google-site-verification: google0d91bc93cfc88895.html ​ອາ​ຫານ​ບຳ​ລຸງ​ສາຍ​ຕາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, May 30, 2015

​ອາ​ຫານ​ບຳ​ລຸງ​ສາຍ​ຕາ




ປາ Fish

ຊີ້ນ​ປາ​ອຸ­ດົມ​ໄປດ້ວຍ​ກົດ​ອະ​ມິ​ໂນ​ໄທ​ໂຣ​ຊິນ ຊຶ່ງເປັນ​ກົດ​ທີ່​ຮ່າງ­ກາຍ​ສາ­ມາດ​ສັງເຄາະ​ໄດ້ມີ​ບົດ­ບາດ​ໃນ​ການ​ກະ​ຕຸ້ນ ແລະ​ ປັບ​ປ່ຽນ​ການ​ເຮັດ​ວຽກ​ຂອງສະ­ໝອງສາ­ມາດ​ຊ່ວຍ​ພື້ນ​ຟູ ຄວາມ​ຈື່​ຈຳ ແລະ​ ສານ​ດີ​ເອ​ຊ ຊຶ່ງເປັນ​ກົດ​ໄຂ­ມັນ​ຊະ­ນິດ​ບໍ່​ອີ່ມ​ຕົວ​ທີ່ຈຳ­ເປັນ​ຕໍ່​ຮ່າງ­ກາຍ​ສານ​ດັ່ງ­ກ່າວນີ້​ຈະ​ຊ່ວຍ​ໃນ​ການ​ພັດ­ທະ­ນາສະ­ໝອງ ແລະ​ ສາຍ­ຕາ​ຊ່ວຍ​ເສີມສ້າງ​ຄວາມ​ຈື່​ຈຳ ແລະ​ ການ​ຮຽນຮູ້ ທັງ​ນີ້​ຍັງ​ຊ່ວຍ​ປ້ອງ​ກັນ​ໂລກ​ສະ­ໝອງ​ເສື່ອມ​ໄດ້​ອີກ​ດ້ວຍ.


  ໄຂ່ Eag

ໄຂ່​ຈັດ​ເປັນ​ແຫຼ່ງ​ໂປຣ​ຕີນ ຊັ້ນ​ດີ​ເພາະ​ອຸ­ດົມ​ໄປ​ດ້ວຍ​ວິ­ຕາ­ມິນ ແລະ​ ເກືອ​ແຮ່​ທີ່​ສຳ­ຄັນ​ປະ­ກອບດ້ວຍ: ໂປຣ​ຕີນ​ເຖິງ 6,3 ກຣາມ, ໄຂ­ມັນ, ວິ­ຕາ­ມິນ​ເອ,ບີ,ດີ,ອີ, ອາຊິດ, ທາດ​ເຫຼັກ, ແຄນ​ຊຽມ, ສັງ​ກະ ສີ, ໄອ​ໂອ​ດີນ ແລະ ​ຊິ​ລິ​ນຽມ.



   ນົມ​ຖົ່ວ­ເຫຼືອງ

ຈັດ​ເປັນ​ເຄື່ອງດື່ມ​ບຳ­ລຸງ​ສະ­ໝອງ​ອີກ​ປະ­ເພດ​ໜຶ່ງເພາະ​ປະ­ກອບ​ໄປ​ດ້ວຍ: ວິ­ຕາ­ມິນ ເອ, ບີ, ບີ1, 2, 6,12 , ຄາ​ໂບໄຮ​ເດຣ​ຕ, ແຄ​ຊຽມ, ອາ​ຊິດ, ໄນອາ​ຊິນ ແລະ​ ເລ​ຊິ​ຕິນ ທີ່​ເປັນ­ສານບຳ­ລຸງ​ສະ­ໝອງ​ຊ່ວຍ​ເສີມ​ສ້າງ​ປະສິດ­ທິ​ພາບ​ໃນ​ການ​ຈື່​ຈຳ ແລະ​ປ້ອງກັນ​ຄວາມ​ຈຳ​ເສື່ອມ.


   ພືດ​ຕະ­ກູນ​ຖົ່ວ

 ຖົ່ວ​ຈັດ​ໄດ້​ວ່າ​ເປັນ​ໂປຣ​ຕີນ​ທີ່​ດີ​ເຊັ່ນ​ກັນ​ບໍ່​ວ່າ​ຈະ​ເປັນ​ຖົ່ວ­ດິນ, ຖົ່ວ​ອັລ​ມອນ ແລະ ຖົ່ວ​ອື່ນໆ ຊຶ່ງ​ໃນ​ຖົ່ວ​ຈະ​ມີ​ວິ­ຕາ­ມິນ​ອີ​ທີ່​ຊ່ວຍ​ເສີມ​ສ້າງ​ຄວາມ​ຈື່​ຈຳ​ໄດ້​ດີທີ່​ສຸດ. 



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ