google-site-verification: google0d91bc93cfc88895.html ກຳຈັດເພ້ຍໃນນາເຂົ້າ ດ້ວຍພືດທີ່ເປັນຢາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, May 19, 2015

ກຳຈັດເພ້ຍໃນນາເຂົ້າ ດ້ວຍພືດທີ່ເປັນຢາ




ເພ້ຍ​ຈັກ­ຈັ່ນ ແລະ ຕັກ­ແຕນ​ທີ່​ລົບ​ກວນ​ນາ​ເຂົ້າໂດຍ​ການ​ໃຊ້​ສູດ​ກຳ­ຈັດ​ສັດ­ຕູ​ພືດ​ແບບ​ທຳ​ມະ​ຊາດ​ປອດ​ສານ​ເຄ​ມີເຊິ່ງ​ຈະ​ໄດ້­ຜົນ​ດີ​ເທົ່າ­ໃດ​ນັ້ນ​ເຮົາ​ມາ​ປະ­ຕິ­ບັດ​ຕາມ 3  ສູດ​ດັ່ງ​ລຸ່ມ​ນີ້: 




ສູດ​ທີ 1: ໃຊ້​ເຄືອ​ເຂົາ­ຮໍ ຫລື ໃບ​ຂົມ​ກະ­ເດົາ​ຈຳ­ນວນ​ຫນື່ງໂດຍ​ຄິດ­ໄລ່​ປະ­ມານ 60-Œ80 ກິ​ໂລ​ຕໍ່​ເຮັກ­ຕາ. 
ວິ­ທີ​ກຽມ: ນຳ​ເອົາ​ເຄືອ​ເຂົາ­ຮໍມາ​ທຸບ​ໃຫ້​ແຕກແລ້ວ​ຕັດ​ເປັນ​ທ່ອນ​ສັ້ນໆປະ­ມານ 2 ຂໍ້­ມືຈາກ​ນັ້ນ​ຈື່ງ​ນຳ­ໄປ​ໃສ່​ນາ​ເຂົ້າ. ຖ້າ​ເປັນ​ຂົມ​ກະ­ເດົາແມ່ນ​ນຳ​ມາ​ຕຳ​ພໍ​ໃຫ້​ບວມ (ທຸບ​ໃຫ້​ພໍ​ຊ້ຳ) ແລ້ວ​ຈິ່ງ​ນຳ­ໄປ​ຫວ່ານ​ໃນ​ນາ​ເຂົ້າ. 
ວິ­ທີ​ໃຊ້: ຄວນ​ຫວ່ານ 2 ຄັ້ງ: ຄັ້ງ​ທີ 1: ພາຍ­ຫລັງ​ປັກ​ດຳ 20 ວັນ,  ຄັ້ງ​ທີ 2: ຫລັງ​ຈາກ​ປັກ​ດຳ​ແລ້ວ​ປະ­ມານ 50-Œ65 ວັນ ຫລື ຫ່າງ​ຈາກ​ຄັ້ງ​ທີຫນຶ່ງ​ປະ­ມານ 30-Œ45 ວັນ. 



ສູດ​ທີ 2: ເຄືອ​ເຂົາ­ຮໍ ຫລື ໃບ​ຂົມ​ກະ­ເດົາ 2 ກິ​ໂລ, ສະ­ບູ 100 ກຣາມ, ນ້ຳ 10 ລິດ. 
ວິ­ທີ​ກະ­ກຽມ: (ກ) ນຳ​ເອົາເຄືອ​ເຂົາ­ຮໍ 2 ກິ​ໂລ ມາ​ທຸບ​ໃຫ້​ແຕກ​ດີ​ແລ້ວຕັດ​ເປັນ​ທ່ອນນ້ອຍໆ​ແຊ່​ນ້ຳ​ໄວ້​ປະ­ມານ 10 ລິດ​ຫມົດ​ມື້ (24 ຊົ່ວ­ໂມງ) ຈາກ​ນັ້ນຈິ່ງ​ເອົາ​ກາກ​ອອກ. 
(ຂ) ລະ­ລາຍ​ສະ­ບູ 100ກຣາມ ໃນ​ນ້ຳ (ປະ­ລິ­ມານຫນ້້ອຍ)  ເພື່ອ​ກຽມ​ໄວ້​ປະສົມກັບ (ກ) 
(ຄ) ນຳ​ເອົາ (ກ) + (ຂ) ແລ້ວ​ປະ­ສົມ​ນ້ຳ 10ລິດ ເພື່ອ​ເປັນ​ຫົວ​ເຊື້ອ. 
ວິ­ທີ​ນຳ​ໃຊ້ ນຳ​ເອົາ​ຫົວ​ເຊື້ອ​ທີ່​ປະ­ສົມ​ແລ້ວ​ໃນ​ຂ້າງ​ເທິງ​ນັ້ນ 1 ລິດ ປະ­ສົມ​ນ້ຳ 10 ລິດ​ແລ້ວ​ນຳ­ໄປ​ສິດ​ໃນ​ເນື້ອ­ທີ່​ນາ( 1 ໄລ່) ສີດ​ພົ່ນ​ໃນ​ຕອນ​ເຊົ້າ ຫລື ຕອນ​ແລງ ແລະ ຄວນ​ສີດ​ໃນ​ທຸກ​ໆ 15 ວັນ​ຕໍ່​ຄັ້ງ.

 

ສູດ​ທີ 3:  ເຄືອ​ເຂົາ­ຮໍ ຫລື ໃບ​ຂົມ​ກະ­ເດົາ 2 ກິ​ໂລ, ສະ­ບູ 100 ກຣາມ, ຫົວ​ຂ່າ 1 ກິ​ໂລ, ນ້ຳ 10 ລິດ. 
ວິ­ທີ​ກຽມ: ແມ່ນ​ຄື​ກັບ​ວິ­ທີ​ທີ 2 ແລະ ນຳ​ໃຊ້​ແມ່ນ​ຄື​ສູດ​ທີ 2 ແຕ່  ສູດ​ທີ 3 ນອກ­ຈາກ​ຈະ​ປ້ອງ​ກັນ ແລະ ກຳ­ຈັດ​ດ້ວງ​ກໍ, ເພັ້ຍ​ຈັກ­ຈັ່ນ ແລະ ຕັກ​ກະ​ແຕນ​ແລ້ວ​ຍັງ​ສາ­ມາດ​ປ້ອງ​ກັນ​ແມງ­ແຄງ​ຍາວ​ໄດ້​ອີກ​ດ້ວຍ. 
ຫມາຍ­ເຫດ: ຖ້າ​ນຳ​ໃຊ້ແກ່ນ​ຂົມ​ກະ­ເດົາແທນໃບຕົວ​ຢາ​ຈະ​ເພີ່ມ​ປະ­ສິດ­ທິ­ພາບ​ຂື້ນ​ຕື່ມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ