວຍໄມ້ປ່າທີ່ໃນພົບໃນພູມິພາກແຖບນີ້ມີລັກ​ສະນະເດ່ນທີ່ເປັນເອກລັກຂອງຕົນເອງ ແຕກຕ່າງຈາກກ້ວຍໄມ້ໃນພູມິພາກລາຕິນອາເມຣິກາ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ