google-site-verification: google0d91bc93cfc88895.html ຊື່​ວິ​ທະ​ຍາດ​ສາດຜັກ​ກູດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, May 30, 2015

ຊື່​ວິ​ທະ​ຍາດ​ສາດຜັກ​ກູດ


ຊື່ສາມັນ
ຜັກກູດກ້າງປາ ຜັກກູດຜາ, Fishtail Sword Fern,   
ຊື່ວິທະຍາສາດ
Nephrolepis spp.
ຕະກູນ
OLEANDRACEAE
ຖິນກຳເນີດ
ເຂດຮ້ອນ ແລະ ພາກກາງຂອງ​ລາວ ເຂດພູພະຫາຫີນເຫີບມີຫລາຍທີ່ສຸດ






ເຟິຣ໌ນບອສຕັນ ຫລື​ຜັກ​ກູດ​ຜາ

ລັກສນະທັ່ວໄປ ເຟິຣ໌ນບອສຕັນເປັນພືດຕະກູລເຟິຣ໌ນຊະນິດຫນຶ່ງ ມີໃບຂຽວຄ້າຍໃບຫມາກຂາມ ປາຍໃບບໍ່ມີແສກ ເປັນພື​ດທີ່​ມັກຄວາມຊື້ນ ສາມາດປູກໃນຮົ່ມໄດ້ສ​ະບາ​ຍໆ ນອກຈາກນີ້ເຟິຣ໌ນບອສຕັນຢັງມີຄຸນສົມບັດຊ່ວຍດູດສານພິດ ແລະ ຟອກອາກາດພາຍໃນບ້ານໄດ້ອີກດ້ວຍ ຈຶງເປັນອີກຫນຶ່ງຕ້ນໄມ້ໃນຮົ່ມຍອດນິຍົມທີ່ມັກຈະປູກໄວ້ໃນບ້ານຫລືໃນອາຄານ ເພື່ອເປັນໄມ້ປະດັບ​ງາມ ໆ


ວິທີການປູກແລະດູແລຣັກສາ



ເຈົ້າສາມາດປູກເຟິຣ໌ນໃນທີ່ຣ່ົມໄດ້​ສະບາຍ ໆ ແຕ່ຄວນຫົດນ້ຳໃຫ້ເຟິຣ໌ນຊຸ່ມພໍດີ ຢ່າປ່ອຍໃຫ້ປຽກນ້ຳ ເພາະເຟິຣ໌ນອາດແຫ່ວຕາຍໄດ້ ແລະຖ້າຂາດນ້ຳເມື່ອໃດໃບກໍ່ຈະປ່ຽນເປັນສີນ້ຳຕານແລະຫລົ່ນຢ່າງວ່ອງ​ໄວ ແຕ່ຖ້າຈະໃຫ້ດີກໍ່ຄວນໃຫ້ເຟິຣ໌ນໄດ້ຣັບແສງແດດເປັນບາງຄັ້ງ ເພື່ອປ້ອງກັນປັນຫາໃບເຫລືອງ​ແຫ່ວສ່ວນການໃຫ້ປຸ໋ຢຄວນໃຫ້ປຸ໋ຍຄອກຫຣືປຸ໋ຍຫມັກແບບລະລາຍນ້ຳ ໂດຍສີດພ່ົນເປັນລະອອງເ​ບົາໆ ແລະໃຫ້ປຸ໋ຍພຽງເດືອນລະຄັ້ງກໍ່ພໍ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ