google-site-verification: google0d91bc93cfc88895.html ການປູກລຳໃຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, May 15, 2015

ການປູກລຳໃຍ



ການ​ປູກ​ໝາກ​ລໍາ­ໄຍ ສ່ວນຫຼາຍ​ຈະ​ມີ​ບັນ­ຫາ​ເລື່ອງ​ຂອງການ​ອອກ­ດອກ​ເປັນ​ໝາກ​ທີ່​ບໍ່ສະ​ໝໍ່າ​ສະ­ເໝີບາງ​ປີ​ກໍ່​ຈະ​ອອກດອກ ແລະ ເປັນ​ໝາກ​ຫຼາຍແຕ່ບາງ​ປີ​ອອກ­ດອກ​ຫຼາຍ ແລະ ເປັນໝາກ​ໜ້ອຍ ຫລື ມີ​ການ​ອອກ­ດອກ ແລະ ແຕ່​ເປັນ​ໝາກ​ແບບ​ປີ​ເວັ້ນປີ ເຊິ່ງ​ຖື​ວ່າ​ເປັນ​ບັນ­ຫາ​ຫຼັກ​ຂອງຊາວ​ສວນ​ຜູ້​ປູກ​ລໍາ­ໄຍ​ເປັນ ສ່ວນຫຼາຍ​ເຮັດ​ໃຫ້​ສູນ​ເສຍ​ລາຍ​ໄດ້​ຕໍ່​ປີ​ເປັນ​ຈໍາ­ນວນ​ຫຼາຍແຕ່​ບັນ­ຫາ​ດັ່ງ­ກ່າວ​ສາ­ມາດ​ແກ້​ໄຂ​ໄດ້​ໂດຍ ປະ­ຕິ­ບັດ​ຕາມ​ຂັ້ນ​ຕອນ​ຕໍ່​ໄປ​ນີ້: 
ການ​ກຽມ​ແນວ​ພັນແລະ ການກຽມຂຸມປູກ
ໂດຍ​ວິ­ທີຕອນ​ກິ່ງ ​ຄວນ​ກຽມ​ໄວ້​ລ່ວງໜ້າ 1 ປີ ເພື່ອ​ຈະ​ໄດ້​ຕົ້ນ​ກ້າ​ລໍາໄຍທີ່​ແຂງ­ແຮງ​ຈາກ​ນັ້ນ​ກໍ່​ໃຫ້​ກຽມພື້ນ​ທີ່​ສໍາ­ລັບ​ການ​ປູກ, ຖ້າ​ຫາກເປັນ​ພື້ນ​ທີ່​ທີ່​ເຄີຍ​ປູກ​ພືດ​ແນວ​ອື່ນມາ​ກ່ອນ​ໃຫ້​ໄຖ​ດິນ​ເລິກ​ປະ­ມານ 30 ຊັງ​ຕີ​ແມັດ ແລ້ວ​ຕາກ​ດິນ​ໄວ້ 20-25 ວັນ ຈາກ​ນັ້ນ​ໃຫ້​ພວນ​ດິນອີກ 1-2 ຄັ້ງ ແລະ ປັບ​ລະ­ດັບດິນ​ໃຫ້​ສະ​ໝ່ໍາສະ­ເໝີ​ຕາມ​ແນວພຽງ ຈາກ​ນັ້ນກໍ່​ໃຫ້​ວາງ​ໄລ­ຍະ​ປູກລໍາ­ໄຍ​ໃຫ້​ເໝາະ​ສົມ​ເຊັ່ນ: ໄລ­ຍະຫ່າງ​ລະ­ຫວ່າງ​ແຖວ ແລະ ຕົ້ນ 8x8 ແມັດ, ຕາມ​ສະ­ພາບ​ພື້ນ​ທີ່ ຫຼື ໄລ­ຍະ7x5 ແມັດ ໃນ​ກໍ­ລະ­ນີ​ທີ່​ມີ​ການ​ຄວບ​ຄຸມ​ບໍ­ລິ­ເວນ​ພຸ່ມ. ຫລັງ​ຈາກ​ນັ້ນ ໃຫ້​ເລີ່ມ​ຂຸດຂຸມ​ປູກ​ຂະ­ໜາດ​ກວ້າງ, ຍາວ ແລະ ເລິກ​ປະ­ມານສ່ວນ​ລະ 80 ຊັງ​ຕີ​ແມັດ, ແລ້ວ​ໃຫ້​ຮອງ​ກົ້ນ​ຂຸມ ດ້ວຍ​ຝຸ່ນ​ຄອກ ຫລື ປຸ໋ຍ​ໝັກ​ທີ່ຍ່ອຍ​ສະ​ລາຍ​ໄດ້​ດີ​ແລ້ວ​ປະ­ລິມານ 3-5 ກິ​ໂລກ​ຣາມ​ຕໍ່​ຂຸມ ໂດຍປະ­ສົມ​ກັບ​ດິນ​ໃສ່​ລົງ​ໃນ​ຂຸມ​ຈາກນັ້ນ​ພູນ​ດິນ​ສູງ​ຈາກ​ປາກ​ຂຸມ​ປະ ມານ 15 ຊັງ​ຕີ​ແມັດ, ແຕ່​ເມື່ອກ່ອນ​ປູກ​ຄວນ​ຂຸດ​ຂຸມ​ເທົ່າ​ກັບຖົງ​ເພື່ອ​ສະ­ດວກ​ໃນ​ການ​ວາງ​ຊຳ ຕົ້ນ​ກ້າ, ຈາກ​ນັ້ນ ໃຫ້​ນໍາ​ເອົາ​ຕົ້ນກ້າ​ທີ່​ຈະ​ປູກ​ມາ​ຕັດ​ຮາກ​ທີ່​ຂົດ​ງໍອ້ອມ​ຮອບ​ຖົງ​ຊໍາ​ຂອງ​ຕົ້ນ​ກ້າອອກ​ແລ້ວ​ປະ​ໄວ້. 



ວິທີການປູກ
ສໍາລັບ​ການ​ຕັດ​ຮາກ​ຈະ​ເນັ້ນ ສະ­ເພາະ​ແຕ່​ບໍ­ລິ­ເວນ​ກົ້ນ​ຖົງ ຈາກ​ນັ້ນ ​ໃຊ້​ມີດ​ປາດ​ຈາກ​ກົ້ນ​ຖົງຂຶ້ນ​ມາ​ຫາ​ປາກ​ຖົງ​ທັງ​ສອງດ້ານ​ແລ້ວ​ດຶງ​ຖົງ​ຢາງ​ອອກ, ການ​ດຶງ​ຖົງ​ຢາງ​ອອກ​ນັ້ນ​ຄວນລະ­ວັງ​ບໍ່​ໃຫ້​ດິນ​ແຕກ​ແລ້ວ​ຈິ່ງນໍາ​ລົງ​ໄປ​ປູກ​ໃນ​ຂຸມ ແລະ ຖົມດິນ​ໃຫ້​ແໜ້ນ, ພ້ອມ​ທັງ​ປັກ​ຫຼັກ ແລະ ມັດ​ເຊືອກ​ຕິດ​ຕົ້ນ ເພື່ອ​ປ້ອງກັນ​ຕົ້ນ​ກ້າ​ລົ້ມ​ໃນ​ເວ­ລາ​ລົມ​ພັດ ຈາກ​ນັ້ນ ຫົດ​ນ້ໍາ​ໃຫ້​ຊຸ່ມ​ແລ້ວ​ຫາ​ແນວ​ມາ​ບັງ­ແສງ​ແດດ​ຈົນ​ກວ່າຈະ​ແຕກ​ຍອດ​ອ່ອນ 1 ຄັ້ງ ຈິ່ງຢຸດ​ການ​ບັງ­ແສງ. 
ການໃຫ້ປຸຍ 
ໃນ​ເມື່ອ​ປູກ​ຕົ້ນ​ລຳ­ໄຍ​ໄດ້​ປະມານ 1-3 ປີ ຫຼັງ​ຈາກ​ຕົ້ນ​ແຕກໃບ​ອ່ອນ ຊຸດ​ທີ 1 ຄວນ​ໃສ່​ປຸ໋ຍ​ສູດ 15-15-15 ປະ­ສົມ​ກັບ​ສູດ 46-0-0 ໃນ​ປະ­ລິ­ມານ 1 ຕໍ່ 1 ສ່ວນ,  ປະ­ມານ 100 ກຣາມ​ຕໍ່​ຕົ້ນ, ໃສ່ປີ​ລະ 3 ຄັ້ງ ແລະ ເພີ່ມ​ຂຶ້ນ​ປີ​ລະ 2 ເທົ່າ, ພໍ​ເມື່ອ​ຕົ້ນ​ລໍາໄຍ​ໄດ້​ປະມານ 4 ປີ ແລະ ແຕກ​ໃບ​ອ່ອນ ໃນ​ຕົ້ນ​ເດືອນ​ສິງ­ຫາຈະ​ໃສ່​ສູດ 15-15-15 ປະ­ສົມ​ກັບ​ສູດ 46-0-0 ໃນ​ປະ­ລິ­ມານ 1 ຕໍ່1 ສ່ວນປະ­ມານ 1-2 ກິ​ໂລກ​ຣາມ​ຕໍ່​ຕົ້ນ ແລະ ໃສ່​ອີກ ເມື່ອ​ເດືອນ​ພະ­ຈິກ ເຊິ່ງ​ຈະ​ໃຊ້​ປຸ໋ຍ​ສູດ 0-52-34 ປະ­ລິ­ມານ 150 ກຣາມ​ຕໍ່​ນ້ໍາ 20 ລິດ ສິດ​ໃຫ້​ທົ່ວ​ບໍ­ລິ­ເວນ​ພຸ່ມ ເພື່ອບໍ່​ໃຫ້​ຕົ້ນ​ລໍາໄຍ​ແຕກ​ໃບ​ໃຫມ່, ຄວນ​ສິດ 3 ຄັ້ງ​ທຸກ 7 ວັນ. 
    ສຳ­ລັບ ຕົ້ນ​ໝາກ​ລຳ­ໄຍ​ທີ່​ໃຫ້​ຜົນ​ຜະ­ລິດ​ແລ້ວ (ອາ­ຍຸ 5 ປີ​ຂຶ້ນ​ໄປ) ຫຼັງ​ເກັບ​ກ່ຽວ​ຜົນ​ຜະ­ລິດ​ໃນ​ປີ​ທີ່​ຜ່ານ​ມາ​ໃຫ້​ໃສ່​ປຸ໋ຍ​ສູດ 15-15-15 ປະ­ສົມ​ກັບ​ສູດ 46-0-0 ໃນ​ປະ­ລິ­ມານ 1/1 ສ່ວນ ປະ­ມານ 2 ກິ​ໂລກ​ຣາມ​ຕໍ່​ຕົ້ນ ເພື່ອ​ກະ​ຕຸ້ນ​ການ​ແຕກ​ໃບ​ອ່ອນ​ຂອງ​ຕົ້ນ​ລຳ­ໄຍ​ຊຸດ​ທີ 1 ຫຼັງ​ຈາກ​ນັ້ນ​ປະ­ມານ​ເດືອນ​ກັນ­ຍາ​ໃຫ້​ໃສ່​ປຸ໋ຍ​ຕື່ມ​ສູດ 15-15-15 ປະ­ສົມ​ກັບ​ສູດ 46-0-0 ປະ­ລິ­ມານ 1/1 ສ່ວນ ໃນ​ອັດ­ຕາ​ສ່ວນ 1-2 ກິ​ໂລກ​ຣາມ​ຕໍ່​ຕົ້ນ, ເມື່ອ​ຕົ້ນ​ລຳ­ໄຍ​ແຕກ​ໃບ​ຊຸດ​ທີ 2 ປະ­ມານ​ກາງ​ເດືອນ​ຕຸ­ລາ​ໃສ່​ປຸ໋ຍ​ສູດ 0-46-0 ປະ­ສົມ​ກັບ​ສູດ 0-0-60 ປະ­ລິ­ມານ 1/1 ສ່ວນ ໃນ​ອັດ­ຕາ​ສ່ວນ 2-3 ກິ​ໂລກ​ຣາມ​ຕໍ່​ຕົ້ນ ເພື່ອ​ໃຫ້​ຕົ້ນ​ລຳ­ໄຍ​ພັກ​ຕົວ ແລະ ພ້ອມ​ຕໍ່​ການ​ອອກ­ດອກ​ຕໍ່​ໄປ, ເມື່ອ​ຕົ້ນ​ລຳ­ໄຍ​ເປັນ​ໝາກ​ຂະ­ໜາດ​ເສັ້ນ​ຜ່າ​ສູນ​ກາງ 1 ຊັງ​ຕີ​ແມັດ​ໃສ່​ປຸ໋ຍ​ສູດ 15-15-15 ປະ­ສົມ​ກັບ​ສູດ 46-0-0 ປະ­ລິ­ມານ 1/1 ສ່ວນ ໃນ​ອັດ­ຕາ​ສ່ວນ 1-2 ກິ​ໂລກ​ຣາມ​ຕໍ່​ຕົ້ນ ເພື່ອ​ບຳ­ລຸງ​ໝາກ​ໃຫ້​ຈະ­ເລີນ​ເຕີບ​ໂຕ​ໄວ ແລະ ກ່ອນ​ເກັບ​ກ່ຽວ​ຜົນ​ຜະ­ລິດ​ລຳ­ໄຍ 1 ເດືອນ ຄວນ​ໃສ່​ປຸ໋ຍ​ສູດ 0-0-60 ໃນ​ອັດ­ຕາ​ສ່ວນ 1-2 ກິ​ໂລກ​ຣາມ​ຕໍ່​ຕົ້ນ ເພື່ອ​ເພີ່ມ​ຄຸນ​ນະ​ພາບ​ຂອງ​ຜົນ​ຜະ­ລິດ​ໃຫ້​ຫຼາຍ​ຂຶ້ນ ແລະ ຫຼັງ​ການ​ເກັບ​ກ່ຽວ​ຜົນ​ຜະ­ລິດ​ແລ້ວ​ໃສ່​ສູດ 15-15-15 ປະ­ສົມ​ກັບ​ສູດ 46-0-0 ປະ­ລິ­ມານ 1/1 ສ່ວນ ໃນ​ອັດ­ຕາ​ສ່ວນ 1-2 ກິ​ໂລກ​ຣາມ​ຕໍ່​ຕົ້ນ. 
ການໃຫ້ນ້ຳ
​ການ​ໃຫ້​ນ້ຳ​ຕົ້ນ​ໝາກ​ລຳ­ໄຍ ແມ່ນ​ສາ­ມາດ​ໃຫ້​ໄດ້​ຫຼາຍ​ແບບ​ເຊັ່ນ: ໃຊ້​ສາຍ​ຢາງ​ຫົດ ລົງ­ທຶນ​ຕ່ຳ ແຕ່​ຕ້ອງ​ມີ​ແຫຼ່ງ​ນ້ຳ ແລະ ແຮງ​ງານ​ພຽງ­ພໍ, ແບບ​ຫົວ​ບິດ ເປັນ​ການ​ໃຫ້​ນ້ຳ​ໃນ​ກໍ­ລະ­ນີ​ມີ​ແຫຼ່ງ​ນ້ຳ​ຈຳ­ກັດ ແຕ່​ຈະ​ມີ​ຕົ້ນ​ທຶນ​ສູງ​ກວ່າ​ແບບ​ໃຊ້​ສາຍ​ຢາງ, ສ່ວນ​ແບບ​ທີ 3 ໃຊ້​ຫົວ​ບິດ​ຂະ­ໜາດ​ນ້ອຍ ເໝາະ​ສຳ­ລັບ​ພື້ນ​ທີ່ໆ​ມີ​ແຫຼ່ງ​ນ້ຳ​ຈຳ­ກັດ​ໃຊ້​ແຮງ​ງານ​ນ້ອຍ ແຕ່​ຕ້ອງ​ມີ​ການ​ດູ​ແລ​ຮັກ­ສາ​ສູງ ແລະ ແບບ​ສຸດ​ທ້າຍ​ແມ່ນ​ໃຊ້​ແບບ​ນ້ຳ​ຢອດ​ເໝາະ​ສຳ­ລັບ​ພື້ນ​ທີ່ໆ​ມີ​ແຫຼ່ງ​ນ້ຳ​ຈຳ­ກັດ​ຫຼາຍ ແຕ່​ຕົ້ນ​ທຶນ​ກໍ່​ຈະ​ສູງ​ຄື​ກັນ
ການຕົກແຕ່ງກິ່ງງ່າ
ສ່ວນ​ການ​ຕັດ​ແຕ່ງ​ກິ່ງ​ລຳ­ໄຍ ເປັນ​ອີກ​ວິ­ທີ​ການ​ໜຶ່ງ​ທີ່​ຈະ​ເຮັດ​ໃຫ້​ຕົ້ນ​ລຳ­ໄຍ​ເປັນ​ໝາກ​ດົນ​ຂຶ້ນ​ຕື່ມ ແຕ່​ການ​ຕັດ​ແຕ່ງ​ກິ່ງ​ຢ່າງ​ຖືກ​ວິ­ທີ​ຕ້ອງ​ປະ­ຕິ­ບັດ​ດັ່ງ­ນີ້: 
1, ຕົ້ນ​ລຳ­ໄຍ​ໄດ້​ປະ­ມານ 1-3 ປີ ເຊິ່ງ​ຍັງ​ບໍ່​ທັນ​ໃຫ້​ຜົນ​ຜະ­ລິດ ຄວນ​ຕັດ​ແຕ່ງ​ກິ່ງ​ຕົ້ນ​ລຳ­ໄຍ​ໃຫ້​ມີ​ລັກ­ສະ­ນະ​ບໍ­ລິ­ເວນ​ພຸ່ມ​ເປັນ​ວົງ​ກົມ 
2, ພໍ​ເມື່ອ​ຕົ້ນ​ລຳ­ໄຍ​ໄດ້​ປະ­ມານ 4-5 ປີ​ທີ່​ໃຫ້​ຜົນ​ຜະ­ລິດ​ແລ້ວ ຄວນ​ຕັດ​ແຕ່ງ​ກິ່ງ​ພາຍ­ຫຼັງ​ເກັບ​ກ່ຽວ​ຜົນ​ຜະ­ລິດ​ຄື ຕັດ​ແຕ່ງ​ບໍ­ລິ­ເວນ​ກາງ​ພຸ່ມ​ທີ່­ຢູ່​ໃນ​ແນວ​ຕັ້ງ​ທີ່​ເຫຼືອ​ຈາກ​ການ​ຕໍ່​ກິ່ງ ເພື່ອ​ເປີດ​ກາງ​ບໍ­ລິ­ເວນ​ພຸ່ມ ໃຫ້​ຕົ້ນ​ລຳ­ໄຍ​ໄດ້​ຮັບ​ແສງ​ສະ­ຫວ່າງ​ຫຼາຍ​ຂຶ້ນ
3, ໃນ​ເມື່ອ​ຕົ້ນ​ລຳ­ໄຍ​ໄດ້ 5-10 ປີ ຄວນ​ຕັດ​ແຕ່ງ​ພາຍ­ຫຼັງ​ເກັບ​ກ່ຽວ, ການ​ຕັດ​ແຕ່ງ​ກິ່ງ​ກໍ່​ເຮັດ​ຄື​ກັນ​ກັບ​ຕົ້ນ​ລຳ­ໄຍ​ອາ­ຍຸ​ໄດ້ 4-5 ປີ ຄື​ຕັດ​ປາຍ​ກິ່ງ​ທັງ​ແນວ​ນອນ ແລະ ແນວ​ຕັ້ງ​ໃຫ້​ມີ​ຄວາມ​ສູງ​ເຫຼືອ​ພຽງ3ແມັດ ເພື່ອ​ສະ­ດວກ​ໃນ​ການ​ດູ​ແລ​ຮັກ­ສາ ແລະ ການ​ເກັບ​ກ່ຽວ​ຜົນ​ຜະ­ລິດ​ຕໍ່​ໄປ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ