google-site-verification: google0d91bc93cfc88895.html ພົມກຳມະຫຢີ່ ຫລືພົມຍີ່ປຸ່ນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, May 31, 2015

ພົມກຳມະຫຢີ່ ຫລືພົມຍີ່ປຸ່ນ

ຊື່ວິທະຍາສາດ: Episcia cupreata (Hook.) Hanst
ຊັ້​ນ: Magnoliopsida
ຕະກູນ: Scrophulariales
ຊື່ວົງ: Gesneriaceae


ພົມກຳມະຫຢີ່ ຫລືພົມຍີ່ປຸ່ນ

 ລັກ​ສະນະທົ່ວໄປ ພົມກຳມະຫຢີ່ ຫລືຊື່ອື່ນ ໆ ຄື ພົມຍີ່ປຸ່ນ ຫູເສືອ ເປັນໄມ້ລົ້ມລຸກ ລຳຕົ້ນອວບນ້ຳ ບໍ່​ມັກແດດຈັດ ແຕ່ມັກຄວາມຊື້ນ ປູກງ່າຍ ຄວາມພິເສດຢູ່ບ່ອນທີ່ສ່ວນໃບແລະດອກມີ​ນ​ຂົນປົກຄຸມຄ້າຍລັກສະນະຂອງພົມຫລືກຳມະຫຢີ່ ມີລວດລາຍແລະສີສັນຂອງໃບທີ່ແຕກຕ່າງກັນໄປຕາມແຕ່ລະພັນ ທັ້ງໃບສີຂຽວເຂ້ມ ຂຽວອ່ອນ ນ້ຳຕານແດງ ເທົາ ແລະ ສີທອງແດງ ສ່ວນປາຢໃບແຫລມງຸ້ມນ້ອຍ ໆ ຂອບໃບແວກ​ກມົນ ນອກຈາກນີ້ພົມກຳມະຫຢີ່ຢັງມີດອກນ້ອຍ ໆ ກີບດອກມີ 5 ກີບ ສີສັນສົດໃສເຊັ່ນ ສີຂາວ ແດງ ມ່ວງ ຊົມພູ ສົ້ມ ເຫລືອງ ເປັນຕົ້ນ ຈຶງເຫມາະທີ່ຈະນຳໄປປູກປະດັບຄວາມສວຍງາມພາຍໃນບ້ານ


ວິທີການປູກແລະດູແລຣັກສາ


ພົມກຳມະຫຢີ່ເປັນພືດທີ່ມັກແດດບາງໆ ເພາະຫາກຖືກແດດຈັດໃບຈະນ້ອຍ ແຫ້ງ ແລະເຫລືອງ ມັກນ້ຳພໍປະມານ ​ຫົດນ້ຳພໍໃຫ້ດິນຊື້ນ ໆ ຖື​ວ່າໃຊ້ໄດ້ ແຕ່ຄວນໃຫ້ປຸ໋ຍລະລາຍນ້ຳທຸກ​ອາ​ທິດ ສຳຫລັບໃນຊ່ວງຫນ້າຝົນທີ່ມີຄວາມຊື້ນສູງອາດ​ຈະຕ້ອງລົດປະຣິມານການໃຫ້ນ້ຳແລະປຸ໋ຍລົງນຳ ເພື່ອປ້ອງກັນ​ຮາກເນົ່າ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ