google-site-verification: google0d91bc93cfc88895.html ​​ການ​ຈຳ​ແນນ​ຊັ້ນ​ທາງວິ​ທະ​ຍາ​ສາດ​ຂອງຕົ້ນ​ເສດ​ຖີ​ເຮືອນ​ໃນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, May 30, 2015

​​ການ​ຈຳ​ແນນ​ຊັ້ນ​ທາງວິ​ທະ​ຍາ​ສາດ​ຂອງຕົ້ນ​ເສດ​ຖີ​ເຮືອນ​ໃນ


C. comosum cv. Variegatum
ການຈຳແນກຊັ້ນທາງວິທະຍາສາດ
ອານາຈັກ
Plantae
ຫມວດ
Magnoliophyta
ຊັ້ນ
Lilliopsida
ອັນດັບ
Liliales
ວົງ
Liliaceae
ສະກຸນ
Cholorophytum
ສະປີຊີ
comosum
ຊື່ວິທະຍາສາດ Cholorophytum comosum L.
ວົງ:  Anthericaceae 
ຖີ່ນກຳເນີດ: ອາ​ຟ​ລິກກາໃຕ







ເສດຖີເຣືອນໃນ

ລັກສນະທັ່ວໄປ ເສດຖີເຣືອນໃນເປັນໄມ້ກໍຂະ​ຫນາດນ້ອຍ ລັກສະນະໃບເປັນໃບນ້ອຍ​ຍາວສີຂຽວອ່ອນ ໆ ​ຕະລອດໃບ ເຄິ່ງກາງໃບໄມ້ເປັນແຖບສີຂາວຍາວຕະ​ຫລອດທັ້ງໃບເຊັ່ນກັນ ຄວາມຍາວຂອງໃບມີຂະ​ຫນາດປະມານ 15-30 ຊັງຕິແມັດ ນິຍົມປູກພາຍໃນອາຄານເພາະເປັນພືດທີ່ມີຄວາມສາມາດໃນການດູດສານພິດ ແລະ ຟອກອາກາດໄດ້ ນອກຈາກນີ້ຕ່າງຊາດຍັງເອີ້ນ​ວ່າຕົ້ນແມງມຸມ (Spider Plant) ຫລື ຕົ້ນເຄື່ອງບິນ (Airplane Plant) ເນື່ອງຈາກ​ຕົ້ນຈະແກວ່ງໄປ-ມາເວລາທີ່ຖືກ​ລົມພັດ ​ພ້ອມທັ້ງ​ຍັງເປັນຕົ້ນໄມ້​ມົງຄົນທີ່ປູກແລ້ວເຊື່ອວ່າຈະທຳໃຫ້ລ່ຳ​ລວຍຄືຊື່ຕົ້ນອີກດ້ວຍ

ວິທີການປູກ ແລະ ດູແລຣັກສາ


ເສດຖີເຣືອນໃນເປັນພືດທີ່ມັກດິນລ້ວນຊຸຍທີ່​ລະບາຍນ້ຳໄດ້ດີ ນິຍົມປູກໃນກະໂຖຂະນາດນ້ອຍແບບແຂວນ ສາມາດປູກໄດ້ໃນທີ່ຮົ່ມ ແຕ່ຄວນໃຫ້ແດດສ່ອງຖຶງພໍປະມານ ລວມທັ້ງຄວນ​ຫົດນ້ຳອາ​ທິດລະ 2 ຄັ້ງ ຫລື ສັງເກດຫນ້າດິນວ່າແຫ້ງຫລື​ບໍ່ ເນື່ອງຈາກຕົ້ນເສດຖີເຣືອນໃນບໍ່ຄ່ອ​ຍມັກແດດ ແລະ ນ້ຳຫລາຍ​ປານ​ໃດ ອີກທັ້ງຢັງສາມາດຂະ​ຫຍາຍພັນໄດ້ງ່າຍຫລາຍດ້ວຢການຕັດໄປປູກໃຫມ່

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ