google-site-verification: google0d91bc93cfc88895.html ການປູກຫມາກເຜັດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, May 22, 2015

ການປູກຫມາກເຜັດ





ຫມາກ­ເຜັດ​ກໍ່​ເປັນ​ພືດ​ຊະ­ນິດຫນຶ່ງ​ທີ່​ໃຫ້​ຄຸນ​ປະ­ໂຫຍດ​ຫລາຍຢ່າງ​ໂດຍ​ສະ­ເພາະ​ແມ່ນ​ແຮ່​ທາດ ແລະ ວິ­ຕາ­ມິນ, ຫມາກ­ເຜັດ​ຍັງ​ສາ­ມາດ​ນຳ​ໃຊ້​ເຂົ້າ​ໃນ​ການ​ປຸງແຕ່ງ­ອາ­ຫານ​ທຸກໆ​ປະ­ເພດ​ເຊັ່ນ: ໃສ່​ຂົ້ວ, ແກງ, ຕຳ​ແຈ່ວ, ໃສ່​ລາບ ອື່ນໆ​ ອີກ​ຫລາຍໆ​ຢ່າງ. ນອກຈາກ​ຈະ​ໃຊ້​ເຂົ້າ​ໃນ​ການ​ປຸງ​ແຕ່ງອາ­ຫານ​ແລ້ວ ຫມາກ­ເຜັດ​ຍັງ​ມີຄຸນ​ປະ­ໂຫຍດ​ທາງ​ໂພ­ຊະ​ນາການ​ທາງ​ອາ­ຫານ​ສູງ, ເພາະຫມາກ­ເຜັດ​ເປັນ​ພືດ​ທີ່​ມີ​ສີ­ແດງສົດ​ມີ​ລົດ​ເຜັດ. ຫມາກ­ເຜັດນອກຈາກ​ຈະ​ກິນ​ດິບ​ໄດ້​ແລ້ວ, ຫມາກແກ່​ກໍ່​ຍັງ​ສາ­ມາດ​ເກັບ​ໄປ​ຕາກ­ແດດ​ໃຫ້​ແຫ້ງ ເພື່ອ​ເກັບ​ໄວ້​ກິນ​ຍາວ​ນານ, ນຳ­ໄປ​ແປ​ຮູບ​ເປັນ​ຜະລິດ​ຕະ​ພັນ​ສຳ­ເລັດ​ຮູບ​ເພື່ອ​ສົ່ງອອກ​ທີ່​ສາ­ມາດ​ສ້າງ​ລາຍ​ຮັບໃຫ້​ກັບ​ຜູ້​ຜະ­ລິດ​ນັບ​ມື້​ຫລາຍ​ຂຶ້ນ ແລະ ຍັງ​ເປັນ​ສິນ­ຄ້າ​ທີ່​ນິ­ຍົມ​ຫລາຍ​ໃນ​ສັງ­ຄົມ. 
     ສະ­ນັ້ນ, ກ່ອນ​ທີ່​ຫມາກ­ເຜັດ ຈະ​ກາຍ­ເປັນ​ສິນ­ຄ້າ​ທີ່​ສົ່ງ​ອອກ, ສາ­ມາດ​ສ້າງ​ລາຍ​ຮັບ​ໃຫ້​ກັບ​ຊາວ​ກະ­ສິ­ກອນ​ໄດ້​ຫລາຍ​ນັ້ນ​ເຮົາ​ຄວນ​ມາ​ຮູ້­ຈັກ​ກັບ​ວິ­ທີ​ການ​ປູກ​ຫມາກ­ເຜັດ​ໃຫ້​ຖືກ​ວິ­ທີ ແລະ ໄດ້​ຮັບ​ຜົນ​ຜະ­ລິດ​ສູງ​ຄວນ​ປະ­ຕິ­ບັດ​ດັ່ງ­ນີ້:

ສະ­ຖານ­ທີ່​ເຫມາະ​ສົມ​ໃນ​ການ​ປູກ​ຫມາກ­ເຜັດ

ຖ້າ​ຫາກເນື້ອ­ທີ່​ນັ້ນໆ​ຫາກ​ມີ​ນ້ຳ​ຢ່າງ​ພຽງພໍສຳ­ລັບ​ເນື້ອ­ທີ່ໆ​ບໍ່​ຢູ່​ໃນ​ເຂດ​ຊົນ ລະ​ປະ­ທານ ຄວນ​ຈະ​ປູກ​ຫມາກເຜັດ​ໃນ​ໄລ­ຍະ​ລະ­ດູ­ຝົນ, ໂດຍ​ເລີ່ມກ້າ​ປະ­ມານ​ເດືອນ​ມີ­ນາຫາ​ເດືອນເມ­ສາ ແລະ ຈະ​ຍ້າຍ​ໄປ​ປູກ​ໃນເດືອນ​ພຶດ­ສະ­ພາ​ຫາ​ເດືອນ​ມິ​ຖຸນາ. ແຕ່​ຖ້າ​ຈະ​ປູກ​ໃຫ້​ໄດ້​ລາ­ຄາດີ​ທີ່​ສຸດ​ຄວນ​ປູກ​ໃນ​ໄລ­ຍະ​ເດືອນມັງ­ກອນ​ຫາ​ເດືອນ​ກຸມ­ພາເພາະ​ຫມາກ­ເຜັດ​ສົດ​ຈະ​ມີ​ລາ­ຄາສູງ​ສຸດໃນ​ເດືອນ​ພຶດ­ສະ­ພາ-ສິງ­ຫາ, ເຊິ່ງ​ຫມາກ­ເຜັດ​ທີ່​ປູກ​ໃນລະ­ດູ­ແລ້ງ​ຄື​ເລີ່ມ​ແຕ່​ເດືອນ​ຕຸ­ລາ-ພະ­ຈິກຈະ​ໃຫ້​ຜົນ​ຜະ­ລິດ​ໄວ​ກວ່າພວກ​ທີ່​ປູກ​ໃນ​ລະ­ດູ­ຝົນ​ຕັ້ງ­ແຕ່ເດືອນ​ພຶດ­ສະ­ພາ-ມີ​ຖຸ​ນາ. ດິນ​ທີ່ເຫມາະ​ສຳ­ລັບ​ການ​ປູກ​ຫມາກເຜັດ​ໄດ້­ແກ່​ດິນ​ປົນ​ຊາຍ​ທີ່​ອຸ­ດົມສົມ­ບູນ​ດີ, ລະ­ບາຍ​ນ້ຳ​ດີ, ຫມາກເຜັດ​ທີ່​ປູກ​ໃນ​ລະ­ດູ­ຝົນ​ຈະ​ມີ​ບັນຫາ​ເປັນ​ໂລກ​ຫ່ຽວ​ເນື່ອງ​ຈາກເຊື້ອ​ລາ ແລະ ແບັກ​ທີ​ເລຍ​ເຂົ້າທຳ­ລາຍ, ຄວນ​ປູກ​ຫມູນ­ວຽນສະ­ຫລັບ​ກັບ­ເຂົ້າ, ຖົ່ວ ແລະ ພືດ​ອື່ນໆ. 



ການ​ກຽມ​ດິນ

ສຳ­ລັບ​ດິນຫນານ​ປູກ​ຄວນ​ໄຖ​ຄາດ​ຕາກດິນ​ປະ​ໄວ້​ປະ­ມານ 5-7 ມື້, ໄຖ​ພູນ 1 ຄັ້ງ, ຫລັງ​ຈາກ​ນັ້ນ​ໃສ່​ຝຸ່ນ​ຄອກຫລື​ຝຸ່ນ​ບົ່ມໃຫ້​ທົ່ວ​ຫນານ​ໃນ​ອັດຕາ​ສ່ວນ 3-4 ໂຕນ​ຕໍ່​ໄລ່, ໃສ່​ປຸ໋ຍບົວ​ທິບ(ປຸ໋ຍ​ບຳ­ລຸງ​ດິນ​ເຄື່ອງຫມາຍ​ການ​ຄ້າ​ບົວ​ທິບ) ສູດ 2 ໃນ​ອັດ­ຕາ​ສ່ວນ 50 ກິ​ໂລກ​ຣາມ ຕໍ່​ໄລ່, ຫວ່ານ​ໃຫ້​ທົ່ວ​ບໍ­ລິ­ເວນ​ທີ່​ຈະ​ປູກ​ແລ້ວ​ພູນ​ໃຫ້​ເຂົ້າ​ກັບ​ດິນ. ຈາກ​ນັ້ນ, ຈິ່ງ​ກຽມ​ດິນ​ຫນານປູກ,  ສາ­ມາດ​ເຮັດ​ໄດ້​ຫລາຍ​ແບບແລ້ວ­ແຕ່​ສະ­ພາບ​ເນື້ອ­ທີ່​ປູກ​ເຊັ່ນ: ປູກ​ແບບ​ບໍ່​ຍົກ​ຫນານ​ເຫມາະ ສຳ­ລັບ​ເນື້ອ­ທີ່ໆ​ມີ​ການ​ລະ­ບາຍນ້ຳ​ໄດ້​ດີ, ປັບ​ລະ­ດັບ​ໄດ້​ສະ​ຫມ່ຳສະ­ເຫມີ, ການ​ປູກ​ແບບ​ນີ້ອາດຈະ​ປູກ​ເປັນ​ແຖວ​ດຽວ​ໃຊ້ໄລ­ຍະຫ່າງ​ລະ­ຫວ່າງ​ແຖວ 60-70 ຊັງ​ຕີ​ແມັດ, ລະ­ຫວ່າງ​ຕົ້ນ​ແມ່ນ 50 ຊັງ​ຕີ​ແມັດ ຫລື ອາດ​ຈະ​ປູກ​ເປັນ​ແຖວ​ຄູ່​ໄລ­ຍະ​ຫ່າງ​ແຖວ​ຄູ່1ແມັດ, ລະ­ຫວ່າງ​ແຖວ ແລະ ຕົ້ນ 50 ຊັງ​ຕີ​ແມັດ. ສຳ­ລັບ​ວິ­ທີ​ຍົກ​ຫນານເຫມາະ​ສຳ­ລັບ​ເນື້ອ­ທີ່​ປູກ​ທີ່​ມີ​ລະດັບ​ນ້ຳ​ໃຕ້​ດິນ​ສູງ, ລະ­ບາຍ​ນ້ຳອອກ​ໄດ້​ຍາກ, ຂະ­ຫນາດ​ຫນານ ກວ້າງ1,50 ແມັດ, ຮ່ອງ­ນ້ຳກວ້າງ 50 ຊັງ​ຕີ​ແມັດ ແລະ ເລິກ 50 ຊັງ​ຕີ​ແມັດ ຄວນ​ປູກເປັນ 2 ແຖວ​ໂດຍ​ມີ​ໄລ­ຍະ​ຫ່າງແຖວ 0,75-1 ແມັດ, ໄລ­ຍະຫ່າງ​ຂອງ​ຕົ້ນ 50 ຊັງ​ຕີ​ແມັດ ຫລື ປູກ​ເປັນ​ແຖວ​ຄູ່ 1 ແມັດ ຫວ່າງແຖວຫວ່າງ​ຕົ້ນ 50 ຊັງ​ຕີ​ແມັດ. 



ການ​ປູກ

ອາດ​ຈະ​ເລືອກ​ປະຕິ​ບັດ​ໄດ້ 3 ວິ­ທີ​ຕາມ​ຄວາມເຫມາະ​ສົມ​ຄື 1. ໂດຍ​ວິ­ທີ​ການໃຊ້​ແກ່ນ​ຫມາກ­ເຜັດ​ປູກ​ໂດຍ ກົງ​ໃນ​ຂຸມ, ຂຸມ​ລະ 3-5 ແກ່ນ, ແກ່ນ​ຫມາກ­ເຜັດ​ຫວ່ານ​ອັດ­ຕາສ່ວນ​ອອກ 80%, ໃຊ້​ແກ່ນ 60-90 ກຣາມ​ຕໍ່ 1.600 ຕາ​ແມັດ, ນິ­ຍົມ​ປະ­ຕິ­ບັດ​ໃນ​ຫນານ​ປູກ​ຂະຫນາດ​ໃຫຍ່ ແລະ ບໍ່​ມີ­ແຮງ​ງານພຽງ­ພໍ​ໃນ​ການ​ຍ້າຍ​ຕົ້ນ​ກ້າ, ສຳ­ລັບ​ຈຸດ​ອ່ອນ​ຂອງ​ການ​ເລືອກໃຊ້​ການ​ປູກ​ວິ­ທີ​ນີ້​ຄື​ຕົ້ນ​ຫມາກເຜັດ​ອ່ອນ­ແອອາດ​ຈະ​ຖືກ​ມົດ ຫລື ແມງ­ໄມ້​ຊະ­ນິດ​ອື່ນໆ​ກັດ​ກິນ​ໃບ ເຮັດ​ໃຫ້​ສິ້ນ​ເປືອງ​ແນວ​ພັນ ແລະ ເສຍ​ເວ­ລາ​ໃນ​ການ​ປູກ​ຊອນ. ສ່ວນ​ວິ­ທີ 2. ກ້າ­ແກ່ນ​ຫມາກ­ເຜັດໃຫ້​ອອກ​ແລ້ວ​ຈິ່ງ​ນຳ­ໄປ​ປູກ​ໃນ​ຂຸມ​ຖົມ​ດ້ວຍ​ດິນ​ບາງໆ. 

ວິ­ທີ​ກ້າ​

ນຳ​ເອົາ​ແນວ​ພັນ​ແຊ່​ນ້ຳ​ແລ້ວເອົາຜ້າ​ຈຸ່ມ​ນ້ຳ​ຫມາດໆ​ຫໍ່​ປະ​ໄວ້​ປະມານ 2 ມື້​ແກ່ນ​ຈະ​ອອກ​ແລ້ວ​ນຳໄປ​ປູກ; 3. ກ້າ­ແກ່ນ​ໃນ​ຫນານກ້າ​ກ່ອນ, ຫນານ​ກ້າ​ຄວນ​ໃສ່ປຸ໋ຍ 15-15-15 ປະ­ລິ­ມານ 100 ກຣາມ​ຕໍ່​ຕາ​ແມັດ, ຂຸດ​ດິນເລິກ​ປະ­ມານ 5-8 ນິ້ວ, ຄວນໃຊ້​ຟູ​ລາ​ດານ​ໃນ​ການ​ກ້າ, ເມື່ອຫວ່ານ​ແກ່ນ​ແລ້ວ​ປະ­ມານ10  ມື້ແກ່ນ​ເລີ່ມ​ອອກ, ຖ້າ​ມີ​ຕົ້ນ​ຫນາແຫນ້ນ​ໃຫ້​ຫລົກ​ອອກ, ຫລັງຈາກ​ທີ່​ໃບ​ແທ້​ໃຫຍ່​ເຕັມ­ທີ່​ແລ້ວ 2-3 ມື້, ເມື່ອ​ກ້າ​ອາ­ຍຸ​ໄດ້18 ມື້ຫົດ​ດ້ວຍ​ປຸ໋ຍ​ແອມ​ໂມ​ເນຍ​ຊັນເຟດ​ລະ­ລາຍ​ນ້ຳ​ອັດ­ຕາ​ສ່ວນ1 ກຣາມ​ຕໍ່​ນ້ຳ 200 ຊີ​ຊີ​ແລ້ວ​ຫົດນ້ຳ​ຕາມ​ທັນ­ທີ​ການ​ກ້າ​ໂດຍ​ວິທີ​ເພາະ​ແກ່ນ​ທຳ​ມະ​ດາ​ທີ່​ຍັງ​ບໍ່ອອກ​ວິ­ທີ​ນີ້ຄວນ​ປະ­ສົມ​ຢາ​ປ້ອງກັນ​ເຊື້ອ​ລາ​ທີ່​ອາດ​ຕິດ​ກັບ​ແກ່ນກ່ອນ​ນຳ​ແກ່ນ​ໄປ​ກ້າ ແລະ ໃນຫນານ​ກ້າ​ຄວນ​ຈະ​ຫົດ​ດ້ວຍ​ໄດໂຟ​ລາ​ແທນ 80 ຫລື ໄດ​ເທນ​ເອັມ 45 ເພື່ອ​ປ້ອງ​ກັນ​ໂລກ​ເນົ່າເມື່ອ     ກ້າ​ສູງ​ປະ­ມານ 6 ນິ້ວ ຈິ່ງ​ພ້ອມຈະ​ຍ້າຍ​ປູກ​ໄດ້, ລວມ​ອາ­ຍຸ​ກ້າໃນ​ຫນານ​ກ້າສຳ­ລັບ​ການ​ກ້າໂດຍ​ເມັດ​ທີ່​ອອກ​ແລ້ວ​ປະ­ມານ 30 ມື້ ແລະ ກ້າ​ດ້ວຍ​ເມັດທຳມະ​ດາ​ປະ­ມານ 40 ມື້, ໃນ​ບາງແຫ່ງ​ປູກ​ໂດຍ​ການ​ຍ້າຍ​ກ້າ 2  ຄັ້ງ, ການ​ເຮັດ​ແບບ​ນີ້​ກໍ່​ເພື່ອ​ໃຫ້ໄດ້​ຕົ້ນ​ກ້າ​ແຂງ­ແຮງ​ທົນ​ທານ ແລະ​ເກັບ​ກ່ຽວ​ຜົນ​ຜະ­ລິດ​ໄດ້ ໄວ​ຂຶ້ນ​ດ້ວຍ​ວິ­ທີ​ຍ້າຍ​ກ້າ​ຄັ້ງ​ທີ່1 ເມື່ອ​ກ້າ​ໃຫຍ່​ມີ​ໃບ​ແທ້ 2 ໃບ​ແລ້ວຍ້າຍ​ໄປ​ຊຳ​ໃນ​ຖົງ​ຢາງ ​ຫລື​ ໃນຫນານ​ໃຫມ່​ໃຫ້​ມີ​ໄລ­ຍະ​ຫ່າງ10 -15 ຊັງ​ຕີ​ແມັດ. ໃນ​ການ​ຍ້າຍ​ຫນານ​ນີ້ຄວນເຮັດ​ຢ່າງ​ລະ­ມັດ­ລະ­ວັງ​ພະ­ຍາຍາມ​ໃຫ້​ຮາກ​ຕິດ​ຕົ້ນ​ຫລາຍທີ່​ສຸດ​ຄວນ​ຈະ​ຫົດ​ນ້ຳ​ຫນານ​ກ້າ ໃຫ້​ຊຸ່ມ​ປະ​ໄວ້ 1 ຊົ່ວ­ໂມງ. ແລ້ວໃຊ້​ໄມ້ ຫລື ມີດ​ພູນ​ດິນ​ຄ່ອຍໆຖອນ​ຕົ້ນ​ກ້າ​ອາ­ຍຸ​ໃນ​ການ​ຊຳໃນ​ຫນານ​ໃຫມ່ 15-20 ມື້​ຈິ່ງຍ້າຍ​ໄປ​ປູກ​ໄດ້​ເພື່ອ​ໃຫ້​ໄດ້​ຕົ້ນ​ກ້າທີ່​ແຂງ­ແຮງ ແລະ ທົນ​ທານ​ຕໍ່ສະ­ພາບ​ອາ­ກາດ​ທີ່​ບໍ່​ເຫມາະ​ສົມ, ເຮັດ​ໄດ້​ໂດຍ​ການ​ສີດ​ພົ່ນ​ສານ​ລະລາຍ​ຂອງ​ນ້ຳ­ຕານ​ເຂັ້ມ​ຂຸ້ນ 10% ຄື​ໃຊ້​ນ້ຳ­ຕານ​ຊາຍ 10 ສ່ວນ​ຕື່ມ​ນ້ຳ​ລົງ​ໄປ​ອີກ 90  ສ່ວນສິດ​ທຸກໆ 3 ມື້​ເປັນ​ເວ­ລາ 2 ອາທິດ​ກ່ອນ​ຍ້າຍ​ປູກ. ສຳ­ລັບ​ການສີດ​ສານ​ລະ­ລາຍ​ນ້ຳ­ຕານ​ນີ້ຕ້ອງ​ເຮັດ​ໃຫ້​ໃບ​ຫມາກ­ເຜັດ​ປຽກນ້ຳ​ໃຫ້​ທົ່ວເພື່ອ​ໃຫ້​ໃບ​ດູດ​ຊຶມ​ນ້ຳຕານ​ໄດ້​ເປັນ​ປະ­ລິ­ມານ​ສູງ.



ການ​ຮັກ­ສາ

ຫມາກ­ເຜັດ​ເປັນພືດ​ທີ່​ທົນ​ແລ້ງ​ດີ​ກວ່າ​ທົນ​ນ້ຳແຕ່​ໃນ​ໄລ­ຍະ​ທີ່​ຫມາກ­ເຜັດ​ເລີ່ມອອກ­ດອກຫມາກ­ເຜັດ​ຈະ​ຕ້ອງການ​ນ້ຳ​ຫລາຍ​ກວ່າ​ປົກ­ກະ­ຕິເຫັນ​ວ່າ­ການ​ໃຫ້​ນ້ຳ​ທີ່​ບໍ່​ພຽງ­ພໍ ແລະ ອາ­ກາດ​ແຫ້ງ­ແລ້ງ​ຈະ​ເຮັດໃຫ້​ດອກ​ອ່ອນ​ດອກ​ບານ ແລະ ຫມາກ​ອ່ອນ​ຫາ­ກໍ່​ເລີ່ມ​ຕິດ​ລົ່ນ​ໄດ້ໃນ​ສະ­ພາບ​ທີ່​ອາ­ກາດ​ຂ້ອນ​ຂ້າງ ເຢັນ​ອຸນ­ຫະ­ພູມ​ປະ­ມານ 10-15 ອົງ­ສາຈະ​ເຮັດ​ໃຫ້​ຫມາກ­ເຜັດ​ຈະເລີນ​ເຕີບ​ໂຕ​ບໍ່​ຄ່ອຍ​ດີ​ມີ​ໂອ­ກາດຕິດ​ດອກ​ຫນ້ອຍ ແລະ ດອກ​ລົ່ນ​ໃນ​ທີ່​ສຸດ. ການ​ໃຫ້​ນ້ຳ​ຄວນ​ຈະ ຫລຸດ​ລົງ ຫລື ງົດ​ໃນໄລ­ຍະ​ທີ່​ເລີ່ມ​ເຮັດ​ການເກັບຜົນ​ຜະລິດຍ້ອນ​ວ່າຖ້າ​ໃຫ້​ນ້ຳ​ຫມາກ­ເຜັດຫລາຍ​ເກີນ​ໄປ​ເຮັດ​ໃຫ້ຫມາກ­ເຜັດ​ສີ​ບໍ່​ງາມ. 

ການ​ຫົດ​ນ້ຳ

ຫລັງຈາກ​ປູກ​ຄວນ​ຫົດ​ນ້ຳໃນ​ໄລ­ຍະ 3 ມື້​ທຳ​ອິດ, ຫົດ​ນ້ຳ​ມື້​ລະ 2 ຄັ້ງ​ເຊົ້າ-ແລງ,ໄລ­ຍະ 4 ມື້­ຕໍ່­ມາຫົດ​ນ້ຳ​ມື້​ລະ​ເທື່ອໄລ­ຍະອາ­ທິດ​ທີ 2-4 ຫົດ​ນ້ຳ3 ເທື່ອ​ຕໍ່​ອາ­ທິດ, ອາ­ທິດ​ທີ 5-7 ຫົດ​ນ້ຳ 2 ເທື່ອ​ຕໍ່​ອາ­ທິດ, ອາ­ທິດ​ທີ 7 ແມ່ນ​ຫົດ​ນ້ຳ 1 ຄັ້ງຕໍ່​ອາ­ທິດ. ການ​ຫົດ​ນ້ຳ​ໃຫ້​ແກ່ຫມາກ­ເຜັດ​ຄວນ​ໃຫ້​ຕາມ​ສະພາບ​ພື້ນ​ທີ່ ແລະ ເບິ່ງ​ຄວາມ​ຊຸ່ມຊື່ນ​ຂອງ​ດິນ​ປະ­ກອບ​ດ້ວຍ. 

ການ​ໃຫ້​ປຸ໋ຍ

ແມ່ນ​ຂຶ້ນ​ຢູ່​ກັບຊະ­ນິດ ແລະ ຄຸນ​ນະ​ພາບ​ຂອງ​ດິນ​ປູກ​ໂດຍ​ທົ່ວ​ໄປ​ແນະ­ນຳ​ໃຫ້​ໃຊ້​ປຸ໋ຍ​ບົວ​ທິບ​ສູດ 2 ໃນ​ອັດ­ຕາ​ສ່ວນ 50 ກິ​ໂລກ​ຣາມ​ຕໍ່​ໄລ່. ການ​ໃສ່​ປຸ໋ຍ​ຄວນ​ໃສ່​ຮອງ​ພື້ນ​ກ່ອນ​ການ​ຍ້າຍ​ໄປ​ປູກ ແລະ ຫລັງ​ຍ້າຍ​ໄປ​ປູກ​ແລ້ວ 1 ເດືອນ​ໃນ​ອັດ­ຕາ​ສ່ວນ 50 ກິ​ໂລກ​ຣາມ​ຕໍ່1.600 ຕາ​ແມັດ, ອີກ​ເທື່ອ​ຕໍ່​ໄປ​ແມ່ນ​ໃສ່​ໂດຍ​ວິ­ທີ​ໂຮຍ​ເຄິ່ງ​ກາງ​ລະ­ຫວ່າງ​ແຖວ​ປູກ​ແລ້ວ​ພູນ​ດິນ​ຖົມໃນ​ໄລ­ຍະ​ນີ້​ເປັນ​ໄລ­ຍະ​ທີ່​ຫມາກ­ເຜັດ​ເລີ່ມ​ຈະ​ມີ​ຕາ​ດອກ (ແຕ່​ຍັງ​ບໍ່​ອອກ­ດອກ) ມີ​ຄວາມ​ຕ້ອງ­ການ​ທາດ​ອາ­ຫານ​ເສີມ​ຫລາຍດັ່ງ­ນັ້ນ, ຫລັງ​ຈາກ​ໃສ່​ປຸ໋ຍ​ແລ້ວ 1-2 ອາ­ທິດ​ຄວນ​ສີດ​ປຸ໋ຍ​ນ້ຳ​ເຊັ່ນ: ໃບ​ໂຟ​ລານ ໃຫ້​ທາງ​ໃບ​ເຊິ່ງ​ຫມາກ­ເຜັດ​ຈະ​ນຳ­ໄປ​ໃຊ້​ໄດ້​ໄວ​ຂຶ້ນ, ປຸ໋ຍ​ນ້ຳ​ທີ່​ສີດ​ໃຫ້​ທາງ​ໃບ​ນີ້​ຄວນ​ໃຫ້​ທຸກ​ເທື່ອຫລັງ​ຈາກ​ເກັບ​ກ່ຽວ​ໂດຍ​ສີດ​ປະ­ສົມ​ກັບ​ຢາ​ປ້ອງ​ກັນ​ກຳ­ຈັດ​ສັດ­ຕູ​ພືດ. 

ການ​ພູນ​ດິນ

ເນື່ອງ​ຈາກ​ຫມາກ­ເຜັດ​ຈະ​ແພ່​ຮາກ​ກະ­ຈາຍ​ຢູ່​ໃກ້​ຫນ້າ­ດິນ​ຈິ່ງ​ຕ້ອງ​ລະ­ວັງ​ຢ່າ​ໃຫ້​ຮາກ​ກະ­ທົບ­ກະ­ເທືອນ​ເພາະ​ຈະ​ເຮັດ​ໃຫ້­ການ​ຈະ­ເລີນ​ເຕີບ​ໂຕ​ຢຸດ​ສະ­ຫງັດ, ຈະ​ເຮັດ​ໃຫ້​ຕົ້ນ​ຫມາກ­ເຜັດ​ລົ່ນ​ງ່າຍ​ການ​ໃຫ້​ປຸ໋ຍ​ຄວນ​ຂຸດ​ຂຸມ​ຕາມ​ບໍ­ລິ­ເວນ​ກວ້າງ​ຂອງ​ໃບ​ຫມາກ­ເຜັດ​ທີ່​ແພ່​ໄປ​ຮອດ​ຢ່າ​ໃສ່​ຕິດ​ຕົ້ນ. 



ການ​ເກັບ​ກ່ຽວ

ຫມາກ­ເຜັດ​ຈະ​ເລີ່ມ​ໃຫ້​ຜົນ​ຜະ­ລິດ​ຫລັງ​ຈາກ​ຍ້າຍ​ປູກ​ແລ້ວ 2 ເດືອນ​ໃນ​ໄລ­ຍະ​ທຳ​ອິດ​ຜົນ​ຜະ­ລິດ​ຈະ​ຫນ້ອຍ ແລະ ຈະ​ຄ່ອຍໆ​ເພີ່ມ​ຫລາຍ​ຂຶ້ນ​ຕາມ​ລຳ­ດັບ, ຄວນ​ເກັບ​ກ່ຽວ​ອາ­ທິດ​ລະ 1 ເທື່ອ, ຜົນ​ຜະ­ລິດ​ຈະ​ເລີ່ມ​ຫລຸດ​ລົງ​ເມື່ອ​ຫມາກ­ເຜັດ​ເລີ່ມ​ແກ່, ຫມາກ­ເຜັດ​ອາ­ຍຸ​ໄດ້ 6-7 ເດືອນ​ຫລັງ​ຍ້າຍ​ໄປ​ປູກ​ຕົ້ນ​ຈະ​ເລີ່ມ​ໂທມ ແລະ ຢຸດ​ການ​ໃຫ້​ຜົນ​ຜະ­ລິດແຕ່​ຖ້າ​ມີ​ການ​ດູ​ແລ​ບຳ­ລຸງ​ຮັກ­ສາ​ດີ​ຫມາກ­ເຜັດ​ຈະ​ມີ​ອາ­ຍຸ​ເຖິງ 1 ປີ.




No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ